ການເຄື່ອນໃຫວ ຕ້ານຢາເສບຕິດ ຢູ່ ລາວ
2009.03.11
ໃນບົດລາຍງານ ກ່ຽວກັບຍຸທສາດ ການຄວບຄຸມ ຢາເສດຕິດສາກົນ ປະຈຳປີ 2009 ຂອງກະຊວງການຕ່າງປະເທດ ສະຫະຣັດ ອາເມຣິກາ ໄດ້ລະບຸໄວ້ ໃນຕອນນຶ່ງ ວ່າໃນປີ 2008 ຜ່ານມາ ລາວໄດ້ມີຂໍ້ ລິເລີ່ມ ເພື່ອຄວບຄຸມຢາ ເສບຕິດ ໃໝ່ 2 ຢ່າງ. ຂໍ້ລິເລິ່ມອັນ ທີນຶ່ງ ແມ່ນການຮັບຮອງ, ການຕີຄວາມໝາຍ ແລະການເຜີຍແຜ່ ກົດໝາຍວ່າດ້ວຍ ຢາເສບຕິດ ແລະມາດຕາ 146 ຂອງກົດໝາຍ ອາຍາໃໝ່.
ກົດໝາຍໃໝ່ ເປັນເອກສານ ແກ້ໄຂ ບັນຫາທາງ ດ້ານບະໂຍບາຍ, ທັສນະທາງ ສັງຄົມ ແລະຄວາມຮັບຜິດ ຊອບຂອງຄອບຄົວ, ການປິ່ນປົວຜູ້ ຕິດຢາເສບຕິດ ຮວມໄປ ເຖິງການຫ້າມ ທາງດ້ານກົດໝາຍ ແລະການມີປຶ້ມ ຄູ່ມື ກ່ຽວກັບການ ລົງໂທດ ຜູ້ກະທຳຜິດ ທາງດ້ານ ຢາເສບຕິດ ນຳດ້ວຍ.
ຂໍ້ລິເລິ່ມ ອັນທີສອງ ໃນປີ 2008 ນັ້ນເປັນການອອກ ແຜນແມ່ບົດ ກ່ຽວກັບການ ຄວບຄຸມຢາເສດຕິດ ແຫ່ງຊາດ, ຊຶ່ງແມ່ນຍຸທສາດ 5 ປີ ແຕ່ປີ 2009 ຫາປີ 2013 ເພື່ອແກ້ໄຂ ບັນຫາ ການຄວບຄຸມ ຢາເສບຕິດ ໃຫ້ໂທດ ຢູ່ ສ.ປ.ປ.ລາວ. ຮ່າງເອກສານ ດັ່ງກ່າວ ໄດ້ຖືກຮ່າງຂື້ນ ໂດຍຄະນະ ກັມມະການ ກວດກາ ແລະຄວບຄຸມ ຢາເສບຕິດ ແຫ່ງຊາດລາວ ດ້ວຍການປຶກສາ ຫາລືກັບ ອົງການກວດກາ ຢາເສບຕິດ ຂອງສະຫະ ປະຊາຊາດ ແລະໄດ້ສເນີ ໃຫ້ປະຊາຄົມ ສາກົນ ຜູ້ໃຫ້ການຊ່ວຍ ເຫລືອ ປະກອບຄຳເຫັນ ໃນກາງເດືອນ ພຶສຈິກາ ປີ 2008 ຜ່ານມາ.
ຜົນສລຸບ ຍຸທສາດ ຫລືແຜນ ແມ່ບົດນັ້ນ ເປັນເອກສານ ທີ່ເວົ້າ ເຖິງວຽກງານ ຢ່າງຮອບດ້ານ ໃນລະຍະ 5 ປີຂ້າງໜ້າ ຮວມທັງການສລຸບ ກ່ຽວກັບວິທີ ການ ແລະຂໍ້ ສເນີຕ່າງໆ ທາງດ້ານງົປມານ ທີ່ຈະໄຊ້ເຂົ້າ ໃນການແກ້ໄຂ ບັນຫາທີ່ ສຳຄັນ ໃນການກວດກາ ພືດພັນ ຢາເສບຕິດ, ການລຸດຜ່ອນຄວາມ ຕ້ອງການ ຢາເສບຕິດ ແລະ ການປະຕິບັດ ກົດໝາຍ.
