ບ້ານລາວໃນປະເທດໄທ ( ຕອນ 16 )


2007.11.20

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ແລະ ຮັກແພງ

ໃນບົດກ່ອນນີ້ ເຮົາໄດ້ຮູ້ເຖິງ ການຍ້າຍຖິ່ນ ຂອງຄົນລາວພວນ ແລະຄົນໄທດຳ ໃນສະໄໝ ກຣຸງຣັດຕະນະໂກສິນ ສະເພາະ ໃນຣັຊການທີ 1 ຊຶ່ງຄົນລາວ ທີ່ຖືກນຳພາໄປສຍາມ ແມ່ນຄົນລາວ ຈາກເມືອງພວນ ຫຼືທີ່ສຍາມຮ້ອງວ່າ “ລາວພວນ” ສາຍເຫດກໍເປັນເພາະວ່າ ເຈົ້ານັນທະເສນ ຕ້ອງການຈະໄດ້ຄົວລາວ ທີ່ຖືກກວາດຕ້ອນ ໄປໄວ້ທີ່ແຂວງສະຣະບູຣີຂອງ ສຍາມກັບຄືນວຽງຈັນ ຈຶ່ງພຽນພະຍາຍາມ ເຮັດຄວາມດີ ໃຫ້ຖືກໃຈສຍາມ. ແຕ່ພໍເຮັດວຽກແລ້ວໆ ກັບປາກົດວ່າ ເຈົ້າຊີວິດ ຂອງສຍາມບໍ່ຍອມໃຫ້ ຈຶ່ງເປັນເຫດ ໃຫ້ເຈົ້ານັນທະເສນ ກໍ່ກະບົດ ຕໍ່ສຍາມ ແຕ່ກໍບໍ່ສຳເຣັດ ຈົນເຮັດໃຫ້ເຈົ້ານັນທະເສນ ຖືກສຍາມຖອດອອກ ຈາກຕຳແໜ່ງ ເຈົ້າເມືອງວຽງຈັນ. ແລະ ສັປະດານີ້ ຈະໄດ້ກ່າວເຖິງການຍ້າຍຖິ່ນ ຂອງຄົນລາວ ໃນສະໄໝ ກຣຸງຣັດຕະນະ ໂກສິນ ໃນຣັຊການທີ 

( ສຽງເສບດົນຕຼີ ຫຼື ແຄນກໍໄດ້ )

ໃນສະໄໝຣັຊການທີ 2 ຂອງກຣຸງຣັດຕະນະໂກສິນ ຂອງສຍາມ ຫຼືພຣະບາດ ສົມເດັດ ພຣະພຸທທະເລິດ ຫຼ້ານະພາໄລ ນັ້ນ ຄວາມສັມພັນ ຣະຫວ່າງບາງກອກ ກັບຫົວເມືອງລາວ ເປັນໄປຢ່າງສງົບ ຮຽບຮ້ອຍ ແຕ່ກໍມີເຫດການສຳຄັນ ອັນນຶ່ງ ເກີດຂຶ້ນ ໃນ ປີ ຄ.ສ. 1819 ຄືເກີດເຫດ ການບໍ່ສງົບ ໃນຄວາມເຫັນ ຂອງສຍາມ ມັນຄືການກໍ່ກະບົດ ໂດຍການນຳພາ ຂອງ ຜູ້ທີ່ສຍາມຮ້ອງ ຢ່າງຢຽດຢາມວ່າ “ອ້າຍສາກຽດໂງ້ງ” ຫຼື “ອ້າຍສາເກັດໂງ້ງ” ຫຼືບາງເທື່ອກໍ່ຮ້ອງວ່າ “ສາເກດໂງ້ງ” ແຕ່ບາງເອກະສານ ກໍຮ້ອງວ່າ “ອ້າຍສາຂຽດໂງ້ງ”.

