ບ້ານລາວໃນປະເທດໄທ ( ຕອນ 14 )
2007.11.20
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ
ໃນບົດກ່ອນນີ້ ເຮົາໄດ້ຮູ້ເຖິງ ຊີວິດຄວາມເປັນຢູ່ຂອງຄົນລາວ ໃນສະໄໝ ກຣຸງທົນບູຣີ ວ່າ ຄົນລາວທີ່ຖືກກວາດຕ້ອນ ໄປຢູ່ສຍາມນັ້ນ ມີຜູ້ຕາຍ ຢູ່ກາງທາງຫຼາຍກວ່າ ຈຳນວນທີ່ ລອດຊີວິດເຖິງ 2 ເທົ່າ. ສຳລັບຜູ້ເຫຼືອລອດຊີວິດໄປໄດ້ນັ້ນ ມີແຕ່ພຽງ 3,000 ຄົນເທົ່ານັ້ນ. ສຍາມໄດ້ປະຕິບັດ ຕໍ່ຄົນລາວ ດ້ວຍການໃຊ້ຣະບົບ ໄພ່ປົກຄອງ ມີ “ການເຂົ້າເດືອນ”, ມີໄພ່ສົມລາວ ແລະມີໄພ່ຫຼວງລາວ ໃນກົມອາສາ. ແລະສັປະດານີ້ຈະໄດ້ກ່າວເຖິງ ການຍ້າຍຖິ່ນ ຂອງຄົນລາວ ທີ່ເຂົ້າໄປຢູ່ຫົວເມືອງ ຊັ້ນໃນ ໃນສະໄໝ ກຣຸງຣັດຕະນະໂກສິນ.
ຢ່າງທີ່ເຄີຍກ່າວໄວ້ແລ້ວວ່າ ຄຳວ່າ “ຄົນລາວ” ນີ້ ສຍາມໝາຍຄວາມເຖິງຄົນລາວ ທີ່ຢູ່ ຝັ່ງຊ້າຍ ແລະຝັ່ງຂວາ ຂອງແມ່ນ້ຳຂອງ ໂດຍໝາຍລວມເອົາ ຄົນໃນພາກເໜືອ ຂອງສຍາມ ຫຼືຄົນລ້ານນາ ອີກນຳ. ຫຼືຈະເວົ້າອີກຢ່າງນຶ່ງ ກໍຄືຄົນລາວ ໃນຄວາມໝາຍ ຂອງສຍາມນັ້ນ ໝາຍເຖິງຄົນລ້ານນາ ແລະຄົນລ້ານຊ້າງ ນັ້ນເອງ.
ດັ່ງນັ້ນ ຄົນລາວໃນຄວາມໝາຍຂອງສຍາມ ຈຶ່ງມີທັງຄົນລາວ ຈາກເມືອງພວນ ຫຼືທີ່ຄົນສຍາມ ຮ້ອງວ່າ “ລາວພວນ” ຄົນຈາກຊຽງແສນ ຊຶ່ງຢູ່ໃນຫົວເມືອງລ້ານນາ ກໍຖືກຮ້ອງວ່າ “ລາວພຸງດຳ”. ຄົນລາວທັງສອງກຸ່ມນີ້ ເຂົ້າສູ່ສຍາມ ແຕ່ສະໄໝກຣຸງທົນບູຣີ ໃນຄາວທີ່ພຣະເຈົ້າ ກຣຸງທົນບູຣີ ຍົກທັບໄປຕີຊຽງໃໝ່ ເມື່ອເດືອນທັນວາ ປີ ຄ.ສ. 1774 ແລະຕີໄດ້ໃນເດືອນມົກກະຣາ ປີ ຄ.ສ. 1775.
