ບ້ານລາວໃນປະເທດໄທ ( ຕອນ 3 )
2007.11.20
ສະບາຍດີ ທ່ານຜູ່ຟັງທີ່ເຄົາຣົບແລະຮັກແພງ.
ອິງຕາມຈົດໝາຍເຫຕ ຂອງສຍາມນັ້ນ ສຍາມ ແບ່ງແຍກຄົນລາວ ອອກເປັນ 6 ພວກດ້ວຍກັນ ຄື ພວກທີ່ 1 ແມ່ນ ປະຊາຊົນ ທີ່ຢູ່ຫົວເມືອງລ້ານນາ; ພວກທີ່ 2 ປະຊາຊົນ ທີ່ຢູ່ໃນດິນແດນ ພາກອີສານ; ພວກທີ່ 3 ປະຊາຊົນ ທີ່ຢູ່ບໍລິເວນ ອານາຈັກ ຫຼວງພຣະບາງ, ອານາຈັກວຽງຈັນ ແລະ ອານາຈັກຈຳປາສັກ; ພວກທີ່ 4 ຊາວລາວ ເມືອງພວນ; ພວກທີ່ 5 ລາວຊົງດຳ ຫຼື ລາວໂຊ່ງ; ແລະຄົນ ລາວພວກທີ 6 ຄື ລາວພູຄັງ.
ສຳລັບ ລາວພວກທີ 1 ຫາພວກທີ່ 3 ໄດ້ອະທິບາຍໄປແລ້ວ ຕໍ່ໄປແມ່ນ ລາວພວກທີ່ 4 ແມ່ນ ຄົນລາວ ເມືອງພວນ ຫຼື ທີ່ໄທຍສຍາມ ຮ້ອງວ່າ “ລາວພວນ” ນັ້ນເອງ. ລາວພວນ ນີ້ແມ່ນ ຄົນຈາກເມືອງພວນ ຊຶ່ງຢູ່ໃນເຂຕ ພູພຽງ ໃນແຂວງຊຽງຂວາງ.
ຄົນເມືອງພວນ ຖືກສົ່ງເຂົ້າໄປ ຕັ້ງບ້ານເຮືອນ ຢູ່ໃນກຣຸງເທພ ກໍມີ ນອກຈາກນັ້ນ ຍັງຢູ່ແຂວງສະເຊີງເຊົາ, ແຂວງລົບບຸຣີ ແຂວງເພັຊບຸຣີ ແລະແຂວງຣາຊບຸຣີ ເປັນຕົ້ນ.
( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້)ສຳລັບຄົນລາວ ພວກທີ່ 5 ໃນຄວາມໝາຍ ຂອງໄທຍສຍາມ ຄື ລາວຊົງດຳ ຫຼືລາວໂຊ່ງ ຫຼື ຫຼືທີ່ທ່ານ ຜູ້ຟັງ ໄດ້ຮູ້ຈັກກັນ ເປັນຢ່າງດີແລ້ວ ໃນລາຍການນີ້ ລາວຊົງດຳ ຫຼືລາວໂຊ່ງ ທີ່ຄົນໄທຍ ຮ້ອງກໍຫາກແມ່ນ “ໄທດຳ” ນັ້ນເອງ.
ອິງຕາມເອກກະສານ ຂອງໄທຍ ບົ່ງຊີ້ວ່າ ລາວຊົງດຳ ມີຖິ່ນຖານດັ້ງເດີມຢູ່ ແຄວ້ນສິບສອງຈຸໄທ ແລະ ຢາຍຢູ່ດິນຈີນ ຕັ້ງແຕ່ມົນທົນ ກວາງສີ, ມົນທົນຢູນນານ; ແລະຢູ່ໃນວຽດນາມ ຢູ່ມົນທົນຕັງເກັ໋ຽ ຫຼືຕົນແກັງ ຢູ່ອ່າວແມ່ນ້ຳດຳ ແລະ ແມ່ນ້ຳແດງ. ໃນສະໄໝ ຣັຕຕະນະໂກສິນ ຕອນຕົ້ນ ສຍາມ ໄດ້ກວາດຕ້ອນ ເອົາລາວພວນ ມາໄວ້ຢູ່ໄທຍຫຼາຍຄັ້ງ. ແລະລາວພວນ ຖືກຈັດບ່ອນ ໃຫ້ຢູ່ທີ່ເມືອງເພັຊບຸຣີ ແຕ່ພຽງບ່ອນດຽວ ຊຶ່ງໃນປະຈຸບັນ ທີ່ເຫັນວ່າມີລາວໂຊ່ງ ຫຼືຄົນໄທດຳ ຢາຍກັນຢູ່ຕາມແຂວງຕ່າງໆ ຂອງໄທຍ ເຊັ່ນ ຣາຊບຸຣີ, ນະຄອນປະຖົມ, ສຸພັນບຸຣີ, ການຈະນະບຸຣີ ແລະ ສະໝຸດສາຄອນ ນັ້ນ ເປັນເພາະວ່າ ໃນສະໄໝຣັຊການທີ່ 4 ນັ້ນ ຄົນລາວໂຊ່ງ ໄດ້ອົບພະຍົບ ຍ້າຍຖິ່ນ ຊອກບ່ອນ ຕັ້ງບ້ານເມືອງກັນໃໝ່.
