ຣະດູການ ແຫ້ງແລ້ງ
ຄວາມແຫ້ງແລ້ງ ທີ່ເປັນໄປຕາມ ຣະດູການ ໃນຂົງເຂດ ເອເຊັຍຕາເວັນ ອອກສຽງໃຕ້ ຮວມທັງ ສປປລາວ ນັ້ນ ອາດຈະບໍ່ເປັນ ເຊັ່ນນັ້ນອີກແລ້ວ......
-
ໂພໄຊສວັດ
2009-04-14 -
-
-
Your browser doesn’t support HTML5 audio
ຄວາມຫາຍນະ ຊຶ່ງເກີດຈາກ ພັຍທັມຊາດ ເປັນເຫດການ ທີ່ເກີດຂື້ນໂດຍ ທັມຊາດ ທີ່ບໍ່ມີໃຜ ຈະກະຕວງ ຫລືປ້ອງກັນ ລ່ວງໜ້າໃຫ້ ທັນທ່ວງທີໄດ້. ດັ່ງພັຍທັມຊາດ ທີ່ເກີດຈາກ ລົມພະຍຸໃຕ້ຝຸ່ນ, ແຜ່ນດິນໄຫວ, ນໍ້າຖ້ວມ, ຄວາມແຫ້ງແລ້ງ, ດິນເຈື່ອນ, ຊູນາມິ, ໄຟໄໝ້ປ່າ ພູໄຟລະເບີດ ແລະອື່ນໆອີກ.
ແຕ່ເຮື້ອງ ພັຍແຫ້ງແລ້ງ ເປັນບັນຫາ ທີ່ສ້າງຄວາມ ທຸກຍາກຂາດເຂີນ ໃຫ້ແກ່ ປະຊາຊົນ ຫລາຍ ໂດຍສະເພາະຢູ່ ສປປລາວ. ໃນປັດຈຸບັນ ນີ້ສະພາບ ພັຍແຫ້ງແລ້ງ ກຳລັງຄຸກຄາມ ຫລາຍພາກສ່ວນຂອງ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ໂດຍສະເພາະ ຢູ່ລາວ, ໄທ, ກຳພູຊາ, ວຽດນາມ, ພະມ່າ ຫລືແມ່ນແຕ່ຢູ່ ບັງກະລາເທດ ແລະ ທາງພາກໃຕ້ ຂອງຈີນ ກໍປະເຊີນກັບ ບັນຫາເຊັ່ນກັນ.
ສຳລັບ ສປປລາວ ບັນຫາ ຄວາມແຫ້ງແລ້ງ ຕາມຣະດູການ ເປັນມາແຕ່ສມັຍ ເດິກດຳບັນເພາະ ປະຊາຊົນລາວ ອາໃສ ການກະເສດ ເປັນອາຊີບຫລັກ. ເກືອບ 80 ສ່ວນຮ້ອຍ ຂອງຄົນລາວ ຂື້ນຢູ່ກັບການ ປູກຝັງເປັນການ ຫາຢູ່ຫາກິນ ປະຈຳວັນ ຕັ້ງແຕ່ ດັ້ງເດີມມາ ດັ່ງນັ້ນ ຣະດູການຈຶ່ງ ເປັນສິ່ງສຳຄັນ ຕໍ່ການຫາ ຢູ່ຫາກິນຂອງ ປະຊາຊົນລາວ ບໍ່ວ່າຈະເປັນ ຣະດູຝົນ ຫລືຣະດູແລ້ງ.
