ບ້ານລາວໃນປະເທດໄທ ( ຕອນ 1 )


2007.11.20

ສະບາຍດີ ທ່ານຜູ່ຟັງທີ່ເຄົາຣົບແລະຮັກແພງ

ເປັນເພາະວ່າ ດິນລາວ ກັບດິນໄທຍ ຕັ້ງຢູ່ຕິດແທດກັນ ຫຼື ຈະເປັນເພາະວ່າ ລາວ-ໄທຍ ມີປະຫວັດ ຄວາມເປັນມາ ຄ້າຍຄືກັນ ຫຼືເຄີຍເປັນຊົນຊາດ ຕ່ອນດຽວກັນມາກ່ອນ ຫຼືຈະເປັນເພາະວ່າ ລາວ-ໄທຍ ມີຮີດຄອງ ປະເພນີຄ້າຍຄືກັນ ຫຼືເປັນເພາະວ່າ ໄທຍເຄີຍມີອິດທິພົນ ເໜືອດິນລາວ ຫຼືເຄີຍໃຊ້ອຳນາດ ປົກຄອງລາວ ມາກ່ອນ ແລະ ຈະດ້ວຍເຫດຜົນໃດກໍຕາມ ກໍໄດ້ເຮັດໃຫ້ ໃນເຂດ ພຼະຣາຊອານາຈັກໄທຍ ມີຄົນລາວ ອາໄສຢູ່ ເປັນຈຳນວນຫຼວງຫຼາຍ ຄືຈະບໍ່ຜິດດອກ ຖ້າຈະບອກວ່າ ຈຳນວນ ຄົນເຊື້ອສາຍລາວ ຢູ່ໄທຍ ໃນປະຈຸບັນນັ້ນ ມີຫຼາຍກວ່າ ຄົນລາວ ໃນປະເທດ ສປປ. ລາວ ແລະຄົນລາວ ຢູ່ໃນທຸກປະເທດ ໃນໂລກນີ້ໂຮມກັນ. ການສຶກສາ ແລະສືບຄົ້ນເຖີງ ສາຍເຫດ ແລະຄວາມເປັນມາຂອງ ຄົນລາວ ຢູ່ໄທຍ ຕັ້ງແຕ່ອາດີດ ຈົນເຖີງປະຈຸບັນ ຈຶ່ງເປັນເລື້ອງ ທີ່ຄົນລາວທຸກຄົນ ຄວນຈະຮັບຮູ້ໄວ້.

( ສຽງເສບດົນຕຼີ “ລາວແພນ” )

ການສຶກສາສືບຄົ້ນໃນເທື່ອນີ້ ໄດ້ອາໄສເອກກະສານ ຫຼັກຖານ ທາງປະຫວັດສາດ ແລະ ການລົງສູ່ພື້ນຖາ ນຕົວຈິງ ຄື ບ້ານລາວ ຢູ່ພາກຕ່າງໆ ຂອງໄທຍ.

ໃນພາກສ່ວນ ຂອງການນຳໃຊ້ ເອກກະສານ ຈະໃຊ້ເອກກະສານ ອັນໄດ້ແກ່ ຈົດໝາຍເຫດ, ປຶ້ມເຈັ້ຽດຳ ເສັ້ນສໍຂາວ, ເຈັ້ຽເພົາ ຄອງສໍສີດຳ ທີ່ມີການຮິບໂຮມ ຂອງນັກວິຊາການ ຝ່າຍໄທຍເປັນຫຼັກ ເພື່ອໃຫ້ຮູ້ວ່າ ການອົບພະຍົບ ມີຢູ່ຈັກທາງ ຫຼືມີສາຍເຫດຢ່າງໃດແທ້.

ອີກພາກສ່ວນສຳຄັນ ຂອງການນຳສະເໜີ ສາລະຄະດີ ຊຸດນີ້ ຄື ການລົງພື້ນຖານ ໂດຍ ການລົງພື້ນຖານ ໄດ້ເລືອກລົງບ້ານລາວ ໃນຫຼາຍພາກຂອງໄທຍ ແລະ ການທີ່ເລືອກລົງຫຼາຍໆ ບ້ານ ກໍ່ເພາະຖືວ່າ ເປັນການເກັບກຳຂໍ້ມູນ ທີ່ຕິດແທດ ກັບບັນຫາຕົວຈິງ ເພື່ອເອົາມາປະກອບ ເອກກະສານ ທີ່ເປັນແຕ່ພຽງເຈັ້ຽ ແຫ້ງໆ ລ້າໆ

