ສປປລາວ ຮັບເງິນຕ່າງປະເທດ ເພື່ອປັບປຸງ ການເງິນ ຂອງຣັຖ

ສປປລາວ ໄດ້ຮັບເງິນ ຊ່ວຍເຫລືອຈາກຕ່າງ ປະເທດຫລາຍ ເພື່ອປັບປຸງ ຣະບົບການເງິນຂອງຣັຖ ໃຫ້ເຂັ້ມແຂວງ.
ອາວະຣີ
2009.02.03

ສປປລາວ ເປັນປະເທດ ທີ່ມີບັນຫາ ການເງິນ ຣັຖບານ ຂາດເຂີນ ງົບປະມານ ທຸກໆປີ ແລະມີການ ສໍ້ຣາສບັງ ຫລວງຫລາຍ. ຍ້ອນດັ່ງນັ້ນ ຣັຖບານ ແລະອົງການ ຊ່ວຍເຫລືອ ຕ່າງປະເທດ ຈຶ່ງໃຫ້ການ ຊ່ວຍເຫລືອແກ່ ປະເທດລາວ ເພື່ອປັບປຸງ ຣະບົບ ການເງິນ ໃຫ້ດີຂື້ນ. ເມື່ອສົກ ງົບປະມານປີ 2007-2008 ທະນາຄານ ພັທນາ ເອເຊັຍ ຫລືເອດີບີ ໄດ້ໃຫ້ເງິນ ຊ່ວຍເຫລືອແກ່ ຣັຖບານລາວ 8 ແສນແລະ 5 ໝື່ນດອນລ່າ ສະຫະຣັຖ ເພື່ອປັບປຸງ ຣະບົບການເງິນ ຂອງລາວ ໃຫ້ເຂັ້ມແຂງ ໃຫ້ມີ ປະສິດທິພາບ ໃຫ້ໂປ່ງໃສ ແລະຢ່າງມີ ຄວາມຮັບ ຜິດຊອບ.

ເງິນຊ່ວຍ ເຫລືອນຶ່ງ ແນ່ໃສ່ເພື່ອ ປັບປຸງ ວິທີຈັດ ງົບປະມານ ວິທີບັນທຶກ ແລະຣາຍງານ ຣາຍໄດ້ ຣາຍຈ່າຍ ຂອງຣັຖບານ. ອີກໂຄງການນຶ່ງ ທະນາຄານ ພັທນາ ເອເຊັຍ ໄດ້ຈັດຕັ້ງ ໂຄງການ ເພື່ອພັທນາ ຂແນງການເງິນ ໃນເຂດ ຊົນນະບົດ ຂອງລາວ. ໂຄງການນີ້ມີ ເງິນທັງໝົດເຖິງ 10 ລ້ານດອນລ່າ ສະຫະຣັຖ ສຳຣັບຊ່ວຍ ຈັດຕັ້ງ ທະນາຄານ ໃນເຂດທ້ອງຖິ່ນ ເພື່ອປະຊາຊົນສາ ມາດຝາກເງິນ ແລະຢືມເງິນ ໄປໃຊ້ໃນ ການພັທນາໄດ້. ເງິນສ່ວນນຶ່ງ ຈາກໂຄງການ ຖືກຈັດໄວ້ ສະເພາະເພື່ອ ຊ່ວຍປະຊາຊົນ ຜູ້ທຸກຍາກ ຖ້າຜູ້ໃດ ທຸກຍາກ ບໍ່ມີເງິນທຶນ ຈະເຮັດ ທຸຣະກິດ ການງານ ຜູ້ທຸກຍາກ ກໍສາມາດ ຂໍເງິນຊ່ວຍ ເຫລືອຫລື ຂໍຢືມເງິນ ຈາກ ທະນາຄານໄດ້.

