ບ້ານລາວໃນປະເທດໄທ ( ຕອນ 10 )


2007.11.20

ໃນປີ ຄ.ສ. 1776 ທີ່ອານາຈັກ ຈຳປາສັກ ຕົກເປັນຫົວເມືອງຂຶ້ນ ຂອງສຍາມນັ້ນ ຈະເຫັນໄດ້ວ່າ ກອງທັບສຍາມ ທີ່ຍົກໄປໃນຄັ້ງນັ້ນ ບໍ່ແມ່ນກອງທັບສຳລັບ ທີ່ຈະປາບ ພຽງແຕ່ ເມືອງນາງລອງເທົ່ານັ້ນ ການທີ່ສຍາມ ຍົກກອງທັບ ໄປເຖິງ 2 ກອງທັບ ກໍສແດງອອກ ຢ່າງຈະແຈ້ງແລ້ວວ່າ ສຍາມມີແຜນການ ແລະວາງເປົ້າໝາຍ ທີ່ຈະຕີເອົາ ຈຳປາສັກຢູ່ແລ້ວ ບໍ່ແມ່ນແຕ່ຈະຕີ ເມືອງນາງລອງ ທີ່ແຂັງຂໍ້ເທົ່ານັ້ນ ເພາະກຳລັງ ຂອງກອງທັບເຖິງ 2 ກອງທັບ ກໍເປັນເຫດຜົນ ຢູ່ໃນຕົວຢູ່ແລ້ວ.

ຫຼັງຈາກທີ່ສຍາມຕີໄດ້ ຈຳປາສັກແລ້ວ ຕໍ່ມາ ອານາຈັກ ວຽງຈັນ ແລະອານາຈັກ ຫຼວງພຣະບາງ ກໍຕົກຢູ່ໃຕ້ອຳນາດ ປົກຄອງ ຂອງສຍາມ-ກຣຸງທົນບູຣີ ອີກເຊັ່ນກັນ.

ສາຍເຫດທີ່ເຮັດໃຫ້ ກຣຸງທົນບູຣີ ສາມາດແຊກແຊງ ເຂົ້າກິດຈະການ ພາຍໃນ ຂອງອານາຈັກລາວໄດ້ນັ້ນ ກໍເພາະມີເຫດການ ອັນສຳຄັນ ທາງປະວັດສາດ ເຫດການນຶ່ງ ເຫດການນນີ້ຄື ພຣະວໍ ຊຶ່ງເປັນອຸປຮາດ ເມືອງວຽງຈັນ ໄດ້ເກີດຜິດຂ້ອງ ໝອງໃຈກັບ ເຈົ້າສິຣິບຸນຍະສານ ເຈົ້າເມືອງວຽງຈັນ ຈຶ່ງໜີໄປສ້າງຕັ້ງ ເມືອງໃໝ່ ຊື່ວ່າ “ເມືອງຈຳປານະຄອນ ຂວາງກາບແກ້ວບົວບານ”

ຕໍ່ມາ ເຈົ້າເມືອງວຽງຈັນ ໄດ້ສົ່ງກອງທັບ ໄປປາບພຣະວໍ ແຕ່ກໍຖືກກອງທັບ ພຣະວໍ ຕີແຕກກັບໄປ. ຫຼັງຈາກ ຕີກອງທັບວຽງຈັນ ແຕກກັບໄປແລ້ວ ພຣະວໍ ກໍໄດ້ຄິດວ່າ ອີກບໍ່ດົນ ວຽງຈັນ ກໍຈະຍົກທັບ ມາຕີອີກ ດັ່ງນັ້ນ ພຣະວໍ ກໍຈຶ່ງໄດ້ໄປເພີ່ງ ຜູ້ທີ່ຈະຕ້ານທານ ກອງທັບວຽງຈັນ ແລະຜູ້ນັ້ນກໍແມ່ນ ພະມ້າ ພຣະວໍ ໄດ້ໄປຂໍຂຶ້ນ ກັບພະມ້າ ແລະໄດ້ຂໍກຳລັງ ທະທານພະມ້າມາຊ່ວຍ.

ແຕ່ເຫດການບໍ່ໄດ້ເປັນໄປດັ່ງພຣະວໍຄາດຄິດ ແທນທີ່ພະມ້າ ຈະເຂົ້າຂ້າງພຣະວໍ ພະມ້າ ກັບໄປເລືອກເຂົ້າ ຂ້າງວຽງຈັນ ຊຶ່ງເປັນເມືອງແມ່ ແລະເປັນເມືອງ ທີ່ໃຫຍ່ກວ່າ ຈຳປານະຄອນ ຂວາງກາບແກ້ວບົວບານ ທີ່ເປັນເມືອງນ້ອຍ ແລະເປັນເມືອງທີ່ຕັ້ງຂຶ້ນໃໝ່.

