ບ້ານລາວໃນປະເທດໄທ ( ຕອນ 15 )


2007.11.20
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ ໃນບົດກ່ອນນີ້ ເຮົາໄດ້ຮູ້ເຖິງ ການຍ້າຍຖິ່ນຂອງຄົນລາວ ທີ່ເຂົ້າໄປຢູ່ຫົວເມືອງຊັ້ນໃນ ໃນສະໄໝ ກຣຸງຣັດຕະນະໂກສິນ. ວ່າ ພາຍຫຼັງ ທີ່ໄດ້ຂຶ້ນຄອງຣາຊແລ້ວໆ ສົມເດັຈ ພຣະພຸທຍອດຟ້າ ຈຸລາໂລກ ຫຼື ຣັຊການທີ 1 ກໍໄດ້ຈັດການກັບວຽງຈັນ ໂດຍແຕ່ງຕັ້ງ ເຈົ້ານັນທະເສນ ຣາຊບຸດອົງໃຫຍ່ ຂອງ ເຈົ້າສິຣິບຸນຍະສານ ຂຶ້ນເປັນເຈົ້າເມືອງວຽງຈັນ ນັບແຕ່ນັ້ນ ລາວຈຶ່ງມີໜ້າທີ່ ປະຕິບັດນະໂຍບາຍສຍາມ ຕາມແຕ່ບາງກອກຈະສັ່ງ ແລະວຽກງານນຶ່ງ ທີ່ສຳຄັນ ຄືການເຕົ້າໂຮມຄົນລາວ ຕາມຫົວເມືອງຕ່າງໆ ແລ້ວສົ່ງໄປໃຫ້ສຍາມ ດັ່ງນັ້ນການອົບພະຍົບ ຂອງຄົນລາວໃນສະໄໝນີ້ ຈຶ່ງບໍ່ແມ່ນການກວາດຕ້ອນ ຂອງສຍາມໂດຍກົງ. ແລະສັປະດານີ້ ຈະໄດ້ກ່າວເຖິງ ການຍ້າຍຖິ່ນ ຂອງຄົນລາວພວນ ແລະຄົນໄທດຳ ໃນສະໄໝ ກຣຸງຣັດຕະນະໂກສິນ.

     ( ສຽງເສບດົນຕຼີ ຫຼື ແຄນກໍໄດ້  )

ໃນສະໄໝຂອງສົມເດັຈ ພຣະພຸທຍອດຟ້າ ຈຸລາໂລກ ຫຼື ຣັຊການທີ 1 ຂອງກຣຸງຣັດຕະນະ ໂກສິນ ຫຼືບາງກອກ ຊຶ່ງເປັນເມືອງຫຼວງ ຂອງສຍາມຈົນຮອດທຸກມື້ນີ້ນັ້ນ ຄົນລາວທີ່ຖືກນຳພາ ມາສຍາມ ແມ່ນຄົນລາວຈາກເມືອງພວນ ຫຼືທີ່ສຍາມຮ້ອງວ່າ “ລາວພວນ” ໂດຍຄົນລາວ ພວນ ໄດ້ຍົກຍ້າຍຖິ່ນ ເຂົ້າສູ່ສຍາມເຖິງ 2 ຄັ້ງ ດ້ວຍກັນ ຄື ເທື່ອທຳອິດ ໃນປີ ຄ.ສ. 1782 ສາຍເຫດກໍເປັນເພາະວ່າ ເຈົ້ານັນທະເສນ ຕ້ອງປະຕິບັດນະໂຍບາຍ ຂອງສຍາມ ສຍາມບອກ ໃຫ້ເຮັດຫຍັງ ກໍເຮັດຕາມຄຳບອກນັ້ນ. ສຍາມໄດ້ສນັບສນູນ ໃຫ້ວຽງຈັນເປັນຈຸດໃຈກາງ ໃນການຄວບຄຸມ ຫົວເມືອງລາວທັງຫຼາຍ ສະເພາະ ແມ່ນຫົວເມືອງລາວ ຝັ່ງຊ້າຍຂອງແມ່ນ້ຳຂອງ ແລະນອກຈາກ ການຄວບຄຸມຫົວເມືອງ ແລ້ວ ວຽງຈັນ ຍັງຕ້ອງມີໜ້າທີ່ໂຮມຜູ້ຄົນ ພ້ອມທັງຕ້ອງແຕ່ງເຄື່ອງຣາຊະບັນນາການ (ຂອງຕ້ອນເຈົ້າຊີວິດ) ໄປຖວາຍ ເຈົ້າຊີວິດຂອງສຍາມອີກດ້ວຍ. ການທີ່ເຈົ້ານັນທະເສນ ຕ້ອງປະຕິບັດນະໂຍບາຍ ຂອງສຍາມເປັນຢ່າງດີ ກໍຍ້ອນວ່າ ພະອົງ ຕ້ອງການຈະໄດ້ຄົວລາວ ທີ່ຖືກກວາດຕ້ອນ ໄປໄວ້ທີ່ແຂວງສະຣະບູຣີ ແຕ່ສະໄໝ ກຣຸງທົນບູຣີ ຊຶ່ງມີຈຳນວນ ຫຼາຍສິບພັນຄົນ ເພື່ອພາກັບຄືນວຽງຈັນຄືເກົ່າ ເຈົ້ານັນທະເສນ ຈຶ່ງຊົມໃຊ້ວິທີການ ທີ່ນິ່ມນວນ ໂດຍພຽນພະຍາຍາມ ເຮັດຄວາມດີຄວາມຊອບ ໃຫ້ຖືກໃຈສຍາມ.

