ການສ້າງສາ ພັດທະນາ ໃຫຍ່ໆ ອາດຈະກໍ່ ໃຫ້ເກີດ ພັຍພິບັດ

ເປັນໄປໄດ້ບໍ່ ວ່າ ໂຄງການສ້າງສາ ພັດທະນາ ໃຫຍ່ໆ ອາດຈະກໍ່ໃຫ້ເກີດ ພັຍພິບັດ ຊຶ່ງ ເຂົ້າໃຈວ່າເປັນ ພັຍທັມມະຊາດ
ໂພໄຊສວັດ
2009.02.12

ຄວາມຫາຍານະ ຊຶ່ງເກີດຈາກພັຍ ທັມມະຊາດເປັນເຫດການ ທີ່ເກີດຂື້ນໂດຍ ທັມມະຊາດ ທີ່ບໍ່ມີຜູ້ໃດ ຈະກະຕວງຫລືປ້ອງກັນ ລ່ວງໜ້າໃຫ້ ທັນທ່ວງທີໄດ້. ພັຍທັມມະຊາດທີ່ຜ່ານໆມາ ກໍມີ ລົມພະຍຸໃຕ້ຝຸ່ນ, ແຜ່ນດິນໄຫວ, ນໍ້າຖ້ວມ, ດິນເຈື່ອນ, ຊູນາມິ, ໄຟໄມ້ປ່າທັມມະຊາດ, ພູໄຟລະເບີດ ແລະ ອື່ນໆອີກ.

ໃນປັດຈຸບັນນີ້ ຫລາຍຄົນຄົງຈະ ໄດ້ຍິນໄດ້ຟັງແລະ ໄດ້ເຫັນກ່ຽວກັບເຫດ ໄຟໄໝ້ປ່າຢ່າງແຮງ ຢູ່ໃນຫລາຍໆເມືອງ ຣັຖ Victoria ທາງພາກໃຕ້ ຂອງ Australia. ເຈົ້າໜ້າທີ່ຕໍາຣວດ ຂອງຣັຖລາຍງານວ່າ ຣອດວັນທີ 10 ເດືອນກຸມພາ ມີຄົນເສັຍຊີວິດແລ້ວ 173 ຄົນ ແລະ ກວ່າ 100 ຄົນໄດ້ຣັບບາດເຈັບ. ໃນຂະນະດຽວກັນ ເຣືອນຊານກວ່າ 750 ຫລັງໄດ້ຖືກ ໄຟໄໝ້.

ເມື່ອປີກາຍນີ້ ເມື່ອເດືອນພຶດສະພາ ກໍມີເຫດພັຍ ທັມມະຊາດ ທີ່ຮ້າຍແຮງສອງຢ່າງ ເກີດຂື້ນຢູ່ໃກ້ໆກັບລາວ. ອັນທໍາອິດແມ່ນ ເຫດລົມພະຍຸ ໃຕ້ຝຸ່ນນາກິດສ ທີ່ພັດເຂົ້າທະລົ່ມ ເຂດແຫລມ ອີຣາວະດີ ກຸງຢ່າງກຸ້ງ ປະເທດພະມ່າ ເມື່ອວັນທີ 2. ຈາກເຫດການຄັ້ງນັ້ນ ພົບວ່າມີ ຜູ້ຄົນເສັຍຊີວິດ ແລະຫາຍສາບສູນ ຢ່າງໜ້ອຍ 146,000 ຄົນ. ເມື່ອເຫດວິບັດ ດັ່ງກ່າວເກີດຂື້ນ ມີປະຊາຊົນກວ່າ 2 ລ້ານຄົນຂາດທີ່ຢູ່ອາສັຍ. ເຖິງຢ່າງໃດກໍຕາມ ໂຕເລກເລົ່ານີ້ ອາດຈະບໍ່ ຖືກ ຕ້ອງຕາມຄວາມ ເປັນຈິງຍ້ອນວ່າທາງ ການຮັຖບານທະຫານ ພະມ່າບໍ່ຍອມ ນັບຈໍານວນຜູ້ເສັຍ ຊີວິດຫລືຫາຍສາບສູນ ຍ້ອນບໍ່ຢາກໃຫ້ ຈໍານວນເສັຍຫາຍ ກະທົບກະເທືອນ ດ້ານການເມືອງ.

