ໂຄງການປູກຢາງພາຣາ ໃນລາວ ຂຍາຍຕົວ
ໂຄງການປູກ ຢາງພາຣາ ໃນລາວ ມີການຂຍາຍພື້ນທີ່ ຢ່າງຫລວງຫລາຍ ໃນທົ່ວປະເທດ. ໃນຣະຍະຫລັງໆມານີ້ ບໍຣິສັດ ຈາກວຽດນາມ ບໍຣິສັດດຽວ ກໍ່ລົງມືປູກ ຢາງພາຣາ ທີ່ແຂວງອັຕປືເຖີງ 10ພັນເຮັກຕາ ນັກຊ່ຽວຊານເວົ້າວ່າ ການປູກຢາງພາຣາ ໃນລາວ ຈະມີຜົລເສັຽຕໍ່ ສະພາບແວດລ້ອມ ຊີວີດການເປັນຢູ່ ຂອງປະຊາຊົນ ທ້ອງຖີ່ນ ຢ່າງໃຫຍ່ຫລວງ.
-
ສິດນີ
2009-07-28 -
-
-
Your browser doesn’t support HTML5 audio
ສປປລາວ ເປັນປະເທດທີ່ ອຸດົມສົມບູນ ໄປດ້ວຍປ່າໄມ້ ແມ່ນ້ຳລຳທານ ພູຜາແລະທິວທັດ ທັມມະຊາດ ອັນສວຍສົດງົດງາມ ມາແຕ່ດືກດຳບັນ ແຕ່ໃນຣະຍະຫລັງໆ ມານີ້ ສີ່ງດັ່ງກ່າວ ອາຈເຊື່ອມໂຊມໄປຫມົດ ຍ້ອນສາເຫດຫລາຍ ປະການ ນື່ງໃນນັ້ນກໍ່ແມ່ນ ໂຄງການປູກພືດ ເສຖກິດ ດັ່ງການ ປູກຢາງພາຣາ ທີ່ຣັຖບານລາວ ໃຫ້ບໍຣິສັດ ຕ່າງປະເທດ ສັມປະທານ.
ບໍຣິສັດຕ່າງປະເທດ ທີ່ມາລົງທືນ ປູກຢາງພາຣາ ໃນລາວລາຍໃຫຍ່ ທາງເຫນືອກໍ່ແມ່ນ ຈີນ ດັ່ງບໍຣິສັດ ປັກກິ່ງແລະບໍຣິສັດ ຢູນານຂອງຈີນ ໄດ້ທຸ້ມເທເງີນ ປູກຢາງ ພາຣາໃນລາວ ໃນພື້ນທີ່ກວ່າ 66ພັນເຮັກຕາ ໃນເຂດແຂວງ ອຸດົມໄຊ ບໍແກ້ວ ແລະຫລວງນ້ຳທາ ບໍຣິສັດດັ່ງກ່າວ ມີແຜນການຈະເພີ້ມ ພື້ນທີ່ປູກ ສອງເທົ່າຕົວ ປະມານ 133,300ເຮັກຕາ ໃນປີ2010 ແລະຈະປູກເຖີງ 3ແສນເຮັກຕາ ໃນປີ2015. ອີງຕາມ ບົດລາຍງານຈາກ ຫນັງສືພີມ Vancover times ຂອງ ການາດາ ສະບັບວັນທີ13 ເດືອນ ເມສາ ປີ2008.
