ເຣື້ອງທີ່ເກັບບັນທຶກໄວ້
2010-01-29
ອັນດັບຕໍ່ໄປ ເຊີນທ່ານ ຕິດຕາມ ຮັບຟັງການສັມພາດ ຂອງທ່ານ Niel Thao ຜູ້ຊາຍ ມົ້ງລາວ ອາເມຣິກັນ, ຜູ້ຊ່ວຍສາສດາຈານ ສອນວິຊາຊິບ ດ້ານສັງຄົມສົງເຄາະ ປະຈຳ ມະຫາວິທຍາລັຍ ເຂດເທສບານ ເມືອງ ແຝດ ຣັຖ Minnesota ກ່ຽວກັບຄວາມເປັນມາ ກ່ອນປະສົບຜົນສຳເຣັດ ໃນດ້ານການສຶກສາ. ສເນີໂດຍ: Maysoly ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-26
ການຂຍາຍຕົວ ທາງດ້ານເສຖກິດ ໃນສປປລາວ ມີຄວາມແຕກຕ່າງກັນ ໃນແຕ່ລະພາກ, ແຕ່ລະແຂວງ, ໃນຕົວເມືອງ ແລະ ຊົນນະບົດ, ຊຶ່ງ ດຣ.ມານະ ສຸດທິຈັກ ຈະອະທິບາຍສູ່ທ່ານຟັງ ໃນຣາຍການ ເສຖກິດ ປະຈໍາສັປດາ… ຈັດມາສາເນີທ່ານ ໂດຍ: ຈະເຣີນສຸກ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-19
ດຣ. ມານະ ສຸດທິຈັກ, ນັກເສຖສາດລາວ ທີ່ສະຫະຣັຖ ອະເມຣິກາ, ຈະອະທິບາຍ ສູ່ຟັງ ກ່ຽວກັບ ເສຖກິດ ຄົວເຮືອນ ໄດ້ຮັບຜົນດີ ໜ້ອຍຫລາຍປານໃດ ໃນຂະນະທີ່ ເສຖກິດ ມະຫາພາກ ໃນສປປລາວ ມີການຂຍາຍຕົວ. ຈັດມາສເນີທ່ານ ໂດຍ ຈະເຣີນສຸກ ….
2010-01-05
ເຊີນທ່ານຮັບຟັງ ການສັມພາດ ດຣ. ວິນຍາ ສາຍສະມຸດ ຜູ້ອໍານວຍການ ສູນລາວສຶກສາ ແລະ ການສົ່ງນັກສຶກສາ ລາວ ທີ່ໃຫຍ່ ໃນຕ່າງແດນ ໄປຮຽນພາສາ ແລະ ວັທນະທັມ ລາວ ທີ່ ສປປລາວ. ສັມພາດໂດຍ : ຈະເຣີນສຸກ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-23
ຊຸມຊົນຊາວລາວ ໃນປະເທດການາດາ ຈັດງານ ຊື່ນຊົມຜົນງານ ຄົນລາວ ຜູ້ທີ່ມີຜົນງານ ດີເດັ່ນ ແລະ ເປັນທີ່ຮັບຮູ້ ໃນຣະດັບສາກົນ ແລະ ຜູ້ທີ່ມີຜົນງານ ໃນສັງຄົມລາວ ຢູ່ຕ່າງແດນ. ຊຶ່ງໄດ້ຮັບຄວາມ ອຸປຖັມໂດຍ ລາວ ທີວີ ການາດາ. ຈະເຣີນສຸກ ມີສັມພາດ ປະທານ ລາວ ທີວີ ການາດາ ມາສເນີທ່ານ ໃນອັນດັບຕໍ່ໄປ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-16
ຊາວລາວທີ່ອົພຍົບ ໄປຢູ່ຕ່າງປະເທດເມື່ອ 20-30 ກວ່າປີກ່ອນຈຳນວນ ນຶ່ງໄດ້ກັບຄືນເມືອຢາມ ບ້ານເກີດຂອງຕົນ. ໃນນັ້ນ ກໍມີຜູ້ສັງເກດ ແລະ ຕີຣາຄາສະພາບການ ຢູ່ລາວ ຊຶ່ງມີທັງອັນຄ້າຍຄືກັນ ແລະແຕກຕ່າງກັນ. ສ່ວນວ່າ ທ່ານ ຄຳພຸດ ຈັນດາຣາ ຊາວລາວ ທີ່ຣັດ ຮາວາຍ ສະຫະຣັດອະເມຣິກາ ໄດ້ໃຫ້ສຳພາດ ພາຍຫລັງທີ່ໄດ້ໄປ ຢາມລາວຫລາຍຄັ້ງວ່າ ເຫັນການຮຽນໜັງສື ຂອງເດັກນ້ອຍ ແລະ ການປິ່ນປົວຄົນເຈັບປ່ວຍ ແມ່ນຍັງຢູ່ໃນສະພາບຫຍຸ້ງຍາກ ຂາດເຂີນຫລາຍ. ຈຳປາທອງ ຈະນຳບົດສຳພາດ ມາສເນີທ່ານ ຂໍທ່ານຮັບຟັງໄດ້… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-11
