ເຣື້ອງທີ່ເກັບບັນທຶກໄວ້
2012-12-31
ຣາຍການ "ອວຍພອນປີໃໝ່” ຈາກບັນດາ ສິລປິນ ນັກຮ້ອງ ນັກປະພັນ ລາວ ຊື່ດັງ ໃນອະດິດ..... ສເນີໂດຍ : ໄມຊູລີ
2012-12-17
ຊາວລາວ ທົ່ວ ສະຫະຣັດ ອະເມຣິກາ ໂດຍສະເພາະ ໃນຣັຖ Connecticut ສະແດງ ຄວາມເສັຍໃຈ ຕໍ່ເຫດການ ທີ່ເດັກນ້ອຍ ນັກຮຽນ ແລະ ນາຍຄູ ຂອງ ໂຮງຮຽນ ຊັ້ນປະຖົມ Sandy Hook ເມືອງ Newtown ຣັຖ Connecticut ທີ່ເສັຽຊີວິດ ຍ້ອນຖືກຍິງ ໂດຍ ບໍ່ຮູ້ສາເຫດ. ກ່ຽວກັບເຣື້ອງນີ້ ໄມຊູລີ ໄດ້ມີການ ສົນທະນາ ກັບ ທ່ານ ຫຸມແພງ ເພັງສົມພອນ ປະທານ ສະມາຄົມລາວ ປະຈຳ ຣັຖ Connecticut ມາສເນີທ່ານ.
2012-12-14
ໃນພາກທີ 2 ທ່ານຈະໄດ້ ຮັບຟັງ ການສໍາພາດ ທີ່ກ່າວເຖິງ ຊີວິດ ການເປັນຢູ່ ຂອງ ຊາວລາວ ໃນປະເທດ ອອສເຕຣເລັຍ ໂດຍສະເພາະ ໃນຣັຖ ນິສຊາວແວັສ. ສເນີໂດຍ : ໂພໄຊສວັດ
2012-12-07
ນັບຕັ້ງແຕ່ ປີ 1975 ເປັນຕົ້ນມາ ຊາວລາວ ໄດ້ພາກັນ ອົພຍົບ ມາຕັ້ງຖິ່ນຖານ ໃນປະເທດ ອອສເຕຣເລັຍ ຫລາຍຂື້ນ ຫລັງຈາກ ປະເທດລາວ ຕົກ ຢູ່ໃນ ຣະບອບ ການປົກຄອງ ຂອງ ຄອມມິວນິສ. ໃນຣາຍການ ຊາວລາວ ໃນຕ່າງປະເທດ ສັປດາ ນີ້ ໂພໄຊສວັດ ມີບົດສັມພາດ ກ່ຽວກັບ ການຈັດຕັ້ງ ກຸ່ມກ້ອນ ສະມາຄົມ ຂອງ ຊຸມຊົນລາວ ເພື່ອຊ່ວຍເຫລືອ ຊື່ງກັນ ແລະກັນ ພາກ 1 ມາສເນີທ່ານ ເຊີນຮັບຟັງໄດ້….