ບ້ານລາວໃນປະເທດໄທ ( ຕອນ 7 )
2007.11.20
ສະບາຍດີ ທ່ານຜູ່ຟັງ ທີ່ເຄົາຣົບ ແລະຮັກແພງ
ໃນໄລຍະທຳອິດ ຄົນລາວ ໄດ້ພາກັນຕັ້ງຫຼັກແຫຼ່ງ ຢູ່ບໍຣິເວນ ຮອບອ້ອມ ກຣຸງສີອຍຸທຍາ ແລະ ຕັ້ງເປັນບ້ານ ປຸກເຮືອນ ເປັນຕູບນ້ອຍໆ ຢູ່ບົນດິນ ທີ່ທາງຣາຊການ ແບ່ງໃຫ້ ເພື່ອໃຫ້ຄົນລາວ ໄດ້ເຮັດຢູ່ທຳກິນ. ເມື່ອພໍມີລາຍໄດ້ຂຶ້ນມາ ທາງຣາຊການ ກໍຈະເກັບເອົາ ພາສີອາກອນ ນຳຄົນລາວ. ດັ່ງນັ້ນ ຍິ່ງຄົນລາວ ມີການເຮັດຢູ່ ທຳກິນຫຼາຍເທົ່າໃດ ກໍເທົ່າກັບວ່າ ລາຍໄດ້ຂອງ ຣາຊການ ກໍເພີ່ມຕື່ມຂຶ້ນ ຊັກໄຊ້ ຈະເຫັນໄດ້ວ່າ ເມື່ອຍາມໃດກໍຕາມ ທີ່ຄົນລາວ ໄດ້ບຸກເບີກດິນ ເພື່ອເປັນບ່ອນ ທຳກິນແຫ່ງໃໝ່ ພຣະເຈົ້າແຜ່ນດິນ ກໍຈະພຣະຣາຊທານ ຫຼືໃຫ້ ພາຫນະ ຫຼື ງົວຄວາຍ ໃຫ້ແດ່ຄົນລາວ.
ແຕ່ຢ່າງໃດກໍດີ ເມື່ອມີຄົນລາວ ມາທ້ອນໂຮມກັນຫຼາຍຂຶ້ນ ພຣະເຈົ້າແຜ່ນດິນ ກຣຸງສີອຍຸທຍາ ກໍຢ້ານກົວວ່າ ຄົນລາວເຫຼົ່ານັ້ນ ຈະໂຮມກັນ ເປັນຈຸ້ມແລ້ວ ກະດ້າງກະເດື່ອງ ຈົນກາຍເປັນ ກະບົດໄດ້ ຈຶ່ງໄດ້ສັ່ງໃຫ້ແຍກ ຄົນລາວ ອອກຈາກກັນ. ເມື່ອເປັນດັ່ງນີ້ ຈຶ່ງໄດ້ເຣັດໃຫ້ຄົນລາວ ຢູ່ກັນຢ່າງ ກະຈາກກະຈາຍໄປ ທົ່ວປະເທດໄທຍ. ແລ້ວພຣະເຈົ້າແຜ່ນດິນ ກຣຸງສີອຍຸທຍາ ກໍຍັງ ໄດ້ແຕ່ງຕັ້ງ ໃຫ້ “ນາຍກອງ” ເພື່ອໃຫ້ໄປຄວບຄຸມ ແລະເບິ່ງແຍງ ຄວາມປະພຶດ ຂອງຄົນລາວ ພ້ອມທັງໃຫ້ ສ້າງຣະບົບ ການປົກຄອງ ໃຫ້ສອດຄ້ອງ ກັບກົດໝາຍບ້ານເມືອງ ຂອງກຣຸງສີ ອຍຸທຍາ ອີກດ້ວຍ.
( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )
ເຖີງແມ່ນວ່າຄົນລາວ ຈະຖືກຈັບແຍກ ບໍ່ໃຫ້ພົວພັນ ກັບຄົນລາວ ດ້ວຍກັນ ແລະຍັງໃຫ້ ຢູ່ປົນກັນ ກັບຄົນໄທຍ ແຕ່ປານນັ້ນ ຄົນລາວ ໃນສະໄໝນັ້ນ ກໍຍັງຄົງຮັກສາ ວັທນະທັມ ທາງພາສາ ສະເພາະແມ່ນ ພາສາປາກ ເອົາໄວ້ເປັນຢ່າງດີ.
