ບ້ານລາວໃນປະເທດໄທ ( ຕອນ 13 )
2007.11.20
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ
ໃນບົດກ່ອນນີ້ ເຮົາໄດ້ຮູ້ເຖິງ ບ້ານເມືອງທີ່ສຍາມຈັດໃຫ້ຄົນລາວ ໃນສະໄໝກຣຸງທົບບູຣີໄປຢູ່ນັ້ນ ຄື ຄົນລາວທົ່ວໄປ ໄປຢູ່ທີ່ ແຂວງສະຣະບູຣີ ສ່ວນພຣະໂອຣົດ ຂອງເຈົ້າສິຣິບຸນຍະສານ ຄື ເຈົ້ານັນທະເສນ, ເຈົ້າອິນທະວົງສ໌ ແລະເຈົ້າອະນຸວົງສ໌ ຢູ່ ບາງຍີ່ຂັນ ໃນບາງກອກໃນປະຈຸບັນ ຄົນລາວບາງສ່ວນ ກໍຢູ່ເມືອງຣາຊບູຣີ ແລະຫົວເມືອງຕາເວັນຕົກແດ່ ແລະຫົວເມືອງຕາເວັນອອກ ກໍມີເມືອງຈັນທະບູຣີ ສຳລັບພວກຄົນໄທດຳ ຢູ່ເມືອງເພັຊບູຣີບ່ອນດຽວ. ແລະສັປະດານນີ້ ຈະໄດ້ກ່າວເຖິງ ຊີວິດ ຄວາມເປັນຢູ່ ຂອງຄົນລາວ ໃນສະໄໝກຣຸງທົນບູຣີ.
ບັນທຶກກ່ຽວກັບຊີວິດ ຄວາມເປັນຢູ່ຂອງຄົນລາວ ໃນສະໄໝກຣຸງທົບບູຣີນັ້ນ ມີບັນທຶກໄວ້ ໜ້ອຍກວ່າ ໃນສະໄໝ ກຣຸງສີອະຢຸດທະຍາ ເພາະວ່າ ກຣຸງທົນບູຣີ ມີອຳນາດແຕ່ພຽງໄລຍະສັ້ນໆ ຄືແຕ່ປີ ຄ.ສ. 1767 ຫາ ປີ 1782 ຫຼື 15 ປີເທົ່ານັ້ນ. ອີກທັງຜູ້ບັນທຶກ ຊຶ່ງສ່ວນຫຼາຍ ກໍແມ່ນບາດຫຼວງ ຫຼືພຣະສອນສາສນາ ຊາວຕາເວັນຕົກ ພວກເຂົາເຈົ້າ ຈຶ່ງບັນທຶກໄວ້ ສະເພາະເລື້ອງ ທີ່ກ່ຽວຂ້ອງກັບການເຜີຍແຜ່ ສາສນາຄຣິສຕ໌ ເທົ່ານັ້ນ.
ແຕ່ຢ່າງໃດກໍດີ ບັນທຶກນັ້ນ ກໍຍັງພໍເຮັດໃຫ້ຮູ້ເລື້ອງ ຄວາມເປັນຢູ່ ຂອງຄົນລາວຢູ່ ເຖິງແມ່ນວ່າ ຈະມີຢູ່ໜ້ອຍແດ່ກໍຕາມ.
ຈາກບັນທຶກ ຂອງພວກບາດຫຼວງ ຫຼືພຣະສອນສາສນາຄຣິສຕ໌ ເຮັດໃຫ້ຮູ້ວ່າ ຄົນລາວ ທີ່ຖືກກວາດຕ້ອນ ຍ້ອນວ່າ ພ່າຍແພ້ສົງຄາມ ມີຈຳນວນຫຼວງຫຼາຍ ທີ່ຕາຍຢູ່ກາງທາງ ໂດຍຜູ້ທີ່ຕາຍ ມີຫຼາຍກວ່າຈຳນວນ ທີ່ລອດຊີວິດເຖິງ 2 ເທົ່າ. ສໍາລັບຜູ້ເຫຼືອລອດ ຊີວິດໄປໄດ້ນັ້ນ ຕາມບັນທຶກບອກໄວ້ວ່າ ມີແຕ່ພຽງ 3,000 ຄົນເທົ່ານັ້ນ ແລະຄົນລາວ ໃນຈຳນວນນີ້ ມີທັງຜູ້ໃຫຍ່ແລະເດັກນ້ອຍ. ເມື່ອລົງໄປຮອດບາງກອກ ໃນເດືອນສິງຫາ ປີ ຄ.ສ. 1778 ຄົນລາວກຸ່ມນີ້ ກໍປ່ວຍຕາຍລົງອີກຈໍານວນນຶ່ງ.
