ບ້ານລາວໃນປະເທດໄທ ( ຕອນ 2 )


2007.11.20

ສະບາຍດີ ທ່ານຜູ່ຟັງ ທີ່ເຄົາຣົບ ແລະຮັກແພງ.

ການອົບພະຍົບຍ້າຍຖິ່ນ ຂອງຄົນລາວ ສູ່ສຍາມ ຫຼື ປະເທສໄທຍ ແຕ່ອາດີຕນັ້ນ ສຍາມ ຈະຈັດບ່ອນໃຫ້ຢູ່ ໃນເຂຕທີ່ຮ້ອງວ່າ “ຫົວເມືອງຊັ້ນໃນ” ແລະ ຄົນລາວ ໃນຄວາມໝາຍ ຂອງສຍາມ ບໍ່ໄດ້ໝາຍ ສະເພາະແຕ່ຄົນລາວ ຈາກ ພຣະຣາຊອານາຈັກລາວ ເທົ່ານັ້ນ.

ຕາມເອກກະສານ ປຶ້ມ “ລາວໃນກຣຸງຣັຕຕະນະໂກສິນ” ຂອງ ບັງອອນ ປິຍະພັນ ໄດ້ອິງຕາມ ຈົດໝາຍເຫຕ ຸຂອງສຍາມ ວ່າ ຄົນລາວ ມີຢູ່ດ້ວຍກັນເຖີງ 6 ພວກ ຄື ພວກທີ່ 1 ແມ່ນປະຊາຊົນ ທີ່ຢູ່ຫົວເມືອງລ້ານນາ; ພວກທີ່ 2 ປະຊາຊົນ ທີ່ຢູ່ໃນດິນແດນ ພາກອີສານ; ພວກທີ່ 3 ປະຊາຊົນ ທີ່ຢູ່ບໍລິເວນ ອານາຈັກ ຫຼວງພຣະບາງ, ອານາຈັກວຽງຈັນ ແລະ ອານາຈັກ ຈຳປາສັກ; ພວກທີ່ 4 ຊາວລາວ ເມືອງພວນ; ພວກທີ່ 5 ລາວຊົງດຳ ຫຼື ລາວໂຊ່ງ; ແລະຄົນລາວ ພວກສຸດທ້າຍ ໃນຄວາມໝາຍ ຂອງສຍາມ ຄື ລາວພວກທີ 6 ຄື ລາວພູຄັງ.

ລາວພວກທີ 1 ຄື ປະຊາຊົນ ທີ່ຢູ່ຫົວເມືອງລ້ານນາ ຫຼືພາກເໜືອ ຂອງສຍາມນັ້ນ ໄດ້ແກ່ ປະຊາຊົນ ເມືອງຊຽງໃໝ່, ເມືອງຊຽງແສນ, ເມືອງລຳປາງ, ເມືອງລຳພູນ, ເມືອງນ່ານ, ເມືອງແພ່. ຄົນລາວ ຫົວເມືອງລ້ານນາ ຂອງສຍາມ ພວກນີ້ ແມ່ນມີອັນສັງເກຕ ເຫັນໄດ້ງ່າຍໆ ຄື ພວກເຂົາເຈົ້າ ມັກສັກລາຍ ຕາມຕົວ ດ້ວຍໝຶກສີດຳ. ຊຶ່ງການສັກນີ້ໄດ້ຮັບອິດທິພົນ ມາຈາກພະມ້າ ເປັນຍ້ອນວ່າ ຫົວເມືອງລ້ານນາ ໂດຍສະເພາະ ເມືອງຊຽງໃໝ່ນັ້ນ ເຄີຍຖືກພະມ້າ ປົກຄອງ ເປັນຫົວເມືອງຂຶ້ນ ມາກ່ອນ. ພະມ້ານັ້ນ ເມື່ອຄອບຄອງ ປະເທສໃດ ປະເທສນຶ່ງ ໄດ້ແລ້ວ ກໍຈະທຳການ ບັກແບ່ນໜ້າ ຫຼື ໝາຍ ຄົນ ໃນຫົວເມືອງຂຶ້ນ ຂອງຕົນ ເພື່ອເຮັດໃຫ້ສະດວກ ໃນການຄວບຄຸມໄພ່ພົນ. ສືບຕໍ່ມາ ກໍເລີຍເຮັດໃຫ້ ເກີດຄວາມນິຍົມວ່າ ຖ້າຜູ້ໃດສັກຮ່າງກາຍ ແນວນີ້ແລ້ວ ຈະເຮັດໃຫ້ຢູ່ຢົງຄົງກະພັນ ຫຼືຄົນລ້ານນາ ທີ່ຢູ່ພາກເໜືອ ຂອງໄທຍຮ້ອງ ວ່າ “ຂ່າມ” ຫຼື ຄົງ ນັ້ນເອງ.

