ວັນໂຣກເອດສ໌ ສາກົນ

ອົງການຈັດຕັ້ງຕ່າງໆ ຂອງສະຫະປະຊາຊາດ ແລະ ຫ້ອງການຕ່າງໆ ທີ່ປະຕິບັດ ກ່ຽວກັບ ການປ້ອງກັນ ແລະ ປິ່ນປົວ ໂຣກເອດສ໌ ໃນຫລາຍປະເທດ ຈັດກິຈກັມ ຣະລຶກ ວັນໂຣກເອດສ໌ ສາກົນ, ຊຶ່ງປີນີ້ ອົງການສະຫະປະຊາຊາດ ມີເປົ້າໝາຍ ແກ້ໄຂບັນຫາ ພາຍໃຕ້ ຫົວຂໍ້ ທີ່ວ່າ ”ສິດທິມະນຸດ ແລະ ໃຫ້ທຸກຄົນ ມີໂອກາດ ເຂົ້າປິ່ນປົວ”
ຈະເຣີນສຸກ
2009.12.02

ວັນທີ 1 ທັນວາ ປີ 2009 ເປັນວັນຄົບຮອບ 21 ປີ ຂອງວັນໂຣກເອດສ໌ ສາກົນ, ຊຶ່ງທຸກໆປີ ຈະມີຫລາຍອົງການຈັດຕັ້ງ ໃນຫລາຍປະເທດ ຈັດກິສກັມ ຮ່ວມກັນ ເພື່ອຣະລຶກເຖິງ ຜູ້ທີ່ເສັຍຊີວິດ ແລະ ເຕືອນໃຫ້ທຸກຄົນ ຮັບຮູ້ ກ່ຽວກັບ ການລະບາດ ຂອງເຊື້ອ HIV/AIDS ໃນທົ່ວໂລກ.

ຫົວຂໍ້ ສໍາລັບ ປີ 2009 ນີ້ ແມ່ນ ”ສິດທິມະນຸດ ແລະ ການໃຫ້ທຸກຄົນ ມີໂອກາດ ເຂົ້າປິ່ນປົວ” ຊຶ່ງເປັນເປົ້າໝາຍ ໃນແກ້ໄຂ ບັນຫາ ທີ່ຈໍາເປັນ ແລະ ສໍາຄັນ ເພື່ອປົກປ້ອງສິດທິມນະນຸດ ແລະ ຮັບປະກັນວ່າ ທຸກຄົນ ມີໂອກາດ ເຂົ້າເຖິງ ແຫລ່ງປ້ອງກັນ ການຕິດເຊື້ອ HIV, ໄດ້ຮັບການປິ່ນປົວ, ການເອົາໃຈໃສ່ ແລະ ໄດ້ຮັບ ການສນັບສນູນ. ວັນຄົບຮອບ ວັນໂຣກເອດສ໌ ສາກົນນີ້ ຍັງເປັນມື້ ທີ່ມີການຮຽກຮ້ອງ ໃຫ້ຫລາຍໆປະເທດ ຍົກເລີກ ກົດໝາຍ ທີ່ມີການຈໍາແນກ ຜູ້ທີ່ຕິດເຊື້ອ HIV, ແມ່ຍິງ ແລະ ກຸ່ມທີ່ດ້ອຍໂອກາດ.

ໃນໂອກາດ ວັນໂຣກເອດສ໌ ສາກົນ, ທ່ານ ມິດແຊວ ຊີດີເບ, ຜູ້ອໍານວຍການ ຮັບຜິດຊອບ ໂຣກເອດສ໌ ສະຫະປະຊາຊາດ, ກ່າວວ່າ ພວກທ່ານ ມີທັງຄວາມຫວັງ ແລະ ຄວາມເປັນຫ່ວງ. ສ່ວນຄວາມຫວັງນັ້ນ ແມ່ນມີການພັທນາ ໃຫ້ດີຂຶ້ນ.... 