ເມື່ອກວາດຕ້ອນຄົນລາວ ລົງໄປເຖິງບາງກອກແລ້ວ ໃນໄລຍະທຳອິດ ທາງການສຍາມ ໄດ້ແບ່ງຄົນລາວ ອອກເປັນກຸ່ມ ໂດຍຕັ້ງເປັນຄ້າຍໄດ້ 3 ຄ້າຍ ຄ້າຍນຶ່ງໆ ຈະມີຄົນລາວ ຢູ່ປະມານ 700 ຫາ 800 ຄົນ. ບາດຫຼວງຄົນຝຣັ່ງເສສ ໄດ້ບັນທຶກວ່າ ຄົນລາວນັ້ນ ມີຄວາມອຶດຢາກຫຼາຍ ແລະມີຈຳນວນຫຼວງຫຼາຍ ທີ່ເຈັບປ່ວຍ ຜູ້ກ່ຽວກໍຈຶ່ງໄດ້ເຂົ້າ ໄປຊ່ວຍເຫຼືອແລະປິ່ນປົວ. ແລະຕໍ່ມາ ພຣະບາດຫຼວງຜູ້ນັ້ນ ກໍໄດ້ ສອນສາສນາ ໃຫ້ແກ່ຄົນລາວ. ດ້ວຍສາຍເຫດນີ້ ຈຶ່ງເຮັດໃຫ້ມີເດັກນ້ອຍຄົນລາວ ເຂົ້າຮີດ ຫຼືເຂົ້າສາສນາຄຣິສຕ໌ ຫຼາຍກວ່າ 900 ຄົນ.
ຫຼັງຈາກທີ່ໄດ້ຈຳແນກຄົນລາວ ໃຫ້ຢູ່ກັນເປັນຄ້າຍແລ້ວ ຕໍ່ມາ ພຣະເຈົ້າ ກຣຸງທົນບູຣີ ກໍໄດ້ແຈກຢາຍຊາວລາວ ໃຫ້ແກ່ພວກຂຸນນາງ ເພື່ອເປັນຣາງວັນ ແກ່ຂຸນນາງ ແລະຂ້າຣາຊການ ໂດຍຂຸນນາງຜູ້ນຶ່ງ ຈະໄດ້ຄົນລາວໄປຢູ່ນຳ 4-6 ຄົວ ດ້ວຍສາຍເຫດນີ້ ຈຶ່ງເຮັດໃຫ້ຄົນລາວ ກະຈາກກະຈາຍກັນ ໄປຢູ່ນໍາເຮືອນຂອງຂຸນນາງຕ່າງໆ ໃນກຣຸງທົບບູຣີ.
ຄົນລາວຈະຖືກໃຫ້ໄປຢູ່ນຳເຮືອນ ຂອງຂ້າຣາຊການ ຂຸນນາງສຍາມແລ້ວ ຍັງມີພວກຄົນລາວ ອີກເປັນຈຳນວນຫຼາຍ ທີ່ຢູ່ກັນເປັນບ້ານ ຊຶ່ງບໍ່ປາກົດຫຼັກຖານ ເອກກະສານວ່າ ຄົນລາວ ທີ່ຢູ່ເປັນບ້ານ ຂອງພວກເຂົາເຈົ້າເຫຼົ່ານີ້ ຈະແມ່ນລາວເກົ່າ ທີ່ເຂົ້າໄປຢູ່ສຍາມ ແຕ່ສະໄໝ ກຣຸງສີອະຢຸດທະຍາ ຫຼືວ່າ ເປັນຄົນລາວ ທີ່ອົບພະຍົບ ເຂົ້າໄປຢູ່ໃໝ່ ໃນສະໄໝກຣຸງທົນບູຣີ.
ພຣະຂອງສາສນາຄຣິສຕ໌ ຫຼືບາດຫຼວງຊາວຝຣັ່ງເສສ ໄດ້ບັນທຶກໄວ້ວ່າ ພວກເຂົາເຈົ້າ ໄດ້ເຂົ້າໄປຢ້ຽມຢາມ ເພື່ອເຜີຍແຜ່ ສາສນາຄຣິສຕ໌ ໃຫ້ແກ່ພວກຄົນລາວ ທີ່ຢູ່ນຳ ບ້ານໃນປີ ຄ.ສ. 1779. ແລະປີນີ້ເອງ ທີ່ພຣະເຈົ້າ ກຣຸງທົນບູຣີ ໄດ້ໃຫ້ຈັດຂະບວນ ແຫ່ໄປຕາມລຳແມ່ນ້ຳ ຊຶ່ງບາດຫຼວງຝຣັ່ງເສສ ບັນທຶກວ່າ ຂະບວນແຫ່ແນວນີ້ ບໍ່ແມ່ນປະເພນີ ຂອງສຍາມ ແຕ່ອາດຈະແມ່ນການຈັດຕັ້ງ ປະເພນີຂຶ້ນໃໝ່.
ໃນການແຫ່ຄັ້ງນີ້ ພຣະເຈົ້າກຣຸງທົນບູຣີ ໄດ້ໃຫ້ຄົນຕ່າງຊາດ ລວມທັງຄົນລາວ ໃຫ້ເຂົ້າຮ່ວມຂະບວນແຫ່. ໂດຍໃຫ້ແຕ່ລະຊາດ ເອົາສິລະປະການສແດງ ຂອງໃຜລາວມາສແດງ. ປາກົດວ່າ ຄົນລາວ ໄດ້ສແດງສິລະປະທີ່ໃສ່ຊື່ວ່າ “ຫຸ່ນລາວ” ຊຶ່ງສິລະປະການສແດງ “ຫຸ່ນລາວ” ນີ້ ຄົນລາວ ໄດ້ເອົາອອກສແດງ ໃນພິທີສຳຄັນໆ ຫຼາຍຄັ້ງ ເຊັ່ນ ງານພຣະຣາຊທານເພີງສົບ ພຣະເຈົ້ານະຣາສຸຣິຍະວົງສ໌ ຜູ້ຄອງເມືອງ ນະຄອນສີທັມມະຣາຊ ໃນ ຄ.ສ. 1776 ທີ່ຈັດຂຶ້ນ ຢູ່ກຣຸງທົນບູຣີ ແລະອີກຄັ້ງນຶ່ງ ເມື່ອພຣະເຈົ້າກຣຸງທົນບູຣີ ສັ່ງໃຫ້ພຣະເຈົ້າ ລູກຢາເທີ ເຈົ້າຟ້າກົມຂຸນ ອິນທະຣະພິທັກ ສະເດັດ ຂຶ້ນໄປຮັບເອົາພຣະແກ້ວມໍຣະກົດ ຢູ່ທ່າເຈົ້າສະໜຸກ ແຂວງສະຣະບູຣີ ໃນ ຄ.ສ. 1779 ຊຶ່ງມີໝາຍກຳນົດ ໃຫ້ມີການເສບສົມໂພດ ໂດຍໃຫ້ມີການຫຼີ້ນ ການສແດງສິລະປະຕ່າງໆ ຂອງຄົນຕ່າງຊາດ.
