ເຣື້ອງທີ່ເກັບບັນທຶກໄວ້
2010-08-18
ເມື່ອບໍ່ນານ ມານີ້ ດຣ. ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ການຕ່າງປະເທດ ຂອງສປປລາວ ໄດ້ເດີນທາງ ໄປຢ້ຽມຢາມ ສະຫະຣັຖ ອະເມຣິກາ ຢ່າງເປັນທາງການ ຕາມການ ເຊື້ອເຊີນ ຂອງ madame Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ. ນັບວ່າການ ຢ້ຽມຢາມເທື່ອນີ້ ມີຄວາມໝາຍ ສຳຄັນ ໂດຍສະເພາະ ວ່າມີຂຶ້ນ ຫລັງຈາກທີ່ ສະຫະຣັຖ ໄດ້ປະກາດວ່າ ຕົນຈະກັບມາ ມີບົດບາດ ໃນຂົງເຂດ ເອເຊັຍ ຕາເວັນອອກ ສຽງໃຕ້ ອີກເທື່ອນຶ່ງ ຫລັງຈາກທີ່ໄດ້ ຖອນອອກໄປ ໃນກາງຊຸມ ປີ 1970. ວຽງໄຊ ໄດ້ສັມພາດ ດຣ. ທອງລຸນ ກ່ຽວກັບ ການເດີນທາງໄປ ສະຫະຣັຖ ຂອງທ່ານ ໃນເທື່ອນີ້ວ່າ ຈະນໍາການ ປ່ຽນແປງ ຢ່າງໃດແດ່ ມາສູ່ການ ພົວພັນ ຣະຫວ່າງ ສະຫະຣັຖ ແລະ ສປປລາວ ຊຶ່ງມື້ນີ້ ຈະເວົ້າເຖິງ ການປ່ຽນແປງ ທາງຍຸທສາຕ ການເມືອງ. ເຊີນທ່ານ ຕິດຕາມ ຮັບຟັງ ໃນອັນດັບ ຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-30
ເຊີນທ່ານ ຮັບຟັງ ການໃຫ້ ສັມພາດ ຂອງທ່ານ ດຣ. ຄຳພາ ສີດາວົງ ເຊິງຈະໄດ້ ສລຸບ ແລະສືບຕໍ່ ອະທິບາຍ ເຖິງເຣື້ອງ ຕໍານານ ຄວາມເປັນມາ ຂອງ ທຸງຊ້າງສາມຫົວ ດັ່ງ (ພາກນຶ່ງ) ທີ່ວິທຍຸ ເອເຊັຍເສຣີ ໄດ້ອອກອາກາດ ໄປແລ້ວໃນ ສັປດາຜ່ານມາ. ນອກຈາກນັ້ນ ກໍຈະໄດ້ ກ່າວເຖິງປວັດ ຄວາມເປັນມາ ຂອງ ”ທຸງກາວົງເດືອນ” ວ່າມີກໍາເນີນ ເກີດມາ ໃນຍຸກສມັຍ ໃດກັນ?ສເນີ ແລະ ສັມພາດໂດຍ: ໄມຊູລີ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-28
ທ່ານຄໍາວອນ ບຸນຍະພອນ ຜູ້ຈັດການ ໂຄງການ ປົກປັກຮັກສາ ຮູບພາບ ພຣະພຸທສາສນາ ໃນແຂວງ ຫລວງພຣະບາງ ຈະໃຫ້ຂໍ້ມູນ ກ່ຽວກັບ ໂຄງການດັ່ງກ່າວ ຊຶ່ງໄດ້ຮັບ ການສນັບ ສນູນ ຈາກ ຜູ້ສ້ຽວຊານ ຕ່າງປະເທດ ທີ່ເຫັນຄຸນຄ່າ ຂອງ ມໍຣະດົກ ລາວ. ສໍາພາດໂດຍ: ວຽງໄຊ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-23
ເຊີນທ່ານ ຮັບຟັງການ ໃຫ້ສໍາພາດ ທ່ານ ດຣ.ຄຳພາ ສີດາວົງ ກ່ຽວກັບ ຕໍານານເຣື້ອງ ຄວາມເປັນມາ ຂອງທຸງຊາຕ”ຊ້າງສາມຫົວ” (ພາກ1). ສເນີໂດຍ: ໄມຊູລີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-21
ເຊີນທ່ານຮັບຟັງ ການສໍາພາດ ດຣ.ວິນຍາ ສາຍສມຸດ ກ່ຽວກັບ ການສົ່ງນັກສຶກສາ ລາວ-ອະເມຣິກັນ ໄປທັສນະສຶກສາ ຢູ່ລາວ ຊຶ່ງເວົ້າວ່າ ພວກຂະເຈົ້າ ພໍໃຈຫລາຍ ທີ່ໄດ້ໄປຮຽນພາສາ ປະເພນີ ແລະ ປວັດສາດລາວ. ສັມພາດ ໂດຍ: ອາວະຣີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-20
ເຊີນທ່ານຮັບຟັງ ການສໍາພາດ ດຣ. ວິນຍາ ສາຍສມຸດ ກ່ຽວກັບ ການສົ່ງນັກສຶກສາ ລາວ-ອະເມຣິກັນ ໄປທັສນະສຶກສາ ຢູ່ລາວ ສັມພາດ ໂດຍ: ອາວະຣີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-15