 ດັ່ງເຊັ່ນໃນປີ ຄ.ສ. 1782 ພຣະອົງ ໄດ້ໃຫ້ພວກຂຸນນາງລາວ ໄປກ້ຽວກ່ອມຫົວເມືອງລາວ ທີ່ຢູ່ໄກເຖິງຊາຍ ແດນວຽດນາມ ແລະການກ້ຽວກ່ອມຄັ້ງນັ້ນ ໄດ້ເຮັດໃຫ້ເມືອງພວນ, ເມືອງຄຳເກີດ ແລະເມືອງລະຄອນ ມາອ່ອນຍອມ ມີການຖວາຍທັງ ເຄື່ອງຣາຊະບັນນາການ ພ້ອມທັງຄົວລາວພວນອີກດ້ວຍ. ເມືອງພວນນັ້ນ ເປັນເມືອງທີ່ຢູ່ຕິດແທດ ກັບຊາຍແດນວຽດນາມ ຈຶ່ງມັກຖືກວຽດນາມອ້າງວ່າ ເມືອງພວນ ເຄີຍສົ່ງເຄື່ອງຣາຊະບັນນາການ ໃຫ້ແດ່ວຽດນາມ ມາກ່ອນ ດັ່ງນັ້ນ ວຽດນາມຈຶ່ງ ຄວນຈະມີອຳນາດ ເໜືອເມືອງພວນ ແຕ່ທາງວຽງຈັນ ກໍໄດ້ພະຍາຍາມກ້ຽວກ່ອມ ໃຫ້ເມືອງພວນ ໄປຂຶ້ນກັບວຽງຈັນ ດັ່ງນັ້ນ ເມື່ອໃດທີ່ເມືອງພວນ ເອົາໃຈອອກຫ່າງ ວຽງຈັນ ກໍຈຶ່ງຍົກທັບ ໄປປາບ ເຊັ່ນ ໃນປີ 1792 ເຈົ້ານັນທະເສນ ໄດ້ຍົກທັບໄປຕີເມືອງພວນ ແລະເລີຍໄປຕີໄດ້ເມືອງແຖງອີກນຳ ແລ້ວຈຶ່ງ ກວາດຕ້ອນຄົວລາວພວນ ແລະລາວຊົງດຳ ຫຼືຄົນໄທດຳ ໄປຖວາຍສຍາມ ໃນຄັ້ງນັ້ນ ຈຳນວນຄົນລວມກັນ ມີປະມານ 4,000 ຄົນປາຍ. ພຣະບາດ ສົມເດັດ ພຣະພຸທທະຍອດຟ້າ ຈຸລາໂລກ ຈຶ່ງໄດ້ໃຫ້ຄົວລາວພວນ ແລະຄົນໄທ ດຳ ຕັ້ງບ້ານຢູ່ບາງກອກ ຊຶ່ງປະຈຸບັນນີ້ ຄືບໍຣິເວນທີ່ເປັນ ບ່ອນຕັ້ງໂຮງໜັງ (ໂຮງຮູບເງົາ) “ສະເຫຼີມກຣຸງ” ໃນປະຈຸບັນ ແລະຖນົນບໍຣິເວນນັ້ນ ຈຶ່ງຖືກຮ້ອງວ່າ “ຖນົນບ້ານລາວ” ແລະແຕ່ກ່ອນນີ້ ບໍຣິເວນນີ້ເຄີຍມີ ສາລາໂຮງທັມ ຂອງຄົນລາວ ຊຶ່ງຄົນບາງກອກຮ້ອງວ່າ “ສາລາບ້ານລາວ”.