ການສັກ ບໍ່ແມ່ນວ່າ ໃຜຢາກຈະສັກບ່ອນໃດກໍສັກໄດ້ໂລດ ພະມ້ານັ້ນ ນອກຈາກ ຈະສັກເພື່ອໝາຍຄົນ ໃນຫົວເມືອງຂຶ້ນແລ້ວ ການສັກຍັງມີໄວ້ ເພື່ອຈະໄຈ້ແຍກວ່າ ໃຜເປັນໃຜອີກນຳ. ພະມ້າ ຈະກຳໜົດ ໃຫ້ຄົນຢູ່ຫົວເມືອງຂຶ້ນ ຂອງຕົນ ຫາບ່ອນສັກ ຕາມຮ່າງກາຍ ບໍ່ໃຫ້ຊ້ຳກັນ ຫຼືບໍ່ໃຫ້ຄືກັນ ແຕ່ລະຊົນຊາດ ແຕ່ລະເຜົ່າ ຈະສັກຕ່າງກັນ ໂດຍພະມ້າ ໄດ້ກຳໜົດ ດັ່ງທີ່ມີການບັນທຶກໄວ້ ຄືແນວນີ້:

“ພະມ້າແທ້ ສັກລາຍເປັນເຄືອນົກ ກຳໜົດສະເໝີເຂົ່າ, ໄທເໜືອຫຼືງ້ຽວ ສັກລາຍຍີຍັກ ກຳໜົດສະເໝີ ກະພຸ້ງນ່ອງ (ໃຕ້ບີແຂ້ງ), ຕ້ອງສູ້ ຫຼືຄົນເຜົ່າຕອງຊູ ສັກລາຍມອມ ສະເໝີປີນ່ອງ (ບີແຂ້ງ), ຂະມຸ ສັກລາວມອມມືມອມຕີນ, ລາວລ້ານນາໄທຍ ສັກດຳພືດ ບໍ່ມີລາຍ ສະເໝີເຂົ່າ ເປັນໝຶກດຳ.”

ຍ້ອນແນວນີ້ ຄົນສຍາມຈຶ່ງຮ້ອງພວກຄົນລ້ານນາ ວ່າ “ລາວພຸງດຳ.” ແລະຍັງຮ້ອງ ກອງທັບ ຈາກຫົວເມືອງ ລ້ານນາ ຈາກ ເມືອງຊຽງໃໝ່, ເມືອງລຳປາງ, ເມືອງລຳພູນ, ເມືອງນ່ານ ແລະເມືອງແພ່ ວ່າ “ທັບພຸງດຳ 5 ຫົວເມືອງ” ອີກນຳ.

ໃນສະໄໝກຣຸງຣັຕຕະນະໂກສິນ ຕອນຕົ້ນນັ້ນ ຄົນໃນພາກກາງ ຂອງສຍາມ ຍັງຖືວ່າ ຄົນລ້ານນາ ແມ່ນຄົນລາວ ຫຼື ລາວພຸງດຳ ຊຶ່ງລາວພຸງດຳນີ້ ແມ່ນຖີກກວາດຕ້ອນ ໃຫ້ໄປຢູ່ທີ່ ແຂວງສະຣະບຸຣີ ແລະ ແຂວງສະເຊີງເຊົາ.

( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )

ຄົນລາວພວກທີ 2 ຄື ປະຊາຊົນ ທີ່ຢູ່ໃນດິນແດນ ພາກອີສານນັ້ນ ໄດ້ແກ່ ຄົນທີ່ໄປຈາກ ເມືອງນະຄອນພະນົມ, ເມືອງເລີຍ, ເມືອງແກ່ນທ້າວ ຊຶ່ງສຍາມຖືວ່າ ເມືອງເຫຼົ່ານີ້ ແມ່ນຫົວເມືອງລາວ ຕາເວັນອອກ ຊຶ່ງຂຶ້ນຕໍ່ກຣຸງເທພ. ທີ່ຄົນລາວພວກນີ້ ຕ້ອງພາກັນອົບພະຍົບ ເຂົ້າໄປຢູ່ຫົວເມືອງຊັ້ນ ໃນຂອງສຍາມ ກໍເພາະວ່າ ເມືອງຕ່າງໆ ເຫຼົ່ານີ້ຜິດພ້ອງ ໝອງໃຈກັນ ແລະ ເມື່ອເກີດຄວາມແຕກແຍກ ທາງ “ມູນນາຍ” ຈຶ່ງພາອົບພະຍົບ ໄປຢູ່ຫົວເມືອງ ຊັ້ນໃນ ຫຼືບໍ່ເຊັ່ນນັ້ນ ກໍແມ່ນອຳນາດປົກຄອງ ຈາກສ່ວນກາງ ໄດ້ສົ່ງຄົນ ໄປກ້ຽວກ່ອມ ຈອບອອຍເອົາໄປ ໄວ້ຫົວເມືອງຊັ້ນໃນ.