ແຕ່ໃນລະຍະ ຫລັງໆມານີ້ ສປປລາວ ກໍປະເຊີນກັບ ພັຍແຫ້ງແລ້ງ ທີ່ບໍ່ເປັນໄປ ຕາມຣະດູການ ທີ່ສ້າງບັນຫາ ໃຫ້ແກ່ ຊຸມຊົນລາວ ຢ່າງຫລວງຫລາຍ ສາເຫດຂອງ ການເກີດຄວາມ ແຫ້ງແລ້ງມາຈາກ ຫລາຍເຫດການ ດັ່ງເຊັ່ນ ຣະດູການທີ່ ບໍ່ເປັນ ປົກກະຕິ, ເຊັ່ນຝົນຈະຕົກ ໃນຍາມທີ່ ບໍ່ຄວນຕົກຫລື ເກີດອາກາດ ແຫ້ງແລ້ງໃນ ຍາມທີ່ບໍ່ຄວນ ແຫ້ງແລ້ງ. ນອກຈາກນີ້ ກໍແມ່ນການ ແຫ້ງແລ້ງ ຈາກການຕັດໄມ້ ທຳລາຍປ່າ ຈູດປ່າ, ແລ້ວກໍຍັງມີ ພາວະໂລກຮ້ອນ ເກີດຍ້ອນປາກົດ ການເຮືອນແກ້ວ ທີ່ເກີດຈາກ ອາຍເສັຍຂອງ ໂຮງຈັກໂຮງງານ ຄວັນທໍ່ໄອເສັຍ ຂອງຣົດຍົນ.
ສະພາບຣະດູ ການທີ່ບໍ່ ປົກກະຕິ ກໍຄືວ່າ ຣະດູຝົນ ອາດຈະສັ້ນເກີນ ໄປໃນແຕ່ ລະປີຫລື ຣະດູແລ້ງມາ ໄວເກີນຄວນ ກໍຈະເຮັດໃຫ້ ເກີດຄວາມ ແຫ້ງແລ້ງໄດ້ ຫາກເກີດ ຂື້ນເລື້ອຍໆ ກໍຈະເຮັດໃຫ້ ມີບັນຫາຄວາມ ແຫ້ງແລ້ງຍາວຂື້ນ.ຢູ່ ສປປລາວ ສາເຫດທີ່ສ້າງ ບັນຫາສຳຄັນ ໃຫ້ກັບ ຄວາມແຫ້ງແລ້ງ ກໍຄືການຕັດ ໄມ້ທຳລາຍປ່າ. ການຕັດໄມ້ ສົ່ງອອກຂາຍ ຕ່າງປະເທດແລະ ການຕັດໄມ້ ທຳລາຍປ່າ ຈູດປ່າຈູດໄມ້ ເຮັດໄຮ່ ມີຜົນກະທົບ ຫລາຍໆຢ່າງ ທັງຕໍ່ຊີວິດ ຂອງຄົນ, ສັດແລະສິ່ງ ທີ່ມີຊີວິດ ອື່ນໆໃນ ປັດຈຸບັນແລະ ໃນອະນາຄົດ.
ນັກຄົ້ນຄວ້າ ໄດ້ເຊື່ອມໂຍງ ຄວາມແຫ້ງແລ້ງ ແລະການຕັດ ໄມ້ທຳລາຍປ່າ ໃນພູມີພາກ ເອເຊັຍຕອນໃຕ້ ໃສ່ສະພາບ ການປ່ຽນແປງ ຂອງອາກາດວ່າ ການຕັດໄມ້ ທຳລາຍປ່າ ແລະການ ຈູດປ່າຈູດໄມ້ ເຮັດໄຮ່ ສ້າງໄອຄວັນພິດ ເປັນສາຍເຫດ ອັນສຳຄັນ ທີ່ກໍ່ໃຫ້ເກີດ ປາກົດການ ເຮືອນແກ້ວ. ນອກຈາກນີ້ແລ້ວ ກໍຍັງມີ ໄອຄວັນຣົດ ແລະໄອພິດຈາກ ໂຮງຈັກໂຮງງານ ທີ່ປ່ອຍອອກໄປ ໃນອາກາດ. ປາກົດການ ເຮືອນແກ້ວ ເກີດຂື້ນເມື່ອ ມີການ ຈູດປ່າຈູດໄມ້ ແລະໄອຄວັນຣົດ ແລະໄອພິດຈາກ ໂຮງຈັກໂຮງງານ ສົ່ງອອກມາ, ແລ້ວຄວັນໄຟ ຫລືໄອພິດນີ້ ທີ່ສົ່ງຂື້ນໄປ ເທິງຟ້າ ຈະຈັບກຸ່ມກ້ອນ ກັນບັງຫຸ້ມຢູ່ ລະດັບນຶ່ງ ໃນເທິງຟ້າ ທີ່ບໍ່ສາມາດ ລະເຫີຍໄດ້ ຈະສ້າງ ຄວາມຮ້ອນ ໃນອຸນຫະພູມ ຝົນບໍ່ຕົກ ແລະຄວາມ ແຫ້ງແລ້ງ ພາກພື້ນດິນ ກໍຈະຕາມມາ.