ແລະນັບແຕ່ນັ້ນ ສຍາມກໍໄດ້ຍາດຊິງຄວາມເປັນໃຫຍ່ ກັບພະມ້າ ໃນຂົງເຂດນີ້ ຈົນເຖິງສະໄໝ ຣັດຕະນະໂກສິນ ຫຼື ກຣຸງເທບ ຫຼື ບາງກອກ ໃນຣັຊການທີ 1 ຊຶ່ງເຈົ້າຊີວິດ ຂອງສຍາມ ຊົງພຣະນາມວ່າ “ພຣະບາດ ສົມເດັຈ ພຸທຍອດຟ້າ ຈຸລາໂລກ” ກໍໄດ້ທຳສົງຄາມ ກັບພະມ້າຢ່າງໜັກໜ່ວງ ແລະໄດ້ເປັນສາຍເຫດ ໃຫ້ສຍາມຕ້ອງ ກວາດຕ້ອນ ຄົນລາວຈາກລ້ານນາ ແລະຄົນໄທດຳ.
ແລະສືບຕໍ່ຈາກນັ້ນມາ ກໍມີຄົນລາວຫຼັ່ງໄຫຼກັນ ເຂົ້າສູ່ສຍາມຫຼາຍຂຶ້ນ ໃນສະໄໝພຣະພຸທເລີດຫຼ້າ ນະພາໄລ ຫຼືຣັຊການທີ 2 ຄົວລາວ ຈາກນະຄອນພະນົມ ໄດ້ເຂົ້າເພີ່ງອຳນາດ ຂອງສຍາມ ຊຶ່ງຕໍ່ມາຄົນລາວ ພວກນີ້ຖືກຮ້ອງວ່າ “ລາວອາສາປາກນ້ຳ” ຍ້ອນວ່າ ພວກເຂົາເຈົ້າໄດ້ຕັ້ງ ເຮືອນຊານຢູ່ເມືອງປາກນ້ຳ ຫຼືແຂວງສະໝຸດປຣາການ ໃນປະຈຸບັນ ທຳໜ້າທີ່ເບິ່ງແຍງ ປ້ອງກັນຮັກສາ ປ້ອມປາກນ້ຳ ນອກຈາກນີ້ ໃນສະໄໝນີ້ ຍັງໄດ້ກວາດຕ້ອນຄົວລາວພູຄັງ ມາແຕ່ເມືອງພູຄັງ ຂອງລາວ ໃຫ້ຕັ້ງເຮືອນຊານ ຢູ່ນະຄອນໄຊສີ ແຂວງນະຄອນປະຖົມ ໃນປະຈຸບັນ.
ສ່ວນໃນສະໄໝ ພຣະບາດສົມເດັຈ ພຣະນັ່ງເກົ້າເຈົ້າຢູ່ຫົວ ຣັຊການທີ 3 ກໍມີເອກກະສານຣະບຸວ່າ ໄດ້ມີຄົນລາວ ເຂົ້າມາຕັ້ງຖິ່ນຖານ ຢ່າງຫຼວງຫຼາຍໃນສຍາມ ແຕ່ພໍເຖິງຣັຊການທີ 4 ກັບປາກົດວ່າ ມີແຕ່ພຽງກຸ່ມຄົນລາວ ຈາກວຽງຈັນ ຈຳນວນໜ້ອຍ ທີ່ເຂົ້າເພີ່ງອຳນາດສຍາມ.
ບັດນີ້ ຈະໄດ້ກ່າວໂດຍລະອຽດ ເຖິງການອົບພະຍົບ ຍ້າຍຖິ່ນ ຂອງຄົນລາວ ໃນສະໄໝ ພຣະບາດ ສົມເດັຈ ພຣະພຸທຍອດຟ້າຈຸລາໂລກ ຫຼືຣັຊການທີ 1 ຂອງ ກຣຸງຣັດຕະນະໂກສິນ ໃນສະໄໝນີ້ ອຳນາດ ຂອງສຍາມ ທີ່ມີຢູ່ເໜືອຫົວເມືອງລາວ ທັງຝັ່ງຊ້າຍ ແລະຝັ່ງຂວາຂອງ ແມ່ນ້ຳຂອງ ຍັງໝັ້ນແກ່ນດີຢູ່ ເຖິງແມ່ນວ່າ ວຽງຈັນ ຈະກັບຕັ້ງຕົນເປັນບ້ານເປັນເມືອງ ໄດ້ອີກຄັ້ງນຶ່ງ.
