ບ້ານລາວໃນປະເທດໄທ ( ຕອນ 5 )
2007.11.20
ສະບາຍດີ ທ່ານຜູ່ຟັງທີ່ເຄົາຣົບແລະຮັກແພງ
ອິງຕາມຫຼັກຖານ ຂອງພຣະຣາຊພົງສາວະດານ ກຣຸງສີອາຍຸທຍາ ສະບັບ ພັນຈັນທະນຸມາສ (ເຈີມ) ກັບ ພຣະຣາຊພົງ ສາວະດານ ກຣຸງສີອາຍຸທຍາ ສະບັບ ພຣະຈັກກະພັດດິພົງ (ຈາດ) ກ່າວວ່າ ລາວທີ່ເຂົ້າໄປ ຢູ່ ອາຍຸທຍານັ້ນ ຄົນລາວສ່ວນຫຼາຍ ແມ່ນລາວຊຽງໃໝ່ ຊຶ່ງຖືກກວາດຕ້ອນ ຫຼາຍຊ່ວງ ດ້ວຍການ ທີ່ກຣຸງສີອາຍຸທຍາ ໄດ້ຍົກທັບ ຊຶ້ນໄປທຳສົງຄາມ ກັບກອງທັບ ຫົວເມືອງລ້ານນາແດ່ ຫຼືບໍ່ແນວນັ້ນ ກໍແມ່ນ ການທີ່ກອງທັບ ລ້ານນາຍົກລົງໄປຕີ ກຣຸງສີອາຍຸທຍາ ແຕ່ກັບພ່າຍແພ້ ເລີຍຕົກເປັນຊະເລີຍເສິກ.
ໃນພຣະຣາຊພົງ ສາວະດານ ທັງສອງກວ່າວ່າ ໃນສະໄໝຂອງ ສົມເດັດ ພຣະຣາເມສວນ ທີ່ຄອງຣາຊ ເປັນເທື່ອທີ່ 2 ໄດ້ຍົກທັບ ໄປຕີຊຽງໃໝ່ ແລະ ຜາບແພ້ເມືອງຊຽງໃໝ່ ຈຶ່ງໄດ້ກວາດຕ້ອນ ເອົາຄົນລາວ ຊຽງໃໝ່ລົງໄປນຳ. ຈາກນັ້ນກໍ ໄດ້ຖືກສົ່ງຕົວ ຄົນລາວຊຽງໃໝ່ ໃຫ້ໄປຢູ່ທາງ ພາກໃຕ້ຂອງສຍາມ ຄື ເມືອງພັດທະລຸງ, ສົງຂຼາ, ນະຄອນ ສີທັມມະຣາຊ ແລະສ່ວນນຶ່ງ ກໍເອົາໄປໄວ້ທາງ ພາກຕະເວັນອອກ ຂອງສຍາມ ຄື ຈັນທະບູຣີ.
ຕໍ່ມາ ໃນຣັຊການສົມເດັດພຣະບໍຣົມຣາຊາທິຣາຊ ທີ່ 2 ຄື ຣະຫວ່າງປີ ຄ.ສ. 1424-1448 ໄດ້ຍົກທັບໄປຕີຊຽງໃໝ່ອີກ ແລະໄດ້ຊະເລີຍລາວ ມາເປັນຈຳນວນ ຫຼວງຫຼາຍ ແຕ່ຫຼັກຖານ ເອກະສານ ບໍ່ໄດ້ບອກວ່າ ຄົນລາວ ຊຽງໃໝ່ໄດ້ຖືກ ສົ່ງຕົວໄປຢູ່ ພາກສ່ວນໃດ ຂອງສຍາມ.
ໃນຣັຊການ ສົມເດັດ ພຣະທັມມະຣາຊາ ຣະຫວ່າງປີ ຄ.ສ. 1569-1590 ໄດ້ສັ່ງໃຫ້ ພຣະນະເຣສວນ ຊຶ່ງເປັນໂອຣົສ ຫຼື ລູກຊາຍ ຍົກກອງທັບ ໄປຕີເອົາຊຽງໃໝ່ ແລ້ວໄດ້ກວາດຕ້ອນ ຊະເລີຍເສິກ ຊຶ່ງມີທັງຄົນ ຊຽງໃໝ່, ຄົນພະມ້າ ແລະຄົນໄທໃຫຍ່ ແລ້ວເອົາໄປໄວ້ ກຣຸງສີອາຍຸທຍາ.