ເມື່ອວັນທີ 12 ຕໍ່ມາ ກໍມີເຫດແຜ່ນດິນ ໄຫວທີ່ຮ້າຍແຮງຂື້ນ ພາຍໃນຮອບ 30 ປີ ຢູ່ແຂວງເຊຊວນ ຂອງປະເທດຈີນ ແທກຄວາມແຮງ ຕາມຂີດໄດ້ 7.8 ຣິກເຕີ້. ແຜ່ນດິນໄຫວ ໃນຄັ້ງນີ້ ຫຼາຍແຫ່ງເກີດ ສັ່ນສະເທືອນ. ຄວາມສະເທືອນໄປໄກ ທົ່ວເອເຊັຍຕາເວັນ ອອກສ່ຽງໄຕ້ຮອດ ທາງເໜືອຂອງລາວ ບາງກອກປະເທດໄທຍ ກຸງຮາໂນຍວຽວນາມ ແລະ ກຸງໄທເປ ໄຕ້ຫວັນ.

ປະຊາຊົນຕາມໝູ່ບ້ານ ເມືອງຫຼວງນ້ຳທາ ໄດ້ກ່າວວ່າມີຄວາມ ຮູ້ສຶກເຖິງການ ສັ່ນສະເທືອນດັ່ງທີ່ ທ້າວ ແດງ ເພັດສະວ່າງ ປະຊາຊົນຈາກ ຫຼວງນ້ຳທາເວົ້າວ່າ:

ກ່ຽວກັບຄວາມແຮງ ສັ່ນສະເທືອນມານີ້ ຄືຊິບໍ່ສູງ ຄືເມືອງຫຼວງນ້ຳທາ ຄືມີຄວາມຮູ້ສຶກ ແຕ່ບໍ່ຮຸນແຮງປານໃດ ຄື 5 ຫາ 10 ວິນາທີ ນີ້ແຫຼະ.ເຈົ້າໜ້າທີ່ຈາກ ແຂວງພາກເໜືອ ກໍໄດ້ສອບສວນ ເຖິງການເສັຍຫາຍ ຕາມໝູ່ບ້ານຕ່າງໆ ແລະໄດ້ເວົ້າວ່າ:

ຜົນກະທົບກໍ ແນ່ນອນ ມີແຕ່ເຮັດໃຫ້ ຂັວນເສັຍແລະ ກຳລັງໃຈປະຊາຊົນ ແຕກຕື່ນພຽງເລັກນ້ອຍ ຍ້ອຍຄວາມສັ່ສະເທືອນ ຊົ່ວລະຍະນຶ່ງເທົ່ານັ້ນ ຖືວ່າເທື່ອນີ້ຈະບໍ່ມີ ຜົນກະທົບຫຍັງ ຮຸນແຮງຕໍ່ຊັບສິນ ຫຼືວ່າປະຊາຊົນເນ໊າະ.

ເຫດການແຜ່ນດິນໄຫວ ໃນຄັ້ງນີ້ທາງການ ຈີນ ລາຍງານວ່າ ມີຜູ້ເສັຍຊີວິດ ຣອດ 70,000 ເກືອບ 4 ແສນຄົນ ໄດ້ຣັບບາດເຈັບ ແລະ ອາດຣອດ 11 ລ້ານຄົນ ບໍ່ມີທີ່ຢູ່ອາສັຍ.

ພັຍທັມມະຊາດທີ່ ໃຫຍ່ໆຊຶ່ງເກີດຂື້ນ ເມື່ອວັນທີ 26 ທັນວາ ປີ 2004 ກໍແມ່ນເຫດ ຊູນາມິ ຫລື ມີຊື່ແທ້ວ່າ ຊູນາມິ ມະຫາສະມຸດ ອິນເດັຍ. ຊູນາມິ ແມ່ນຟອງ ທະເລຍັກ ທີ່ພັດຂື້ນຖ້ວມຝັ່ງ ຫລັງຈາກເກີດ ແຜ່ນດິໄຫວຢູ່ ພື້ນທະເລ. ຊູນາມິ ມະຫາສະມຸດ ອິນເດັຍ ນີ້ເຣັດໃຫ້ມີ ຜູ້ເສັຍຊີວິດ ກວ່າ 3 ແສນຄົນ.