ເຊີນທ່ານຮັບຟັງ ພາກ 2 ຫຼື ພາກສຸດທ້າຍ ການໃຫ້ສັມພາດ ຂອງ ດຣ.ສິນລາວົງ ຄຸດໄພທູນ ຣັຖມົນຕຣີ ກະຊວງວາງແຜນ ແລະການລົງທຶນຂອງ ສປປລາວ ຊຶ່ງຈະໄດ້ຊີ້ແຈງ ກ່ຽວກັບໂຄງການ ຊ່ອຍເຫລືອແລະ ລົງທືນຕ່າງໆ ທີ່ໄດ້ຕົກລົງ ກັນກັບຈີນ ໃນຊ່ວງຣະຍະ ເວລາການມາ ຢ້ຽມຢາມ ສປປລາວ ຂອງຮອງປະທານ ປະເທດສປຈີນ ໃນກາງເດືອນ ມິຖຸນາ 2010 ຜ່ານມາ. ສເນີໂດຍ ວຽງໄຊ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-14
ທ່ານຈະໄດ້ຟັງ ພາກ 1 ຂອງການສັມພາດ ດຣ. ສິນລາວົງ ຄຸດໄພທູນ ຣັຖມົນຕຣີ ກະຊວງວາງແຜນ ແລະການລົງທຶນ ຂອງສປປລາວ ທີ່ຈະຊີ້ແຈງ ກ່ຽວກັບສະພາບ ການລົງທຶນ ທົ່ວປະເທດ ໃນປັດຈຸບັນ. ສເນີໂດຍ ວຽງໄຊ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-13
ເຊິນທ່ານຟັງ ການໃຫ້ສັມພາດ ຂອງທ່ານ ຄໍາອວ້ນ ບຸບຜາ ຣັຖມົນຕຣີ ປະຈໍາສໍານັກງານ ນາຍົກຣັຖມົນຕຣີ ຫົວໜ້າອົງການ ຄຸ້ມຄອງທີ່ດີນ ແຫ່ງຊາຕ ຊຶ່ງໃນພາກທີ່ສອງ ຫຼືພາກສຸດທ້າຍ ຂອງການສັມພາດ ເທື່ອນີ້ ແມ່ນຈະໄດ້ກ່າວເຖິງ ການຈັດສັນ ທີ່ດີນ ໃນທົ່ວປະເທດ ເພື່ອຫລີກເວັ້ນ ບໍ່ໃຫ້ມີການ ຂັດແຍ້ງກັນ ໃນເຣື້ອງ ສັມປະທານ ທີ່ດີນ ອີກຕໍ່ໄປ. ສເນີໂດຍ ແລະ ສັມພາດໂດຍ: ວຽງໄຊ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-09
ເຊີນທ່ານຮັບຟັງ ວຽງໄຊ ສັມພາດທ່ານ ຄໍາອ້ວນ ບຸບຜາ ຣັຖມົນຕຣີ ປະຈໍາ ສໍານັກງານ ນາຍົກຣັຖມົນຕຣີ ຫົວໜ້າອົງການ ຄຸ້ມຄອງທີ່ດີນ ແຫ່ງຊາຕ ກ່ຽວກັບທີ່ມາ ຂອງບັນຫາ ຂັດແຍ້ງທີ່ດີນ ທີ່ກໍາລັງ ແຜ່ລາມຢູ່ໃນ ສັງຄົມລາວ ປັດຈຸບັນນີ້... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-08
ອັນດັບຕໍ່ໄປ ເຊີນທ່ານຮັບຟັງ ວຽງໄຊ ສັມພາດທ່ານ ສູລິວົງ ດາຣາວົງ ຣັຖມົນຕຣີ ພລັງງານແລະບໍ່ແຮ່ ຂອງສປປລາວ ກ່ຽວກັບສະພາບ ການພັທນາ ບໍ່ແຮ່ຢູ່ລາວ ປັດຈຸບັນນີ້. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-07
ອັນດັບຕໍ່ໄປ ເຊີນທ່ານຮັບຟັງ ວຽງໄຊ ສັມພາດ ທ່ານ ສຸລິວົງ ດາຣາວົງ ຣັຖມົນຕຣີ ພລັງງານ ແລະບໍ່ແຮ່ ຂອງ ສປປລາວ ກ່ຽວກັບໂຄງການ ສ້າງເຂື່ອນໄຟຟ້າ ໃສ່ແມ່ນໍ້າຂອງ ແລະ ໂຮງງານໄຟຟ້າ ພລັງຖ່ານຫີນ ຈະມີຜົນ ປໂຍດດ້ານລົບ ຫຼືດ້ານບວກ ຄືແນວໃດແດ່? ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-06
ເຊີນທ່ານຮັບຟັງ ວຽງໄຊ ສັມພາດ ພົນຈັຕວາ ບົວສ້ຽງ ຈໍາປາພັນ ຜູ້ຣັບຜິດຊອບ ໂດຍກົງ ໃນເຣື້ອງຊີວິຕ ການເປັນຢູ່ ຂອງຊາວມົ້ງລາວ 8 ພັນກວ່າຄົນ ທີ່ຖືກສົ່ງກັບ ຄືນລາວ ຈາກປະເທດໄທ ເມື່ອທ້າຍປີ 2009.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-02
ເຊີນທ່ານຮັບຟັງ ວຽງໄຊ ສັມພາດ ຍານາງ ເຂັມແພງ ພົນເສນາ ຣັຖມົນຕຣີ ປະຈໍາ ສໍານັກງານນາ ຍົກຣັຖມົນຕຣີ ກ່ຽວກັບຄວາມ ຮັບຜິດຊອບ ຂອງອົງການ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ຊຶ່ງເປັນອົງການ ໃໝ່ຂອງຣັຖ ຢູ່ໃນຄວາມ ຮັບຜິດຊອບ ຂອງທ່ານ.
2010-06-29
ເຊີນທ່ານຮັບຟັງ ວຽງໄຊ ສັມພາດ ເຈົ້າໜ້າທີ່ ອາວຸໂສ ຂອງ ສປປລາວ ກ່ຽວກັບເຣື້ອງ ບຶງທາດຫລວງ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"