ນັກການທູດເບັ້ຽບໍານານ ຂອງສະຫະຣັຖ ອະເມຣິກາ ທ່ານ Grover Joseph Reese ກ່າວໃນເວລາໃຫ້ສັມພາດ ວ່າຫລາຍຄົນຍັງເວົ້າວ່າ ອາຈເປັນຍ້ອນພວກເຮົາ ບໍ່ໄດ້ສ້າງຄວາມຜັກດັນຫລາຍ ເທົ່າທີ່ຄວນເພື່ອໃຫ້ ສປປລາວ ປ່ຽນເປັນຣະບອບ ປະຊາທິປະໄຕ. ເຊີນທ່ານຮັບຟັງ ການສັມພາດໂດຍຣະອຽດ. ສເນີໂດຍ ສົມເນ ເມື່ອວັນທີ 21 ຕຸລາ ປີ 2009 ນີ້.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-08
ສະມາຄົມລາວເສຣີ ທີ່ໄດ້ຊ່ວຍເຫລືອ ດ້ານບໍຣິການສັງຄົມ ແກ່ຊຸມຊົນຊາວລາວ ໃນເຂດເມືອງ San Francisco ຣັດ California ສະຫະຮັຖ ອະເມຣິກາ ຕັ້ງແຕ່ປີ 1983 ເປັນຕົ້ນມາ ປັດຈຸບັນກໍຍັງ ຊ່ວຍເຫລືອຢູ່ຕໍ່ໄປ ໂດຍສະເພາະແມ່ນຊ່ວຍເຫລືອ ຜູ້ສູງອາຍຸ ຄອບຄົວທີ່ລູກເຕົ້າ ມີບັນຫາ ແລະໃຫ້ຄຳປືກສາ ແກ່ຊາວລາວຜູ້ທີ່ ເຂົ້າມາຢູ່ໃນສະຫະຣັຖ ອະເມຣິກາໃໝ່. ຈະເຣີນສຸກ ຈະນຳເອົາການໂອ້ລົມ ກັບຍານາງ ຈັນຖນອມ ອຸ່ນແກ້ວ ປະທານສະມາຄົມ ດັ່ງກ່າວມາສເນີທ່ານ ໃນອັນດັບຕໍ່ໄປ….. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-06
ຕໍ່ໄປແມ່ນການໃຫ້ ສັມພາດຂອງທ່ານ ເຄນທອງ ນວນທະສີງ ໂຄສົກປະຈໍາກະຊວງ ການຕ່າງປະເທດ ສປປລາວ ກ່ຽວກັບຊີວີດ ການປັນຢູ່ຂອງ ຊາວລາວມົ້ງ ທີ່ກັບຄືນຈາກ ປະເທດໄທ ແລະຕໍ່ຊາວລາວມົ້ງ ຢູ່ທີ່ສູນກັກຂັງ ຊົ່ວຄາວບ້ານຫ້ວຍນໍ້າຂາວ ແຂວງເພັຊບູນ ຂອງໄທ... ສັມພາດໂດຍ: ສົມເນ ຈາກນະຄອນຫລວງວຽງຈັນ ຂໍເຊີນທ່ານຮັບຟັງໄດ້ເລີຽ.
2009-10-09
ການໃຫ້ສັມພາດ ຂອງ ທ່ານ ດາວອນ ສະກູນທອງ ຜູ້ເປັນພໍ່ຂອງທ້າວ Anthony ສະກູນທອງ ອາຍຸ20ປີ ນັກເຕະບານ ຈາກ ນະຄອນ Seattle ຣັຖວໍຊີງຕັນ (Washington State) ຊື່ງເປັນນື່ງໃນ ຕົວເດັ່ນ ຂອງທີມຊາດລາວ ເພື່ອເຂົ້າແຂ່ງຂັນ ເຕະບານ SEA GAMES ຄັ້ງທີ່ 25 ທີ່ ສປປລາວ ເປັນເຈົ້າພາບ ແຕ່ຕົກມາໃນ ບັ້ນທ້າຍ ກ່ອນງານມະຫາກັມ SEA GAMES ຈະໄຂຂື້ນຢ່າງ ເປັນທາງການ ບໍ່ເທົ່າໃດສັປດາ ຂ້າງໜ້ານີ້ ທາງການ ສປປລາວ ປະຕິເສດວ່າ ທ້າວ Anthony ບໍ່ສາມາດເຂົ້າ ຮ່ວມທີມຊາດລາວ ເຕະບານ ໄດ້ ຍ້ອນບັນຫາເຣື້ອງ ການຖື2ສັນຊາດ ຊຶ່ງແມ່ນທາງການ ສປປລາວ ເປັນຜູ້ອອກສັນຊາຕໃຫ້. ເຣຶ້ອງດັ່ງກ່າວ ໃນຄັ້ງນີ້ເກີດຂື້ນ ໄດ້ແນວໃດນັ້ນ ເຊີນທ່ານຕິຕາມ ຮັບຟັງການສັມພາດ ໄດ້ເລີຍ... ສເນີໂດຍ: ໄມຊູລີ
2009-09-15
ໃນໂອກາດໄປຢ້ຽມຢາມ ຊາວມົ້ງລາວ 70 ກວ່າຄົນທີ່ສມັກໃຈ ກັບເມືອ ສປປລາວ ຢູ່ທີ່ຄ້າຍທະຫານມ້າ ເມືອງລົ່ມສັກ ບ່ອນພັກເຊົາຊົ່ວຄາວ ຂອງຊາວມົ້ງລາວ ທີ່ຖືກຍ້າຍອອກຈາກ ສູນກັກຂັງຊົ່ວຄາວ ບ້ານຫ້ວຍນ້ຳຂາວກ່ອນຈະຖືກສົ່ງກັບລາວ ເມື່ອວັນທີ່ 2 ກັນຍາຜ່ານມານັ້ນ ແຕ່ລະຄົນກໍ່ໄດ້ ເວົາເຖິງເຫດຜົນ ສ່ວນຕົວ ທີ່ພາໃຫ້ຕັດສີນໃຈ. ວຽງໄຊ ຈະນຳເອົາ ຣາຍລະອຽດແລະການສັມພາດ ມາສເນີທ່ານ.
