ໄຂ້ຫວັດໜູ ຈາກ ຄົນຕໍ່ຄົນ
2009.04.29

ໄຂ້ຫວັດໝູ ເປັນ ໂຣກຣະບົບ ທາງເດີນຫາຍໃຈ ທີ່ປົກກະຕິ ແລ້ວແມ່ນ ຣະບາດຢ່າງ ໄວວາ ຢູ່ໃນຝູງໝູ ຊຶ່ງໂດຍທົ່ວໄປ ມັກເກີດໃນຊ່ວງ ຣະດູໜາວ ແລະ ຣະດູໃບ ໄມ້ປົ່ງ. ແຕ່ເຊື້ອໂຣກນີ້ ກໍເກີດມີ ການຣະບາດ ໃນຊ່ວງອື່ນໆ. ເຖິງວ່າໂຣກນີ້ ເປັນໂຣກທີ່ມີ ອາການຮຸນແຮງ ແຕ່ບໍ່ຄ່ອຍ ທີ່ຈະເປັນ ອັນຕະລາຍ ເຖິງແກ່ຊີວິດ. ແຕ່ໃນເມື່ອ ຣະບົບຫາຍໃຈ ລົ້ມເຫລວ ກໍເສັຽ ຊີວິດໄດ້. ຕາມປົກກະຕິ ແລ້ວ ໄຂ້ຫວັດໝູ ບໍ່ຕິດຕໍ່ ໃສ່ຄົນ ແຕ່ດົນໆ ກໍພົບວ່າ ຕິດຕໍ່ໃສ່ ຄົນໄດ້ ແລະມັກເກີດກັບ ຜູ້ທີ່ຢູ່ໄກ້ ຊິດກັບໝູ.
ການແພ່ຣະບາດ ຂອງເຊື້ອ ໄຂ້ຫວັດໝູ ຈາກຄົນໄປ ສູ່ຄົນດ້ວຍກັນ ກໍມີ ແຕ່ມີໜ້ອຍ ທີ່ສຸດ. ແລະມີການ ຄິດກັນວ່າ ການແພ່ລະບາດ ຂອງເຊື້ອພະຍາດ ຈາກຄົນໄປ ສູ່ຄົນນັ້ນ ມີລັກສະນະ ດຽວກັນກັບການ ແພ່ກະຈາຍຂອງ ໄຂ້ຫວັດ ທັມມະດາ ຂອງຄົນ ຄືດ້ວຍທາງ ການໄອ ຫລື ຈາມ. ເຊັ່ນກໍລະນີ ທີ່ເກີດຣະບາດ ຂື້ນຢ່າງຮ້າຍ ແຮງ ຢູ່ປະເທດ ແມກຊີໂກ ອາເມຣິກາກາງ ແລະແພ່ລາມ ໄປຫລາຍ ປະເທດໃນໂລກ.
ນັກວິທຍາສາດ ການແພດ ຢືນຢັນວ່າ ໄຂ້ຫວັດໝູ ມີເຊື້ອພະຍາດ ຫລາຍປະເພດ ເຊັ່ນດຽວກັນ ກັບໄຂ້ຫວັດ ທີ່ເກີດຂື້ນ ກັບຄົນ ແລະລັກສະນະ ການຕິດເຊື້ອ ກໍມີ ການປ່ຽນແປງ ຢູ່ສເມີ. ອົງການ ອະນາໄມໂລກ ວ່າໃນຈຳນວນ ຜູ້ປ່ວຍນັ້ນ ຢ່າງນ້ອຍກໍມີ ຄົນເຈັບບາງ ລາຍທີ່ມີເຊື້ອ ໄວຣັສ H1N1 ຊຶ່ງເປັນ ສາຍພັນຍ່ອຍ ຂອງ ເຊື້ອໄວຣັສ ໄຂ້ຫວັດໃຫຍ່ ຊະໜິດ A ແລະເຊື້ອໄວຣັສ H1N1 ເປັນສາຍພັນ ທີ່ບໍ່ເຄີຍ ມີມາກ່ອນ. ເຊື້ອໄວຣັສ H1N1 ສາຍພັນລ່າສຸດ ທີ່ກີດຢູ່ ແມກຊີໂກ ໃນຂະ ນະນີ້ ແມ່ນມີຄວາມ ແຕກຕ່າງ ອອກໄປອີກ ຄືມີສານທາງ ພັນຖຸກັມ ຫລືເຊື້ອ ພະຍາດຊະໜິດ ໃໝ່ທີ່ພົບເຫັນ ຢູ່ໃນ ສາຍພັນຕ່າງໆຂອງ ເຊື້ອໄວຣັສ ທີ່ຕິດຕໍ່ ໃນໝູ່ ຄົນ, ນົກ ແລະ ໝູ.