ບໍ່ແມ່ນແຕ່ເທົ່ານັ້ນ ພະມ້າ ຍັງໄດ້ຮ່ວມສົມທົບ ກັບກອງທັບວຽງຈັນ ຍົກໄປປາບ ພຣະວໍອີກດ້ວຍ. ພຣະວ ໍສູ້ກຳລັງ ຂອງພະມ້າ ກັບວຽງຈັນບໍ່ໄດ້ ຈຶ່ງໜີໄປຢູ່ກັບ ເຈົ້ານະຄອນຈຳປາສັກ.

ແລ້ວເຫດການກໍຊ້ຳຮອຍເກົ່າ ຄື ພາຍຫຼັງ ທີ່ພຣະວໍ ໄດ້ໄປຢູ່ກັບ ເຈົ້ານະຄອນ ຈຳປາສັກ ພຣະວໍ ກໍໄດ້ຜິດກັບ ເຈົ້ານະຄອນ ຈຳປາສັກອີກ ແລະພຣະວ ໍກໍພາທະຫານ ໜີຂຶ້ນໄປຢູ່ດອນມົດແດງ ຊຶ່ງປະຈຸບັນ ຢູ່ໃນແຂວງອຸບົນ ຂອງໄທ ແລະເພື່ອຄວາມປອດໄພ ພຣະວໍ ໄດ້ຂໍເພີ່ງອຳນາດ ປົກຄອງຂອງສຍາມ ກຣຸງທົນບູຣີ.

( ສຽງເສບດົນຕຼີ ຫຼື ແຄນກໍໄດ ້)

ເມື່ອເຈົ້າເມືອງວຽງຈັນ ຮູ້ວ່າ ພຣະວ ໍໝົດທີ່ເພີ່ງ ຄື ຜິດກັບ ທາງເມືອງຈຳປາສັກ ຈຶ່ງໄດ້ສັ່ງໃຫ້ ພຣະຍາສຸໂພ ຍົກທັບ ໄປປາບພຣະວໍ ຢູ່ຄ້າຍດອນມົດແດງ ແລະພຣະຍາສຸໂພ ກໍຈັບພຣະວໍໄດ້ ແລ້ວປະຫານຊີວິດ ພຣະວໍຢູ່ຄ້າຍດອນມົດແດງ ນັ້ນເອງ.

ເຫດການທີ່ກອງທັບ ວຽງຈັນໄດ້ຍົກທັບ ໄປຕີດອນມົດແດງ ແລະ ຂ້າພຣະວໍຕາຍນັ້ນ ໄດ້ເປັນສາຍເຫດ ຢ່າງສຳຄັນ ທີ່ເຮັດໃຫ້ ກຣຸງທົນບູຣີ ແຊກແຊງເຂົ້າ ກິດຈະການພາຍໃນ ຂອງລາວ ເພາະກຣຸງທົນບູຣີຖືວ່າ ພຣະວໍ ຢູ່ໃນອຳນາດປົກຄອງ ຂອງສຍາມ ດັ່ງນັ້ນ ພຣະເຈົ້າ ກຣຸງທົນບູຣີ ຈຶ່ງໄດ້ໃຫ້ເຈົ້າພຣະຍາກະສັດສຶກ ກັບເຈົ້າພຣະຍາ ສຸຣະສີ ຄຸມກອງທັບ ໄປຕີວຽງຈັນ ໃນທ້າຍປີ ຄ.ສ. 1778.

ເຈົ້າພຣະຍາກະສັດສຶກ ຍົກກອງທັບໄປທາງເໜືອ ຂອງພາກອີສານ ສ່ວນ ພຣະຍາສຸຣະສີ ຍົກກອງທັບ ໄປທາງກຳພູຊາ ຊຶ່ງເປັນຫົວເມືອງຂຶ້ນ ຂອງສຍາມ. ກອງທັບທັງສອງ ໄດ້ຕີຫົວເມືອງລາວ ໄດ້ທັງໝົດ. ຂະນະທີ່ກຳລັງ ສູ້ຣົບກັນຢູ່ນັ້ນ ອານາຈັກຫຼວງພຣະບາ ງກໍໄດ້ຂໍຂຶ້ນກັບສຍາມ ໃນຊ່ວງທີ່ເກິດສົງຄາມ ແລະຍັງໄດ້ເຂົ້າຊ່ວຍຕີ ກອງທັບ ຂອງວຽງຈັນອີກດ້ວຍ.