ອົງການ ຊ່ວຍເຫລືອຂອງ ອອສເຕຣເລັຍ ກໍໃຫ້ເງິນ ຊ່ວຍເຫລືອແກ່ ສປປລາວ ເພື່ອປັບປຸງ ຣະບົບການເງິນ ໃດ້ດີຂື້ນ ເຊັ່ນກັນ. ສຳຣບແຕ່ປີ 2008 ຈົນເຖິງ ປີ 2011 ຣັຖບານ ອອສເຕຣເລັຍ ໄດ້ໃຫ້ເງິນ ຊ່ວຍເຫລືອລາວ ປະມານ 1 ລ້ານແລະ 5 ແສນດອນລ່າ ສະຫະຣັຖ ເພື່ອປັບປຸງ ຣະບົບການ ບໍຣິຫານ ເງິນທັງໃນຣະດັບ ສູນກາງ ແລະ ຣະດັບແຂວງ. ອີກໂຄງການ ໃຫຍ່ນຶ່ງ ໃນຣະຍະ ຫົກປີທີ່ ຜ່ານມາ ອອສເຕຣເລັຍ ໄດ້ໃຫ້ເງິນ ຊ່ວຍເຫລືອເຖິງ 35 ລ້ານດອນລ່າ ສະຫະຣັຖ ແກ່ຫລາຍ ປະເທດ ໃນອາຊ່ຽນ ລວມທັງ ສປປລາວ ເພື່ອປັບປຸງ ວິທີການ ເກັບພາສີອາກອນ ແລະການ ບໍຣິຫານ ທະນາຄານ.

ສະຫະພາບ ຢູໂຣບ ກໍໄດ້ໃຫ້ ການຊ່ວຍເຫລືອ ທາງດ້ານ ການເງິນແກ່ ສປປລາວ ໂດຍ ຕລອດ; ປັດຈຸບັນ ສະຫະພາບຢູໂຣບ ກຳລັງໃຫ້ ເງິນສນັບສນູນ ໂຄງການ ປັບປຸງການ ບໍຣິຫານເງິນ ຂອງທາງການ ລາວໃຫ້ ເຂັ້ມແຂງ ເງິນຊ່ວຍເຫລືອ ໃນໂຄງການ ດັ່ງກ່າວ ມີທັງໝົດ ປະມານ 4 ລ້ານດອນລ່າ ສະຫະຣັຖ ສຳຣັບ ແຕ່ປີ 2008 ຈົນເຖິງປີ 2011. ຈຸດປະສົງ ຂອງໂຄງການ ນີ້ແມ່ນເພື່ອ ປະຕິຮູບ ຣະບົບການ ບໍຣິຫານ ການເງິນ ຂອງກະຊວງ ການເງິນຂອງລາວ ໃຫ້ດີຂື້ນ.

ປະເທດ ຝຣັ່ງເສດ ກໍໃຫ້ເງິນ ຊ່ວຍເຫລືອ ເພື່ອປັບປຸງ ຣະບົບການ ບໍຣິຫານ ການເງິນຂອງ ກະຊວງການເງິນ ຂອງລາວ ເຊັ່ນກັນ. ຣັຖບານ ຝຣັ່ງເສດ ໃຫ້ເງິນຊ່ວຍ ເຫລືອ 7 ແສນ ແລະ 8 ໝື່ນດອນລ່າ ສະຫະຣັຖ ນັບແຕ່ປີ 2005 ຈົນເຖິງປີ 2008 ສະເພາະເພື່ອ ປັບປຸງຣະບົບ ການຈັດ ງົບປະມານ ໂດຍໃຫ້ກະຊວງ ການເງິນ ຂອງລາວ ໃຊ້ເຄື່ອງ ຄອມພິວເຕີ ໃນການຄິດໄລ່ ແລະຈັດແຈງ; ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງການເງິນ ໄດ້ກ່າວ ກ່ຽວກັບ ເຣື່ອງນີ້ຕໍ່ ສະພາແຫ່ງຊາດ ເມື່ອ ປີກາຍວ່າ: ນອກຈາກນັ້ນ ເງິນຊ່ວຍເຫລືອ ຈຳນວນນີ້ ຍັງຊ່ວຍ ປັບປຸງຣະບົບ ການຄວບຄຸມ ແລະກວດກາການ ໃຊ້ເງິນ ງົບປະມານ ໃຫ້ເຂັ້ມງວດຂື້ນ ແລະຊ່ວຍຝຶກ ອົບຣົມເຈົ້າ ໜ້າທີ່ ກະຊວງການເງິນ ຂອງລາວໃນທຸກ ກົມກອງແລະ ຂແນງການ ໃຫ້ຮູ້ຈັກ ວິທີ່ບໍຣິຫານ ການເງິນ ໃຫ້ມີ ປະສິດທິພາບ ພ້ອມທັງ ຕັ້ງສູນຝຶກ ອົບຣົມ ຂື້ນຢູ່ ກະຊວງການເງິນ ຂອງລາວ ເພື່ອດຳເນີນ ການຝຶກອົບຣົມ ເຈົ້າໜ້າທີ່ ເປັນປະຈຳ.

