ສັມພາດທ່ານທອງລຸນ ການຢ້ຽມຢາມສະຫະຣັດ(ຕໍ່)

ເມື່ອບໍ່ນານ ມານີ້ ດຣ. ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ການຕ່າງ ປະເທດ ຂອງ ສປປລາວ ໄດ້ເດີນທາງ ໄປຢ້ຽມຢາມ ສະຫະຣັຖ ອະເມຣິກາ ຢ່າງເປັນທາງການ ຕາມການ ເຊື້ອເຊີນຂອງ madame Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ. ນັບວ່າການ ຢ້ຽມຢາມ ເທື່ອນີ້ ມີຄວາມໝາຍ ສໍາຄັນ ໂດຍສະເພາະວ່າ ມີຂຶ້ນ ຫລັງຈາກທີ່ ສະຫະຣັຖ ໄດ້ປະກາດວ່າ ຕົນຈະກັບ ມາມີບົດບາດ ໃນຂົງເຂດ ເອເຊັຍ ຕາເວັນອອກ ສຽງໃຕ້ ອີກເທື່ອນຶ່ງ ຫລັງຈາກ ທີ່ໄດ້ຖອນ ອອກໄປ ໃນກາງຊຸມປີ 1970. ວຽງໄຊ ໄດ້ສໍາພາດ ດຣ. ທອງລຸນ ກ່ຽວກັບການ ເດີນທາງໄປ ສະຫະຣັຖ ຂອງ ທ່ານເທື່ອນີ້ ວ່າຈະນໍາ ການປ່ຽນແປງ ຢ່າງໃດແດ່ ມາສູ່ການ ພົວພັນ ຣະຫວ່າງ ສະຫະຣັຖ ແລະ ສປປລາວ ຊຶ່ງມື້ນີ້ ຈະເວົ້າເຖິງ ການຊ່ວຍເຫລືອ ແລະ ຊາວມົ້ງ ຫລາຍພັນຄົນ ທີ່ທາງການໄທ ສົ່ງກັບຄືນ ລາວ ເມື່ອທ້າຍປີ 2009... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ວຽງໄຊ
2010.08.19


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.