ການພັທນາ ທີ່ບໍ່ຄົງຕົວ ໃນ ສປປລາວ
2009.03.04
ຫລັງຈາກ ຍຶດອຳນາດໃໝ່ໆ ຣັຖບານ ສປປລາວ ບໍ່ມີວິທີ ສ້າງສາ ພັທນາ ປະເທດຊາດ ແນວອື່ນ ນອກຈາກອາໃສ ແຕ່ການ ຕັດໄມ້ ສົ່ງອອກ ໄປຂາຍຕ່າງປະເທດ. ຣັຖບານ ອະນຸຍາດໃຫ້ ກອງທັບ ປະຊາຊົນລາວ ຕັ້ງບໍຣິສັດ ພັທນາ ເຂດພູດອຍ ຂື້ນຢູ່ເຂດບ້ານ ຫລັກຊາວ ເມືອງຄຳເກີດ ແຂວງບໍຣິຄຳໄຊ.
ບໍຣິສັດ ດັ່ງກ່າວ ມີຊື່ເປັນ ບໍຣິສັດ ພັທນາເຂດ ພູດອຍ ຊຶ່ງຈະມີໜ້າ ທີ່ຊ່ວຍ ພັທນາ ເຂດຊົນນະບົດ ແຕ່ໃນ ສະພາບຄວາມເປັນ ຕົວຈິງ ມີແຕ່ຕັດໄມ້ ອອກໄປຂາຍ ຕ່າງ ປະເທດ ຈົນເຮັດໃຫ້ ປ່າໄມ້ ແລະຕົ້ນໄມ້ໃນ ເຂດນັ້ນແລະ ໃນທົ່ວ ປະເທດລາວ ຖືກຕັດ ໄປເກືອບໝົດແລ້ວ.
ປັດຈຸບັນ ປະເທດລາວ ມີກົດໝາຍ ຫ້າມສົ່ງ ໄມ້ທ່ອນອອກຕ່າງ ປະເທດ ແຕ່ພວກຄ້າໄມ້ ເຖື່ອນທີ່ສົມ ຮູ້ຮ່ວມຄິດກັບ ເຈົ້າໜ້າທີ່ຜູ້ ສໍ້ຣາສບັງຫລວງ ພັດຍັງລັກລອບ ຕັດໄມ້ສົ່ງອອກ ໄປປະເທດ ເພື່ອນບ້ານຫລາຍຢູ່ ເປັນຕົ້ນສົ່ງອອກ ໄປວຽດນາມ ຊຶ່ງມີໂຮງງານ ໂຕະຕັ່ງເຟີນີເຈີ ຫລາຍ ບໍ່ເທົ່ານັ້ນ ທາງການລາວ ຍັງອະນຸຍາດ ຂາຍ ໄມ້ແປຮູບຫລື ໄມ້ສຳເຣັດຮູບ ອອກຕ່າງປະເທດ ດັ່ງ ສະມາຊິກ ສະພາແຫ່ງ ຊາດລາວ ທ່ານນຶ່ງ ໄດ້ກ່າວເຖິງ ບັນຫານີ້ຢູ່ ກອງປະຊຸມ ສະພາເມື່ອ ປີກາຍວ່າ:
ຣັຖບານ ຍັງອາໃສການ ຂາຍໄມ້ ເພື່ອຈະມີຣາຍ ໄດ້ໄປບໍຣິຫານ ແລະສ້າງສາພັທນາ ປະເທດຊາດ ຍ້ອນດັ່ງນັ້ນ ປ່າໄມ້ແລະຕົ້ນ ໄມ້ຢູ່ລາວຈຶ່ງ ນັບມື້ນັບໝົດໄປ. ອົງການພິພັກ ຮັກສາສັດປ່າ WWF ຣາຍງານວ່າ ເມື່ອຊຸມປີ 1970 ປ່າໄມ້ຢູ່ລາວ ຍັງປົກຄຸມເຖິງ 70 ສ່ວນຮ້ອຍຂອງພື້ນ ທີ່ທັງໝົດຂອງ ປະເທດ ແຕ່ປັດຈຸບັນ ຍັງເຫລືອພຽງແຕ່ 37 ສ່ວນຮ້ອຍ ຖ້າປ່າໄມ້ລາວ ຍັງຖືກທຳຣາຍ ຢ່າງວ່ອງໄວໃນ ຣະດັບນີ້ຕໍ່ໆໄປ ອີກບໍ່ເຖິງ 30 ປີ ປະເທດລາວ ຈະບໍ່ມີປ່າໄມ້ ເຫລືອເລີຍ.