ຕາມຂໍ້ມູນ ຂອງຝ່າຍໄທ ຈາກປຶ້ມ “ປະວັດສາດ ອີສານ” ຂອງ ເຕີມ ວິພາກພົດຈະນະກິດ ເວົ້າເຖິງປະວັດຂອງ “ຄູບາສາ” ເອົາໄວ້ວ່າ ກ່ອນທີ່ຈະບວດ ເປັນພຣະນັ້ນ ທ້າວສາເປັນຄົນ ບ້ານຫຼຸບເລົາເຕົາປູນ ເມືອງສາຣະບູຣີ ຕອນທີ່ເປັນພຣະ ແຕ່ເດີມນັ້ນເປັນພຣະ ທີ່ທຳຜິດພຣະທັມ ວິໄນ ຫຼືພາສາບາລີຮ້ອງວ່າ “ອະລັດຊີ” ແລະສາຍເຫດ ທີ່ຖຶກໃສ່ນາມມະຍົດ ກໍເປັນເພາະວ່າ ພຣະສາ ຫຼື ຄູບາສາ ເປັນຄົນທີ່ມີຮ່າງຄີງສູງ ແລະຍ້ອນວ່າ ມີຂາຍາວຄືຂາຂຽດ ກໍເລີຍມີ ຜູ້ຕັ້ງນາມມະຍົດໃຫ້ວ່າ “ສາຂຽດໂງ້ງ” ແລະສາຍເຫດ ທີ່ໄດ້ນາມມະຍົດ ອີກອັນນຶ່ງວ່າ “ສາເກັດໂງ້ງ” ນັ້ນກໍເປັນເພາະວ່າ ຄູບາສາ ເປັນຂີ້ກາກ ເປັນຄາບເປັນເກັດເຕັມຕົວ ເລີຍໄດ້ຍາມມະຍົດວ່າ “ສາເກັດໂງ້ງ”.

( ສຽງເສບດົນຕຼີ ຫຼື ແຄນກໍໄດ້ )

ຂໍ້ມູນທາງຝ່າຍໄທ ຍັງຣະບຸອີກວ່າ ແຕ່ກ່ອນ ທີ່ຍັງເປັນພຣະຢູ່ນັ້ນ ພຣະສາໄດ້ທຸດົງໄປເຖິງ ພູໜ່ວຍນຶ່ງ ໃນແຂວງຈຳປາສັກ ສືບຕໍ່ມາພູໜ່ວຍນັ້ນ ເລີຍໄດ້ຊື່ວ່າ “ພູສາຂຽດໂງ້ງ”. ຄູບາສາ ໄດ້ຕັ້ງວັດຢູ່ເທິງພູ ໂດຍເອົາກ້ອນຫີນສູງ 4 ສອກ ມາຕັ້ງເປັນແທ່ນບູຊາ 2-3 ກ້ອນ. ແລ້ວຄູບາສາ ຈະໄປ-ມາທາງໃດ ກໍມະຫັບມະຫາຍ ເຮັດໃຫ້ຄົນບໍ່ເຫັນຕົວເຈົ້າຂອງ ຫຼືຫາຍຕົວໄດ້ ນັ້ນເອງ ຈຶ່ງເຮັດໃຫ້ ຄົນທັງຫຼາຍ ເຫັນວ່າເປັນຄົນມະຫັດສະຈັນ.

ຄູບາສາ ເຄີຍເອົາແວ່ນແກ້ວມາສ່ອງກັບແດດ ພໍແສງໄປຕົກໃສ່ເຊື້ອໄຟ ກໍເຮັດໃຫ້ໄຟລຸກຂຶ້ນ ແລ້ວກໍໂອ່ອວດວ່າ ຜູ້ກ່ຽວສາມາດຮ້ອງເອົາ “ໄຟຟ້າ” ມາເຜົາບ້ານເຜົາເມືອງ ຈົນໄໝ້ໝົດ ທັງໂລກໄດ້ ເລີຍຕັ້ງຕົນເອງ ເປັນຜູ້ວິເສດ ແລະຍ້ອນວ່າ ຄົນໃນແຂວງນີ້ເປັນ “ພວກຂ້າ” ຊຶ່ງຂໍ້ມູນຝ່າຍໄທ ຣະບຸວ່າເປັນພວກໂງ່ ເຂົາເບົາປັນຍາ ຈຶ່ງໄດ້ພາກັນນັບຖື ແລະເຂົ້າເປັນ ພັກພວກກັບພຣະສາ ເມື່ອມີກຳລັງຄົນຫຼາຍຂຶ້ນ ພຣະສາຈຶ່ງສ້າງຕັ້ງ ເປັນກອງທັບ.