ຫຼັງຈາກ ທີ່ສຍາມຕົກເປັນ ຫົວເມືອງຂຶ້ນ ຂອງພະມ້າ ພຣະນະເຣສວນ ໄດ້ກອບກູ້ ອິດສະຣະພາບຄືນ ໂດຍໄດ້ປະກາດຕົວ ເປັນເອກກະຣາຊ ບໍ່ເປັນຫົວເມືອງຂຶ້ນ ຂອງພະມ້າ ໃນທ້າຍປີ ຄ.ສ. 1584 ແລະໃນປີຕໍ່ມາ ຄືປີ ຄ.ສ. 1585 ພະມ້າ ກໍໄດ້ຍົກກອງທັບ ໄປສົບທົບ ກັບກອງທັບ ຂອງຫົວເມືອງລ້ານນາ ໂດຍຫວັງ ຈະທັບມ້າງ ກຣຸງສີອາຍຸທຍາ ແລະເອົາມາເປັນ ຫົວເມືອງຂຶ້ນ ຄືນໃໝ່. ແຕ່ວ່າ ໃນບັ້ນຮົບບັ້ນນັ້ນ ກອງທັບ ຂອງຫົວເມືອງ ລ້ານນາ ໄດ້ພ່າຍແພ້ຕໍ່ກອງທັບ ອາຍຸທຍາ ສຍາມ ກໍຈຶ່ງຈັບເອົາ ທະຫານລາວ ຊຽງໃໝ່ ໄປເປັນຊະເລີຍ ອີກຕື່ມ.
ໃນຣັຊການ ສົມເດັດ ພຣະນາຣາຍ ຣະຫວ່າງປີ ຄ.ສ. 1656-1688 ພຣະນາຣາຍ ໄດ້ຍົກກອງທັບ ໄປຕີຫົວເມືອງ ລ້ານນາ ໃນ ຄ.ສ. 1661 ແລະຕີໄດ້ເມືອງ ລຳປາງ, ເມືອງລຳພູນ, ເມືອງຊຽງໃໝ່ ແລະເມືອງຊຽງແສນ ແລະໄດ້ກວາດຕ້ອນ ເອົາຄົນນຳຫົວເມືອງ ພວກກ່ຽວ ລົງໄປໄວ້ອາຍຸທຍາ ອີກຈຳນວນໜຶ່ງ.
( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )
ຈາກເອກະສານນີ້ ຈະເຫັນໄດ້ວ່າ ຄົນສຍາມ ໃນສະໄໝ ກຣຸງສີອາຍຸທຍາ ນັ້ນ ໄດ້ຖືວ່າ ຄົນລ້ານນາ ຫຼື ຄົນພາກເໜືອ ຂອງໄທຍ ໃນປະຈຸບັນນັ້ນ ແມ່ນຄົນລາວ ຄືກັນກັບຄົນລາວ ຈາກອານາຈັກ ຫຼວງພຣະບາງ, ວຽງຈັນ ແລະຈຳປາສັກ ແລະຄົນລາວ ໃນພາກອີສານ ຂອງໄທຍ໌.
ອີກຢ່າງນຶ່ງ ຄື ການທຳສົງຄາມກັນ ຂອງອານາຈັກຕ່າງໆ ໃນສະໄໝນັ້ນ ຖ້າແມ່ນຕີບ້ານ ຕີເມືອງໃດ ໄດ້ແລ້ວ ກໍຈະຕ້ອງ ກວາດຕ້ອນເອົາຄົນ ໄປໄວ້ໃນເມືອງ ຂອງຕົນ ຈົນຖືໄດ້ວ່າ ການກວາດຕ້ອນເອົາຄົນ ຖືເປັນ ຈຸດສະສົງຫຼັກ ຂອງການທຳສົງຄາມ ຂອງທຸກອານາຈັກ ເພາະວ່າ ກຳລັງຄົນ ໃນສະໄໝນັ້ນ ຖືວ່າເປັນຊັບພະຍາກອນ ທີ່ມີຄ່າທີ່ສຸດ ມີຄ່າຫຼາຍກວ່າແນວໃດໝົດ.
ອີກແນວນຶ່ງ ອາດຈະເປັນ ເພາະວ່າ ເມື່ອຜາບແພ້ ເມືອງໃດໄດ້ແລ້ວ ການທີ່ຈະຍຶດຄອງ ໄວ້ຕ້ອງໃຊ້ກຳລັງ ທະຫານ ແລະກຳລັງຄົນ ຢ່າງຫຼວງຫຼາຍ ໃນການປົກຄອງ ສູ້ກວາດຕ້ອນ ເອົາຄົນໜີ ໃຫ້ເມືອງແປນເປົ່າ ບໍ່ມີພົນລະເມືອງ ເມື່ອບໍ່ມີຄົນ ກໍບໍ່ມີກຳລັງ ທະຫານ ເປັນການທັບມ້າງ ສັດຕູອີກທາງນຶ່ງ ຂອງຄົນບູຮານ. ການກວາດຕ້ອນຄົນ ໄປເປັນຊະເລີຍເສິກນັ້ນ ຫຼືຈະເວົ້າອີກຢ່າງນຶ່ງ ກໍຄື ນອກຈາກ ຈະໄດ້ກຳລັງຄົນ ໄປປູກຝັງເຂົ້ານ້ຳ ລ້ຽງກອງທັບແລ້ວ ຍັງເປັນການຕັດກຳລັງ ຂອງຝ່າຍ ສັດຕູໄດ້ອີກນຳ.
ຍຸກສະໄໝ ກວາດຕ້ອນ ເອົາຜູ່ເອົາຄົນ ດັ່ງກ່າວນີ້ ພົງສາວະດານ ຂອງລ້ານນາ ຫຼືພາກເໜືອ ຂອງໄທຍ໌ ຮ້ອງຍຸກສະໄໝນີ້ວ່າ “ຍຸກເກັບຜັກໃສ່ຊ້າ ເກັບຂ້າໃສ່ເມືອງ” ຄືເປັນຍຸກ ຂອງການກວາດຕ້ອນ ເອົາຄົນ ໄປໄວ້ເປັນກຳລັງ.
( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )
ຄົນລາວ ທີ່ຖືກກວາດຕ້ອນໄປໃນ ສະໄໝ ກຣຸງສີອາຍຸທຍານັ້ນ ບໍ່ແມ່ນຈະມີແຕ່ ຣາສະດອນ ທັມມະດາເທົ່ານັ້ນ ແຕ່ຫາກ ຍັງມີເຈົ້າ ແລະເຊື້ອພຣະວົງ ຈາກເມືອງຕ່າງໆ ໄດ້ຖືກກວາດຕ້ອນ ໄປນຳ ແລະພວກເຈົ້າ ແລະເຊື້ອພຣະວົງ ທີ່ຢູ່ກຣຸງສີ ອາຍຸທຍາ ສະໄໝນັ້ນ ບໍ່ແມ່ນ ຈະມີແຕ່ພວກ ທີ່ຖືກກວາດຕ້ອນໄປ ເທົ່ານັ້ນ ພວກທີ່ໂຕນໜີ ເຂົ້າໄປເພີ່ງກະສັດ ຂອງກຣຸງສີ ອາຍຸທຍາເອງກໍມີ.