ທ່ານ ກ່າວວ່າ… "ຄວາມກ້າວໜ້າ ທີ່ສໍາຄັນ ແມ່ນການເປີດໂອກາດ ໃຫ້ທຸກຄົນ ສາມາດ ເຂົ້າປິ່ນປົວໂຣກເອດສ໌, ຈໍານວນ ການຕິດເຊື້ອໃໝ່ ໄດ້ຫລຸດລົງ, ຈໍານວນເດັກນ້ອຍ ຕິດເຊື້ອ HIV ທີ່ເກີດໃໝ່ ມີໜ້ອຍລົງ ແລະ ມີຜູ້ຕິດເຊື້ອ ຫລາຍກ່ວາ 4 ລ້ານຄົນ ມີໂອກາດ ເຂົ້າປິ່ນປົວ".

ໃນຂນະດຽວກັນ ພວກທ່ານ ກໍຍັງເປັນຫ່ວງ ໃນຫລາຍໆດ້ານ, ເນື່ອງຈາກວ່າ ເປັນເວລາ 28 ປີມາແລ້ວ ທີ່ການແຜ່ຣະບາດ ຂອງເຊື້ອໄວຣັສ ຍັງຕິດຕໍ່ ໄປສູ່ປະຊາຊົນ ກຸ່ມໃໝ່ ຢູ່ຕໍ່ມາ. ໃນສັງຄົມ ຍັງບໍ່ຍອມຮັບ ແລະ ແບ່ງແຍກ ຜູ້ທີ່ຕິດເຊື້ອ HIV. ທ່ານກ່າວຍໍ້າວ່າ ຕ້ອງຍຸຕິ ການລະເມີດສິດ ຂອງຜູ້ທີ່ຕິດເຊື້ອ HIV, ການຣະເມີດສິດ ແມ່ຍິງ ແລະ ເດັກຍິງ, ຜູ້ຊາຍ ທີ່ມີເພດສັມພັນ ກັບຜູ້ຊາຍ ແລະ ການໃຊ້ຢາເສບຕິດ ດ້ວຍເຂັມສັກຢາ.

ສ່ວນທ່ານ ບານ ກີ-ມູນ, ເລຂາທິການ ສະຫະປະຊາຊາດ, ກ່າວວ່າ ການປ້ອງກັນ HIV ໃນທົ່ວໂລກ ມີຄວາມກ້າວໜ້າ, ຊຶ່ງເຫັນໄດ້ ໃນຫລາຍປະເທດ ຄື ຈໍານວນ ຜູ້ຕິດເຊື້ອ ໄດ້ຫລຸດລົງ, ການລົງທຶນ ເພື່ອຮັບມືກັບ ໂຣກເອດສ໌ ໄດ້ຮັບຜົນ ແລະ ຊ່ອຍຊີວິດ ຜູ້ຄົນເອົາໄວ້. ພ້ອມດຽວກັນນັ້ນ, ທ່ານ ຍັງຮຽກຮ້ອງ ໃຫ້ຫລາຍໆປະເທດ ຄວນປະຕິບັດ ໜ້າທີ່ ຂອງຕົນ ເພື່ອອອກກົດໝາຍ ຫລືວ່າ ຍົກເລີກກົດໝາຍ ທີ່ມີການຈໍາແນກ ປະຊາຊົນ ທີ່ຕິດເຊື້ອ HIV ແລະ ຜູ້ທີ່ດ້ອຍໂອກາດ. ທ່ານກ່າວໃນຕອນນຶ່ງ ວ່າ ພວກເຮົາ ສາມາດ ເຮັດໃຫ້ ຊາວໜຸ່ມ ປ້ອງກັນ ຕົວຂອງຂະເຈົ້າເອງ ຈາກ ເຊື້ອ HIV. ພວກເຮາ ສາມາດ ຍຸຕິ ການໃຊ້ຄວາມຮຸນແຮງ ກັບແມ່ຍິງ ແລະ ເດັກຍິງ. ພວກເຮົາ ສາມາດ ປົກປ້ອງ ຜູ້ທີ່ໃຊ້ຢາເສບຕິດ ຈາກການຕິດເຊື້ອ HIV. ແລະ ພວກເຮົາ ສາມາດ ຫລຸດຜ່ອນ ການຕິດເຊື້ອ HIV ຈາກການມີ ເພດສັມພັນ ແລະ ພວກເຮົາ ສາມາດ ປ້ອງກັນ ການຕິດເຊື້ອ HIV ຈາກແມ່-ຫາ-ລູກ.