ປ່າໄມ້ແລະ ຕົ້ນໄມ້ເປັນ ຊັບພະຍາກອນ ທັມມະຊາດ ທີ່ໝົດເປັນ ຕົ້ນໄມ້ຕົ້ນນຶ່ງ ຕ້ອງໃຊ້ເວລາ ເຖິງເຄິ່ງເຊັ່ນຄົນ ຈຶ່ງໃຫຍ່ພໍໃຊ້ ການໄດ້ ຄຳອະທິບາຍ ທັງໝົດທີ່ກ່າວ ມານັ້ນ ສະແດງໃຫ້ເຫັນ ວ່າການ ພັທນາເສຖກິດ ໂດຍອາໃສ ການຕັດໄມ້ຂາຍ ເປັນການພັທນາ ທີ່ບໍ່ຍືນຍົງ ຄົງຕົວ.
ວິທີພັທນາ ເສຖກິດ ຂອງ ຣັຖບານລາວ ອີກຢ່າງນຶ່ງ ຣັຖບານ ອາໃສ ການຂຸດຄົ້ນບໍ່ແຮ່ ຂແນງການນີ້ ກໍເຊັ່ນດຽວກັນ ກັບການຕັດໄມ້ ບໍ່ຍືນຍົງຄົງ ຕົວເລີຍ ຣັຖບານ ກຳລັງເປີດໃຫ້ ຕ່າງປະເທດລົງທຶນ ຂຸດຄົ້ນບໍ່ແຮ່ ປັດຈຸບັນ ບໍຣິສັດ ຕ່າງປະເທດກວ່າ 400 ບໍຣິສັດ ກຳລັງຂຸດຄົ້ນ ບໍ່ແກ້ວ ບໍ່ຄຳ ເງິນທອງກົ່ວຊືນ ແລະອື່ນໆຢູ່ລາວ. ຣັຖບານລາວ ກຳລັງ ສົ່ງເສີມການ ຂຸດຄົ້ນບໍ່ແຮ່ ດັ່ງເຈົ້າໜ້າທີ່ ຂັ້ນສູງຂອງລາວ ທ່ານນຶ່ງເວົ້າວ່າ:
ແຮ່ທາດ ກໍເປັນ ຊັບພະຍາກອນ ທັມມະຊາດ ທີ່ໝົດເປັນ ຕົວຢ່າງ ບໍ່ຄຳເຊໂປນ ທີ່ແຂວງ ສວັນນະເຂດ ຜລິດຄຳໄດ້ ໜ້ອຍລົງແລ້ວ ນັບແຕ່ປີກາຍ ເປັນຕົ້ນມາ ປີກ່ອນ ຜລິດຄຳໄດ້ເຖິງ 2 ແສນອ່ອນຊ໌ ແຕ່ປີກາຍໄດ້ ພຽງແຕ່ເຄິ່ງນຶ່ງ ຂອງຈຳນວນນັ້ນ ເທົ່ານັ້ນ ນັ້ນສະແດງໃຫ້ ເຫັນວ່າ ຄຳມີໜ້ອຍລົງ ແລະຈະໝົດໄປ ໃນບໍ່ເທົ່າໃດປີ ຂ້າງໜ້າ ການຂຸດຄົ້ນບໍ່ ຄຳໂດຍທົ່ວໄປ ແລະໄລ່ສະເລັ່ຍ ຈະຍາວນານໄດ້ ພຽງປະມານ 15 ປີ 15 ປີກໍໝົດ ການຂຸດບໍ່ຄຳ ເຊໂປນ ໄດ້ດຳເນີນມາ ເຄິ່ງນຶ່ງຂອງເວລາ ນັ້ນແລ້ວ ບໍ່ແຮ່ຍິ່ງຮ້າຍ ກວ່າປ່າໄມ້ ປ່າໄມ້ຍັງ ສາມາດ ປູກຫລືເຕີບໃຫຍ່ ຂຍາຍຕົວ ຟື້ນຄືນໄດ້ ແຕ່ບໍ່ແຮ່ເມື່ອ ໝົດແລ້ວ ກໍໝົດໄປ ໝົດໄປເລີຍ ສະນັ້ນ ຈຶ່ງເວົ້າໄດ້ວ່າ ການອາໃສການ ຂຸດຄົ້ນບໍ່ແຮ່ ເປັນການຫາຣາຍ ໄດ້ຊົ່ວຄາວ ຊົ່ວຣະຍະ ໃດນຶ່ງເທົ່ານັ້ນ ມັນບໍ່ ສາມາດຍືນຍົງ ຍາວຄົງຕົວໄດ້ ດົນນານ.
ບັດມາສຶກສາ ເບິ່ງການ ສ້າງເຂື່ອນ ຈະເປັນການ ພັທນາ ທີ່ຍືນຍົງບໍ່? ຄຳຕອບ ກໍຄື ບໍ່ຍືນຍົງພໍ ເທົ່າໃດ ເພາະວ່າ ກ່ອນອື່ນໝົດ ການສ້າງ ເຂື່ອນໄຟຟ້າ ທຳຣາຍພື້ນ ທີ່ດິນບ່ອນຢູ່ ບ່ອນທຳມາຫາກິນ ປ່າໄມ້ແລະສັດປ່າ ຫລາຍເກີນໄປ ສ້າງຄວາມເສັຍຫາຍ ຢ່າງມະຫາສານ ຕໍ່ສະພາບ ແວດລ້ອມ ຜົນເສັຍຫາຍ ເຫລົ່ານີ້ ເມື່ອຖືກ ທຳຣາຍແລ້ວ ກໍຖືກທຳຣາຍ ໄປເລີຍ ຢູ່ຕໍ່ໜ້າເຂື່ອນ ກໍຈະກາຍເປັນ ທະເລ ດິນຫາຍສາບສູນ ໄປເລີຍ ໃຊ້ການແນວອື່ນ ບໍ່ໄດ້ ຕົ້ນໄມ້ ຖ້າຕັດບໍ່ທັນ ກໍຖືກນ້ຳຖ້ວມ ແລະສັດປ່າ ຖ້າໜີບໍ່ທັນ ກໍຕາຍ ຜົນເສັຍຫາຍອີກ ຢ່າງນຶ່ງ ໃນເວລາ ເຂື່ອນເກີດ ອຸບປະຕິເຫດ ເພພັງ ຍິ່ງມີຜົນ ເສັຍຫາຍຮ້າຍແຮງ ຄົນ ບ້ານເຮືອນ ຊັບສົມບັດ ແລະ ພື້ນທີ່ຢູ່ ພາກລຸ່ມ ຈະໄດ້ຮັບຄວາມ ຫາຍຍະນະ ຢ່າງຂນານໃຫຍ່ ຖ້າບໍ່ເກີດ ອຸບປະຕິເຫດ ເຂື່ອນກໍຄືກັບ ຕຶກອາຄານ ບໍ່ຍືນຍົງຄົງ ຕົວຕລອດໄປ ມີອາຍຸຈຳກັດ ໃນ ກໍຣະນີ ເຂື່ອນຢູ່ລາວ ທຸກໆເຂື່ອນ ບໍຣິສັດ ສ້າງເຂື່ອນ ຈະເປັນເຈົ້າຂອງ ເປັນເວລາ 30 ປີ ແລ້ວຈຶ່ງໂອນໃຫ້ ເປັນຂອງ ຣັຖບານລາວ ບັນຫາມີຢູ່ວ່າ ເຂື່ອນທີ່ຖືກ ໂອນ ນັ້ນຈະມີອາຍຸ ຕື່ມອີກຈັກປີ ຈະມີອາຍຸ ຕື່ມອີກ 30 ປີບໍ່ ລວມທັງໝົດເປັນ 60 ປີບໍ່? ເຖິງຈະມີ ອາຍຸຍາວນານ ເຖິງປານນັ້ນ ເມື່ອເຖິງ ເວລານັ້ນ ເຂື່ອນກໍຈະ ເກົ່າແກ່ ຫລາຍແລ້ວ ອາດຈະເພພັງ ໄດ້ງ່າຍໆ ການສ້າງເຂື່ອນເປັນ ທຸຣະກິດ ທີ່ບໍ່ຍືນຍົງ ອີກຢ່າງນຶ່ງ ການສ້າງເຂື່ອນຈະ ຈ້າງຄົນງານ ໃນສະເພາະ ເວລາສ້າງ ເທົ່ານັ້ນ ເມື່ອສ້າງແລ້ວ ກໍແລ້ວໄປ ຈະບໍ່ສ້າງ ວຽກງານ ໃຫ້ແກ່ປະຊາ ຊົນລາວສືບຕໍ່ ໄປເປັນເວລາ ດົນນານ ຫລັງຈາກ ສ້າງສຳເຣັດ ໝົດຢ່າງ ຈະຕ້ອງການ ຄົນງານ 20-30 ຄົນ ເພື່ອເຝົ້າແລະ ບໍຣິຫານງານໄປ ແຕ່ລະມື້ແຕ່ລະວັນ ເທົ່ານັ້ນ ຄົນລາວ ຍັງຈະຫວ່າງງານ ບໍ່ມີວຽກເຮັດ ບໍ່ມີຣາຍໄດ້ ແລະກໍຍັງທຸກ ຍາກຂາດເຂີນຢູ່ ຄືເກົ່າ ສະນັ້ນ ການສ້າງເຂື່ອນ ຈຶ່ງບໍ່ເປັນການ ພັທນາ ທີ່ຍືນຍົງຄົງ ຕົວບໍ່ເທົ່າໃດ.
ການປູກພືດສິນ ຄ້າເດ່ ເປັນການພັທນາ ທີ່ຍືນຍົງບໍ່? ກໍຄືກັບການ ສ້າງເຂື່ອນ ໃນເບື້ອງຕົ້ນ ຈະທຳຣາຍດິນ ປ່າໄມ້ແລະ ຕົ້ນໄມ້ ເພາະຕ້ອງບຸກເບີກ ບໍ່ຕ່າງຫຍັງກັບ ເຮັດໄຮ່ ຕ້ອງຖາງປ່າ ຕັດຕົ້ນໄມ້ກ່ອນ ແລ້ວຈູດ ຈຶ່ງຈະປູກພືດ ສິນຄ້າໄດ້ ເຊັ່ນປູກ ຢາງພາຣາ ສາລີ ອ້ອຍ ຖົ່ວຫລືຝ້າຍ ການປູກຢາງພາຣາ ຕ້ອງໃຊ້ເວລາ ດົນນານ ຢ່າງໜ້ອຍເຈັດປີ ຈຶ່ງສາມາດຂີດ ຢ່າງໄດ້ ບັນຫານຶ່ງອີກ ດິນທີ່ໃຊ້ປູກ ຢາງພາຣາແລ້ວ ຈະກາຍເປັນດິນ ທີ່ເຈືອດຈາງແລະ ແຫ້ງແລ້ງ ຈະບໍ່ເໝາະສົມ ສຳຣັບການປູກ ພືດຢ່າງ ອື່ນເລີຍ.