ການລົງພື້ນຖານຖືໄດ້ວ່າ ເປັນການສຳຜັດຊີວິດ ທີ່ຍັງມີເລືອດເນື້ອ ມີລົມຫັນໃຈ ໄດ້ສຳຜັດ ອາຍອຸ່ນ ຂອງວັທນະທັມ ທີ່ຍັງຫຼົງເຫຼືອຢູ່ ໄດ້ສຳຜັດກັບ ຄວາມຮັກ ຄວາມແພງ ຂອງຜູ້ມີເຊື້ອສາຍລາວ ຈາກອາດີດ ແລະ ການລົງສຳຜັດກັບ ຊີວິດຄົນລາວ ທີ່ຍັງລຸກຍ່າງ ໄດ້ຄືໃນປະຈຸບັນ ຖືໄດ້ວ່າເປັນ ສຳຜັດກັບຊີວິດ ຂອງ ບັນພະບຸຣຸສລາວ ທີ່ໃກ້ຊິດຕິດແທດທີ່ສຸດ ແມ່ນຈະບໍ່ໄດ້ສຳຜັດ ໂດຍກົງ ແຕ່ກໍເປັນວິທີດຽວ ທີ່ອາດສາມາຖ ຈະສຳຜັດ ເລືອດເນື້ອ ຂອງພວກກ່ຽວໄດ້.

( ສຽງເສບດົນຕຼີ “ລາວແພນ” )

ການລົງພື້ນຖານ ຈະໄດ້ເຮັດໃຫ້ ສາມາຖສົມທຽບ ເຖີງ ຄວາມປ່ຽນແປງ ຂອງຄົນລາວ ແຕ່ອາດີດ ກັບຄົນເຊື້ອສາຍລາວ ໃນປະຈຸບັນ ວ່າ ມີຄວາມປ່ຽນແປງ ແນວໃດແດ່ ທີ່ສຳຄັນໝົດ ກໍ່ຄື ການລົງພື້ນຖານ ເທື່ອນີ້ ຖືວ່າເປັນການໄປຢາມອ້າຍ ຢາມນ້ອງ ພ້ອມໆ ກັບຢາມອາດີດ ແລະຢາມປະຈຸບັນ ໄປໃນຄາວດຽວກັນ

ໃນການລົງພື້ນຖານ ໄດ້ເຫັນພູມສະຖານ ບ້ານເຮືອນ ໄດ້ເຫັນໜ້າເຫັນຕາ ໄດ້ຮັບຮູ້ຄວາມຮູ້ສຶກ ໄດ້ຈັບສຳນຽງ ການປາກຈາ ໄດ້ເຫັນຄວາມເປັນຢູ່ ໄດ້ເຫັນທັງສະພາບ ທາງເສດຖະກິດ ສັງຄົມ ປະເພນີ ແລະ ວັທນະທັມອີກນຳ ແລະການລົງພື້ນຖານ ໃນເທື່ອນີ້ ໄດ້ເຮັດໃຫ້ ໄດ້ພົບພໍ້ກັບ ນັກປາດ, ຊ່ຽວຊານ ແລະ ຜູ້ມີຄວາມຮູ້ ອີກຫຼາຍຕໍ່ຫຼາຍຄົນ.

ເຮົາໄດ້ພົບພໍ້ກັບ ອາຈານຄູທີ່ກູ້ໜີ້ຍືມສິນຈາກ ທະນາຄານ ເພື່ອເອົາໄປຊົມໃຊ້ ໃນການຄົ້ນຄວ້າຫາ ຫຼັກຖານ ທາງປະຫວັດສາດ ທີ່ສຳຄັນກໍຄືວ່າ ການຄົ້ນຄວ້າ ຂອງຜູ້ກ່ຽວ ໄດ້ໃຊ້ວັນນະສິນ ເລື້ອງ “ສັງສິນໄຊ” ເປັນແຜນທີ່ ຫຼື ລາຍແທງ ເພື່ອນຳຫາຄ້າຍ ແລະເສັ້ນທາງ ການເດີນທັບຂອງ “ພະວໍ” ໃນຂົງເຂດ ທີ່ຖືວ່າ ເປັນທີ່ບໍ່ເຄີຍມີການສຶກສາ ມາກ່ອນ ເປັນການນຳຮອຍອາດີດ ໂດຍໃຊ້ວັນນະສິນ ຊຶ່ງໄດ້ເຮັດໃຫ້ຕົວໜັງສື ໃນປຶ້ມ ໃນເຈັ້ຽໂບຮານ ໄດ້ລຸກຂຶ້ນມາຍ່າງໄດ້ອີກເທື່ອໜຶ່ງ