ໃນແຜນດັ່ງກ່າວ ແມ່ນຮຽກຮ້ອງ ຂໍການຊ່ວຍເຫລືອ ຈາກປະຊາຄົມ ສາກົນ ທີ່ໃຫ້ການ ຊ່ວຍເຫລືອ ທັງໝົດປະມານ 72 ລ້ານໂດລາ ສຳລັບລະຍະ 5 ປີ. ໃນນັ້ນ 44 ລ້ານໂດລາ ແມ່ນຈະໄຊ້ເຂົ້າ ໃນການຄວບຄຸມ ຜົນຜລິດຝິ່ນ,16 ລ້ານໂດລາ ໄຊ້ເພື່ອລຸດຜ່ອນ ຄວາມຕ້ອງການຝິ່ນ ຊຶ່ງຮວມທັງຕ້ານ ໄພຂົ່ມຂູ່ ຂອງເຊື້ອ HIV/AIDS ແລະ 9 ລ້ານໂດລາ ແມ່ນໄຊ້ເຂົ້າໃນ ການປັບປຸງ ຣະບົບຍຸຕິທັມ ແລະການປະຕິບັດ ກົດໝາຍໃຫ້ ດີຂື້ນ.
ຣັຖບານລາວ ມີຄວາມຫວັງວ່າ ຖ້າໄດ້ຮັບການ ສນັບສນູນ ຈາກສາກົນ ພຽງພໍ ກໍຈະສາມາດ ປະຕິບັດ ຍຸທສາດ ກ່ຽວກັບ ການຄວບຄຸມ ຢາເສບຕິດ ໃໝ່ນັ້ນໄດ້. ແຕ່ຖ້າຫາກ ບໍ່ມີການ ສນັບສນູນ ຢ່າງແຂງແຮງ ຈາກສາກົນແລ້ວ ລາວ ກໍອາຈກັບຄືນ ສູ່ສະພາບເດີມ ຄືເປັນ ຜູ້ຜລິດຝິ່ນ ທີ່ສຳຄັນ ແລະກໍຈະສ່ຽງ ຕໍ່ການ ທີ່ຈະກາຍ ເປັນສູນການ ລັກລອບຢາເສບຕິດ ໃນພາກພື້ນ ແລະໃນໂລກໄດ້ ໃນເມື່ອ ຄວາມສາມາດ ຂອງ ຣັຖບານລາວ ໃນການປະຕິບັດ ກົດໝາຍ ຍັງອ່ອນແອຢູ່.
ໃນແຜນຄວບຄຸມ ຢາເສບຕິດ ແຫ່ງຊາດຂອງລາວ ປີ 2008 ວ່າມູນຄ່າທາງ ເສຖກິດ ຂອງການລັກລອບ ຄ້າຢາເສບຕິດ ຢູ່ລາວ ທັງຢູ່ພາຍ ໃນປະເທດ ແລະໄປ ນອກປະເທດ ຫລື ພາກພື້ນນັ້ນ ມີການ ປະເມີນວ່າ ມີຢູ່ລະຫວ່າງ 350 ລ້ານ ຫາ 700 ລ້ານໂດລາ ສະຫະຣັດ ຫລືປະມານ ເທົ່າກັບ 10 ສ່ວນຮ້ອຍ ຂອງມູນຄ່າ ຜົນຜລິດລວມ ຍອດພາຍໃນ ຂອງລາວ ທີ່ມີປະມານ 4 ພັນລ້ານໂດລາ ໃນຂະນະທີ່ ສ່ວນປະກອບ ເຂົ້າໃນມູນຄ່າ ຜົນຜລິດລວມ ຍອດພາຍໃນ ຂອງລາວ ຈາກ ຜົນຜລິດ ກະແສໄຟຟ້າ ນ້ຳຕົກ ມີປະມານ 147 ລ້ານໂດລາ, ບໍ່ແຮ່ປະມານ 252 ລ້ານໂດລາ ແລະຈາກການ ທ່ອງທ່ຽວ ປະມານ 234 ລ້ານໂດລາ ແລະຈາກການ ເພີ່ມຂື້ນ ຂອງຄະດີ ກ່ຽວກັບຊັບສິນ ການຂຍາຍຕົວ ຂອງກຸ່ມຊາວໜຸ່ມ ອັນຕະພານ ການປະກົດຕົວ ຂອງກຸ່ມແກ້ງ ຄ້າຢາເສບຕິດ ການເພີ່ມຂື້ນຂອງ ຈຳນວນ ຜູ້ຕິດ ຢາເສດຕິດ ຢາບ້າ methamphetamine ແລະ heroin ຂອງຊາວລາວ ຮວມທັງຊົນຊາດ ສ່ວນໜ້ອຍຕ່າງໆ ນັ້ນສະແດງ ໃຫ້ຮູ້ວ່າ ການລັກລອບ ຄ້າຢາ ເສບຕິດ ທີ່ຂາຍແລະ ໄຊ້ຢູ່ພາຍໃນ ປະເທດລາວ ແມ່ນກຳລັງ ເພີ່ມຂື້ນ ສ່ວນວ່າ ພວກພໍ່ຄ້າລາຍ ຍ່ອຍໆຫລືວ່າ ເປັນລາຍບຸກຄົນ ກໍພາກັນຂາຍ ຢາບ້າຕາມທ້ອງ ຖນົນຫົນທາງ ຢູ່ລາວ ດັ່ງເຈົ້່ໜ້າທີ່ ຕຳລວດ ແຂວງຫົວພັນ ກ່າວວ່າ ເຖິງແມ່ນວ່າ ແຂວງຫົວພັນ ເປັນທາງຜ່ານ ຢາເສບຕິດ ແຕ່ກໍມີການ ຂາຍກັນຢູ່ໃນ ແຂວງນັ້ນ ໂຕນີ້ກໍຍັງມີຢູ່ ປາສຈາກບໍ່ໄດ້ ພວກນີ້ ພາຍຫລັງທີ່ນຳ ເຂົ້າແລ້ວ ກໍໄດ້ມາ ຈຳໜ່າຍຍ່ອຍ ຢູ່ໃນ ແຂວງຫົວພັນ ໂດຍສະເພາະ ຊາວໜູ່ມ ທີ່ຂາດວຽກເຮັດ ງານທຳ.
ໂຕນີ້ ຖ້າພວກເຮົາບໍ່ ສະກັດກັ້ນ ກໍຖືວ່າ ກະທົບໄປ ຫລາຍອັນ ຫັ້ນເຫລະ. ສຳລັບກຸ່ມແກ້ງ ອາສຍາກັມ ທີ່ກ່ຽວຂ້ອງກັບ ການລັກລອບເອົາ ຢາເສບຕິດ ກໍພາກັນຂົນ ຢາເສບຕິດ ຂ້າມຊາຍແດນ ລາວ ໄປ ວຽດນາມ ຊຶ່ງເວລານີ້ ມີລາຍງານວ່າ ມີການແຜ່ ຂຍາຍການໄຊ້ ເຮໂຣອິນ ແບບເຂັມສັກຢາ ຢູ່ພາກເໜືອ ຂອງລາວ ແລະມີການ ປູກກັນຊາ ເພື່ອສົ່ງອອກ ຈາກເຂດພາກກາງ ແລະພາກໄຕ້ ຂອງລາວ ໄປປະເທດ ເພື່ອນບ້ານ.
ເພື່ອເປັນການ ປະກອບສ່ວນ ເຂົ້າໃນ ການແກ້ໄຂ ບັນຫາດັ່ງກ່າວ ເບື້ອງຕົ້ນ ຣັຖບານ ສະຫະຣັດ ອາເມຣິກາ ໄດ້ລົງນາມ ໃນຂໍ້ຕົກລົງ ກ່ຽວກັບການ ໃຫ້ການຊ່ວຍ ເຫລືອ ໃນການຄວບຄຸມ ບັນຫາຢາ ເສບຕິດ ຢູ່ລາວ ໃນປີ 1990. ແລະຕໍ່ມາ ກໍໄດ້ລົງນາມ ໃນເອກສານ ຂໍ້ຕົກລົງຊ່ວຍ ເຫລືອລາວ ເພີ່ມຕື່ມ ໃນການຄວບຄຸມ ການຜລິດ ການຫລຸດຜ່ອນ ຄວາມຕ້ອງການ ຢາເສບຕິດ ແລະການຮ່ວມ ມືກັນ ປະຕິບັດ ກົດໝາຍ ໃນແຕ່ລະປີມາ.