ຕໍ່ມາກໍ່ແມ່ນ ບໍຣິສັດຈາກ ຍີ່ປ່ນຸ ເກົາຫລີໃຕ້ ແລະໄທ ກໍ່ພາກັນມາ ປູກພືດເສຖກິດ ປະເພດຕ່າງໆ ເພື່ອອາສັຍໂກຕ້າ ການນຳເຂົ້າສີນຄ້າ ສຳລັບປະເທດ ທີ່ທຸກຈົນ ດັ່ງ ສປປລາວ ສົ່ງໄປຂາຍທີ່ ຕລາດຢູໂຮບ ທີ່ສະຫະພາບ ຢູໂຮບ ອະນຸມັດໃຫ້ ນັ້ນເອງ ດັ່ງປະເທດໄທ ປູກອ້ອຍ ມັນຕົ້ນ ແລະຫມາກສາລີ ສ່ວນຍີ່ປ່ນຸ ກໍ່ປູກຕົ້ນ ຢູກາລັບຕັສ ເພື່ອປ້ອນໂຮງງານ ຜລີດເຈັ້ຽ ແລະເກົາຫລີໃຕ້ ກໍ່ປູກຢາງພາຣາ ປະມານ 750ເຮັກຕາ ທີ່ແຂວງວຽງຈັນ. ຄວາມເຊື່ອມເສັຽຕໍ່ ສະພາບແວດລ້ອມ ຈາກໂຄງການປູກພືດ ເສຖກິດ ເຈົ້າຫນ້າທີ່ກ່ຽວຂ້ອງ ທ່ານນື່ງເວົ້າວ່າ:
ປະເທດທີ່ປູກ ຢາງພາຣາ ລາຍໃຫຍ່ໃນລາວ ອີກປະເທດນື່ງ ກໍ່ແມ່ນວຽດນາມ ເລີ້ມແຕ່ເດືອນ ກໍຣະກະດາ ປີ2004 ຕົວແທນຈາກ ບໍຣິສັດຢາງພາຣາ ວຽດນາມ ໄດ້ມາຢ້ຽມຢາມ ລາວ ໃນເວລານັ້ນ ເຈົ້າຫນ້າທີ່ ຣະດັບສູງ ສປປລາວ ບອກວ່າທາງການ ລາວ ຈະຈັດສັນທີ່ດີນ ພາກສ່ວນນ້ອຍໆໃຫ້ ວຽດນາມ ປູກຢາງພາຣາ ປະມານ50ພັນ ຫານື່ງແສນເຮັກຕາ ເທົ່ານັ້ນ. ຕໍ່ມາປະມານ 3-4ເດືອນ ຣັຖບານລາວ ກໍ່ໃຫ້ສັມປະທານ ຕໍ່ໂຄງການ 30ລ້ານໂດລ້າ ປູກຢາງພາຣາ ຂອງບໍຣິສັດ ດັກລັດ ຂອງວຽດນາມ ໃນພື້ນທີ່ປະມານ 10ພັນເຮັກຕາ ໃນເຂດ4ແຂວງ ພາກໃຕ້ຂອງລາວ ດັ່ງທີ່ ແຂວງຈຳປາສັກ ສາຣະວັນ ເຊກອງ ແລະ ອັຕປື ໂດຍການ ສັມປະທານ ເປັນເວລາ50ປີ ມາຮອດປີ2006 ບໍຣິສັດດັ່ງກ່າວ ສາມາດ ປູກຢາງພາຣາ ໄດ້ພຽງແຕ່ 3,200ເຮັກຕາ ເທົ່ານັ້ນ.
ບໍຣິສັດດັກລັດ ໄດ້ໂຍກຍ້າຍຊາວບ້ານ ໃນຫລາຍຫມູ່ບ້ານ ເພື່ອການປູກຝັງ ພື້ນທີ່ຂອງຊາວບ້ານ ບາງແຫ່ງກໍ່ຈະຖືກ ຈັດເປັນດີນສຳລັບ ປູກຢາງພາຣາ ການໃຫ້ຄ່າ ຊົດເຊີຍກໍ່ບໍ່ ສົມເຫດສົມຜົລ. ໃນປີ2005 ເດືອນມີນາ ກໍ່ມີບໍຣິສັດ ວຽດນາມ ບໍຣິສັດນື່ງອີກ ເຂົ້າມາປູກ ຢາງພາຣາ ໃນແຂວງຈຳປາສັກ ທີ່ມີຊື່ວ່າ ວຽດນາມ-ລາວ rubber Joint stock company ໄດ້ລົງທືນປູກ ຢາງພາຣາ ໃນເຂດພາກໃຕ້ ຂອງລາວ ອີກປະມານ 10ພັນເຮັກຕາ ໃນເດືອນທັນວາ ປີ2006 ບໍຣິສັດ ກວາງມີນ Rubber production ຂອງວຽດນາມ ກໍ່ໄດ້ຮັບສັມປະທານ ປູກຢາງພາຣາ ປະມານ 4,900ເຮັກຕາ ທີ່ແຂວງເຊກອງ ແລະອັຕປື.