ບາດຫຼວງ ຫຼືພຣະສອນສາສນາຄຣິສຕຽນ (ໃນເອກະສານ ມີແຕ່ພາສາໄທຍ໌ ວ່າ “ບາດຫຼວງຕາຊາດ” ບໍ່ມີພາສາຝຣັ່ງ ຍ້ານອອກສຽງຜິດ ເລີຍບໍ່ໃສ່) ຊຶ່ງເດີນທາງ ເຂົ້າສູ່ປະເທດສຍາມ ໃນສະໄໝ ກຣຸງສີອາຍຸທຍາ ໄດ້ຂຽນບັນທຶກໄວ້ ໃຫ້ຮູ້ວ່າ ໃນຣາຊອານາຈັກສຍາມ ມີບຸກຄົນຂັ້ນເຈົ້ານາຍຢູ່ 3 ປະເພດ ຄື ພວກທີນຶ່ງ ແມ່ນເຈົ້ານາຍ ເຊື້ອພຣະວົງ ຂອງພຣະເຈົ້າ ກຣຸງ ກັມພູຊາ ກັບປະເທດຫົວເມືອງຂຶ້ນອື່ນໆ; ພວກທີສອງ ແມ່ນເຈົ້ານາຍ ເຊື້ອພຣະວົງ ຂອງເຈົ້າມະຫາຊີວິດ ແຫ່ງປະເທດລາວ, ເຈົ້າຊຽງໃໝ່ ແລະບັງຄາ (Banca) ຊຶ່ງໄດ້ຕົວມາ ເປັນຊະເລີຍ ກັບບາງ ພຣະອົງ ກໍໂຕນໜີເຂົ້າມາເພີ່ງບາຣະມີ; ແລະພວກທີສາມ ແມ່ນບຸກຄົນ ທີ່ພຣະເຈົ້າແຜ່ນດິນ ສຍາມ ຕັ້ງຂຶ້ນໃຫ້ເປັນເຈົ້າ.
ແຕ່ຢ່າງໃດກໍດີ ເຈົ້ານາຍເຊື້ອພຣະວົງລາວ ທີ່ຢູ່ໃນຣາຊສຳນັກ ສຍາມນັ້ນ ບໍ່ໄດ້ມີຈຳນວນຫຼາຍ ພໍເທົ່າໃດ ແຕ່ຣາສດອນລາວ ທີ່ຖືກກວາດຕ້ອນ ໄປເປັນຊະເລີຍເສິກນັ້ນ ມີຢູ່ຢ່າງຫຼວງຫຼາຍ.
ທີ່ກຣຸງສີອາຍຸທຍາ ຕ້ອງກວາດຕ້ອນ ຊະເລີຍເສິກ ເຂົ້າໄປໄວ້ ເປັນຈຳນວນ ຫຼວງຫຼາຍນີ້ ກໍເພື່ອ ຈະໃຊ້ເປັນກຳລັງ ໃນການປູກຝັງຜົນ ຜະລິດທາງດ້ານ ການກະເສດ ສຳລັບ ໃຫ້ກຣຸງສີອາຍຸທຍາ ເກັບທ້ອນໄວ້ ເປັນສະບຽງອາຫານ ໃນການທຳເສິກ ສົງຄາມຕໍ່ໄປ. ຂະນະດຽວກັນ ຊະເລີຍເສິກ ພວກນີ້ ພໍຢູ່ເຫີງນານໄປ ກໍຈະກາຍເປັນ ປະຊາຊົນ ພົນລະເມືອງ ຂອງສຍາມຕໍ່ໄປ ໃນພາຍໜ້າ ເປັນການເພີ່ມຕຶ່ມ ກຳລັງ ໃຫ້ແດ່ປະເທດ ອີກທາງນຶ່ງ. ດັ່ງນັ້ນ ການທຳເສິກ ສົງຄາມ ເພື່ອກວາດຕ້ອນ ເອົາພົນລະເມືອງກັນ ນີ້ ນອກຈາກ ຈະມີຈຸດປະສົງ ທາງດ້ານການທະຫານ ແລ້ວ ອານາຈັກ ໃນສະໄໝບູຮານ ຍັງມີຈຸດປະສົງ ທາງດ້ານ ເສດຖະກິດ ໄປພ້ອມໆ ກັນອີກນຳ.
( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )
ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບ ລາຍການ ຂອງເຮົາໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານ ຮັບຟັງ ເລື້ອງລາວຂອງ “ແຕ່ອາດີດ ຫາປະຈຸບັນ ບ້ານລາວໃນໄທຍ” ໄດ້ໃໝ່ໃນສັປດາໜ້າ. ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າວຽງໄຊ ຜູ້ສເນີ, ສະບາຍດີ.