2009-09-08
ສະມາຄົມ ລາວເສຣີ ທີ່ໄດ້ຊ່ວຍເຫລືອ ດ້ານບໍຣິການ ສັງຄົມ ແກ່ຊຸມຊົນຊາວລາວ ໃນເຂດ San Francisco ຕັ້ງແຕ່ປີ 1983 ເປັນຕົ້ນມາ, ປັດຈຸບັນ ກໍຍັງດຳເນີນ ຢູ່ຕໍ່ໄປ ໂດຍສະເພາະ ແມ່ນການຊ່ວຍເຫລືອ ຜູ້ສູງອາຍຸ, ຄອບຄົວທີ່ລູກເຕົ້າ ມີບັນຫາ ແລະ ໃຫ້ຄໍາປຶກສາ ແກ່ຊາວລາວ ຜູ້ທີ່ເຂົ້າມາຢູ່ ໃນສະຫະຣັຖ ອະເມຣິກາ ໃໝ່. ຈະເຣີນສຸກ ຈະນໍາເອົາ ການໂອ້ລົມ ກັບ ຍານາງ ຈັນຖນອມ ອຸ່ນແກ້ວ, ປະທານ ສະມາຄົມ ມາສເນີທ່ານ
2009-05-20
ການສັມພາດ ທ່ານ ເຄນທອງ ນວນທະສິງ ໂຄສົກ ກະຊວງການ ຕ່າງປະເທດ ສປປລາວ ທີ່ຈະເວົ້າເຖິງ ການຫ້າງຫາ ຮັບເອົາ ຊາວມົ້ງລາວ ກັບຄືນປະເທດ ແລະ ຂັ້ນຕອນຕ່າງໆ ທີ່ຊາວມົ້ງ ເຫລົ່ານັ້ນຕ້ອງ ປະຕິບັດ ໃນກໍຣະນີ ວ່າຕ້ອງການ ຢາກອອກໄປ ຕັ້ງຖິ່ນຖານໃໝ່ ຢູ່ຕ່າງປະເທດ..... ສເນີໂດຍ ວຽງໄຊ
2009-05-15
ໃນພາກ 3 ຫຼືຕອນສຸດທ້າຍ ຂອງການສັມພາດ ທ່ານ ສຸບັນ ສາຣິດທິຣາຊ ປະທານ ກັມມະການ ກວດກາ ແລະປາບປາມ ຢາເສບຕິດ ແຫ່ງຊາຕຂອງ ສປປລາວ ທ່ານ ສຸບັນ ຈະເວົ້າເຖິງ ການແຜ່ລະບາດ ຂອງຢາບ້າ ຫຼື Methamphetamine ຊຶ່ງເປັນ ບັນຫາໜັກ ໃນຕົວເມືອງ ສຳຄັນຂອງລາວ ໃນປັດຈຸບັນ. ສເນີໂດຍ : ວຽງໄຊ
2009-05-14
ໃນພາກ 2 ຂອງການສັມພາດ ທ່ານສຸບັນ ສາຣິດທິຣາຊ ປະທານ ກັມມະການ ກວດກາ ແລະປາບປາມ ຢາເສບຕິດ ແຫ່ງຊາຕ ຂອງ ສປປລາວ ທ່ານ ສຸບັນ ຈະເວົ້າເຖິງແຜນ ແມ່ບົດ 5 ປີ ເພື່ອຕໍ່ຕ້ານ ຢາເສບຕິດ ແລະຫລຸດຜ່ອນ ຄວາມທຸກຍາກ ໃນ ສປປລາວ.