ສ່ວນໂຄງການ ພັທນາ ສະຫະປະຊາຊາດ ຫລື UNDP ໄດ້ຈັດໂຄງການ ນຶ່ງຂື້ນເພື່ອຊ່ວຍ ຣັຖບານລາວ ເອີ້ນວ່າ ໂຄງການ ປະຕິຮູບ ການປົກຄອງ. ໂຄງການ ນີ້ມີຈຸດ ປະສົງ ເພື່ອຍົກ ຣະດັບ ຄວາມຮູ້ ຄວາມສາມາດ ຂອງເຈົ້າໜ້າທີ່ ທາງການລາວ ໃນດ້ານການ ວາງແຜນ ການບໍຣິຫານ ການເງິນແລະ ການປົກຄອງ. ໂຄງການ ພັທນາ ສະຫະປະຊາຊາດ ຢາກໃຫ້ ການດຳເນີນ ໃນຂແນງ ເຫລົ່ານີ້ມີ ປະສິດທິພາບ ແລະໂປ່ງໃສ. ໂຄງການນີ້ ຕ້ອງການເງິນ ທຶນປະມານ 10 ລ້ານແລະ 3 ແສນ ດອນລ່າ ສະຫະຣັຖ; ຈົນເຖິງ ປັດຈຸບັນ ທາງໂຄງການ ພັທນາ ສະຫະປະຊາຊາດ ໄດ້ອອກ ທຶນຊ່ວຍ ໄປແລ້ວປະມານ 1 ລ້ານດອນລ່າ, ກອງທຶນເພື່ອ ການພັທນາ ຊຶ່ງກໍເປັນ ຜແນກການ ນຶ່ງຂອງ ສະຫະປະຊາຊາດ ເຊັ່ນກັນ ອອກເງິນ ສນັບສນູນ ໄປແລ້ວ 7 ແສນດອນລ່າ, ອົງການ ເພື່ອການ ພັທນາ ແລະການ ຮ່ວມມືຂອງ ສະວິດເຊີແລ່ນ ຊ່ວຍ 3 ລ້ານແລະ 5 ແສນດອນລ່າ ແລະປະເທດ Luxembourg ຊ່ວຍ 4 ລ້ານດອນລ່າ. ໃນຂະນະນີ້ ໂຄງການ ດັ່ງກ່າວ ຍັງຕ້ອງ ການເງິນ ຊ່ວຍ ເຫລືອ ຕື່ມປະມານ 1 ລ້ານແລະ 1 ແສນດອນລ່າ. ອີກໂຄງການ ນຶ່ງທີ່ໂຄງ ການພັທນາ ສະຫະປະຊາຊາດ ໄດ້ຈັດຕັ້ງຂື້ນ ເພື່ອຊ່ວຍ ປັບປຸງ ຣະບົບ ການເງິນ ຂອງ ລາວ ກໍແມ່ນ ໂຄງການຊ່ວຍ ທາງການລາວ ໃຫ້ຮູ້ຈັກ ໃຊ້ເງິນຊ່ວຍເຫລືອ ຢ່າງມີ ປະສິດທິພາບ ປັດສະຈາກ ການສໍ້ຣາສ ບັງຫລວງ. ໂຄງການນີ້ ມີເງິນຢູ່ 2ລ້ານແລະ 5 ແສນ ດອນລ່າ: 1 ລ້ານເຄິ່ງ ໄດ້ມາຈາກ ໂຄງການ ພັທນາ ສະຫະປະຊາຊາດ ເອງ ອີກນຶ່ງລ້ານ ມາຈາກການ ບໍຣິຈາກ ຂອງທະນາຄານ ພັທນາ ເອເຊັຍ ແລະ ປະ ເທດ Luxembourg ຜູ້ລະເຄິ່ງ ລ້ານດອນລ່າ. ໂຄງການນີ້ ໄດ້ຕັ້ງເປົ້າໝາຍ ໄວ້ວ່າຢາກໃຫ້ ຣັຖບານລາວ ຮູ້ຈັກນຳໃຊ້ ເງິນຊ່ວຍເຫລືອ ຢ່າງມີ ປະສິດທິພາບ ແລະ ໂປ່ງໃສ ໃຫ້ໃຊ້ເງິນ ຊ່ວຍເຫລືອເພື່ອ ການພັທນາ ປະເທດຊາດ ແລະໃຫ້ອອກໝາກ ອອກຜົນ ຢ່າງແທ້ຈິງ. ສະມາຊິກ ສະພາແຫ່ງ ຊາດລາວ ທ່ານນຶ່ງ ໄດ້ກ່າວເຖິງ ສະພາບ ດັ່ງກ່າວນີ້ ເມື່ອປີກາຍວ່າ:

