ບ້ານລາວ ໃນປະເທດໄທ: ຕອນທີ 76

ໃນຣາຍການ “ບ້ານລາວໃນໄທແຕ່ອາດີດຫາປັດຈຸບັນ” ສັປດານີ້ ວຽງໄຊ ຈະເວົ້າເຖິງຫລັກ ຖານທີ່ສແດງໃຫ້ ເຫັນເຖິງຄວາມຜູກພັນ ຂອງຄົນເຊື້ອສາຍ ລາວຢູ່ອ່າວລຸ່ມນ້ຳຍັງທີ່ມີຕໍ່ແຜນດິນລາວ.......ເຊີນທ່ານຮັບຟັງໄດ້ເລີຍ

ສະບາຍດີ ທ່ານຜູ້ຟັງທີ່ ເຄົາຣົບ ແລະຮັກແພງ ​ເມື່ອສັປະດາ ທີ່ຜ່ານມາ: ເຮົາກ່າວເຖິງວ່າ ຄົນເຊື້ອສາຍລາວ ຫຼືຄົນອີສານ ທີ່ຢູ່ພາກ ອີສານຂອງ​ໄທ 2 ກຸ່ມ ຄືກຸ່ມຂອງ ພຣະວໍ-ພຣະຕາ ແລະກຸ່ມຂອງ ພຣະຄຣູໂພນສະເມັກ ຊຶ່ງທັງສອງ ຝ່າຍຕ່າງກໍມີ ຄວາມຄຽດ ແຄ້ນໃຫ້ ວຽງຈັນຄືກັນ; ຕໍ່ມາ ສຍາມໄດ້ລຶບລ້າງ “ຣະບົບອາດຍາ4” ອັນເປັນຣະບົບການ ປົກຄອງຂອງລາວ ຊຶ່ງເປັນສາຍເຫດ ເຮັດໃຫ້ກຸ່ມຜູ້ ນຳເຊື້ອສາຍລາວ ໝົດອຳນາດໄປ ດ້ວຍການຄຸ້ມຄອງ ເມືອງຕ່າງໆ ຈຶ໋ງຂຶ້ນກັບ ຣັຖບານສຍາມ.

ການເວລາຜ່ານໄປ ຄົນເຊື້ອສາຍລາວ ຊຶ່ງຖືກໃສ່ຊື່ ໃຫ້ໃໝ່ວ່າ “ຄົນອີສານ” ກໍຍິ່ງຫ່າງເຫີນ ໄປຈາກຄວາມເປັນ ລາວ​ໄປ​ຊັກ​ໄຊ້ ເມື່ອບວກກັບ ຄວາມຄຽດແຄ້ນໃຫ້ ວຽງຈັນແຕ່ອາດີດ ຄົນລາວຢູ່ ພາກອີສານ ຈຳຕ້ອງໜີຫ່າງ ຄວາມເປັນລາວ ພໍເຖິງເຊັ່ນລູກຫລານ ຄົນອີສານ ກໍອາຍທີ່ຈະ ບອກຜູ້ອື່ນວ່າ ຕົນເອງເປັນ ຄົນລາວ.

ໃນສັປະດານີ້: ຈະໄດ້ສເນີເລື້ອງ ຫຼັກຖານທີ່ ຢັ້ງຢືນເຖິງຄວາມ ຜູກພັນຂອງຄົນ ເຊື້ອສາຍລາວ ທີ່ຢູ່ອ່າວລຸ່ມ ນ້ຳຍັງ ທີ່ມີຕໍ່ແຜ່ນ ດິນລາວ.