ສຳລັບຄຳວ່າ “ມູນນາຍ” ນັ້ນ ມີຢູ່ 2 ສະນິດ ສະນິດທີ່ 1 ແມ່ນ ມູນນາຍ ທີ່ໄດ້ຖານະ ມາແຕ່ກຳເນີດ ໄດ້ແກ່ ເຈົ້ານາຍ ແລະເຊື້ອພຣະວົງສ໌ ແລະສະນິດທີ່ 2 ແມ່ນມູນ ທີ່ໄດ້ຖານະ ມາຈາກການແຕ່ງຕັ້ງ ເຊັ່ນ ຂຸນນາງ ຂ້າຣາຊການ.

ມູນນາຍນັ້ນ ເກີດຈາກ ການທີ່ສຍາມ ໄດ້ໃຊ້ວິທີຄວບຄຸມຄົນ ໂດຍໃຊ້ຣະບົບໄພ່ ພາຍໃຕ້ກົດໝາຍ “ຕຣາສາມດວງ” ຊຶ່ງມີການຊຳຮະໃຫມ່ ໃນປີ ພ.ສ. 2347. ຣະບົບໄພ່ ເກີດຂຶ້ນ ກໍເພື່ອ ຈະໄດ້ຣວບຣວມຄົນ ໄດ້ຢ່າງໄວວາ ເພື່ອສະດວກ ໃນການທຳສົງຄາມ, ເພື່ອໃຊ້ຄົນ ໃນການພັທນາ ປະເທສ ແລະ ເສີມຂະຫຍາຍ ການຜະຫຼິດ ທາງດ້ານ ການກະເສດ. ດັ່ງນັ້ນ ຄົນໃນສັງຄົມສຍາມ ໃນສະໄໝກ່ອນ ຈຶ່ງມີຄົນຢູ່ 2 ຊັ້ນ ຄື ມູນນາຍ ແລະ ຜູ້ຢູ່ໃຕ້ການປົກຄອງ ຂອງມູນນາຍ.

ຄົນລາວ ທີ່ໄປຈາກພາກອີສານ ເຫຼົ່ານີ້ ຖືກຈັດໃຫ້ຢູ່ເມືອງພະນັດນິຄົມ ປະຈຸບັນ ຂຶ້ນກັບ ແຂວງຊົນບຸຣີ; ເມືອງສະເຊີງເຊົາ ຫຼືແຂວງສະເຊີງເຊົາ ໃນປະຈຸບັນ; ແລະເມືອງປາກນ້ຳ ຫຼື ແຂວງສະໝຸດປຣາການ ໃນປະຈຸບັນ.

ລາວພວກທີ່ 3 ຄື ປະຊາຊົນທີ່ຢູ່ບໍລິເວນອານາຈັກ ຫຼວງພຣະບາງ, ອານາຈັກວຽງຈັນ ແລະອານາຈັກຈຳປາສັກ ໂດຍຖືກກວາດຕ້ອນໄປຢູ່ ຫົວເມືອງຊັ້ນໃນຂອງສຍາມ ໄດ້ແກ່ ແຂວງສະຫຣະບຸຣີ, ແຂວງສະເຊີງເຊົາ, ເມືອງພະນົມສາຣະຄາມ ຢູ່ແຂວງສະເຊີງເຊົາ, ແຂວງອະຍຸທຍາ, ແຂວງລົບບຸຣີ, ແຂວງສຸພັນບຸຣີ, ເມືອງນະຄອນໄຊສີ ຢູ່ແຂວງນະຄອນປະຖົມ, ແລະແຂວງຣາຊບຸຣີ ເປັນຕົ້ນ.

ເນື່ອງຈາກວ່າ ລາວພວກທີ່ 3 ນີ້ບໍ່ສັກລາຍ ຈຶ່ງມີຊື່ຮ້ອງວ່າ “ລາວພຸງຂາວ” ຫຼືລາງເທື່ອ ກໍຖືກຮ້ອງ ເປັນການສະເພາະວ່າ “ລາວວຽງ” ຊຶ່ງໝາຍເຖີງລາວ ຈາກວຽງຈັນ ເທົ່ານັ້ນ.

( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )

ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງລາວຂອງ “ແຕ່ອາດີດຫາປະຈຸບັນ ບ້ານລາວໃນໄທຍ” ໄດ້ໃໝ່ໃນສັປດາໜ້າ ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າວຽງໄຊ ຜູ້ສເນີ, ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.