ຈາກການສຶກສາໂດຍການນຳຮອຍ “ສັງສິນໄຊ” ນີ້ ໄດ້ເຮັດໃຫ້ ອາຈານຄູ ຜູ້ນີ້ໄດ້ຕັ້ງທິດສະດີ ທີ່ທ້າທາຍ ນັກປະຫວັດສາດ ທົ່ວໄປ ວ່າ “ອານາຈັກລາວ ບໍ່ແມ່ນມີແຕ່ພຽງ 3 ອານາຈັກ ຄື ຫຼວງພຼະບາງ, ວຽງຈັນ ແລະ ຈຳປາສັກ ເທົ່ານັ້ນ ແຕ່ຫາກຍັງມີ ອີກອານາຈັກໜຶ່ງ ເປັນອານາຈັກທີ່ 4 ຊຶ່ງຕັ້ງຢູ່ ໃນດິນໄທຍປະຈຸບັນ” ແລະ ການຄົ້ນຄວ້ານີ້ ຍັງບໍ່ມີ ການເປີດເຜີຍເທື່ອ ນີ້ຈະແມ່ນການເປິດເຜີຍ ເທື່ອທຳອິດ ໃນສາລະຄະດີ ຊຸດນີ້

( ສຽງເສບດົນຕຼີ “ລາວແພນ” )

ເພື່ອໃຫ້ສາລະຄະດີຊຸດນີ້ ມີກິ່ນອາຍ ຂອງອາດີດຕົວຈິງ ດົນຕຼີທີ່ຊົມໃຊ້ ໃນການເສບຫຼັກໆ ທີ່ປະກອບ ສາລະຄະດີ ຊຸດນີ້ ຈຶ່ງເລືອກເອົາເພງທີ່ມີຊື່ວ່າ “ລາວແພນ” ຊຶ່ງເປັນເພງ ທີ່ປະພັນໂດຍ ຊະເລີຍເສີກລາວ ທີ່ຖືກຈັບເຂົ້າມາ ຢູ່ບາງກອກ ປະມານປີ ຄ.ສ. 1816.

ເພງລາວແພນນີ້ ມີການເອົາໄປເສບ ຈົນກາຍເປັນເພງ “ໄທຍເດີມ” ແລະຍັງມີການເສບ ມາຈົນເຖີງປະຈຸບັນ ແຕ່ວ່າ ການເສບທົ່ວໆ ໄປ ມີແຕ່ເສບດົນຕຼີລ້າໆ ບໍ່ມີຄຳຮ້ອງ ເພາະວ່າຄຳຮ້ອງນັ້ນ ສຽບແທງ ຄວາມຮູ້ສຶກ ຂອງຫຼາຍຝ່າຍ ຊຶ່ງຈະທຳໃຫ້ຄົນ ໃນປະຈຸບັນ ຜິດພ້ອງໝອງໃຈ ກັນໄດ້

ການຊົມໃຊ້ດົນຕຼີປະກອບນີ້ ກໍ່ໄດ້ຄັດຈ້ອນ ເອົາສະເພາະ ສ່ວນທີ່ພໍຟັງໄດ້ມາ ນຳ ສະເໜີ ເພື່ອໃຫ້ທ່ານຜູ້ຟັງ ໄດ້ເຫັນພາບ ບັນຍາກາດ ຂອງຄວາມທຸກຍາກ ຂອງຄົນລາວໃນອາດີດ.

( ສຽງເສບດົນຕຼີ “ລາວແພນ” )

ທ່ານຜູ້ຟັງ ທີ່ຮັກແພງ ນັບແຕ່ສັປດາ ຕໍ່ໜ້ານີ້ ເປັນຕົ້ນໄປ ເຊີນທ່ານຮັບຟັງ ເລື້ອງລາວຂອງ “ແຕ່ອາດີດຫາປະຈຸບັນ ບ້ານລາວໃນໄທຍ” ແຕ່ສຳຫຼັບ ອາທິດນີ້ ເວລາຂອງເຮົາ ໄດ້ສ້ຽງສຸດລົງແລ້ວ ພົບກັນໃໝ່ ໃນສັປດາໜ້າ ຂໍໄດ້ຮັບຄວາມປຣາຖໜາດ ີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈ້າ ວຽງໄຊ ຜູ້ສເນີ, ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 09, 2015 02:56 AM

ຍາກໃຫ້ມີຕື່ມ(ຖ້າເປັນໄປຍາກໄປຖ່າຍ ການດຳລົງຊິວິດ ຂອງເຂົາເຈົ້າໃນປະເທດໄທ



[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]