ສຳລັບ ເຂດຮ່າງໄກ, ຢູ່ຕາມພູ ຊຶ່ງມີຄວາມສ່ຽງ ໃນບັນຫາ ຢາເສບຕິດ ນັ້ນໃນປີ 2008 ອົງການ ອາຫານໂລກ ກໍໄດ້ເລີ່ມ ໂຄງການ ອາຫານສຸກເສີນ ລະຍະ 2 ປີ ຢູ່ 3 ແຂວງພາກເໜືອຂອງລາວ. ໂຄງການດັ່ງກ່າວ ມີເປົ້າໝາຍ ເລັ່ງໃສ່ ເຂດທີ່ເຄີຍ ມີການປູກຝິ່ນ, ບ່ອນທີ່ຍັງບໍ່ໄດ້ ມີການພັທນາ ເພື່ອຊ່ວຍໃຫ້ ປະຊາຊົນ ມີລາຍໄດ້ ຈາກການປູກພືດ ອື່ນແທນ ຫລືວ່າ ປະກອບ ອາຊີບອື່ນ. ໂຄງການ ອາຫານໂລກ ຊ່ວຍເຂົ້າ ເປັນອາຫານ ສຸກເສີນ ໃນລະຍະ 3 ເດືອນ ແກ່ປະຊາ ຊົນ ຫລາຍກວ່າ 200 ໝູ່ບ້ານ ເພາະເຫັນວ່າ ຖ້າບໍ່ມີ ໂຄງການພັທນາ ທາງເລືອກອື່ນ ທົດແທນແລ້ວ ຕໍ່ໄປ ອາຈມີຄວາສ່ຽງ ຕໍ່ການທີ່ ຈະເຮັດໃຫ້ ປະຊາຊົນ ທີ່ເຄີຍ ມີລາຍໄດ້ຈາກ ການປູກຝິ່ນນັ້ນ ກັບມາເລີ່ມ ປູກຝິ່ນຄືນ.
ເວົ້າເຖິງການ ລຳລຽງ ຢາເສບ ຕິດຢູ່ລາວ ແມ່ນມີຫລາຍ ເສັ້ນທາງ. ມີແມ່ນ້ຳຂອງ ແລະເຂດຫ່າງໄກ ທີ່ເປັນພູຜາ ປ່າດົງ ຊຶ່ງເປັນເຂດ ທີ່ທຸກຍາກ ຂອງລາວຫລາຍ ນັ້ນມີຄວາມ ຍາວ 5 ພັນກວ່າ ຫລັກກິໂລແມດ. ດັ່ງນັ້ນຈຶ່ງເປັນ ບັນຫາຍາກ ທີ່ຈະຄວບຄຸມ. ແຕ່ກົງກັນຂ້າມ ແມ່ນງ່າຍສຳລັບ ລຳລຽງຂົນສົ່ງ ຢາເສບຕິດ ຫລື ສິ່ງທີ່ ຜິດກົດໝາຍອື່ນໆ. ການເພີ່ມຂື້ນ ຂອງຈຳນວນຜູ້ ເສບຢາເສດຕິດ ແລະປະລິມານ ຢາເສບຕິດ ທີ່ຍຶດໄດ້ ໃນບັນດາ ປະເທດເພື່ອນບ້ານ ຊຶ່ງມີ ລາຍງານວ່າ ລັກລອບ ຜ່ານປະເທດລາວ ນັ້ນບົ່ງບອກເຖິງ ວ່າບັນຫາການ ເປັນທາງຜ່ານ ຂອງລາວ ເພີ່ມຂື້ນຢ່າງ ໄວວາ.