ລາວພວກທີ່ 6 ແມ່ນ ລາວພູຄັງ ອິງຕາມ ເອກກະສານ ຝ່າຍໄທຍອ້າງວ່າ ເປັນຄົນລາວ ທີ່ໄປຈາກເມືອງພູຄັງ ແຕ່ບໍ່ໄດ້ບົ່ງຊີ້ວ່າ ຢູ່ບ່ອນໃດຈະແຈ້ງ ບອກໄວ້ແຕ່ພຽງວ່າ ເມືອງພູຄັງ ຕັ້ງຢູ່ຝັ່ງຊ້າຍແມ່ນ້ຳຂອງ ເທົ່ານັ້ນ. ເມືອງພູຄັງ ເປັນເມືອງ ທີ່ກອງທັບສຍາມໄດ້ຍົກ ໄປຕັ້ງຖານທັບຢູ່ ໃນຄາວທີ່ຍົກທັບ ຂຶ້ນໄປທຳສົງຄາມ ກັບວຽດນາມ ໃນສະໄໝຣັຊການທີ່ 3.
ກອງທັບສຍາມກໍໄດ້ກວາດຕ້ອນລາວພູຄັງ ເຂົ້າໄປໄວ້ໃນ ຫົວເມືອງຊັ້ນໃນ ຂອງສຍາມ ໂດຍສົ່ງໃຫ້ໄປຢູ່ ທີ່ເມືອງສຸພັນບຸຣີ ຫຼືແຂວງສຸພັນບຸຣີ ໃນປະຈຸບັນ ແລະ ອີກສ່ວນນຶ່ງ ໃຫ້ໄປຢູ່ເມືອງນະຄອນໄຊສີ ຊຶ່ງຢູ່ໃນແຂວງນະຄອນປະຖົມ ໃນປະຈຸບັນ.
( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້)
ຣະບົບການບໍຣິຫານ ປະເທດ ສ່ວນກາງຂອງສຍາມ ໃນສະໄໝ ຣັຕຕະນະໂກສິນ ຕອນຕົ້ນນັ້ນ ປົກຄອງ ໂດຍຈັດໃຫ້ມີ “ຈະຕຸສະດົມ” ຫຼື ເສົາ 4 ເສົາ ປະກອບດ້ວຍ ວຽງ, ວັງ, ຄັງ, ນາ ແລະ ມີກົມກອງຍ່ອຍໆ ຂຶ້ນກັບຝ່າຍທະຫານ ແລະຝ່າຍພົລະເຣືອນ.
ນອກຈາກສ່ວນກາງແລ້ວ ກໍແມ່ນສ່ວນພູມິພາກ ຊຶ່ງແບ່ງແຍກອອກໄປອີກ ເປັນຫົວເມືອງຊັ້ນໃນ, ຫົວເມືອງຊັ້ນນອກ ແລະຫົວເມືອງປະເທດສະຣາຊ ຫຼືຫົວເມືອງຂຶ້ນ.
ເມືອງຕ່າງໆ ທີ່ຢູ່ຫົວເມືອງຊັ້ນ ໃນແລະຫົວເມືອງຊັ້ນນອກ ຍັງແບ່ງແຍກອອກໄດ້ອີກ 4 ລຳດັບ ຄື ເມືອງເອກ, ເມືອງໂທ, ເມືອງຕຣີ ແລະ ເມືອງຈັຕຕະວາ ໂດຍຢູ່ພາຍໃຕ້ ອຳນາດປົກຄອງ ຂອງເສນາບໍດີ 3 ທ່ານ ຄື ສະໝຸຫະພຣະກະລາໂຫມ, ສະໝຸຫະນາຍົກ ແລະ ເສນາບໍດີກົມມະທ່າ ຊຶ່ງເສນາບໍດີ ທັງສາມທ່ານນີ້ ມີໜ້າທີ່ ເບິ່ງແຍງຄວາມສະຫງົບ ຄວບຄຸມການພາສີ ແລະການສາລ ຫຼືການຕັດສິນຄະດີຄວາມ ແລະສາມາຖສັ່ງການ ໃຫ້ເຈົ້າເມືອງຕ່າງໆ ເກນເອົາແຮງງານ ແລະເກັບສ່ວຍ ຫຼືຈະເກນເອົາຄົນ ໄປເຮັດງານ ຫຼືໄປຣົບທັບຈັບເສີກ ກໍໄດ້.