( ສຽງເສບດົນຕຼີ ຫຼື ແຄນກໍໄດ້ )

ຫຼັງຈາກການກວາດຕ້ອນທັງສອງຄັ້ງນັ້ນແລ້ວ ກໍບໍ່ປາກົດວ່າ ມີການກວາດຕ້ອນຄົວ ລາວພວນ ໄປບາງກອກອີກເລີຍ ເພາະວ່າໃນ ຄ.ສ. 1794 ເຈົ້າເມືອງພວນ ໄດ້ສົ່ງເຄື່ອງຣາຊະບັນນາການ ມາອ່ອນຍອມຕໍ່ສຍາມ. ແລະກໍດ້ວຍເຫດນີ້ ຈຶ່ງໄດ້ເຮັດໃຫ້ສຍາມກັບ ວຽດນາມ ມີຂໍ້ຂັດຂ້ອງໝອງໃຈກັນ ດັ່ງໃນສະໄໝທີ່ ເຈົ້ານັນທະເສນ ຍົກທັບໄປຕີເມືອງພວນ ປາກົດວ່າ ວຽດນາມໄດ້ຍົກກອງທັບ ຈາກເມືອງເງອານ ມາຣົບກັບກອງທັບວຽງຈັນ ແລະໄດ້ເຮັດໃຫ້ກອງທັບສຍາມ ຕ້ອງຍົກໄປຊ່ວຍ ແຕ່ວ່າ ກອງທັບວຽດນາມ ໄດ້ຖອຍກັບຄືນໄປກ່ອນ. ຈຶ່ງຖືໄດ້ວ່າ ເມືອງພວນນັ້ນ ເປັນດິນແດນທີ່ມີການຍາດຊິງກັນຣະຫວ່າງ ສຍາມກັບວຽດນາມ ມາຕຼອດ ແລະ ທາງສຍາມ ກໍໄດ້ໃຊ້ນະໂຍບາຍ ເອົາປະຊາຊົນ ໜີມາໄວ້ບາງກອກ ເພື່ອຈະບໍ່ໃຫ້ເປັນກຳລັງແກ່ວຽດນາມ. ແລະດ້ວຍເຫດຜົນດຽວກັນ ຄົນໄທດຳ ຈຶ່ງຖືກສຍາມກວາດຕ້ອນ ໄປໄວ້ສຍາມ ຄືກັນກັບ ລາວພວນ ເພື່ອບໍ່ປ່ອຍໄວ້ ໃຫ້ເປັນກຳລັງ ແກ່ວຽດນາມ ແລະສຍາມອ້າງເຫດຜົນ ຂອງການກວາດຕ້ອນຄົນໄທດຳ ໃນຄັ້ງນີ້ ວ່າ ເພື່ອຈະຫາບ່ອນຢູ່ທີ່ປອດໄພ ໃຫ້ແກ່ຄົນໄທດຳ ແລ້ວກໍເອົາຄົນໄທດຳ ໄປໄວ້ທີ່ແຂວງເພັຊບູຣີ ໂດຍໄປລວມກັນ ກັບຄົນໄທດຳທີ່ໄປຢູ່ກ່ອນ.