ຢາເສບຕິດ ທີ່ຫລັ່ງໃຫລ ເຂົ້າລາວ ຮວມທັງ ຢາບ້າ, ເຮໂຣອິນ, ກັນຊາ, ສານເຄມີ ຜລິດຢາເສບຕິດ ATS ແລະກະທັ້ງ cocain ຊຶ່ງມີແຫລ່ງ ທີ່ມາຈາກ ອາເມີຣິກາ ລາຕິນນັ້ນ ກໍມີເປົ້າໝາຍ ສຳລັບຂົນສົ່ງ ຜ່ານໄປ ປະເທດອື່ນໆ ໃນພາກພື້ນ. ໃນນັ້ນ ຢາເສບຕິດ ຈຳນວນນຶ່ງ ແມ່ນເພື່ອໄຊ້ ພາຍໃນລາວເອງ. ຝິ່ນຈາກລາວ ຖືກສົ່ງ ໄປສະຫະຣັດ ຢ່າງເປັນປົກຕິ ໂດຍທາງໄປສະນີ ແລະການມີ ໂຄງສ້າງພື້ນຖານ ຄົມມະນາຄົມ ຣະດັບພາກພື້ນ ມີຂໍ້ຕົກລົງ ການຄ້າເສຣີ ແລະເຂດເສຖກິດ ພິເສດ ເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ການຄ້າ ໃນພາກພື້ນແລະ ການພັທນານັ້ນ ອາຈສ້າງເງື່ອນໄຂ ອັນສະດວກ ໃຫ້ແກ່ອົງການ ອາສຍາກັມ ຄ້າຢາເສບຕິດ ຂ້າມຊາດ ຍ້ອນຈະມີຈຸດ ກວດກາຊາຍແດນ ໜ້ອຍແລະທັງ ຢູ່ຢ່າງຫ່າງ ໄກກັນ.
ການເປີດເສັ້ນ ທາງຫລວງ ສາຍສຳຄັນ 2 ສາຍໃນ ເອເຊັຍຕາເວັນ ອອກສ່ຽງໄຕ້ ທີ່ຜ່ານລາວ ຄືສາຍນຶ່ງ ແມ່ນສາຍ ຕາເວັນອອກ ຕາເວັນຕົກ ຈາກດານັງ ພາກກາງ ຂອງວຽດນາມ ໄປຫາທ່າ ກຳປັ່ນພະມ້າ ທີ່ບໍ່ໄກຈາກ ບາງກອກ ປະເທດໄທ ແລະອີກສາຍນຶ່ງ ເຊື່ອມຕໍ່ເໜືອ-ໄຕ້ ຄືຈາກຄຸນມິງ ແຂວງຍຸນນ່ານ ພາກໄຕ້ຂອງຈີນ ໄປເຖິງ ບາງກອກ ນັ້ນເປັນການເພີ່ມ ບັນຫາຫຍູ້ງຍາກ ທີ່ທ້າທາຍ ຊຶ່ງຈະມາຈາກ ການລັກລອບ ຢາເສບຕິດ ຫລືສິ່ງທີ່ຜິດ ກົດໝາຍຜ່ານ ແລະເປັນການຍາກ ສຳລັບອົງການ ກວດກາຊາຍແດນ ໃນການປະຕິບັດ ລະບຽບກົດໝາຍ ຕ້ານການຄ້າ ຢາເສບຕິດຕ່າງໆ ຊຶ່ງໃນຂະນະນີ້ ຂະໜາດຂອງການ ລັກລອບຢາເສບຕິດ ແມ່ນເກີນຄວາມ ສາມາດ ຂອງທາງການລາວ ທີ່ຈະຈຳກັດ ໄວ້ໄດ້.
ໃນຂົງເຂດ ດັ່ງກ່າວ ລາວ ມີຄວາມສາມາດ ທີ່ຈຳກັດຫລາຍ ເພື່ອເຮັດໃຫ້ ວຽກງານ ການເຄື່ອນໃຫວ ມີປະສິດທິພາບ ທາງການລາວ ຈະຕ້ອງໄດ້ ອາໃສ ການຮ່ວມມື ກັບປະເທດ ເພື່ອນບ້ານ ແລະການຮ່ວມມື ຣະດັບພາກພື້ນ ເປັນສ່ວນໃຫຍ່ ໃນການ ສະກັດກັ້ນ ການລັກລອບ ລຳລຽງ ຢາເສບຕິດ ໃຫ້ໂທດແລະ ສິນຄ້າຜິດ ກົດໝາຍ. ເວົ້າເຖິງການ ຮ່ວມມື 2 ຝ່າຍ ແລະຫລາຍຝ່າຍ ແກ່ລາວ ໃນການຕໍ່ຕ້ານ ຢາເສບຕິດ ກໍມີຫລາຍ ປະເທດ ແລະອົງການ ຈັດຕັ້ງສາກົນ ຮວມທັງ ສະຫະ ປະຊາຊາດ ກໍຕັ້ງໜ້າສນັບສນູນ ຊ່ວຍເຫລືອ ເປັນຢ່າງດີ ຕລອດມາ.