ທ່ານ ປີເຕີ ຄໍດິງລີ ໂຄສົກ ອົງການ ອະນາໄມໂລກ ປະຈຳເຂດ ແປຊີຟິກ ຕາເວັນຕົກ ທີ່ ກຸງມະນີລາ ປະເທດ ຟີລິບປິນ ສັນນິຖານວ່າ ເຊື້ອໄວຣັສ H1N1 ສາຍພັນ ລ່າສຸດນີ້ ອາດຈະເປັນ ສາເຫດການ ເສັຍຊີວິດ ຂອງຮ້ອຍກວ່າ ຄົນຢູ່ ແມກຊີໂກ. ຕາມການສຶກສາ ເບື້ອງຕົ້ນ ເປັນເຊື້ອໄວຣັສ ທີ່ຂ້ອນຂ້າງອ່ອນ ບໍ່ຮຸນແຮງແຕ່ ທ່ານ ກໍເຕືອນວ່າ ຢ່ານິ້ງນອນໃຈ ເນື່ອງຈາກວ່າ ໄວຣັສ ດັ່ງກ່າວ ອາດຈະກາຍເປັນ ສາຍພັນ ທີ່ຮ້າຍແຮງກວ່າ ສາຍພັນທີ່ມີ ຢູ່ໃນ ປັດຈຸບັນ ນີ້ໄດ້. ທ່ານວ່າ ເຊື້ອ ໄວຣັສ ນັ້ນສາມາດ ພັທນາສາຍພັນ ຂອງມັນໃຫ້ມີ ຄຸນນະພາບໃໝ່ ແລະສາມາດ ກາຍເປັນບັນຫາ ໃຫຍ່ໄດ້ເພາະວ່າ ເຮົາຍັງບໍ່ຮູ້ ວິທີ ທີ່ຈະກຳຈັດ ແລະວິທີ ທີ່ມັນ ຈະກາຍເປັນ ພັນໃໝ່, ເປັນໄວຣັສ ຊະໜິດໃໝ່ ນຳດ້ວຍ.
ຕາມຂ່າວໃນ ວັນທີ 28 ເມສາ 2009 ວ່າຍອດຜູ້ ເສັຍຊີວິດ ຈາກໂຣກ ໄຂ້ຫວັດໝູ ສາຍພັນໃໝ່ນີ້ ຢູ່ແມກຊີໂກ 152 ຄົນ, ມີຄົນເຈັບ ຮັກສາຕົວຢູ່ ໂຮງໝໍ ປະມານ 400 ຄົນ ແລະມີ 1,995 ຄົນຢູ່ໃນ ລະຫວ່າງການ ສິ້ງຊອມເບິ່ງ.
ຢູ່ ສະຫະຣັດ ອາເມຣິກາ ກໍມີການ ຢືນຢັນວ່າ ມີຄົນເຈັບຕິດ ເຊື້ອພະຍາດ ນີ້ແລ້ວປະມານ 40 ຄົນ. ແລະທຳນຽບຂາວ ກໍຖະແຫລງວ່າ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັດ ກຳລັງ ຕິດຕາມເບີ່ງ ສະຖານະການ ຂອງ ໂຣກຫວັດໝູ ນັ້ນຢ່າງໄກ້ຊິດ ແລະໄດ້ສັ່ງ ໃຫ້ມີການ ຮັບມືຢ່າງ ທັນທວ່ງທີແລ້ວ. ແລະຢູ່ ການາດາ ກໍມີຜູ້ຕິດ ເຊື້ອນີ້ແລ້ວ 6 ຄົນ.
ສ່ວນວ່າໃນ ພູມີພາກອື່ນໆ ບໍ່ວ່າ ຈະແມ່ນຢູ່ ຢູໂຣບ, ຕະເວັນອອກກາງ ແລະເອເຊັຍ ກໍກຳລັງຢູ່ ໃນລະຫວ່າງ ການກວດກາ ຢ່າງເຂັ້ມງວດ ຫາຜູ້ຕ້ອງ ສົງໃສວ່າ ຕິດເຊື້ອໄວຣັສ ສາຍພັນໃໝ່ນີ້.