ຄົນເຊື້ອສາຍລາວ ທີ່ຢູ່ລຸ່ມ ນ້ຳຍັງນັ້ນ ແມ່ນກຸ່ມຂອງ ພຣະວໍ-ພຣະຕາ ຊຶ່ງໜີມາແຕ່ ເມືອງໜອງ ບົວລຸ່ມພູ ຫຼືແຂວງ ໜອງບົວລຳພູ ໃນປັຈຈຸບັນ ນີ້ເສັ້ນທາງ ອົພຍົບທີ່ ໃຊ້ໜີອອກ ຈາກເມືອງໜອງ ບົວລຸ່ມພູ ສ່ວນຫລາຍແມ່ນ ທາງນ້ຳໂດຍໃຊ້ ລຳພະນຽງລຳພອງ ລຳປາວ, ຕໍ່ໃສ່ສາຍ ນໍ໊າຍັງ ຊຶ່ງເປັນນ້ຳ ທີ່ຢູ່ໃນເຂດ ພູພຽງແລະ ປ່າທືບ ເພື່ອຫລີກເວັ້ນຈາກ ອຳນາດຂອງກຸ່ມ ພຣະຄຣູ ໂພນສະເມັກ ຊຶ່ງຢຶດເອົາ ເມືອງເກົ່າ ຈາກຄົນພື້ນເມືອງ ໃນເຂດທົ່ງພຽງ.

ນ້ຳຍັງເປັນນ້ຳສ າຍຫລັກ ທີ່ກຸ່ມຂອງ ພຣະວໍ-ພຣະຕາ ໄດ້ຕັ້ງບ້ານເຮືອນ ຢູ່ໂດຍ​ແຈກຢາຍ ກັນໄປທັງສອງ ຟາກຝັ່ງແມ່ນ້ຳ ແມ່ນ້ຳຍັງມີ ຕົ້ນນ້ຳຢູ່ພູ ສີຖານ ​ໃນເຂດຮອຍຕໍ່ ຣະຫວ່າງແຂວງ ມຸກດາຫານ ກັບແຂວງ ກາລະສິນ ແລ້ວໄຫລໄປ ຕົກແມ່ນ້ຳຊີ ຢູ່ເຂດ ເມືອງ ເສລະພູມ ແຂວງຣ້ອຍເອັດ ນອກຈາກນີ້ແລ້ວ ປະຊາຊົນຂອງ ກຸ່ມພຣະວໍ-ພຣະຕາ ສ່ວນນຶ່ງຊຶ່ງ ເປັນຄົນສ່ວນນ້ອຍ ໄດ້ຢູ່ປົນກັບກຸ່ມ ຂອງພຣະຄຣູ ໂພນສະເມັກ ໃນເຂດ ແມ່ນ້ຳອື່ນ ເຊັ່ນ ແມ່ນ້ຳຊີແ ລະແມ່ນ້ຳມູນ.

ຣາຊດອນຂອງກຸ່ມ ພຣະວໍ-ພຣະຕາ ທີ່ພາກັນມາ ຢູ່ຕາມສາຍ ນ້ຳຍັງນີ້ ເປັນຜູ້ທີ່ຕ້ອງ ມາເຮັດໄຮ່ໃສ່ນາ ເພື່ອລ້ຽງທະຫານ ທີ່ຢູ່ໃນ ຄ້າຍຕ່າງໆ ຫລືທີ່ ຮ້ອງວ່າ “ກອງຄົວ” ບ້ານເຮືອນ ຊຶ່ງຕໍ່ມາໄດ້ ກາຍເປັນເມືອງ ເປັນແຂວງຢູ່ໃນ ປັຈຈຸບັນນີ້ ນັ້ນ ຄືເມືອງແລະ ແຂວງທີ່ຢູ່ໃນ ຄ້າຍຫລືເຂດ ອ້ອມຮອບຄ້າຍ ຂອງພຣະວໍ-ພຣະຕາ ນັ້ນເອງ. ຄ້າຍຂອງກຸ່ມ ພຣະວໍ-ພຣະຕາ ເປັນຄ້າຍທີ່ ກະກຽມສຳລັບ ການຖອຍໜີ ຖ້າຫາກວ່າ ເມືອງໜອງບົວ ລຸ່ມພູ ຖືກຂ້າເສິກ ໂຈມຕີ ໂດຍໃຊ້ເສັ້ນທາງ ທາງນ້ຳ ດັ່ງນັ້ນ ຄ້າຍທະຫານຂອງ ພຣະວໍ ຈຶ່ງຕັ້ງຢາຍ ຕາມສາຍນ້ຳຍັງ ເພື່ອວ່າເມື່ອ ສູ້ຂ້າເສິກບໍ່ໄດ້ ກໍຖອຍລົງໄປ ຫາຄ້າຍທີ່ຢູ່ ລຽນຕໍ່ກັນໄປ ຫລືຂະນະ ທີ່ຕໍ່ສູ້ ກໍສາມາດ ຂໍການ ສນັບສນູນ ຈາກຄ້າຍທີ່ ຢູ່ໃກ້ໆ ກັນໄດ້ ເປັນໄລຍະໆ