ແຕ່ຂໍ້ມູນຂອງຝ່າຍໄທຄືກັນ ຈາກປຶ້ມ “ລາວໃນກຣຸງຣັດຕະນະໂກສິນ” ຂອງ ບັງອອນ ປິຍະພັນ ຣະບຸວ່າ “ສາເກັດໂງ້ງ” ໄດ້ສ້າງສັດທາ ໃຫ້ເກີດກັບຊາວບ້ານ ໃນເຂດຈຳປາສັກ ໂດຍສແດງ ອະພິນິຫານ ແລະອ້າງວ່າ ຕົວເອງນັ້ນເປັນ “ຂຸນເຈືອງ” ກະສັດ ຂອງຄົນເຜົ່າລາວ ແລະຂ້າ ຊຶ່ງມີຄວາມພີລະອາດຫານ ຊຶ່ງກັບຊາດມາເກີດ. ແລະວ່າ ແມ່ຂອງ “ສາກຽດໂງ້ງ” ເປັນຄົນວຽງຈັນ ຊຶ່ງຖືກກອງທັບສຍາມ ກວາດຕ້ອນໄປຢູ່ຈຳປາສັກ. ຂໍ້ມູນຈາກປຶ້ມຫົວດຽວກັນນີ້ ບອກອີກວ່າ “ສາກຽດໂງ້ງ” ບວດຕັ້ງແຕ່ໜ້ອຍຈົນເຖົ້າ ໂດຍມີ ຄວາມຮູ້ທາງທັມວິໄນເປັນຢ່າງດີ.

( ສຽງເສບດົນຕຼີ ຫຼື ແຄນກໍໄດ້  )

ກອງທັບຂອງພຣະສາ ຍົກລົງເຮືອ ທີ່ປາກຄອງຕາປຸງ ເມືອງສີທັນດອນ ທາງເໜືອ ກຽມຈະຍົກ ໄປຕີເອົາເມືອງ ຈຳປາສັກ. ທາງຝ່າຍເຈົ້າໝານ້ອຍ ຊຶ່ງເປັນເຈົ້ານະຄອນຈຳປາສັກ ໄດ້ຊາບຂ່າວ ຈຶ່ງແຕ່ງໃຫ້ເຈົ້າຄຳສຸກ ລູກຂອງເຈົ້າອຸປຮາດ ທັມມະເທໂວ ໄປສືບຂ່າວ ແລະເມື່ອສືບແລ້ວ ກໍມາແຈ້ງວ່າ ຂ້າເສິກ ມາທາງນ້ຳ ແນມເຫັນເຮືອແພ ເຕັມນ້ຳຂອງໄປໝົດ ເຈົ້າໝານ້ອຍ ໄດ້ຊາບຂ່າວ ກໍວິຕົກຍ້ອນວ່າ ຢ້ານກົວພວກຂ້າເສິກ ຈຶ່ງໄດ້ປຶກສາ ກັບແສນທ້າວພະຍາ ວ່າ ກຳລັງຂ້າເສິກ ເຂັ້ມແຂງຫຼາຍ ໃຫ້ຜ່ອນຜັນໃຫ້ຄອບຄົວ ຂອງບ່າວໄພ່ ໜີອອກໄປກ່ອນ ແລ້ວຈຶ່ງ ຄິດເລື້ອງການສູ້ຮົບພາຍລຸນ. ແລ້ວເຈົ້າໝານ້ອຍ ກໍພາຄອບຄົວໜີເຂົ້າປ່າດົງໄປ ອ້າຍສາກໍນຳເອົາພວກຂ້າ ເຂົ້າຢຶດຈຳປາສັກ ໄດ້ເມື່ອປີ ຄ.ສ. 1819 ທັບຂອງສາຂຽດໂງ້ງ ໄດ້ເກັບກວາດເອົາຊັບສົມບັດ ແລ້ວຈູດເຜົາເມືອງຈຳປາສັກ ຈົນເປັນເມືອງຮ້າງ.