ແຫລ່ງຂ່າວຈາກທາງການ ບາງບ່ອນຢືນຢັນວ່າ ອາດມີຜູ້ເສັຍຊີວິດ ໂດຍກົງແລະທາງອ້ອມ ຣອດ 1 ລ້ານຄົນ. ນອກຈາກນີ້ກໍຍັງມີ ພັຍທັມມະຊາດ ທີ່ສ້າງຄວາມ ເສັຍຫາຍໃຫ້ແກ່ ຊຸມຊົນໃນໂລກອີກ ທີ່ນັບບໍ່ຖ້ວນເຊັ່ນ ນໍ້າຖ້ວມ, ດິນຕົມເຈື່ອນ, ພູໄຟລະເບີດ ລົມຫົວກຸດ ແລະອື່ນໆອີກ.

ຄວາມຫາຍຍານະ ທີ່ໄດ້ເກີດຂື້ນ ອາດຈະເຫັນວ່າ ເປັນພັຍທັມມະຊາດ ທັງໝົດຍ້ອນຄວາມ ເສັຍຫາຍທີ່ຍິ່ງໃຫຍ່ ມະຫາສານ ແລະ ເຫັນວ່າມັນເກີດເອງ.
ເຖິງຢ່າງໃດກໍຕາມ ນັກວິທະຍາສາດ ໄດ້ເລີ້ມສົງໃສ ແລະ ພາກັນສຶກສາຄົ້ນຄວ້າ ກ່ຽວກັບພັຍທັມມະຊາດ ວ່າເປັນພັຍອັນຕະລາຍ ທີ່ເກີດມາຈາກ ທັມມະຊາດ ແທ້ບໍ່?

ເມື່ອເດືອນພຶດສະພາ ປີ 2006 ພູໄຟໄດ້ແຕກຂື້ນ ຢູ່ໃກ້ເມືອງ Surabaya ເມືອງໃຫຍ່ທີສອງຂອງ Indonesia, ເຣັດໃຫ້ດິນຕົມຮ້ອນ ຊຶ່ງຜົ່ນອອກມາຈາກ ພູເຂົາໄຟໄຫລຖ້ວມ 12 ໝູ່ບ້ານ ເຮັດໃຫ້ຜູ້ຄົນກວ່າ 50,000 ຄົນບໍ່ມີບ່ອນຢູ່ອາສັຍ. ຈາກເຫດການນີ້ ໃຜໆກໍຄິດວ່າ ເປັນພັຍທັມມະຊາດ ແຕ່ ນັກວິທະຍາສາດ ໄດ້ກ່າວວ່າ ບໍລິສັດພະລັງງານ PT Lapindo Bratas ທີ່ໃຊ້ແກດສ ເຈ້າະດິນຢູ່ອ້ອມແອ້ມ ພູດັ່ງກ່າວເຣັດໃຫ້ ດິນຕົມຮ້ອນ ພຸ້ງອອກມາຈາກ ພູເຂົາໄຟ. ແຕ່ ທາງບໍລິສັດ ປະຕິເສດ ແລະວ່າເປັນຍ້ອນ ການປ່ຽນແປງ ຂອງຜິວໜັງຂອງໂລກ.

ສໍາລັບແຜ່ນດິນໄຫວ ທີ່ຮ້າຍແຮງຢູ່ແຂວງ Sichuan ຂອງປະເທດຈີນ ທີ່ໄດ້ເວົ້າມາແລ້ວ ເມື່ອປີກາຍນີ້ ນັ້ນນັກວິທະຍາສາດ ກໍໄດ້ກ່າວເຕືອນ ກ່ຽວກັບການ ຫາຍຍານະ ທິ່ອາດຈະເກີດຂື້ນອີກ ຫລັງຈາກທີ່ ເຂື່ອນກັ້ນນ້ຳ ໄດ້ຖືກກ່າວຫາວ່າ ເປັນຕົ້ນເຫດ ໃນເຫດການ ແຜ່ນດິນໄຫວຄັ້ງນັ້ນ.

ຜູ້ຊ່ຽວຊານກ່າວວ່າ ເຫດແຜ່ນດິນໄຫວ ທີ່ສ້າງຄວາມ ຫາຍຍານະ ຢູ່ທາງພາກ ຕາເວັນຕົກສ່ຽງໃຕ້ ແຂວງ Sichuan ຂອງຈີນ ເມື່ອວັນທີ 12 ເດືອນ ພຶດສະພາ ປີ 2008 ອາດເປັນເພາະ ໂຄງການສ້າງ ເຂື່ອນພະລັງໄຟຟ້າ ນໍ້າຕົກໃນຂົງເຂດນີ້ກໍໄດ້.