ຄ້າຍກອງຄົວທີ່ ເປັນຄ້າຍທຳອິດ ໃນເຂດລຸ່ມ ນ້ຳຍັງ ແລະເປັນຄ້າຍທີ່ ໃຫຍ່ທີ່ສຸດ ເພາະຕ້ອງນຳ ເອົາອາຫານໄປ ລ້ຽງທະຫານ ໃນຂະນະທີ່ ທຳການ ສູ້ຮົບຢູ່ ຫລືສົ່ງກຳລັງ ໄປສນັບສນູນ ໃຫ້ແກ່ຣາຊດອນ ໃນເຂດທົ່ງພຽງ ທີ່ຢູ່ປົນ ກັບກຸ່ມຂອງ ພຣະຄຣູໂພນ ສະເມັກ ເພາະວ່າ ຢູ່​ໃນເຂດ ທົ່ງພຽງ ຊຶ່ງເປັນເຂດ ອິດທິພົນ ຂອງກຸ່ມພຣະຄຣູ ນັ້ນບໍ່ສາມາດ ຕັ້ງຄ້າຍໄດ້ ດັ່ງນັ້ນ ເຂດລຸ່ມນ້ຳຊີ ທີ່ສາມາດ ສ້າງຄ້າຍໄດ້ ກໍໄດ້ແກ່ເຂດ ເປັນພູແລະ ປ່າທືບ.

ຄ້າຍທຳອິດ ຂອງກຸ່ມພຣະວໍ ຫຼືປັຈຈຸບັນນີ້ ຮູ້ຈັກກັນ ໃນຊື່ ດົງຄູ ນັ້ນສະໄໝອາດີດ ເມື່ອເລີ້ມ ສ້າງຄ້າຍນັ້ນ ຫລັກຖານ ໄດ້ກ່າວວ່າ ທ້າວຄຳສູ ຊຶ່ງເປັນລູກຊາຍ ຂອງ ພຣະວໍ ໄດ້ໃສ່ຊື່ໃຫ້ ຄ້າຍດັ່ງກ່າວວ່າ ນ້ຳດອກໄມ້ຊຽມ ສ້ອຍທ່າງາມ ປັຈຈຸບັນຢູ່ ໃນຕໍາ ບົນ ຫລືຕາແສງ ພອນສະຫວັນ ອໍາເພີຫລືເມືອງ ເສລະພູມ ແຂວງຫລື ຈັງຫວັດຣ້ອຍເອັດ ຊື່​ງຫ່າງຈາກ ຕົວເມືອງຣ້ອຍເອັດ 68 ຫລັກກິໂລແມັດ.