ນອກຈາກນີ້ແລ້ວ ເມື່ອຕົ້ນໄມ້ ແລະປ່າ ຖືກທຳລາຍ ຖາງຈູດເຜົາ ຕາມໜ້າ ດິນຫລືເຈີ້ຍພູ ກໍຈະໂລ້ນໄປ ດັ່ງຢູ່ ມາເລເຊັຍ ບໍນຽວ ອິນໂດນີເຊັຍ ລາວ ໄທ ພະມ່າ ແລະ ວຽດນາມ ຍ້ອນການ ຕັດໄມ້ເພື່ອ ສົ່ງຂາຍອອກ ຕ່າງປະເທດ, ຍ້ອນຖາງ ປ່າຈູດເຮັດໄຮ່ ຫລືວ່າຍ້ອນ ຕັດໄມ້ຖາງປ່າ ສ້າງເຂື່ອນຫລື ອຸດສາຫະກັມ ອື່ນໆທີ່ໃຊ້ພື້ນ ທີ່ກວ້າງໃຫຍ່ ຈະເຮັດໃຫ້ ພື້ນທີ່ນັ້ນ ໂລ້ນແປນ ດິນຈະແຫ້ງຫລ້ອນ ເມື່ອຝົນ ຕົກມານ້ຳ ກໍຈະໄຫລໄປ ໂຮມກັນຢູ່ບ່ອນ ຮ່ອງຫົ້ງຢ່າງ ວ່ອງໄວ ຍ້ອນວ່າບໍ່ມີ ຮາກໄມ້ດຶງ ດູດເອົານ້ຳໄວ້ ເຮັດໃຫ້ ເກີດນ້ຳຖ້ວມໄ ດ້ງ່າຍດັ່ງ ເກືອບທຸກປີ ທີ່ຜ່ານມາຢູ່ ຕາມປະເທດ ທີ່ໄດ້ກ່າວ ມາແລ້ວນັ້ນ. ພ້ອມກັນນັ້ນກໍ ຈະເກີດພັຍດິນ ເຈື່ອນໄດ້ງ່າຍ ດັ່ງຢູ່ ທາງພາກ ເໜືອຂອງລາວ ວຽດນາມແລະ ຟິນລິບປີນ. ນອກຈາກນັ້ນ ຄວາມແຫ້ງແລ້ງ ກໍຈະເກີດ ຂື້ນຕາມມາ ເລື້ອຍໆດັ່ງຈະ ເຫັນຂ່າວຄາວ ໃນຫລາຍ ປະເທດເຊັ່ນ ລາວ, ໄທ, ກຳພູຊາ ແລະວຽດນາມ.
ບັນຫາຍິ່ງໃຫຍ່ ຈາກຄວາມແຫ້ງແລ້ງ ສົ່ງຜົນກະທົບ ໃຫ້ພູມີພາກ ນີ້ກໍແມ່ນດ້ານ ການປູກຝັງ ການລ້ຽງສັດ ແລະຊີວິດ ການເປັນຢູ່ ຂອງຄົນແລະສິ່ງ ມີຊີວິດອື່ນໆ ໂດຍການຫລຸດ ຣະດັບຂອງນ້ຳ ທີ່ໃຊ້ສຳລັບ ກິນແລະການ ຊົລປະທານ. ຜົລປູກທີ່ເສັຍ ຫາຍຫລາຍທີ່ສຸດ ໃນປັດຈຸບັນ ນີ້ແມ່ນຢູ່ ໄທ ຊຶ່ງມີຮອດ 39 ແຂວງແລະປະ ມານສີ່ລ້ານ ກວ່າຄົນໄດ້ ຮັບຜົນກະທົບ, ແຕ່ຄວາມແຫ້ງແລ້ງ ກໍໄດ້ທຳລາຍ ຜົລປູກບໍ່ໜ້ອຍ ໃນພາກໃຕ້ ຂອງຈີນ, ຢູ່ລາວ, ກຳພູຊາ ແລະວຽດນາມ ນຳອີກ. ສິ່ງເລົ່າ ນີ້ສົ່ງຜົນໃຫ້ ຂາດແຄນອາຫານ ພາຍໃນຂົງເຂດ ແລະ ສປປລາວ ໄດ້.
ຢູ່ ສປປລາວ ບັນຫາຈາກ ຄວາມແຫ້ງແລ້ງ ຈະກະທົບ ກະເທືອນຫລາຍ ເນື່ອງຈາກວ່າ ຊາວກະສິກອນ ລາວຈະປູກຝັງ ແຕ່ພໍກຸ້ມ ຢູ່ກຸ້ມກິນ ດັ່ງນັ້ນ ຄວາມແຫ້ງແລ້ງ ຈຶ່ງເປັນບັນຫາ ທີ່ໃຫຍ່ໂຕ ສຳລັບລາວ. ອີງຕາມ ລາຍງານຂອງ ຣັຖບານ ຜົນລະປູກ ໃນລະດູຝົນ ກໍຍັງ ໄດ້ລະດັບ ຕາມປົກກະຕິ ແຕ່ຜົລປູກ ໃນລະດູແລ້ງ ໄດ້ຮັບ ຜົນກະທົບ ຢ່າງໜັກຍ້ອນ ການຂາດເຂີນ ພື້ນທີ່ປູກ ທີ່ຊຸ່ມຊື່ນ ແລະຣະດັບ ນ້ຳທີ່ຫລຸດລົງ.
ສຳລັບປະເທດ ເພື່ອນບ້ານ ເຊັ່ນຢູ່ ກຳພູຊາ ລາຍງານຈາກ ທາງການວ່າ ກາຍເຄິ່ງນຶ່ງຂອງ 24 ແຂວງແລະ ປະຊາຊົນ ເກືອບເຄິ່ງລ້ານ ຄົນໄດ້ຮັບ ການກະທົບອາດ ຈະເກີດບັນຫາ ຂາດເຂີນອາຫານ ກໍເປັນໄດ້. ພວກທີ່ໄດ້ຮັບ ການກະທົບ ຫລາຍທີ່ສຸດແມ່ນ ພໍ່ນາທີ່ ທຸກຍາກ ທີ່ມີໄຮ່ນາ ພື້ນທີ່ນ້ອຍໆ ແລະ ອາສັຍຢູ່ໄກ ຫ່ອງນ້ຳ ລຳທານ.
ສ່ວນຢູ່ ວຽດນາມ ບັນຫາຄວາມ ແຫ້ງແລ້ງ ປາກົດຈາກ ພາກໃຕ້ ຂື້ນໄປຮອດ ພາກກາງ. ກະຊວງ ກະສິກັມ ລາຍງານວ່າ ພື້ນທີ່ປູກຝັງ ເກືອບສອງແສນ ເຮັກຕາ ແລະ ປະຊາຊົນ ປະມານ 1 ລ້ານ 5 ແສນຄົນ ໄດ້ຮັບການ ກະທົບ. ສົ່ງບັນຫາໃຫ້ ມີການຂາດເຂີນ ເຄື່ອງອຸປໂພກ ບໍລິໂພກ ໂດຍສະເພາະນ້ຳ ດື່ມຈະມີຣາຄາ ສູງຂື້ນ.