ເວລານັ້ນ ເຈົ້າພຣະຍານະຄອນຣາຊສີມາ ຫຼືທອງອິນ ກຳລັງເທີ່ຍວປາບປາມຜູ້ຮ້າຍ ຢູ່ເມືອງ ໂຂງ ຈຶ່ງແຈ້ງຂ່າວ ໄປທາງບາງກອກ ແລ້ວເຈົ້າພຣະຍາ ນະຄອນຣາຊສີມາ ກັບພຣະໂພທິ- ສາຣາຊ ພຣະສີອັຄຄະຮາດເມືອງໂຂງ ໄດ້ເກນກອງທັບ ມາປາບພວກຂອງ “ສາຊຽດໂງ້ງ” ໄດ້ແຕກໄປ ທາງພູຍ່າປຸ ເມືອງອັຕຕະປື ທາງບາງກອກ ກໍໄດ້ສົ່ງພຣະຍາ ມະຫາອຳມາດ (ປ້ອມ) ກັບພຣະຍາສອນສຳແດງ ຄຸມກອງທັບ ອອກຈັບຕົວ “ສາຂຽດໂງ້ງ” ແຕ່ກໍຈັບບໍ່ໄດ້ ເຈົ້າພຣະຍາ ມະຫາອຳມາດ ຈຶ່ງຄຸມຕົວເຈົ້າໝານ້ອຍ ແລະຄອບຄົວ ລົງໄປບາງກອກ ແລະໄດ້ ສ້ຽງພະຊົນ ຫຼືເສັຽຊີວິດລົງ ທີ່ບາງກອກນັ້ນເອງ.

ຝ່າຍເຈົ້າອະນຸວົງ ໄດ້ຊາບເລື້ອງ ຈຶ່ງຂໍອາສາ ຈາກສຍາມ ໃຫ້ກອງທັບວຽງຈັນ ໂດຍໃຫ້ ເຈົ້າຣາຊບຸດ (ໂຍ້) ຍົກທັບໄປປາບ ຈົນຈັບຕົວ “ສາຂຽດໂງ້ງ” ໄດ້ ແລະເອົາຕົວໄປບາງກອກ ຕໍ່ມາ ໄດ້ມີການພິພາກສາໃສ່ໂທດ “ສາຂຽດໂງ້ງ” ໂດຍໃຫ້ຈຳຄຸກຕລອດຊີວິດ ສ່ວນວ່າ ພວກຂ້າທີ່ເປັນພັກພວກ ໃຫ້ໄປເປັນ “ຕະພຸ້ນຫຍ້າຊ້າງ” ຫຼື ຄົນລ້ຽງຊ້າງ.

( ສຽງເສບດົນຕຼີ ຫຼື ແຄນກໍໄດ້  )

ແຕ່ຂໍ້ມູນຂອງໄທ ບາງອັນກັບຣະບຸວ່າ “ເຈົ້າຜູ້ມີບຸນສາກຽດໂງ້ງ” ເລື່ອງລືໄປເຖິງຫູ ຂອງ ພຣະພຣົມພັກດີ ເຈົ້າເມືອງນະຄອນຣາຊສີມາ ຊຶ່ງໄດ້ຊັກຊວນກັນ ກໍ່ການກະບົດຕໍ່ສຍາມ ໂດຍຕົກລົງກັນວ່າ ຈະຮ່ວມມືກັນຕີຈຳປາສັກ ແລ້ວຈະໃຫ້ “ສາກຽດໂງ້ງ” ເປັນເຈົ້າເມືອງ. ດັ່ງນັ້ນແລ້ວ “ສາກຽດໂງ້ງ” ຈຶ່ງໄດ້ກ້ຽວກ່ອມພວກຂ້າ ຊຶ່ງເປັນຊົນເຜົ່າ ສ່ວນນ້ອຍໃນເຂດ ເມືອງສາລະວັນ ເມືອງຄຳທອງ ແລະເມືອງອັດຕະປື ທາງຝັ່ງຕາເວັນຕົກ ຂອງແມ່ນ້ຳຂອງ ເຂົ້າມາເປັນພັກພວກ ໄດ້ປະມານ 8,000 ຄົນ.