ການພັທນາ ທີ່ບໍ່ຍືນຍົງ ທີ່ສຸດໃນລາວ ກໍແມ່ນການຖາງ ປ່າເຮັດໄຮ່ ບໍ່ພຽງແຕ່ບໍ່ ເປັນການພັທນາ ແບບບໍ່ຍືນຍົງ ຄົງຕົວເທົ່ານັ້ນ ແຕ່ຍັງເປັນການ ທຳຣາຍປ່າໄມ້ ຕົ້ນໄມ້ ດິນແລະບ່ອນ ຢູ່ອາໃສ ຂອງສັດ ທຳຣາຍ ຮອດອາກາດແລະ ຄວາມຊຸມຂອງດິນ ຟ້າອາກາດ ເຈົ້າໜ້າ ທີ່ທາງການລາວ ທ່ານນຶ່ງ ອະທິບາຍວ່າ ຕື່ມວ່າ:ການເຮັດໄຮ່ ນັບມື້ນັບ ທຳຣາຍປ່າໄມ້ ປີນຶ່ງໆ ປ່າໄມ້ ຖືກທຳຣາຍຫລາຍ ພັນຫລາຍແສນ ເຮັກຕາຣ໌ ຕົ້ນໄມ້ຖືກຕັດ ຖິ້ມຊື່ໆຫລາຍ ພັນຕົ້ນ ດິນແລະປ່າໄມ້ ທີ່ຖືກ ທຳຣາຍ ຕ້ອງໃຊ້ເວລາ ເຖິງເຊັ່ນຄົນນຶ່ງ ຈຶ່ງຈະຟື້ນຕົວ ຄືນໄດ້ ພູຜາຢູ່ລາວ ກາຍເປັນ ພູຫົວໂລ້ນ ກໍຍ້ອນການຖາງ ປ່າເຮັດໄຮ່ ປ່າແຕ່ກ່ອນເຕັມ ໄປດ້ວຍຕົ້ນໄມ້ ໃຫຍ່ໆງາມໆ ສັດແລະພືດ ນານາຊະນິດ ແຕ່ດຽວນີ້ກາຍ ເປັນປ່າຫຍ້າຂີວ ຫຍ້າຄ່າຫລື ຫຍ້າເລົາ ປ່າໄມ້ຫລາຍໆ ເຂດຢູ່ລາວ ຖືກທຳຣາຍໄປ ຕລອດເລີຍ.
ສລຸບແລ້ວ ຣັຖບານລາວ ປະຕິບັດ ຕາມແຜນການ ພັທນາ ສັງຄົມ ເພື່ອຫລຸດຜ່ອນຄວາມ ຍາກຈົນ ແຕ່ແຜນການນັ້ນ ລ້ວນແລ້ວ ແຕ່ອາໃສ ຊັບພະຍາກອນ ທັມມະຊາດ ເປັນຕົ້ນ ອາໃສປ່າໄມ້ ຕົ້ນໄມ້ ບໍ່ແຮ່ ການສ້າງເຂື່ອນ ໄຟຟ້າ ແລະການປູກຢາງ ພາຣາ ແລະພືດສິນຄ້າ ຊະນິດອື່ນໆ ແຕ່ການ ພັທນາ ໂດຍອາໃສ ຊັບພະຍາກອນ ທັມມະຊາດ ເຫລົ່ານີ້ ພັດເປັນການ ພັທນາ ທີ່ບໍ່ຍືນຍົງ ຄົງຕົວ ຊັບພະຍາກອນ ທັມມະຊາດ ນັບມື້ມີໜ້ອຍ ຖອຍລົງ ມື້ໃດມື້ນຶ່ງ ກໍຈະໝົດໄປ.