ເຖິງຢ່າງໃດ ກໍຕາມ ຜົນກະທົບ ໃນແຕ່ລະ ປະເທດ ກໍຢາກຄືກັນ ທົ່ວໄປຄື ບັນຫາ ທາງດ້ານການ ປູກຝັງ ທາງດ້ານການ ກະສິກັມ ຊຶ່ງຈະກະທົບ ກະເທືອນຕໍ່ຊີວິດ ການເປັນຢູ່ ຍ້ອນຣາຄາ ສິນຄ້າ ອາຫາການກິນ ຈະແພງຂື້ນກວ່າ ປົກກະຕິ, ຈະກະທົບກະເທືອນ ນະໂຍບາຍຂອງ ແຕ່ລະປະເທດ ທີ່ຢາກຈະ ຕໍ່ສູ້ຫລຸດ ຜ່ອນຄວາມ ທຸກຍາກຂາດເຂີນ ຂອງປະຊາຊົນ.
ນອກຈາກບັນຫາ ຄວາມແຫ້ງແລ້ງ ຕາມພື້ນທີ່ ຕ່າງໆແລ້ວ ກໍຍັງມີ ຄວາມແຫ້ງແລ້ງຕາມ ລຳແມ່ນ້ຳຂອງ ອີກທີ່ມີການ ຊ້ຳເຕີມ ໃຫ້ປະຊາຊົນ ຜູ້ໄດ້ຮັບ ເຄາະຮ້າຍ ໃນພາກພື້ນນີ້ ໂດຍສະເພາະ ລະດັບນ້ຳ ທີ່ລົດລົງ. ສາເຫດຂອງການ ຜັນປ່ວນຂອງ ຣະດັບນ້ຳ ໃນແມ່ນ້ຳຂອງ ນີ້ມີຫລາຍຄົນ ຄິດວ່າເປັນຍ້ອນ ການເປີດ ຫລືອັດ ເຂື່ອນໃຫຍ່ຂອງຈີນ ທີ່ສ້າງກັ້ນ ແມ່ນ້ຳຂອງ ຕອນເທິງ, ດັ່ງຊາວບ້ານຈາກ ແຂວງຊຽງຮາຍ ປະເທດໄທ ຜູ້ນຶ່ງເວົ້າ ກ່ຽວກັບເຣື້ອງນີ້ວ່າ:
ລາວວ່າເຮື້ອງຂອງ ຣະດັບນ້ຳຂອງ ມັນບໍ່ປົກກະຕິ ມັນມີການ ຂື້ນ-ລົງ ເນື່ອງຈາກວ່າຈີນ ປິດ-ເປີດ ເຂື່ອນຢູ່ຂ້າງເທິງ ເຮັດໃຫ້ຊາວບ້ານ ຕ້ອງປະເຊີນກັບ ບັນຫານີ້ ມາຕລອດ ມັນຈະສ້າງ ຄວາມປ່ຽນແປງ ຢູ່ຕລອດ ຍ້ອນນ້ຳຈາກຈີນ ຢູ່ຂ້າງເທິງ ປ່ຽນແປງ. ຄວາມບໍ່ ປົກກະຕິ ຂອງຣະດັບນ້ຳ ກະທົບກະເທືອນ ຮອດການ ເດີນເຮືອ ໃນແມ່ນ້ຳຂອງ ເພາະຫລາຍເຂດ ໃນແມ່ນ້ຳຂອງ ເຄີຍໃຊ້ເຮືອ ໂດຍສານຫລື ສົ່ງສິນຄ້າ ໄດ້ສະດວກເກືອບ ຕລອດທັງປີ ແຕ່ປັດຈຸບັນນີ້ ເວົ້າສະເພາະ ຍາມແລ້ງປີນີ້ ລະດັບນ້ຳໃນ ລຳແມ່ນໍ້າຂອງ ຢູ່ລະຫວ່າງເຂດ ເສຖກິດພິເສດ ແຂວງບໍ່ແກ້ວ ສປປລາວ ກົງກັນຂ້າມກັບ ເມືອງຊຽງຂອງ ແຂວງຊຽງຮາຍ ປະເທດໄທ ລົດລົງຢ່າງ ວ່ອງໄວ, ໂດຍທີ່ຈະ ສັງເກດເຫັນ ແກ້ງຫີນແລະ ຫາດຊາຍກະຈາຍ ໄປເປັນໄລຍະຍາວ ແລະຢູ່ບາງບ່ອນ ຣະດັບນໍ້າຕື້ນ ບໍ່ເຖິງຣອດ 1 ແມັດ. ສ່ວນວ່າ ຮ່ອງນໍ້າເລິກ 3-4 ແມັດ ກໍມີຂນາດ ແຄບເຂົ້າ, ມີແຕ່ເຮືອ ຫາງຍາວນ້ອຍ ເທົ່ານັ້ນ ທີ່ຍັງສາມາດ ແລ່ນໄດ້ ໃນຂະນະນີ້.
ນັກວິຊາການໄທ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບແລະ ຜູ້ຊ່ຽວຊານ ສາກົນ ຈຳນວນນຶ່ງ ເຊື່ອວ່າຣະດັບ ແມ່ນ້ຳຂອງບົກ ລົງຫລາຍຜິດ ປັກກະຕິ ຍ້ອນການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຊຶ່ງຈີນໄດ້ ສ້າງຂື້ນແລ້ວ 3 ແຫ່ງໃນ ປັດຈຸບັນນີ້.
ພໍຈະສລຸບ ໄດ້ວ່າການ ຜັນປ່ວນ ທີ່ບໍ່ປົກກະຕິ ຂອງຣະດູການ ຫລື ຄວາມແຫ້ງແລ້ງ ທີ່ບໍ່ເປັນ ທັມຊາດເກີດຈາກ ສາເຫດສຳຄັນ ຄື: 1. ການຕັດໄມ້ ຈູດທຳລາຍປ່າ ຫລາຍເກີນຄວນ ບໍ່ວ່າຈະຍ້ອນ ເຫດຜົນຫຍັງ ກໍຕາມ. 2: ໄອຄວັນພິດຈາກ ໂຮງຈັກໂຮງງານ ແລະຈາກທໍ່ ໄອເສັຍຂອງ ຣົດຍົນທີ່ສົ່ງ carbon monoxide ອອກມາຈົນ ສົ່ງຜົນໃຫ້ ເກີດພາວະ ປາກົດການ ເຮືອນແກ້ວ. 3. ການກໍ່ສ້າງເຂື່ອນ ຂນານໃຫຍ່ ຫລາຍໆແຫ່ງ ໂດຍສະເພາະ ໃສ່ແມ່ນ້ຳຂອງ ທີ່ເຮັດໃຫ້ ຣະດັບນ້ຳ ແຫ້ງລົງກວ່າ ປົກກະຕິ. ທັງໝົດນີ້ສົ່ງ ຜົນກະທົບຕໍ່ ການປູກຝັງ ກະສິກັມ ຕໍ່ຊີວິດການ ເປັນຢູ່ຂອງ ປະຊາຊົນ ທັງໃນ ປັດຈຸບັນ ແລະຈະຍືດ ຍາວໄປໃນ ອະນາຄົດ ຫລາຍໆປີອີກນຳ. ຮວມແລ້ວ ເກືອບທັງໝົດແມ່ນ ມະນຸດເປັນ ຜູ້ກໍ່ຂື້ນ.