ໃນ ຄ.ສ. 1780 ຊຶ່ງເປັນຊ່ວງທ້າຍ ຂອງຣັຊການພຣະເຈົ້າ ກຣຸງທົນບູຣີ ເຈົ້າສິຣິບຸນຍະສານ ຊຶ່ງໜີໄປລີ້ໄພ ຢູ່ວຽດນາມ ໄດ້ນຳພາໄພ່ພົນ ກັບເຂົ້າມາຢຶດວຽງຈັນ ຈາກ “ເພັ້ຽເມືອງຈັນ” ຜູ້ທີ່ພຣະເຈົ້າ ກຣຸງທົນບູຣີ ຊົງແຕ່ງຕັ້ງ ໃຫ້ຮັກສາວຽງຈັນ ຢູ່ໃນຂະນະນັ້ນ ແຕ່ທາງກຣຸງທົນບູຣີ ກໍບໍ່ທັນໄດ້ຈັດການໃດນຶ່ງລົງໄປ ຍ້ອນວ່າ ໄດ້ເກີດເຫດຫວຸ້ນວາຍ ຂຶ້ນຈົນໝົດຣັຊການລົງ ໃນປີ 1782.
ໃນປີດຽວກັນນັ້ນ ພາຍຫຼັງຄວາມຫວຸ້ນວາຍສງົບລົງ ກໍເປັນອັນວ່າ ກຣຸງທົນບູຣີໄດ້ໝົດ ອຳນາດລົງ ແລະສຍາມ ກໍໄດ້ຍ້າຍເມືອງຫຼວງ ໄປຢູ່ອີກຝັ່ງນຶ່ງຂອງ ແມ່ນ້ຳເຈົ້າພຣະຍາ ຄື ເມືອງບາງກອກ ຫຼືກຣຸງຣັດຕະນະໂກສິນ ໂດຍ ສົມເດັຈ ພຣະພຸທຍອດຟ້າຈຸລາໂລກ ຂຶ້ນຄອງຣາຊະສົມບັດ ເປັນຣັຊການທີ 1.
ເມື່ອໄດ້ຂຶ້ນຄອງຣາຊແລ້ວໆ ສົມເດັຈພຣະພຸທ ຍອດຟ້າຈຸລາໂລກ ກໍໄດ້ຈັດການກັບວຽງຈັນ ໂດຍບໍ່ໃຫ້ເຈົ້າສິຣິບຸນຍະສານ ເປັນເຈົ້າເມືອງວຽງຈັນ ເພາະຖ້າເຈົ້າສິຣິບຸນຍະສານ ຍັງຂືນ ເປັນເຈົ້າເມືອງວຽງຈັນ ສືບຕໍ່ໄປແລ້ວ ກໍເທົ່າກັບວ່າ ທາງບາງກອກ ຍອມຮັບຮອງການ ເປັນເອກຣາຊ ຂອງວຽງຈັນ ແຕ່ຖ້າແມ່ນພຣະອົງ ຈະໃຊ້ວິທີອັນຮຸນແຮງ ເຊັ່ນ ເຂົ້າປາບເຈົ້າສິຣິບຸນຍະສານ ແລ້ວຕັ້ງຣາຊວົງອົງອື່ນ ເປັນເຈົ້າຊີວິດແທນ ກໍອາດຈະເກິດຄວາມ ບໍ່ສງົບຂຶ້ນ ຊາວເມືອງວຽງຈັນ ອາດບໍ່ຍອມຮັບ ຫຼືຫົວເມືອງລາວ ທັງຫຼາຍອາດຈະຍັງ ເຄົາຣົບເຈົ້າສິຣິບຸນຍະສານຢູ່.