ກອງທັບກຣຸງທົນບູຣີ ສາມາດຍຶດວຽງຈັນໄດ້ ເມື່ອວັນແຮມ 3 ຄ່ຳ ເດືອນ 10 ຄ.ສ. 1779. ເປັນອັນວ່າ ຫົວເມືອງລາວ ທັງຝັ່ງຊ້າຍ ແລະຝັ່ງຂວາ ໄດ້ຕົກຢູ່ໃຕ້ອຳນາດ ປົກຄອງ ຂອງກຣຸງທົນບູຣີ ໃນປີນີ້ນັ້ນເອງ. ແລະໄດ້ເຮັດໃຫ້ ອານາເຂດ ຂອງກຣຸງທົນບູຣີ ທາງດ້ານນີ້ຂະຫຍາຍ ໄປຈົນຮອດແດນວຽດນາມ.

ສາຍເຫດທີ່ເຮັດໃຫ້ກຣຸງທົນບູຣີ ສາມາດຂະຫຍາຍ ເຂດໄປເຖີງວຽດນາມ ໂດຍບໍ່ມີການຕໍ່ຕ້ານ ຈາກວຽດນາມ ກໍເພາະວ່າ ໃນຂະນະນັ້ນ ວຽດນາມ ໄດ້ເກີດຄວາມວຸ້ນວາຍ ພາຍໃນ ຄື ເກິດກະບົດ ທີ່ຮ້ອງວ່າ “ກະບົດໄຕເຊີນ”. ສ່ວນພະມ້າເອງ ກໍມີອິດທິພົນນ້ອຍລົງ ເພາະພຣະເຈົ້າມັງຣະ ໄດ້ສະຫວັນຄົດ ຫຼືເສັຽຊີວິດລົງ ແລະພຣະເຈົ້າ ຈິງກູຈາ ຜູ້ຄອງຣາຊສົມບັດ ສືບຕໍ່ມາ ໄດ້ແພ້ເສິກ ແກ່ສຍາມ ໃນຄັ້ງທີ່ພະມ້າ ໄດ້ຍົກກອງທັບ ໄປຕີຊຽງໃໝ່ ໃນປີ ຄ.ສ. 1776.

( ສຽງເສບດົນຕຼີ ຫຼື ແຄນກໍໄດ ້)

ດັ່ງນັ້ນ ຈຶ່ງເຮັດໃຫ້ສຍາມມີອິດທິພົນ ແລະອຳນາດປົກຄອງ ຫົວເມືອງລ້ານນາ ແລະຫົວເມືອງລາວຫຼາຍຂຶ້ນ ເຫດການຂ້າງຕົ້ນນັ້ນ ສແດງໃຫ້ເຫັນວ່າ ຫົວເມືອງລາວ ສະໄໝກຣຸງທົນບູຣີ ຂອງສຍາມນັ້ນ ເກິດຄວາມວຸ້ນວາຍຂຶ້ນ ເນື່ອງຈາກ ເກິດການແຊກແຊງ ເຂົ້າກິດຈະການ ພາຍໃນ ຂອງສຍາມ ແລະພະມ້າ. ກຣຸງທົນບູຣີ ແລະພະມ້າ ໄດ້ແຍ່ງຊິງ ຫົວເມືອງລາວ ແລະພາຍໃນລາວເອງ ກໍເກິດການແຕກແຍກ ຄວາມສາມັກຄີກັນ ເຮັດໃຫ້ກຣຸງທົບບູຣີ ເຂົ້າຍຶດຄອງລາວໄດ້.

ແລະການຍຶດວຽງຈັນ ຂອງກອງທັບສຍາມ ໄດ້ເຮັດໃຫ້ ມີການອົບພະຍົບ ຍ້າຍຖິ່ນ ຂອງຄົນລາວ ຈາກວຽງຈັນ ທັງການເຂົ້າໄປເພີ່ງ ບາຣະມີ ຂອງກະສັດສຍາມ ແລະການຖືກກວາດຕ້ອນ ເປັນຊະເລີຍເສິກ. ແລະ ພ້ອມດຽວກັນນີ້ ສຍາມ ຍັງໄດ້ກວາດຕ້ອນ ເອົາໄທດຳ ຈາກບໍຣິເວນ ເຂດພູພຽງທຣານນິນ ໃກ້ເຂດວຽດນາມ ອີກດ້ວຍ.

( ສຽງເສບດົນຕຼີ ຫຼື ແຄນກໍໄດ ້)

ທ່ານຜູ້ຟັງ ທີ່ຮັກແພງ ເວລາ ສຳລັບລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງລາວ ບ້ານລາວໃນໄທຍ ແຕ່ອາດີດຫາປະຈຸບັນ ໄດ້ໃໝ່ໃນສັປດາໜ້າ. ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າວຽງໄຊ ຜູ້ສເນີ, ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.