ໃນໄລຍະ 20 ກວ່າປີມານີ້ ສະຫະຣັດ ອາເມຣິກາ ກໍໃຫ້ການ ຊ່ວຍເຫລືອລາວ ໃນຄວາມ ພະຍາຍາມ ລຸດຜ່ອນ ການປູກຝິ່ນ ຢູ່ລາວ ໄດ້ຢ່າງມີ ປະສິດທິພາບ.
ການຊ່ວຍເຫລືອ ຂອງສະຫະຣັດ ເວົ້າສະເພາະ ໃນປີ 2008 ແມ່ນເນັ້ນໃສ່ ແກ້ໄຂບັນຫາ ໃນຊຸມຊົນທີ່ ເຄີຍປູກຝິ່ນ ຊຶ່ງບໍ່ທັນໄດ້ຮັບການ ຊ່ວຍເຫລືອ ດ້ວຍຮ່ວມມື ກັບຄະນະ ກັມມະການ ກວດກາ ແລະຄວບຄຸມ ຢາເສບຕິດ ແຫ່ງຊາດລາວ, ກົມກວດກາ ຢາເສບຕິດ ໜ່ວຍງານຕ້ານ ຢາເສບຕິດ ແລະ ຂແນງການຕ່າງໆ ທີ່ກ່ຽວ ຂ້ອງກັບບັນຫາ ຕ້ານຢາເສບຕິດ ຕລອດເຖິງ ອົງການຄວບຄຸມ ຢາເສບຕິດ ຂອງສະຫ ະປະຊາຊາດ UNODC ເຮັດໃຫ້ ການປູກຝິ່ນ ຢູ່ລາວ ລຸດລົງ ຢ່າງເປັນປວັດ ການ ຄືໃນປີ 2008 ອົງການ UNODC ປະເມີນວ່າ ມີການປູກຝິ່ນ ຢູ່ລາວ 1,500 ເຮັກຕາ.
ມີຫລາຍໆຄົນ ເຊື່ອວ່າ ຖ້າຫາກ ຣັຖບານລາວ ເພີ່ມຄວາມເອົາ ໃຈໃສ່ ເພີ່ມງົບປະມານ ໃນການ ຊ່ວຍເຫລືອ ປະຊາຊົນ ທີ່ເຊົາປູກຝິ່ນ ດ້ວຍການປູກພືດ ອື່ນທົດແທນ ຫລືວ່າລ້ຽງສັດ ຫລືວ່າ ປະກອບ ອາຊີບອື່ນ ຊ່ວຍບຳບັດ ຜູ້ຕິດຢາ ເສບຕິດ ຊຶ່ງຂະນະນີ້ ມີການ ປະເມີນວ່າ ມີຜູ້ຕິດຢາ ຝິ່ນປະມານ 14,000 ຄົນ ຜູ້ຕິດຢາບ້າ ປະເພດ ATS ປະມານ 60,000 ຄົນ ແລະຜູ້ເສບຢາ ເສບຕິດ ປະເພດຕ່າງໆ ເປັນຄັ້ງຄາວ ປະມານ 200,000 ຄົນ ແລະພ້ອມທັງ ເຄັ່ງຄັດ ໃນການປະຕິບັດ ຣະບຽບ ກົດໝາຍ ໃນການປາບປາມ ຢາເສບຕິດ ໃຫ້ລຸດຜ່ອນລົງ ແລະໝົດຊິ້ນໄປ ຫລືໄດ້ ຕາມແຜນແມ່ບົດ ກ່ຽວກັບການ ຄວບຄຸມ ຢາເສບຕິດ ແຫ່ງຊາດ ຂອງ ລາວ ແຕ່ປີ 2009 ຫາປີ 2013 ບໍ່ແມ່ນວ່າຈະ ຄອງຖ້າແຕ່ ການຊ່ວຍເຫລືອ ຈາກສາກົນ ຈຶ່ງຈະແກ້ ໄຂບັນຫາ ນັ້ນໄດ້.