     ( ສຽງເສບດົນຕຼີ ຫຼື ແຄນກໍໄດ້  )

ເມື່ອເອົາໃຈສຍາມ ໂດຍກວາດຕ້ອນຜູ້ຄົນ ໃຫ້ແກ່ສຍາມແລ້ວໆ ເຈົ້ານັນທະເສນ ກໍຕີຣາຄາວ່າ ສຍາມໜ້າຈະພໍໃຈແລ້ວ ພຣະອົງກໍຈຶ່ງໄດ້ມີສຸພະອັກສອນ ຫຼືໜັງສືໃນຄາວທີ່ສົ່ງເຄື່ອງ ຣາຊະບັນນາການ ແລະຄົວລາວພວນ ໄປໃຫ້ແກ່ສຍາມ ຊຶ່ງຂໍ້ຄວາມໃນສຸພະອັກສອນນັ້ນ ມີໃຈຄວາມຫຍໍ້ໆ ວ່າ “ຈະຂໍຮັບເອົາພຣະຍາດຕິວົງ ແລະຄອບຄົວ ຂ້າໄພ່ ຄືນມາໃສ່ບ້ານເມືອງຢ່າງເກົ່າ”. ແຕ່ກັບປາກົດວ່າ ເຈົ້າຊີວິດຂອງສຍາມ ບໍ່ຍອມໃຫ້ຕາມທີ່ຂໍ ຈຶ່ງເປັນເຫດໃຫ້ເຈົ້ານັນທະເສນ ກໍ່ກະບົດຕໍ່ສຍາມ ແຕ່ຄວາມພະຍາຍາມ ຂອງພຣະອົງ ບໍ່ປະສົບຄວາມສຳເຣັດ ແລະໄດ້ເຮັດໃຫ້ເຈົ້ານັນທະເສນ ຖືກສຍາມ ຖອດອອກຈາກຕຳແໜ່ງ ເຈົ້າເມືອງວຽງຈັນ.

ສາຍເຫດທີ່ເຮັດໃຫ້ ພຣະເຈົ້ານັນທະເສນ ຝັງໃຈຢາກໄດ້ຄົນລາວ ທີ່ແຂວງສະຣະບູຣີ ກັບຄືນ ວຽງຈັນນັ້ນ ກໍເພາະວ່າ ການກວາດຕ້ອນຄົນລາວ ເມື່ອຄາວທີ່ລາວແພ້ ຕໍ່ສຍາມນັ້ນ ມີຜົນສະທ້ອນຢ່າງຮຸນແຮງ ຕໍ່ວຽງຈັນ ຄື:

  1. ວຽງຈັນຕ້ອງຖືກຫຼຸດຖານະ ຈາກທີ່ເຄີຍເປັນເມືອງອິດສະຣະ ມີກຽດສເມີກັບອານາຈັກ ສຍາມ ມາເປັນຫົວເມືອງຂຶ້ນ ຕໍ່ກຣຸງທົນບູຣີ ແລະເຈົ້ານາຍບາງສ່ວນ ຍັງຕ້ອງກາຍເປັນຕົວ ປະກັນ.
  2. ການທີ່ຄົວລາວ ຖືກກວາດຕ້ອນໄປຫຼາຍສິບພັນຄົນ ໄດ້ທຳລາຍຖານະ ທາງເສດຖະກິດ ຂອງວຽງຈັນ ໃນທາງອ້ອມ ເພາະຫຼັງຈາກເຫດການຄັ້ງນັ້ນ ໄດ້ເຮັດໃຫ້ຊຸມຊົນຄົນວຽງຈັນ ບາງຊຸມຊົນ ຕ້ອງກາຍເປັນບ້ານຮ້າງ ແລະໄຮ່ນາບໍ່ມີຄົນເຮັດຄົນທຳ ສົ່ງຜົນສະທ້ອນ ໃຫ້ການເກັບສ່ວຍສາອາກອນ ແລະເກນແຮງງານ ກໍເຮັດບໍ່ໄດ້ເຕັມເມັດ ເຕັມໜ່ວຍ.
  3. ການທີ່ຄົວລາວແລະຣາຊະວົງວຽງຈັນ ຖືກກວາດຕ້ອນ ລົງໄປໄວ້ແຂວງສະຣະບູຣີ ແລະກຣຸງທົນບູຣີນັ້ນ ນອກຈາກຈະເຮັດໃຫ້ ເກີດການພັດພາກກັນ ຂອງໝູ່ຍາດຕິ ພີ່ນ້ອງແລ້ວ ຍັງທຳໃຫ້ຣາດສະດອນ ເສັຽຂວັນອີກດ້ວຍ.