ເຖິງຢ່າງໃດ ກໍດີ, ຫ້ອງການ ດ້ານໂຣກເອດສ໌ ຂອງສະຫະປະຊາຊາດ ຣາຍງານ ວ່າ ໃນທົ່ວໂລກ, 45 ສ່ວນຮ້ອຍ ຂອງແມ່ຍິງ ຖືພາມານ ຕິດເຊື້ອ HIV ໄດ້ຮັບການປິ່ນປົວ ເພື່ອປ້ອງກັນ ລູກໃນທ້ອງ ຈາກການຕິດເຊື້ອດັ່ງກ່າວ. ປັດຈຸບັນ ການປິ່ນປົວ ເພື່ອປ້ອງກັນ ການຕິດເຊື້ອ ຈາກແມ່-ສູ່-ລູກ ສໍາລັບ ຜູ້ທີ່ຈໍາເປັນ ມີເຖິງ 95 ສ່ວນຮ້ອຍ ໃນປະເທດ ບັອສວານາ, 91 ສ່ວນຮ້ອຍ ໃນປະເທດ ນາມມີເບັຍ ແລະ 73 ສ່ວນຮ້ອຍ ໃນອັຟຣິກາໃຕ້. ທ່ານ ຈີມມີ ໂຄນເກີ, ຫົວໜ້າ ຫ້ອງການປ້ອງກັນ HIV/AIDS ຈາກກອງທຶນເດັກນ້ອຍ ຣະຫວ່າງຊາດ ຂອງສະຫະປະຊາຊາດ ກ່າວວ່າ ຍັງມີອີກຫລາຍປະເທດ ທີ່ ພວກແມ່ຍິງຖືກພານັ້ນ ໄດ້ຮັບການປິ່ນປົວ ໜ້ອຍຫລາຍ.

ທ່ານ ກ່າວວ່າ …. ”ປັດຈຸບັນ ນາຍເຈີເຣັຍ ມີຫລາຍກ່ວາ ອັຟຣິກາໃຕ້ ໃນຂະນະທີ່ ປະເທດດັ່ງກ່າວ ມີແມ່ຍິງ ທີ່ຕິດເຊື້ອ HIV ທີ່ຖືພາມານ ຫລາຍທີ່ສຸດ.” 
ສະຖິຕິ ກ່ຽວກັບ ໂຣກເອດສ໌ ຂອງສະຫະປະຊາຊາດ ດ້ານໂຣກເອດສ໌ ຣະບຸວ່າ ຕັ້ງແຕ່ ມີການຣະບາດ ຂອງເຊື້ອ HIV ມາຮອດ ປັດຈຸບັນ, ມີຜູ້ທີ່ຕິດເຊື້ອ ເກືອບເຖິງ 60 ລ້ານຄົນ ແລະ ເສັຍຊີວິດ ປະມານ 25 ລ້ານຄົນ. ໃນປີ 2008, ມີປະມານ 33 ລ້ານຄົນ ທີ່ດໍາຣົງຊີວິດ ໂດຍມີເຊື້ອ HIV ຢູ່, 2 ລ້ານ 7 ແສນຄົນ ຫາກໍ່ຕິດເຊື້ອໃໝ່ ແລະ 2 ລ້ານຄົນ ເສັຍຊີວິດ. ແລະ ໃນປີ 2008 ນີ້, ມີເດັກນ້ອຍ ເກີດໃໝ່ ທີ່ຕິດເຊື້ອ HIV ຈາກແມ່ ປະມານ 4 ແສນ 30 ພັນຄົນ, ເຮັດໃຫ້ຈໍານວນ ເດັກນ້ອຍ ອາຍຸຕໍ່າກ່ວາ 15 ປີ ທີ່ຕິດເຊື້ອ HIV ທັງໝົດ 2 ລ້ານ 1 ແສນຄົນ".

ສໍາຣັບ ເອເຊັຍໃຕ້ ແລະ ເອເຊັຍ ຕາເວັນອອກສຽງໃຕ້ ໃນປີ 2008 ນີ້, ມີຜູ້ປ່ວຍເປັນໂຣກເອດສ໌ ປະມານ 3 ລ້ານ 8 ແສນຄົນ, ໃນນັ້ນ ຕິດເຊື້ອໃໝ່ ປະມານ 2 ແສນ 80 ພັນຄົນ ແລະ ເສັຍຊີວິດ 2 ແສນ 70 ພັນຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.