ຢູ່ ຢູໂຣບ ອັງກິດ ກໍວ່າມີຜູ້ ຕິດເຊື້ອແລ້ວ 2 ຄົນ, ຣັຖບານ ສະເປນ ກໍຢືນຢັນ ໃນວັນທີ 27 ເມສາ ວ່າມີຜູ້ຕິດ ເຊື້ອນີ້ແລ້ວ 1 ຄົນ ແລະອີກ 20 ຄົນ ຍັງຢູ່ໃນ ລະຫວ່າງການ ສິ້ງຊອມເບີ່ງ ອາການ ພາຍຫລັງທີ່ໄດ້ ເດີນທາງກັບ ມາຈາກ ແມກຊີໂກ. ກ່ອນໜ້ານີ້ ກໍມີຜູ້ ຕ້ອງສົງໃສ ວ່າຕິດເຊື້ອ ໄຂ້ຫວັດໝູ ຄືກຸ່ມ ເດັກນັກຮຽນ ຊາວນິວຊີແລນ 10 ຄົນ, ຊາວຝຣັ່ເສດ 4 ຄົນ ແລະຊາວ ອິສຣາແອນ 1 ຄົນ ທີ່ເດີນທາງ ອອກຈາກ ອອສເຕຣເລັຍ. ແລະມາໃນ ວັນທີ 28 ເມສາ ນີ້ກໍວ່າຢູ່ ປະເທດ ບຣາຊິນ ມີຜູ້ຕ້ອງ ສົງໃສວ່າ ຕິດເຊື້ອນີ້ 1 ຄົນ. ແລະຂ່າວລ່າສຸດ ກໍວ່າ ຢູ່ເກົາຫລີໄຕ້ ມີການກວດພົບ ຊຶ່ງບາງທີ ອາດຕິດ ເຊື້ອໄຂ້ຫວັດໝູ.
ແຕ່ສຳລັບຢູ່ ປະເທດລາວ ແມ່ນຍັງບໍ່ທັນ ເຄີຍພົບ ເຊື້ອໄຂ້ຫວັດໝູ ແພ່ຣະບາດ ມາກ່ອນ. ແຕ່ເຖິງແນວໃດ ກໍມີການ ປຶກສາຫາລື ຮ່ວມກັນລະຫວ່າງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງລາວ ແລະນັກຊ່ຽວຊານ ຕ່າງປະເທດ ເປັນຕົ້ນ ອົງການ ອະນາໄມໂລກ ເພື່ອວາງ ມາດຕະການ ປ້ອງກັນເອົາໄວ້. ກ່ຽວກັບເລື່ອງນີ້ ທ່ານໝໍ ແພງຕາ ນັກວິຊາການ ກະຊວງ ສາທາຣະນະສຸກ ຂອງລາວ ກ່າວວ່າ:
ແຕ່ວ່າໃນເມື່ອ ມັນເກີດຂື້ນ ຢູ່ປະເທດອື່ນ ຂອງໂລກ ຄືຈັ່ງຊັ້ນ ພວກເຮົາກໍຕ້ອງ ໄດ້ເພີ່ມຄວາມ ເຂັ້ມແຂງ ທາງດ້ານ ເຝົ້າລະວັງ ຢ່າງໄກ້ຊິດ ຕາມຣະບົບ ທີ່ພວກເຮົາ ມີ. ພວກເຮົາຜ່ານມາ ກໍມີຣະບົບ ເຝົ້າລະວັງ ແຕ່ສູນກາງ ຮອດຮາກຖານ.
ເຖິງແນວໃດ ທ່ານ ປີເຕີ ຄໍດິງລີ ກໍເຕືອນວ່າ ທຸກປະເທດ ໃນໂລກ ມີຄວາມສ່ຽງ ບໍ່ພຽງແຕ່ ສະເພາະ ໃນເອຊັຍ ທີ່ມັກມີ ຜູ້ຄົນຈຳນວນ ຫລວງຫລາຍ ໄປເຮັດວຽກ ຢູ່ຕ່າງແດນ. ອົງການ ອະນາໄມໂລກ ຕີຣາຄາວ່າ ໃນປັດຈຸບັນ ໂລກມີ ແນວໂນ້ມສູງ ທີ່ຈະເກີດການ ແພ່ຣະບາດຂອງ ໄຂ້ຫວັດໃຫຍ່ ຄັ້ງໃຫຍ່ອີກ. ຕາມທັມມະດາ ເພີ່ນຈັດຄວາມ ສ່ຽງຈາກ ໄຂ້ຫວັດໃຫຍ່ ເປັນ 6 ຣະດັບ ຊຶ່ງລະດັບທີ 6 ເປັນຣະດັບ ສ່ຽງສູງສຸດ. ໃນເບື້ອງຕົ້ນ ເພີ່ນຈັດການ ຣະບາດ ໄຂ້ຫວັດໝູ ທີ່ ແມກຊີໂກ ຢູ່ໃນຣະດັບ 3 ຊຶ່ງເປັນຣະດັບ ທີ່ມີການ ຕິດເຊື້ອ ໄຂ້ວັດໃຫຍ່ ເປັນຊົ່ວຂະນະໆ ຫລືມີ ເຊື້ອຣະບາດ ໃນຄົນແຕ່ຍັງ ບໍ່ສາມາດ ຕິດຕໍ່ຈາກຄົນ ໃສ່ຄົນໄດ້.