“ສາກຽດໂງ້ງ” ຈຶ່ງໄດ້ນຳພາ ກອງທັບເຂົ້າຕີຈຳປາສັກ ເຈົ້າເມືອງຈຳປາສັກ ສູ້ບໍ່ໄດ້ ຈຶ່ງໜີໄປ ບ້ານຈຽມ ແຂວງເມືອງອຸບົນ ຣາຊທານີ. ແລະເມື່ອຄວາມຊາບເຖິງ ເຈົ້າຊີວິດ ຂອງສຍາມ ຈຶ່ງແຕ່ງໃຫ້ເຈົ້າເມືອງ ນະຄອນຣາຊສີມາ ແລະເຈົ້າອະນຸວົງ ໄປປາບກອງທັບ ພາຍໃຕ້ການນຳພາ ຂອງເຈົ້າຣາຊບຸດ (ໂຍ້) ຈັບ “ສາກຽດໂງ້ງ” ໄດ້.</P> <P>ແຕ່ຢ່າງໃດກໍດີ ເຖິງແມ່ນວ່າ ຂໍ້ມູນຈະຍັງມີອັນແຕກຕ່າງກັນຢູ່ ແຕ່ວ່າເລື້ອງລາວຂອງ “ສາກຽດໂງ້ງ” ໃນບັ້ນສຸດທ້າຍ ກັບມີຂໍ້ຄວາມທີ່ສອດຄ້ອງກັນ ຄື ຜູ້ກ່ຽວໄດ້ຮັບຊະຕາກັມ ໂດຍການຖືກສົ່ງຕົວ ລົງໄປບາງກອກ. ແລະ “ສາກຽດໂງ້ງ” ກັບພັກພວກກໍຖືກໃສ່ໂທດ.

( ສຽງເສບດົນຕຼີ ຫຼື ແຄນກໍໄດ້  )

ເມື່ອນະຄອນຈຳປາສັກ ບໍ່ມີເຈົ້າເມືອງຜູ້ປົກຄອງ ເຈົ້າອະນຸວົງ ຈຶ່ງໄດ້ຂໍໃຫ້ ສົມເດັດ ເຈົ້າຟ້າກົມ ມະໝື່ນເຈດສະດາບໍດິນ ຊ່ວຍຂໍຣັຊການທີ່ 2 ໃຫ້ຕັ້ງເຈົ້າຣາຊບຸດ (ໂຍ້) ເປັນເຈົ້ານະຄອນຈຳປາສັກ ແລະໃຫ້ເຈົ້າຄຳປ້ອງ ໄດ້ເປັນເຈົ້າອຸປຮາດ ຊຶ່ງຣັຊການທີ 2 ກໍໃຫ້ອະນຸຍາດ ຕາມທີ່ຂໍ ແລະນັ້ນກໍເທົ່າກັບວ່າ ມີກຳລັງ ແລະ ມີອຳນາດຕື່ມຂຶ້ນໄປອີກ.

ແລະໃນສະໄໝ ພຣະບາດສົມເດັດ ພຣະພຸທທະເລິດຫຼ້ານະພາໄລ ຫຼືຣັຊການທີ 2 ຂອງກຣຸງ ຣັດຕະນະໂກສິນນີ້ ເຈົ້າອະນຸວົງ ຍັງປະຕິບັດຄຳສັ່ງ ຂອງບາງກອກເປັນຢ່າງດີ ຈຶ່ງບໍ່ມີເຫດ ການຮ້າຍແຮງເກີດຂຶ້ນ ແລະການຍົກຍ້າຍຖິ່ນ ຂອງຄົນລາວ ໃນສະໄໝນີ້ຈຶ່ງມີໜ້ອຍ ຈະມີແດ່ ກໍແຕ່ພຽງການຍ້າຍຖິ່ນ ຂອງຊາວລາວ ເມືອງນະຄອນພະນົມ ກັບລາວເມືອງພູຄັງ ເທົ່ານັ້ນ.

( ສຽງເສບດົນຕຼີ ຫຼື ແຄນກໍໄດ້  )

ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງລາວຂອງ “ແຕ່ອາດີດຫາປະຈຸບັນ ບ້ານລາວໃນໄທຍ” ໄດ້ໃໝ່ໃນສັປດາໜ້າ ຊຶ່ງຈະເປັນບົດທີ່ກ່າວລະອຽດ ເຖິງ ການຍົກຍ້າຍຖິ່ນ ຂອງຄົນລາວພູຄັງ ແລະ ລາວອາສາປາກນ້ຳ ຫຼືລາວເມືອງນະຄອນພະນົມ. ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.