ການສແດງຫຸ່ນລາວນັ້ນ ສາມາດສແດງ ໄດ້ທັງຢູ່ໃນຫໍໃນໂຮງ ແລະສແດງຢູ່ກາງເດີ່ນ ເຊັ່ນ ໃນກໍຣະນີງານ ພຣະຣາຊທານເພີງສົບ ແລະການເສບສົມໂພດຕ່າງໆ ແລະອີກແບບນຶ່ງ ກໍແມ່ນການສແດງ ເຂົ້າກັບຂະບວນແຫ ທາງເຮືອ ເຊັ່ນ ການອັນເຊີນ ພຣະແກ້ວມໍຣະກົດ ລົງມາໄວ້ທີ່ກຣຸງທົນບູຣີ ຊຶ່ງຮ້ອງວ່າ “ແຫ່ໜ້າເຄື່ອງຫຼີ້ນ”.
“ແຫ່ໜ້າເຄື່ອງຫຼີ້ນ”.ໝາຍເຖິງການນຳເຄື່ອງ ການສແດງຕ່າງໆ ລົງເຮືອ ໂດຍເຮືອລຳນຶ່ງໆ ໃສ່ເຄື່ອງການສແດງໄດ້ 1 ຊຸດ ແລະຊຸດເຄື່ອງການສແດງ ໃນເວລານັ້ນ ໄດ້ແກ່ ປີ່ກອງຈີນ ຂອງ ຫຼວງໂຊດຶກ ລຳນຶ່ງ; ຍວນຫົກ ລົງເຮືອຍວນລຳນຶ່ງ ເປັນຕົ້ນ.
ເຮືອແຫ່ໜ້າເຄື່ອງຫຼີ້ນນີ້ ຈະມີຂບວນເຮືອຕິດຕາມ ລວມທັງໝົດ 246 ລຳ ໂດຍພຣະເຈົ້າ ກຣຸງທົນບູຣີ ໄດ້ພຣະຣາຊທານເບັ້ຽລ້ຽງ ໃຫ້ແກ່ຄະນະສິລະປີນ ຜູ້ສແດງ ທຸກຄະນະ ແລະໃນຈຳນວນ ຜູ້ສແດງດັ່ງກ່າວແລ້ວ ຍັງມີຄະນະ ມະໂຫຣີປີ່ພາດຂອງລາວອີກ 12 ຄົນ ຊຶ່ງບາດຫຼວງ ຜູ້ບັນທຶກໄດ້ບັນທຶກວ່າ ສິລະປິນລາວພວກກ່ຽວ ໄດ້ເບັ້ຽລ້ຽງຄົນລະ 1 ຕຳລຶງ ຫຼື 4 ບາດ ອີກດ້ວຍ.
ການອົບພະຍົບຍ້າຍຖິ່ນ ຂອງຄົນລາວ ເຂົ້າໄປຫົວເມືອງ ຊັ້ນໃນຂອງກຣຸງສີອະຢຸດທະຍາ ແລະກຣຸງທົນບູຣີ ສຣູບໄດ້ວ່າ ສາຍເຫດເປັນຍ້ອນວ່າ ຄົນລາວ ໄດ້ຖືກກອງທັບສຍາມ ກວາດຕ້ອນຫຼາຍກວ່າ ການອົບພະຍົບ ຊຶ່ງການທີ່ຄົນລາວ ຕ້ອງອົບພະຍົບ ເຂົ້າໄປຢູ່ສຍາມ ເປັນຍ້ອນວ່າ ບໍ່ສາມາດ ທົນຕໍ່ການຂົ່ມເຫງ ເຕັງເຕັກຈາກພະມ້າ ໄດ້ນັ້ນມີຢູ່ ແຕ່ກໍມີບໍ່ຫຼາຍເທົ່າໃດ.
ການທີ່ສຍາມກວາດຕ້ອນຄົນລາວ ເຂົ້າໄປໄວ້ໃນສຍາມກໍເປັນເພາະວ່າ ຕ້ອງການ ຕັດກຳລັງ ຂອງຂ້າເສີກ ຂະນະດຽວກັນ ກໍເປັນການເພີ່ມຕື່ມກຳລັງຄົນ ໃນຫົວເມືອງຊັ້ນໃນ ເປັນການທົດແທນ ປະຊາຊົນ ທີ່ໄດ້ເສັຽຊີວິດລົງ ໃນສົງຄາມ ໃນແຕ່ລະຄັ້ງ ອີກອັນນຶ່ງກໍຄື ເພື່ອໃຫ້ເປັນແຮງງານ ໃນການປູກຝັງ ຜົນລະປູກ ແລະຄົນລາວ ຍັງຖືກໃຊ້ໃນການ ອອກແຮງທຳງານ ສາທາຣະນະຕ່າງໆ ໄດ້ອີກດ້ວຍ.