ແຕ່ມາໃນໄລຍະ ລ່າສຸດນີ້ໄດ້ ຍົກຣະດັບ ຄວາມສ່ຽງຂື້ນເປັນ ຣະດັບທີ 4 ໝາຍຄວາມວ່າ ເຊື້ອໄວຣັສ ໄຂ້ຫວັດໃຫຍ່ ສາມາດຕິດຕໍ່ ຈາກສັດສູ່ຄົນ ແລະຈາກ ຄົນສູ່ ຄົນໄດ້ ແລະສາມາດ ເຮັດໃຫ້ເກີດການ ແຜ່ຣະບາດ ໃນຊູມຊົນໄດ້, ເປັນການເພິ່ມ ຣະດັບຄວາມສ່ຽງ ສູງຂື້ນ. ແລະນັກຊ່ຽວຊານ ກໍວ່າ ໃນປີ 2003 ກໍມີການຣະ ບາດຂອງເຊື້ອ ໂຣກທາງເດີນ ຫາຍໃຈຝືດ ຫລືເຊື້ອໂຣກຊາ ຢູ່ຈີນ ແລະໃນປີ 1918 ກໍເຄີຍເກີດມີ ການແພ່ຣະບາດ ຂອງໄຂ້ຫວັດໃຫຍ່ ສະເປນ ທີ່ເກີດຈາກ ໄວຣັສສາຍພັນ H1N1 ມາແລ້ວຄັ້ງນຶ່ງ ທີ່ເຮັດໃຫ້ ມີຜູ້ເສັຍ ຊີວິດໄປ ນັບລ້ານຄົນ.
ຍ້ອນວ່າເປັນ ອັນຕະລາຍ ຮ້າຍແຮງຄືແນວ ນັ້ນຫລາຍໆ ປະເທດໃນໂລກ ຈຶ່ງໄດ້ເອົາ ໃຈໃສ່ປ້ອງກັນ ເປັນຕົ້ນ ແມກຊີໂກ ແລະສະຫະຣັດ ກໍໄດ້ປະກາດ ພາວະສຸກ ເສີນດ້ານ ສາທາຣະນະສຸກ ແລະ ແມກຊີໂກ ກໍທຸ້ມເທ ງົບປະມານ ຂອງຕົນ ຮວມທັງຈະໄຊ້ ເງິນກູ້ຈາກ ທະນາຄານໂລກ ຈຳນວນ 205 ລ້ານໂດລາ ສະຫະຣັດ ໂດຍທີ່ຈະ ໃຫ້ເງິນທັນທີ 25 ລ້ານໂດລາ ເພື່ອຊື້ຢາປົວ ພະຍາດ ແລະເຄື່ອງມື ທາງການແພດ ໃນການກວດ ແລະວິໃຈ ເຊື້ອໂຣກ ໄຂ້ຫັວດໝູ.
ສຳລັບຢູ່ ລາວ ກໍວ່າຈະໄຊ້ ມາດຕາການ ປ້ອງກັນຫລາຍຢ່າງ ຮວມທັງ ອາດຈະໄຊ້ ເຄື່ອງວັດແທດ ອຸນນະພູມ ຮ່າງກາຍ ຢູ່ສະໜາມບິນ ຊຶ່ງຣັຖບານ ສິງກະໂປ ໃຫ້ 1 ເຄື່ອງ ໃນສະໄໝມີ ການຣະບາດ ຂອງໂຣກ ຊາ ນັ້ນ. ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ສະໜາມບິນ ວັດໄຕ ນະຄອນ ຫລວງວຽງຈັນ ວ່າ:
ທາງສາທາ ຣະນະສຸກ ເຂົາເຈົ້າມາ ຕິດຕັ້ງໄວ້ ສະໄໝໂຣກຊາ ດົນແລ້ວ ເຄື່ອງແມ່ນຂອງ ສາທາຣະນະສຸກ ຢູ່ປະຈຳ ຢູ່ສະໜາມບິນ ນີ້ເຄື່ອງນື່ງ ບໍ່ທັນເຫັນທາງ ສາທາ ຣະນະສຸກມາ.