ທ່ານ Fan Xiao ຫົວໜ້ານັກ ວິສະວາກອນ ຈາກກຸ່ມຄົ້ນຄວ້າ ດ້ານແຜ່ນດິນໄຫວ ຜະແນກດິນ ແລະບໍ່ແຫ່ແຂວງ Sichuan ກ່າວໃນການໃຫ້ສໍາພາດ ຕໍ່ໜັງສືພິມ Guangzhou ເມື່ອວັນທີ 22 ພຶດສະພາ ວ່າ ເຂື່ອນຫລາຍແຫ່ງຕາມ ລຳແມ່ນໍ້າ Minjiang ໃນເຂດ Zipingpu ໄດ້ກໍ່ອ່າງຂັງນໍ້າ ທີ່ກວ້າງໃຫຍ່ ມີເສັ້ນຂະໜານ ຕາມເລວ ບ່ອນແຜ່ນດິນໄຫວ.

ທ່ານ Yang Yong ນັກຄົ້ນຄວ້າ ດ້ານແຜ່ນດິນໄຫວ ເຫັນພ້ອມກັບ ທ່ານ Fan ໄດ້ຂໍຮ້ອງໃຫ້ຜູ້ ຊ່ຽວຊານສືບສວນ ຕໍ່ໄປອີກເພື່ອຄົ້ນຫາ ຄວາມເປັນຈິງ. ທ່ານ Yang ກ່າວວ່າ ເປັນທີ່ຮັບຮູ້ ທົ່ວໂລກວ່າ ອ່າງເກັບນໍ້າໃຫຍ່ໆ ຂອງເຂື່ອນເປັນສະນວນ ຂອງ ການເກີດແຜ່ນດິນໄຫວ.

ເຖິງຢ່າງໃດກໍຕາມ ໃນກໍຣະນີຂອງ ເຂດ Zipingpu ການພົວພັນລະຫວ່າງ Wenchuan ແລະ ແຜ່ນດິນໄຫວ ຕ້ອງໄດ້ຮັບການ ຢືນຢັນ ຈາກກຸ່ມຄົ້ນຄວ້າ ດ້ານແຜ່ນດິນໄຫວ ອີກເທື່ອນຶ່ງ.

ເຖິງຢ່າງໃດກໍຕາມ ສປປລາວ ບໍ່ເຄີຍເກີດ ພັຍທັມມະຊາດທີ່ ຣ້າຍແຮງນອກຈາກ ເກີດນ້ຳຖ້ວມແລະ ດິນຕົມເຈື່ອນ ປະຈຳປີ ແລະກໍບໍ່ໄດ້ສ້າງ ຄວາມຫາຍຍານະ ທີ່ຫລວງຫລາຍ ໃຫ້ແກ່ປະເທດ, ແຕ່ການທີ່ມີຫລື ຈະມີອ່າງເກັບນ້ຳໃຫຍ່ໆ ຈາກການສ້າງເຂື່ອນໄຟຟ້າ ພະລັງນ້ຳ ຈະບໍ່ໍກໍ່ໃຫ້ເກີດ ພັຍພິບັດທີ່ ຊຶ່ງເຂົ້າໃຈວ່າ ເປັນຍ້ອນພັຍ ທັມມະຊາດບໍ່?

ຕາມແຜນການຫລືທີ່ ກໍາລັງພັດທະນາ ຢູ່ເອເຊັຍຕາ ເວັນອອກສຽງໃຕ້ ກໍາລັງແຂ່ງຂັນກັນ ທີ່ຈະມີໂຄງການສ້າງ ເຂື່ອນພະລັງ ໄຟຟ້ານ້ຳຕົກ ເຊັ່ນວຽດນາມ, ກໍາພູຊາ, ພະມ່າ ແລະ ສປປລາວ ກໍມີໂຄງການ ຫລື ທີ່ກໍາລັງສ້າງ ຫລືມີຢູ່ແລ້ວ ຣອດ 75 ແຫ່ງ.

ຫາກສັງເກດໃຫ້ ຄັກແນ່ຈະເຫັນວ່າ ລາວ ຢູ່ລະຫວ່າງກາງ ອ່າງເກັບຮັກສາ ນ້ຳທີ່ໃຊ້ໃນໂຄງການ ເຂື່ອນພະລັງໄຟຟ້າ ນ້ຳຕົກຊຶ່ງພັຍວິບັດ ທີ່ເກີດຈາກອ່າງ ເກັບຮັກສານ້ຳ ມີຂື້ນແລ້ວຢູ່ ທາງພາກໃຕ້ ຂອງຈີນບໍ່ໄກຈາກ ພາກເໜືອຂອງລາວ.
 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.