ເມືອງທີ່ເປັນເມືອງເອກ, ເມືອງໂທ ແລະເມືອງຕຣີນັ້ນ ຖືວ່າເປັນຫົວເມືອງຊັ້ນນອກ; ແຕ່ຖ້າເປັນເມືອງຈັຕຕະວາ ກໍເປັນຫົວເມືອງຊັ້ນໃນ
ສຳລັບ “ຫົວເມືອງຊັ້ນໃນ” ທີ່ຄົນລາວ ຖີກກວາດຕ້ອນ ໃຫ້ໄປຢູ່ນັ້ນ ໃນສະໄໝຣັຕ ຕະນະໂກສິນ ແຕ່ຣັຊການທີ່ 1 ເປັນຕົ້ນມາ ປາກົດໃນກົດໝາຍຕຣາ ສາມດວງ ວ່າ ມີຢູ່ 30 ເມືອງ ໄດ້ແກ່ ເມືອງບົວຊຸມ, ເມືອງໄຊບາດານ, ເມືອງຣະຍອງ, ເມືອງຊົລ, ເມືອງສະໝຸດສາຄອນ, ເມືອງສະໝຸດປຣາການ, ເມືອງບາງລະມຸງ, ເມືອງກຸຍ, ເມືອງປຣານ, ເມືອງນົນທະບຸຣີ, ເມືອງໄຊນາດ, ເມືອງອຸໄທ, ເມືອງມະໂນຣົມ, ເມືອງສັນບຸຣີ, ເມືອງສິງບຸຣີ, ເມືອງອິນບຸຣີ, ເມືອງພຼົມບຸຣີ, ເມືອງລົບບຸຣີ, ເມືອງສຸພັນບຸຣີ, ເມືອງສີສະຫວັດດີ, ເມືອງໄຊໂຍກ, ເມືອງສະເຊີງເຊົາ, ເມືອງນະຄອນໄຊສີ, ເມືອງຣາຊບຸຣີ, ເມືອງວິເສສໄຊຊານ, ເມືອງເພັຊບຸຣີ, ເມືອງສະໝຸດສົງຄາມ, ເມືອງປະຈິມທະບຸຣີ, ເມືອງນະຄອນນາຍົກ ແລະເມືອງສະຫຣະບຸຣີ.
ຫົວເມືອງຊັ້ນໃນ ເປັນຫົວໜ່ວຍການປົກຄອງ ທີ່ຢູ່ບໍ່ໄກຈາກເມືອງຫຼວງ ມີຂ້າຣາຊການ ຊັ້ນຜູ້ໃຫຍ່ ຂອງເມືອງ ຢູ່ໃນຕຳແໜ່ງ ເປັນຜູ້ຮັກສາເມືອງ ແຕ່ພໍເມື່ອມາເຖີງສະໄໝ ຣັຊການທີ່ 4 ໄດ້ມີການ ຈັດແບ່ງແຍກ ອຳນາດປົກຄອງ ຫົວເມືອງຄືນໃໝ່ ໂດຍແບ່ງອອກເປັນ; ຫົວເມືອງຊັ້ນໃນ, ຫົວເມືອງຊັ້ນກາງ ແລະ ເມືອງປະເທດ ສະຣາຊ ແລະ ມີກາຣເພີ່ມຕື່ມ ຫົວເມືອງຊັ້ນໃນ ຫຼືຂະຫຍາຍເຂຕ ຂຶ້ນຕື່ມອີກ.
ເວົ້າສະເພາະ ຫົວເມືອງຊັ້ນໃນ ກໍໄດ້ມີການແບ່ງອຳນາດ ປົກຄອງອອກເປັນ 3 ຢ່າງ ໄດ້ແກ່ 1. ຫົວເມືອງຊັ້ນໃນ ແຕ່ເມືອງອຸດຕະຣະດິດ, ເມືອງກຳແພງເພັຊ ຕາມລຳແມ່ນ້ຳ ໄປເຖີງເມືອງ ອະຍຸທຍາ, ເມືອງປຼາຈີນ, ເມືອງສະເຊີງເຊົາ ແລະ ເມືອງສຸພັນບຸຣີ ໃຫ້ຢູ່ໃນປົກຄອງ ຂອງກົມມະຫາດໄທຍ 2. ຫົວເມືອງຊັ້ນໃນ ແຕ່ເມືອງໄຊຍາ ເຂົ້າໄປຮອດ ເມືອງເພັຊບຸຣີ ແລ້ວຂຶ້ນໄປຈົນຮອດ ເມືອງການຈະນະບຸຣີ ໃຫ້ຢູ່ໃນປົກຄອງ ຂອງກົມພຣະກະລາໂຫມ ແລະ 3. ຫົວເມືອງຊັ້ນໃນ ແຕ່ເມືອງຕຣາດ ເຂົ້າໄປຮອດ ເມືອງສະໝຸດປຣາການ, ເມືອງສາຄອນບຸຣີ, ເມືອງສະໝຸດສົງຄາມ ແລະ ເມືອງນະຄອນໄຊສີ ໃຫ້ຢູ່ໃນຄວາມຮັບຜິດຊອບ ຂອງກົມມະທ່າ. ໂດຍທີ່ເມືອງເຫຼົ່ານີ້ ມີຂຸນນາງຈາກກຣຸງເທພ ໄປເປັນຜູ້ຮັກສາເມືອງ.
( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້)
ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງລາວຂອງ “ແຕ່ອາດີດຫາປະຈຸບັນ ບ້ານລາວໃນໄທຍ” ໄດ້ໃໝ່ໃນສັປດາໜ້າ ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າວຽງໄຊ ຜູ້ສເນີ, ສະບາຍດີ.