ເມື່ອສ້າງຕັ້ງຄ້າຍ ນ້ຳດອກໄມ້ຊຽມ ສ້ອຍທ່າງາມ ແລ້ວແລ້ວ ຄົນລາວກຸ່ມຂອງ ພຣະວໍ ກໍໄດ້ສ້າງຄ້າຍ ອື່ນໆອີກ 5 ບ່ອນໄດ້ແກ່ຄ້າຍ 1 ຄ້າຍຄົວໃຫຍ່ ເມືອງໄພ ປັຈຈຸບັນຢູ່ ເມືອງເສລະພູມ ແຂວງຣ້ອຍເອັດ ຄ້າຍທີ 2 ຄືຄ້າຍ ວຽງສົ້ມໂຮ ປັຈຈຸບັນຢູ່ ບ້ານສາລາ ຕາແສງ ອາດສາມາດ ເມືອງອາດສາມາດ ແຂວງຣ້ອຍເອັດ ຄ້າຍທີ 3 ຄ້າຍບ້ານສິງທ່າ ປັຈຈຸບັນນີ້ ຄືຕົວແຂວງ ຍະໂສທອນ ຄ້າຍທີ 4 ຄ້າຍບ້ານ ສິງໂຄກ ຢູ່ບ້ານສິງ ຕຳບົນສິງ ອຳເພີເມືອງ ແຂວງຍະໂສທອນ ຄ້າຍທີ 5 ຄ້າຍບ້ານ ຫົວໂນນ-ທ່າມ່ວງ ຄ້າຍນີ້ ສ້າງ ເປັນຮູບປີກກາ ກວມລຳນ້ຳຊີ ໄວ້ທັງ ຊ້າຍແລະຂວາ ປັຈຈຸບັນ ຢູ່ໃນເຂດ ຂອງສອງບ້ານ ຄືບ້ານຫົວໂນນ ຕຳບົນ ທະວັດດິນແດງ ອຳເພີທະວັດບຸຣີ ແຂວງຣ້ອຍເອັດ ແລະບ້ານທ່າມ່ວງ ຕຳບົນທ່າມ່ວງ ອຳເພີເສລະພູມ ແຂວງຣ້ອຍເອັດ.

ຄຳວ່າ ຄົນອີສານ ຫຼືຊາວ ອີສານນັ້ນ ບໍ່ແມ່ນຊື່ຂອງ ເຊື້ອຊາດ ສັນຊາດ ຫຼືຊື່ຂອງ ເຜົ່າພັນມະນຸດ ຫາກແຕ່ຊື່ນີ້ ໄດ້ຊື່ມາຈາກ ພາກອີສານ ຊຶ່ງເປັນຊື່ທີ່ ພະຍາຍາມ ເຊື່ອງເງື່ອນໄວ້ ເພື່ອບໍ່ຢາກໃຫ້ ຄົນຮູ້ວ່າຄົນ ເຫຼົ່ານີ້ເປັນ ຄົນລາວ ແລະເມື່ອການ ເວລາປ່ຽນ ໄປ ສະພາບການ ປ່ຽນແປງໄປ ຄົນອີສານໄດ້ ຖືກສະພາບການ ທັງດ້ານເສຖກິດ ສັງຄົມ ການເມືອງ ແລະວັທນະທັມ ເຮັດໃຫ້ພວກ ເຂົາເຈົ້າຫັນປ່ຽນ ຈິດໃຈໄປ ຫຼາຍແລ້ວ ຫາກວິເຄາະ ຢ່າງຕື້ນເຂີນ ກໍຈະເຫັນວ່າ ພວກເຂົາເຈົ້າ ໄດ້ຕັດຂາດຈາກ ຄວາມເປັນ ລາວ ຢ່າງໝົດສິ້ນ ແຕ່ຖ້າຫາກ ວິເຄາະຢ່າງ ເລິກຊື້ງລົງໄປ ກໍ່ຈະ​ພໍ​ເຫັນ​ວ່າ ພາຍໃນຈິດໃຈ ຂອງພວກ ເຂົາເຈົ້ານັ້ນ ບໍ່ເຄີຍຫ່າງເຫີນ ໄປຈາກກົກເຫງົ້າ ຫຼືຈາກຄວາມເປັນ ລາວເລີຍ ແມ່ນແຕ່ໜ້ອຍ. ສະພາບການທັງ ດ້ານເສຖກິດ ສັງຄົມການ ເມືອງແລະ ວັທນະທັມ ໄດ້ເຮັດໃຫ້ ຄົນອີສານ ເກີດຄວາມສັບສົນ ຂຶ້ນພາຍໃນ ຈິດໃຈ ພວກເຂົາເຈົ້າ ສັບສົນໃນ ອັດຕາລັກ (identity) ຂອງຕົນເອງ ສະພາບທີ່ ປັ່ນປ່ວນຢູ່ ໃນໃຈຄື ສະພາບການ ເປັນລາວກໍບໍ່ໄດ້ ເປັນໄທກໍບໍ່ຄືນັ້ນ​ເອງ.