ຄົນລາວໃນຫົວເມືອງຊັ້ນໃນ ຂອງສຍາມ ຈະຢູ່ກັນຕາມເຊື້ອສາຍ ຂອງພວກເຂົາເຈົ້າ ເຊັ່ນ ພວກຄົນລາວ ວຽງຈັນ ກໍຈະຢູ່ໃນໝູ່ບ້ານ ຂອງຊາວລາວວຽງຈັນ ໂດຍສະເພາະ. ສ່ວນຄົນໄທດຳ ທີ່ຄົນສຍາມຮ້ອງວ່າ “ຄົນລາວຊົງດຳ” ກໍຢູ່ໝູ່ບ້ານ ທີ່ມີແຕ່ຄົນລາວຊົງດຳເທົ່ານັ້ນ.
ເຖິງແມ່ນວ່າ ຈະມີເອກກະສານບັນທຶກ ຊີວິດຄວາມເປັນຢູ່ ຂອງຄົນລາວ ໃນສະໄໝກ່ອນ ກຣຸງຣັດຕະນະໂກສິນ ຫຼື ກຣຸງເທບ ໄວ້ໜ້ອຍກໍຕາມ ແຕ່ກໍຍັງພໍໃຫ້ຮູ້ວ່າ ສຍາມໄດ້ປະຕິບັດຕໍ່ຄົນລາວ ດ້ວຍການ ໃຊ້ຣະບົບ ໄພ່ປົກຄອງຄົນລາວ ໂດຍຈະເຫັນໄດ້ວ່າ ຄົນລາວໄດ້ມີ “ການເຂົ້າເດືອນ” ຂອງຄົນລາວ, ມີໄພ່ສົມລາວ ແລະມີໄພ່ຫຼວງລາວ ໃນກົມອາສາ ເປັນຕົ້ນ.
ສຳລັບ ຕອນຕໍ່ໄປນີ້ ຈະເປັນຕອນ ທີ່ກ່າວເຖິງ ຊີວິດຄວາມເປັນຢູ່ ຂອງຄົນລາວ ໃນສະໄໝສືບຕໍ່ຈາກສະໄໝ ກຣຸງທົບບູຣີ ແລະກຣຸງສີອະຢຸດທະຢາ ຄື ຊີວິດຄວາມເປັນຢູ່ ຂອງຄົນລາວ ໃນສະໄໝກຣຸງຣັດຕະນະໂກສິນ ຫຼືກຣຸງເທບ ຊຶ່ງໄດ້ມີການບັນທຶກໄວ້ ຢ່າງຈະແຈ້ງ ກໍຈະໄດ້ຮູ້ວ່າ ການອົບພະຍົບ ຍ້າຍຖິ່ນ ເປັນຍ້ອນສາຍເຫດໃດແທ້ ແລະຈະໄດ້ຮູ້ວ່າ ຄົນລາວມີຊີວິດ ເປັນແນວໃດ ເມື່ອໄດ້ເຂົ້າມາຢູ່ບ້ານອື່ນ ເມືອງອື່ນ ຕຼອດຈົນຄວາມເປັນຢູ່ ຈົນຮອດປະຈຸບັນ.
ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງລາວຂອງ “ແຕ່ອາດີດຫາປະຈຸບັນ ບ້ານລາວໃນໄທຍ” ໄດ້ໃໝ່ໃນສັປດາໜ້າ ຊຶ່ງຈະເປັນບົດທີ່ກ່າວເຖິງ ການຍ້າຍຖິ່ນ ຂອງຄົນລາວ ທີ່ເຂົ້າໄປຢູ່ຫົວເມືອງຊັ້ນໃນ ໃນສະໄໝ ກຣຸງຣັດຕະນະໂກສິນ. ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.