ແຂວງສວັນນະເຂດ ບໍຣິສັດກວາງຈີ ກໍ່ມາປູກຢາງພາຣາ ແລ້ວປະມານ 2,700ເຮັກຕາ ແລະກໍ່ມີແຜນການ ຈະປູກເພີ້ມ 8ພັນກວ່າເຮັກຕາ ຊື່ງບໍຣິສັດ ດັ່ງກ່າວ ບອກວ່າຕົນຈະສ້າງ ໂຮງງານ ກັ່ນຢາງພາຣາ ທີ່ແຂວງ ສວັນນະເຂດ ທີ່ສາມາດກັ່ນ ຢາງພາຣາ ໃນປາຣິມານ 10ພັນຕັນຕໍ່ປີ ຈາກແຂວງດັ່ງກ່າວ. ໃນມື້ວັນທີ15 ເດືອນທັນວາ ປີ2008 ບໍຣິສັດ ຫົງອັນໃກລານ ໄດ້ລົງນາມກັບ ຣັຖບານລາວ ທີ່ຈະປູກຢາງພາຣາ ໃນພື້ນທີ່ 10ພັນເຮັກຕາ ໃນເຂດພາກໃຕ້ ດັ່ງທີ່ ແຂວງອັຕປື ບໍຣິສັດດັ່ງກ່າວ ໄດ້ປູກຢາງພາຣາ ໃນລາວມາແລ້ວ ປະມານ 5ພັນເຮັກຕາ ໃນນັ້ນ 3ພັນເຮັກຕາ ແມ່ນຢູ່ແຂວງ ອັຕປື ແລະ ໃນອາທິດກອ່ນ ໄດ້ເລີ້ມລົງມືປູກ ໃນພື້ນທີ່ 10ພັນເຮັກຕາ ໄປແລ້ວດ້ວຍການ ຕັດໄມ້ຖາງພື້ນທີ່.
ທີ່ແຂວງຈຳປາສັກ ບ່ອນທີ່ມີການ ປູກຢາງພາຣາ ລາຍໃຫຍ່ກໍ່ແມ່ນ ທີ່ເມືອງບາຈຽງ ເຈົ້າຫນ້າທີ່ທ້ອງຖີ່ນ ເວົ້າວ່າ:
ທາງການລາວບອກວ່າ ຣັຖບານລາວ ມີແຜນການ ຈັດສັນທີ່ດີນ ປູກຢາງພາຣາ ໃນລາວ ໃຫ້ໄດ້ປະມານ 5ແສນເຮັກຕາ ໃນໂຄງການ ເພື່ອຫລຸດຜ່ອນ ສະພາບ ຄວາມທຸກຈົນ ໃນລາວລົງ. ເຈົ້າຫນ້າທີ່ຈາກ ກະຊວງກະສີກັມ ປ່າໄມ້ລາວເວົ້າວ່າ ຣັຖບານລາວ ມີແຜນການຈະຂຍາຍ ພື້ນທີ່ໃນການ ປູກຢາງພາຣາ ໃນເຂດພາກ ເຫນືອ ພາກກາງ ແລະພາກໃຕ້ ໃນ3ແຂວງ ພາກເຫນືອກໍ່ແມ່ນ ທີ່ແຂວງອຸດົມໄຊ ບໍ່ແກ້ວ ແລະຫລວງນ້ຳທາ ໃນເຂດພາກກາງ ກໍ່ແມ່ນທີ່ແຂວງ ບໍຣິຄຳໄຊ ຄຳມ່ວນ ແລະສວັນນະເຂດ ແລະ 3ແຂວງພາກໃຕ້ ກໍ່ແມ່ນແຂວງ ຈຳປາສັກ ສາຣະວັນ ແລະອັຕປື.
ທ່ານວ່າທາງພາກໃຕ້ ຈະເປັນເຂດປູກ ຢາງພາຣາລາຍໃຫຍ່ ໃນປະເທດ ພື້ນທີ່ກວ່າ 40ສ່ວນຮ້ອຍ ໃນເຂດພາກໃຕ້ ຈະໃຊ້ປູກຢາງພາຣາ. ແຕ່ຜົລກະທົບ ຢ່າງ ມະຫາສານຈາກການ ປູກຢາງພາຣາ ເຈົ້າຫນ້າທີ່ລາວ ບໍ່ໄດ້ກ່າວເຖີງ. ນັກຊ່ຽວຊານ ຈາກຕ່າງຊາດບອກວ່າ ການປູກຢາງພາຣາ ໃນຫລາຍປະເທດ ທຸກຈົນໃນໂລກ ສ້າງຜົລກະທົບ ຕໍ່ສະພາບແວດລ້ອມ ແລະວິຖີຊີວີດ ຂອງປະຊາຊົນ ທ້ອງຖີ່ນ ໃນຣະຍະຍາວ ຢ່າງໃຫຍ່ຫລວງ.
1.ກໍ່ແມ່ນສານເຄມີ ຈາກຢາຂ້າຫຍ້າ ແລະສານ ພິດ ປະເພດຕ່າງໆ ທີ່ໃຊ້ໃນການ ປູກຢາງພາຣານັ້ນ ຈະໃຫລລົງໄປຫາ ແມ່ນ້ຳລຳທານ ບ່ອນທຳມາຫາກີນ ຂອງຊາວບ້ານ.