ຕາມປົກກະຕິ ແລ້ວ ໂບດຫຼືສິມ ຢູ່ປະເທດໄທ 99 ສ່ວນ 100 ແມ່ນອ່ວຍໜ້າຫຼື ອ່ວຍພຣະເຈົ້າໃຫຍ່ ຢູ່ໃນສິມໄປ ເບື້ອງທິດຕາ ເວັນອອກ ມີສິມໄທຢູ່ ພຽງບໍ່ຈັກຫຼັງ ທີ່ປິ່ນໜ້າໄປ ທາງທິດອື່ນ ຫຼືທາງເບື້ອງ ກົງກັນຂ້າມຄື ທິດຕາເວັນຕົກ ຢູ່ພາຍໃນ ຄ້າຍທັງ 5 ຂອງກຸ່ມ ພຣະວໍ-ພຣະຕາ ຈະມີສິ່ງທີ່ ຢັ້ງຢືນຄວາມ ເປັນລາວ ແລະສາຍໃຍທີ່ ມີຕໍ່ລາວ ຢູ່ຢ່າງນຶ່ງ ຊື່​ງບໍ່ອາດ ສາມາດຈະຫັນ ປ່ຽນໄປໄດ້ ​ເຖິງວ່າສະພາບການ ຕ່າງໆຈະຫັນປ່ຽນ ໄປແນວໃດ ກໍ່ຕາມ ແລະສິ່ງນີ້ ກໍຄືສິມນັ່ງເອງ. ຄະນະວິໄຈ ໄດ້ຄົ້ນພົບວ່າ ສິມທີ່ ຢູ່ຕາມຄ້າຍຕ່າງໆ ຂອງກຸ່ມ ພຣະວໍ-ພຣະຕາ ນັ້ນເປັນສິມທີ່ ປິ່ນໜ້າຕ່າງໄປ ຈາກສິມທົ່ວໄປ ຢູ່ປະເທດໄທ ຄືສິມໃນເຂດ ຄ້າຍເຫຼົ່ານີ້ ໄດ້ຖືກສ້າງໃຫ້ ອ່ວຍໜ້າໄປທາງ ທິດໃຕ້.

ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປະດານີ້ ໄດ້ສິ້ນສຸດ ລົງແລ້ວ ເຊີນທ່ານຮັບ ຟັງເລື້ອງບ້ານລາວໃນໄທຍ ແຕ່ອາດີດ ຫາປັຈຈຸບັນ  ໄດ້ໃໝ່ໃນ ສັປດາໜ້າ ຊຶ່ງຈະໄດ້ສເນີ ຄວາມໝາຍແລະ ຄວາມສຳຄັນຂອງ ການອ່ວຍໜ້າໄປ ທາງທິດໃຕ້ວ່າ ເປັນສາຍໃຍ ຕໍ່ແຜ່ນດິນ ລ້າງຊ້າງແນວໃດ ເລື້ອງບ້ານລາວ ຢູ່ພາກອີສານ ເມືອງຣ້ອຍເອັດ ຈະຈົບລົງໃນ ອີກ 3 ຕອນຕໍ່​ໄປ ຫຼັງຈາກນັ້ນ ເຮົາຈະນໍາເອົາ ເລື້ອງບ້ານລາວຢູ່ ພາກເໜືອຂອງໄທ ມາສເນີຕໍ່ທ່ານ ຕໍ່ໄປ.

ສຳລັບ ສັປະດານີ້ ຂໍ​​ໄດ້ຮັບຄວາມ ປາຖໜາດີຈາກ ​​ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ......  ສະບາຍດີ.

 


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org