ເຈົ້ານັນທະເສນ ຈຳເປັນຈະຕ້ອງໄດ້ຄົນລາວ ຈາກແຂວງສະຣະບູຣີ ຊຶ່ງພຣະອົງຄິດວ່າ ຈະເປັນການກູ້ສັກສີ ແລະກຽດຂອງວຽງຈັນຄືນໃໝ່ ແລະເຖິງແມ່ນວ່າ ຈະຊອກເອົາໄພ່ພົນ ນຳຫົວເມືອງໄດ້ ແຕ່ພຣະອົງເຫັນວ່າ ການເອົາຄົນຈາກບ້ານເມືອງອື່ນ ມາໄວ້ວຽງຈັນນັ້ນ ອາດມີບັນຫາ ເຊັ່ນ ການຫຼົບໜີ ແລະບໍ່ຈິງໃຈຕໍ່ວຽງຈັນ ແລະທີ່ສຳຄັນກວ່ານັ້ນ ຄື ຖ້າແມ່ນໄດ້ຄົນວຽງຈັນ ຈາກສະຣະບູຣີ ຈະເຮັດໃຫ້ປະຊາຊົນ ມີຂວັນກຳລັງໃຈ ເພີ່ມຂຶ້ນ ຍາດຕິ ພີ່ນ້ອງ ຈະໄດ້ບໍ່ຕ້ອງພັດພາກກັນ ເມື່ອປະຊາຊົນ ມີຄວາມສຸກ ກໍຈະເຣັດໃຫ້ຕັ້ງໃຈ ປະຕິບັດໜ້າທີ່ ຢ່າງເຕັມກຳລັງ ແລະສະດວກແກ່ການປົກຄອງບ້ານເມືອງ. ຄວາມພະຍາຍາມ ຈະນຳພາຄົນລາວ ກັບຄືນບ້ານເກີດເມືອງນອນ ແລະການດິ້ນຮົນ ເພື່ອໃຫ້ໄດ້ອິດສະຣະພາບ ຈຶ່ງເປັນອັນທີ່ເຈົ້າເມືອງວຽງຈັນ ອົງຕໍ່ໆ ມາ ຄື ເຈົ້າອິນທະວົງ ແລະເຈົ້າອະນຸວົງ ໄດ້ສືບຕໍ່ພະຍາຍາມໃນເວລາຕໍ່ມາ.

( ສຽງເສບດົນຕຼີ ຫຼື ແຄນກໍໄດ້ )

ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງລາວຂອງ “ແຕ່ອາດີດຫາປະຈຸບັນ ບ້ານລາວໃນໄທຍ” ໄດ້ໃໝ່ ໃນສັປດາໜ້າ ຊຶ່ງຈະເປັນບົດທີ່ກ່າວລະອຽດ ເຖິງການຍ້າຍຖິ່ນ ຂອງຄົນລາວ ໃນສະໄໝ ກຣຸງຣັດຕະນະໂກສິນ ໃນຣັຊການທີ 2. ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.