ເຖິງແມ່ນວ່າ ລາງຄົນຈະເຝິກແອບປາກພາສາໄທຍ ແຕ່ກໍຫາກບໍ່ສາມາດ ຈະເຮັດໃຫ້ ຄືໄທຍໄດ້ ສຳນຽງ ກໍຍັງຄົງເປັນລາວ ຢູ່ຄືເກົ່າ ຈຶ່ງເຮັດໃຫ້ຮູ້ວ່າ ມີຄວາມແຕກຕ່າງ ຈາກຄົນພື້ນເມືອງ.
ຄົນລາວ ສ່ວນຫຼາຍ ຍັງຄົງນັບຖື ສາສນາພຸທ ຍັງໄປວັດ ປະຕິບັດສາສນະກິດ ຕາມຂນົບທັມນຽມ ປະເພນີ ີດັ້ງເດີມຄືກັນ ກັບຄົນສຍາມ. ແຕ່ກໍຍັງມີຄົນລາວ ລາງຈຸນັບຖື ສາສນາຄຣິສ ຊຶ່ງພວກກ່ຽວ ເປັນຄົນລາວ ທີ່ຢູ່ສອກຫຼີກ ຍາກຈົນ ເພາະວ່າ ພວກສອນ ສາສນາຄຣິສຊັ້ນເປັນເຈົ້າວັດ ແລະຊັ້ນພຣະ ໃນ ສະໄໝຣັຊການ ພຣະນາຣາຍ ຂອງ ກຣຸງສີອຍຸທຍານັ້ນ ໄດ້ໃຊ້ວິທີ ເຜີຍແຜ່ສາສນາຄຣິສ ກັບຄົນລາວ ທີ່ຍາກຈົນ ໂດຍໄດ້ຮັບອານຸຍາດ ຈາກພຣະນາຣາຍ ໃຫ້ສິດສອນ ສາສນາຄຣິສ ແດ່ພວກຄົນໄທຍ, ຄົນມອນ ແລະຄົນລາວໄດ້. ປາກົດວ່າ ມີຄົນລາວ ບາງສ່ວນໄດ້ເຂົ້າຮີດ ນັບຖືສາສນາຄຣິສ.
( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )
ຕໍ່ມາ ໃນສະໄໝ ພຣະເຈົ້າທ້າຍສະ (ຣະຫວ່າງ ຄ.ສ. 1708-1732) ພຣະອົງ ບໍ່ມັກສາສນາ ຄຣິສເລີຍ ໃນ ສະໄໝນີ້ ພວກສອນ ສາສນາຄຣິສ ຖືກໜີບຮັດຫຼາຍ ຊຶ່ງໄດ້ສົ່ງຜົນສະທ້ອນ ເຖິງ ຄົນລາວ ທີ່ນັບຖືສາສນາຄຣິສດ້ວຍ ຈະເຫັນໄດ້ວ່າ ໃນ ປີ ຄ.ສ. 1730 ພຣະອົງ ໄດ້ປະກາດ ຄຳສັ່ງ 4 ຂໍ້ ແກ່ພວກສອນສາສນາ ດັ່ງມີຂໍ້ຄວາມວ່າ:
1. ຫ້າມບໍ່ໃຫ້ສັງຄະຣາຊ ຂອງສາສນາຄຣິສ ເທສນາສິດສອນ ສາສນາຄຣິສ ເປັນພາສາ ບາລີ ແກ່ຄົນໄທຍ, ຄົນມອນ, ແລະຄົນລາວ.
2. ຫ້າມບໍ່ໃຫ້ ສັງຄະຣາຊ ຂອງສາສນາຄຣິສ ແຕ່ງໜັງສື ສາສນາຄຣິສ ເປັນພາສາບາລີ ແລະພາສາໄທຍ໌.
3. ຫ້າມບໍ່ໃຫ້ສັງຄະຣາຊ ຂອງສາສນາຄຣິສ ກ້ຽວກ່ອມ ແລະຫຼອກລວງ ພວກຄົນໄທຍ, ຄົນມອນ ແລະຄົນລາວ ໃຫ້ເປັນຄຣິສຕຽນ.
4. ຫ້າມບໍ່ໃຫ້ສັງຄະຣາຊ ຂອງສາສນາຄຣິສ ຕິຕຽນສາສນາພຸທ.
( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )
ຕໍ່ມາ ພຣະອົງ ກໍໄດ້ອອກປະກາດ ຫ້າມສອນ ສາສນາຄຣິສ ເປັນພາສາມອນ, ພາສາວຽດນາມ, ພາສາຈີນ ແລະ ພາສາລາວ. ແລ້ວຍັງໃຫ້ເອົາຫິນ ແຜ່ນໃຫຍ່ ມາຄວັດເ ປັນຕົວໜັງສື ປະກາດ ປະນາມ ພວກຄຣິສຕຽນ ແລ້ວກໍເອົາໄປຕັ້ງໄວ້ ຮ່ອມທາງເຂົ້າສິມ ຂອງພວກຄຣິສ.
ຂໍ້ຄວາມນຶ່ງ ໄດ້ກ່າວປະນາມວ່າ ພວກພຣະຄຣິສ ໄດ້ຫຼອກລວງຄົນໄທຍ, ຄົນມອນ, ແລະຄົນລາວ ຊຶ່ງພວກກ່ຽວ ໄດ້ນັບຖືສາສນາ ອັນປະເສີດຢູ່ແລ້ວ ແລະຍັງໄດ້ຫຍ້ອງຍໍພວກ ຄົນໄທຍ໌, ຄົນມອນ ແລະຄົນລາວ ໂດຍກ້ຽວກ່ອມ ເປັນອັນມາກ.
ແລ້ວກໍຍັງມີປະກາດ ທີ່ກ່ຽວກັບຄົນລາວ ອີກວ່າ ພວກຄນໄທຍ໌, ຄົນມອນ ແລະຄົນລາວ ເຖິງແມ່ນວ່າ ຈະຍາກຈົນ ປານໃດກໍຕາມ ຫ້າມບໍ່ໃຫ້ຢືມເງີນຄຳ ຈາກພວກສອນສາສນາ, ຫ້າມ ໄປເຂົ້າຮີດ ຫຼືເຂົ້າສາສນາ ຫຼືຫ້າມເຊື່ອ ແລະນັບຖືສາສນາຄຣິສ ແລະຍັງໄດ້ຫ້າມ ບໍ່ໃຫ້ພວກ ນັກສອນສາສນາ ຮັບເອົາຄນໄທຍ໌, ຄົນມອນ ແລະຄົນລາວ ເຂົ້າຮີດເປັນອັນຂາດ.
( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )
ຕໍ່ມາກໍໄດ້ມີປະກາດ ເປັນມາດຕາການ ເດັດຂາດອອກມາ ຕື່ມອີກວ່າ ຄົນໄທຍ໌, ຄົນມອນ ແລະຄົນລາວ ທີ່ເປັນຄຣິສຕຽນ ຈະຕ້ອງຖືກຄ່ຽນຕີຢ່າງໜັກ ແລະປະຫານຊີວິດດ້ວຍ. ແລະຕໍ່ໄປ ຖ້າຍັງຂືນ ມີຄົນໄປນັບຖືສາສນາຄຣິສອີກ ຈະຕ້ອງຖືກຕັດຫົວ ເອົາໄປສຽບປະຈານ ໄວ້ທີ່ ໜ້າເຮືອນ ຂອງພຣະສາສນາຄຣິສ ຝຣັ່ງເສສ ແລະບັນດາພໍ່, ແມ່, ລູກ, ເມັຽ ແລະຍາດຕິ ພີ່ນ້ອງຂອງຄົນເຫຼົ່ານັ້ນ ຈະຕ້ອງຖືກໃສ່ໂທດ ຢ່າງໜັກ ແລະຍັງຈະຖືກໄໝ ເອົາຊັບສິນອີກຕື່ມ. ຕັ້ງແຕ່ນັ້ນ ກໍປາກົດວ່າ ບໍ່ມີຄນໄທຍ໌, ຄນມອນ ແລະຄົນລາວ ນັບຖືສາສນາຄຣິສອີກແມ່ນ ແຕ່ຄົນດຽວ ເຖີງແມ່ນວ່າ ຈະສ້ຽງສຸດ ຣັຊການ ພຣະເຈົ້າ ທ້າຍສະໄປແລ້ວກໍຕາມ.
ດ້ວຍສາຍເຫດນີ້ ຈຶ່ງໄດ້ເຮັດໃຫ້ ຄົນລາວໃນກຣຸງສີອຍຸທຍາ ຍັງເປັນຄົນພຸທ ຫຼາຍກວ່າຄົນຄຣິສ.
( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )
ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງລາວຂອງ “ແຕ່ອາດີດຫາປະຈຸບັນ ບ້ານລາວໃນໄທຍ” ໄດ້ໃໝ່ໃນສັປດາໜ້າ. ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າວຽງໄຊ ຜູ້ສເນີ, ສະບາຍດີ.