ແຕ່ຢ່າງໃດ ກໍຕາມເຖິງວ່າ ຈະມີການ ຣະບາດຂອງ ໄຂ້ຫວັດໝູ ກໍບໍ່ໝາຍ ຄວາມວ່າຈະກິນ ຊີ້ນໝູບໍ່ໄດ້. ການກິນຊີ້ນໝູ ມີຄວາມປອດໄພ ແນ່ນອນ ຖ້າຫາກວ່າ ກິນຊີ້ນໝູ ທີ່ສຸກດີ ເພາະວ່າຖ້າ ອຸນນະພູມ ຄວາມຮ້ອນຂອງ ຊີ້ນເຖິງ 70 ອົງສາເຊລເຊັສ ເຊື້ອໄວຣັສ ໄຂ້ຫວັດໃຫຍ່ ກໍຈະຕາຍໄປ.
ສຳລັບການ ປິ່ນປົວຜູ້ເປັນ ໄຂ້ຫວັດໝູ ທາງການ ສະຫະຣັດ ແນະນຳວ່າ ຢາຮັກສາ ໄຂ້ຫວັດໃຫຍ່ ທີ່ໄຊ້ກັນ ທົ່ວໄປແລະມີ ປະສິດທິພາບ ດີຢູ່ໃນ ຂະນະນີ້ ຄືຢາ ທາມີຟລູ Tamiflu ແລະຢາ ຣີເລນຊາ Relenza. ແຕ່ກໍຍັງບໍ່ ເປັນທີ່ຊັດເຈນ ວ່າວັກຊິນ ໄຂ້ຫວັດໃຫຍ່ ທີ່ມີຢູ່ໃນ ປັດຈຸບັນນີ້ ຈະມີ ປະສິດທິພາບ ພຽງພໍໃນການ ປ້ອງກັນ ໄຂ້ຫວັດໝູ ນີ້ໄດ້ຫລືບໍ່ ເພາະມັນເປັນ ໄວຣັສ ທີ່ມີລັກສະນະ ສາຍພັນ ຕ່າງໄປຈາກ ໄວຣັສ ສາຍພັນອື່ນໆ ຊຶ່ງປັດຈຸບັນ ນີ້ນັກ ວິທຍາສາດ ໃນສະຫະຣັດ ກຳລັງພັທນາ ວັກຊິນ ແນວໄໝ່ຢູ່ ແລະກໍຄົງຕ້ອງ ໄຊ້ເວລາອີກ ໄລຍະນຶ່ງກ່ອນ ທີ່ຈະນຳອອກ ມາໄຊ້ໄດ້.
ໃນຂະນະນີ້ ເພື່ອເປັນການ ແກ້ໄຂບັນຫາ ສະເພາະໜ້າ ທາງການຂອງ ຫລາຍປະເທດ ກໍແນະນຳ ປະຊາຊົນ ຂອງຕົນໃຫ້ມີ ຄວາມຮູ້ພື້ນຖານ ຕ່າງໆ ຮວມທັງຮູ້ ອາການຂອງ ຜູ້ຕິເຊື້ອ, ວິທີຮັກສາ ແລະມາດຕະການ ປ້ອງກັນການ ຣະບາດຂອງ ເຊື້ອໄວຣັສຄື:
ຜູ້ທີ່ຕິດເຊື້ອ ໄຂ້ຫວັດໝູ ຈະມີອາການ ຜິດປົກກະຕິ ຫລາຍຢ່າງຮວມທັງ ມີອາການ ເປັນໄຂ້ຫວັດ, ໄອ, ປວດຫົວ, ປວດຕາມຂໍ້, ປວດເມື່ອຍຕາມ ຮ່າງກາຍ ຕັນດັງ, ຂີ້ມູກຍ້ອຍ ແລະມີໄຂ້ ຕົວຮ້ອນສູງກວ່າ 38 ອົງສາເຊລເຊັດ. ບາງຄົນກໍ ວິນຢາກຮາກ, ຮາກ, ຖອກທ້ອງ, ເລືອດອອກໄຕ້ ຜິວໜັງ.
ເມື່ອເຫັນວ່າ ມີອາການ ເປັນຄືທີ່ ວ່າມານີ້ ກໍຄວນໄປໂຮງໝໍ. ຖ້າໄປຫາ ໝໍໄວກໍຈະ ດີແນ່ນອນເພາະ ເຊື່ອກັນວ່າ ຢາ ທາມີຟລູ Tamiflu ແລະຢາ ຣີເລນຊາ Relenza ແມ່ນໄຊ້ໄດ້ຜົນ.