ທະນາຄານໂລກ ກໍເປັນສະຖາບັນ ການເງິນສາກົນ ທີ່ໃຫ້ການ ຊ່ວຍເຫລືອແກ່ ສປປລາວ ເປັນປະຈຳ ເຊັ່ນກັນໂຄງ ການຊ່ວຍລາວ ກໍແມ່ນ ໂຄງການ ຊ່ວຍປັງປຸງ ການດຳເນີນ ງານຂອງ ຄະນະຄວບຄຸມ ຣາຍຈ່າຍຂອງ ຣັຖບານລາວ. ໂຄງການນີ້ ມີເງິນຢູ່ 11 ລ້ານດອນລ່າ ສະຫະຣັຖ ສຳຣັບ 9 ປີ ນັບແຕ່ປີ 2002 ເປັນຕົ້ນມາ ຈົນເຖິງປີ 2011. ໂຄງການນີ້ ຢາກຊ່ວຍໃຫ້ ມີການ ປະຕິຮູບ ສາມຢ່າງ ຄືປະຕິຮູບ ບໍຣິສັດ ຂອງຣັດ ປະຕິຮູບ ການບໍຣິຫານ ຣາຍໄດ້ ຣາຍຈ່າຍ ແລະປະຕິຮູບ ການ ທະນາຄານ.

ທະນາຄານໂລກ ໄດ້ວາງຈຸດປະສົງ ໄວ້ຢ່າງ ແຈ່ມແຈ້ງຕື່ມວ່າ 1.ຈະຊ່ວຍ ຣັຖບານ ປະຕິບັດ ຕາມກົດໝາຍ ງົບປະມານ ສະບັບໃໝ່, 2. ປັບປຸງ ການເຮັດວຽກ ຂອງ ຄັງເງິນ ແຫ່ງຊາດລາວ ແລະ 3. ປັບປຸງ ການກວດກາ ການເງິນ ໃຫ້ເຂັ້ມງວດ. ຕໍ່ຣັດ ວິສາຫະກິດ ໂຄງການນີ້ ມີຈຸດປະສົງ ເພື່ອຊ່ວຍໃຫ້ ບໍຣິສັດ ຂອງຣັດເຫລົ່ານີ້ ດຳເນີນ ກິດຈະການ ໄປຕາມກົດເກນ ການຕລາດ ແລະໃຫ້ມີ ກຳໄຣ. ຣັດວິສາຫະກິດ ຂອງລາວໃຫຍ່ໆ ກໍມີ ນ້ຳປະປາ ການໄຟຟ້າ ໂທຣະຄົມ ມະນາຄົມ ແລະສາຍ ການບິນລາວ. ປັດຈຸບັນ ບໍຣິສັດ ເຫລົ່ານີ້ ກຳລັງ ປະຕິບັດ ຕາມຄຳ ແນະນຳຂອງ ທະນາຄານໂລກ ຄືເກັບຄ່າ ບໍຣິການ ແພງຂື້ນ ເພື່ອຢູ່ລອດ ແລະເພື່ອໃຫ້ ມີກຳໄຣ.ໂຄງການ ຊ່ວຍເຫລືອ ສປປລາວ ທີ່ກ່າວມານັ້ນ ເປັນສ່ວນນຶ່ງ ຂອງການຊ່ວຍ ເຫລືອທັງໝົດ ຂອງປະເທດ ເທົ່ານັ້ນ ຕາມຣາຍງານ ຂອງທະນາຄານໂລກ;

ສຳຣັບ ໂຄງການອື່ນໆ ຂ້າພະເຈົ້າ ອາດຈະນຳ ມາສເນີທ່ານ ເພິ້ມຕື່ມໃນ ໂອກາດໜ້າ. ຢ່າລືມວ່າ ສປປລາວ ໄດ້ຮັບການ ຊ່ວຍເຫລືອຈາກ ຕ່າງປະເທດ ທັງໝົດກວ່າ 400 ລ້ານ ດອນລ່າ ສະຫະຣັຖ ຕໍ່ປີ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.