ສົມເດັຈພຣະພຸທຍອດຟ້າຈຸລາໂລກ ຈຶ່ງໄດ້ໃຊ້ວິທີທີ່ເລິກແລບກວ່ານັ້ນ ໂດຍການແຕ່ງຕັ້ງ ເຈົ້ານັນທະເສນ ຣາຊບຸດ ອົງໃຫຍ່ຂອງເຈົ້າສິຣິບຸນຍະສານ ທີ່ບາງກອງເອົາຕົວມາໄວ້ເປັນ ຕົວປະກັນແຕ່ສະໄໝກຣຸງທົນບູຣີ ໃຫ້ໄປເປັນເຈົ້າເມືອງວຽງຈັນ ໂດຍມີເຫດຜົນວ່າ ເຈົ້ານັນທະເສນ ມີຄວາມຄຸ້ນເຄີຍ ລຶ້ງແກວ່ນ ກັບທາງຣາຊສຳນັກບາງກອກ ຊຶ່ງພໍຈະໄວ້ໃຈໄດ້ ຫຼາຍກວ່າຜູ້ອື່ນ ແລະຍັງເປັນເຊື້ອສາຍ ຣາຊວົງວຽງຈັນ ອີກດ້ວຍ ດັ່ງນັ້ນ ການແຕ່ງຕັ້ງ ໃຫ້ຄອງວຽງຈັນ ຈຶ່ງສອດຄ້ອງ ກັບຫຼັກການສືບຣາຊສົມບັດ ໂດຍທົ່ວໄປ ແລະຍັງເປັນໂອຣົດ ຫຼືລູກຂອງເຈົ້າສິຣິບຸນຍະສານ ອີກດ້ວຍ ຄິດວ່າ ເຈົ້າສິຣິບຸນຍະສານ ຄົງຈະເຫັນດີນຳ.
ການແຕ່ງຕັ້ງເຈົ້ານັນທະເສນ ໃຫ້ເປັນເຈົ້າເມືອງວຽງຈັນ ສືບຕໍ່ຈາກເຈົ້າສິຣິບຸນຍະສານ ຂອງສົມເດັຈ ພຣະພຸທຍອດຟ້າ ຈຸລາໂລກ ປາກົດວ່າ ເຫດການໄດ້ເປັນໄປຕາມທີ່ ຊົງຄາດຄິດເອົາໄວ້ ຈຶ່ງເປັນອັນວ່າ ເຈົ້ານັນທະເສນ ໄດ້ເປັນເຈົ້າເມືອງວຽງຈັນ ຢ່າງເປັນທາງການ ແຕ່ ປີ ຄ.ສ. 1782.
ແລະນັບແຕ່ນັ້ນ ອຳນາດຂອງບາງກອກ ກໍຈຶ່ງຍັງຄົງມີເໜືອວຽງຈັນ ແລະຫົວເມືອງ ລາວຕ່າງໆ ອີກຕໍ່ໄປ. ແລະລາວ ກໍຈຶ່ງມີໜ້າທີ່ປະຕິບັດ ນະໂຍບາຍສຍາມ ຕາມແຕ່ບາງກອງ ຈະສັ່ງໄປ ລວມທັງ ໃຫ້ລາວຮິບໂຮມຄົນລາວ ຕາມຫົວເມືອງຕ່າງໆ ສົ່ງເຂົ້າໄປສຍາມອີກດ້ວຍ.
ດັ່ງນັ້ນ ໃນສະໄໝ ຣັຊການທີ 1 ຂອງກຣຸງຣັດຕະນະໂກສິນ ຫຼືບາງກອກ ຄົນລາວ ທີ່ອົບພະຍົບ ຍ້າຍຖິ່ນເຂົ້າສູ່ຫົວເມືອງ ຊັ້ນໃນຂອງສຍາມນັ້ນ ຈຶ່ງມາຈາກການທີ່ ເຈົ້າເມືອງ ວຽງຈັນ ໄດ້ປະຕິບັດຄຳສັ່ງ ຂອງບາງກອກ ໂດຍທຳໜ້າທີ່ ຮິບໂຮມແລະກວາດຕ້ອນເອົາຄົນ ລາວຈາກຫົວເມືອງຕ່າງໆ ສົ່ງໄປບາງກອກ ບໍ່ແມ່ນການກວາດຕ້ອນ ຂອງສຍາມໂດຍກົງ.
ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງລາວຂອງ “ແຕ່ອາດີດຫາປະຈຸບັນ ບ້ານລາວໃນໄທຍ” ໄດ້ໃໝ່ໃນສັປດາໜ້າ ຊຶ່ງຈະເປັນບົດ ທີ່ກ່າວລະອຽດເຖິງ ການຍ້າຍຖິ່ນ ຂອງຄົນລາວພວນ ແລະຄົນໄທດຳ ໃນສະໄໝ ກຣຸງຣັດຕະນະໂກສິນ. ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.