2.ດີນດອນຂອງຊາວບ້ານ ທີ່ໃຊ້ໃນການ ປູກຝັງລ້ຽງຊີບ ໃນລະຍະທີ່ຜ່ານມາ ກໍ່ຈະຕົກເປັນ ຂອງນັກລົງທືນ ຊາວບ້ານ ກໍ່ຈະກາຍເປັນ ກັມມະກອນ ໃນຜືນທີ່ດີນ ຂອງຕົນເອງ.
3.ຜົລກະທົບ ໃນລະຍະຍາວ ກໍ່ແມ່ນວ່າ ທີ່ດີນແຫ່ງນັ້ນ ກໍ່ຈະໃຊ້ໃນການ ປູກຝັງບໍ່ໄດ້ອີກ ເພາະ ຖືກໃສ່ສານເຄມີ ມາເປັນເວລາ ຫລາຍປີ ຮ່ວມດ້ວຍແມ່ນ້ຳ ລຳທານໃນເຂດ ທີ່ມີການປູກຝັງ ແລະສັດສາວາສີ່ງ ກໍ່ຈະຫາຍໄປ ຈາກພື້ນທີ່ແຫ່ງນັ້ນ ຣະບົບນີເວດ ກໍ່ຈະເຊື່ອມໂຊມ ໃນທີ່ສຸດຊາວບ້ານ ກໍ່ຈະທຸກຈົນເພີ້ມ ກວ່າເກົ່າ ເພາະບໍມີແຫລ່ງ ທຳມາຫາກີນ ຖ້າຢາງພາຣາ ຫາກຫມົດສະພາບໄປ.
ກ່ຽວກັບຜົລກະທົບ ຕໍ່ສະພາບແວດລ້ອມ ເຈົ້າຫນ້າທີ່ ທ້ອງຖີ່ນເວົ້າວ່າ:
ຊາວບ້ານທີ່ ເມືອງວຽງໄຊ ແຂວງອັຕປື ບ່ອນທີ່ມີການ ປູກຢາງພາຣາ ເວົ້າວ່າໂຄງການ ປູກຢາງພາຣາ ຂອງວຽດນາມ ໃນລາວນັ້ນ ບໍ່ແມ່ນໂຄງການ ປູກອັນແທ້ຈີງ ມັນເປັນໂຄງການ ເພື່ອຕັດໄມ້ທ່ອນ ຈາກພື້ນທີ່ປູກ ຢາງພາຣາ ໄປຂາຍຕ່າງຫາກ ກຸ່ມນັກລົງທືນ ສົນໃຈແຕ່ໄມ້ທ່ອນ ບໍ່ແມ່ນຢາງພາຣາ ເຈົ້າຫນ້າທີ່ກໍຮູ້ ແຕ່ບໍ່ເຮັດ ຫຍັງ.
ນັກສັງເກດການ ທ່ານນື່ງຜູ້ທີ່ ບໍ່ປະສົງອອກຊື່ ເວົ້າວ່າແຂວງອັຕປື ທີ່ມີຊາຍແດນ ຕັດກັບວຽດນາມ ແລະກຳພູຊາ ເຕັມໄປດ້ວຍປ່າໄມ້ ປົກຫຸ້ມກວ່າ 10ພັນກິໂລ ແມັດມັນທົນ ໃນນັ້ນ 7ພັນເຮັກຕາ ແມ່ນປ່າໄມ້ ສ້າງຄວາມສົນໃຈ ແກ່ກຸ່ມຄ້າໄມ້ທ່ອນ ເປັນອັນມາກແລະ ຫລາຍບໍຣິສັດ ກໍ່ສົ່ງຄຳຮ້ອງ ເພື່ອສັມປະທານ ທີ່ດີນເພື່ອ ປູກຢາງພາຣາ ໃນພື້ນທີ່ກວ່າ 67ພັນເຮັກຕາ ທ່ານວ່າອີງຕາມ ແຫລ່ງຂ່າວທີ່ບໍ່ເປັນ ທາງການຣະບຸວ່າ ໂຄງການປູກ ຢາງພາຣານັ້ນ ເປັນໂຄງການ ບັງຫນ້າຊື່ໆ ໃນຄວາມເປັນຈີງ ແມ່ນການຕັດໄມ້ທ່ອນ ເພື່ອສົ່ງອອກເທົ່ານັ້ນ ດ້ວຍຄວາມຮ່ວມມື ກັບເຈົ້າຫນ້າທີ່ ທ້ອງຖີ່ນໃຫ້ລາຍງານ ແຕ່ຄວາມດີຂອງ ໂຄງການຕໍ່ຂັ້ນເທີງ ຮູ້ເທົ່ານັ້ນ ທ່ານກ່າວ ໃນທີ່ສຸດ.