ການຍົກເລີກ ໜີ້ສີນ ໃຫ້ແກ່ ປະເທດ ທີ່ທຸກຍາກ
2009.03.12
ໃນແຕ່ລະຄັ້ງ ທີ່ມີ ກອງປະຊຸມ ຜູ້ນໍາກຸ່ມ 8 ປະເທດ ອຸດສະຫະກັມ ທີ່ຮັ່ງມີ ຫລືກອງປະຊຸມ ປະຈໍາປີຂອງ ທະນາຄານໂລກ ມັກຈະມີກຸ່ມ ເຄື່ອຄ່າຍສາກົນ ເຄື່ອນໃຫວ ທໍາການປະທ້ວງ ຕໍ່ຕ້ານຜູ້ນໍາ ຂອງປະເທດທີ່ ຮັ່ງມີຫລື ອົງການສາກົນ, ໂດຍສະເພາະ ຕໍ່ຕ້ານກອງທືນ ການເງິນສາກົນ IMF ແລະ ທະນາຄານໂລກ ໂດຍຮຽກຮ້ອງ ໃຫ້ມີການ ຍົກເລີກຫລື ຜ່ອນຜັນ ໜີ້ສີນ ໃຫ້ແກ່ປະເທດ ທີ່ກໍາລັງ ພັທນາ ແລະປະເທດ ທີ່ທຸກຍາກ ໂດຍອ້າງວ່າ ໜີ້ສີນທີ່ ປະເທດ ທີ່ທຸກຍາກໄດ້ ຮັບສືບທອດ ມານີ້ ມີຫລາຍປະເພດ ໜີ້ທີ່ບໍ່ ເປັນທັມ, ຖ້າບໍ່ຍົກເລີກ ໜີ້ສີນໃຫ້ເຂົາ ເຈົ້າແລ້ວ ປະເທດເລົ່ານີ້ ກໍຍິ່ງຈະ ທຸກຍາກຕໍ່ໄປ.
ກຸ່ມປະເທດ ເຈົ້າໜີ້ ທີ່ບໍ່ເຫັນພ້ອມ ນໍາການຍົກເລີກ ໜີ້ສີນ ໃຫ້ແກ່ປະເທດ ທີ່ທຸກຍາກທີ່ ມີໜີ້ສີນຫລາຍ ໃຫ້ເຫດຜົນວ່າ ການຍົກເລີກ ໜີ້ສີນ ໃຫ້ແກ່ປະເທດ ທີ່ທຸກ ຍາກໂດຍທີ່ ຣັຖບານຂອງ ປະເທດນັ້ນໆ ບໍ່ປະຕິຮູບ ລະບອບການເມືອງ ແລະເສຖກິດ ຢ່າງມີປະສິດທິພາບ ຈະບໍ່ເປັນທາງ ອອກທີ່ດີ ເພື່ອແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ ຂອງປະເທດນັ້ນ.
ຕາມທັມມະດາ ແລ້ວ ເມື່ອຕິດໜີ້ ປະເທດອື່ນ ຫລືຕິດໜີ້ ກອງທືນສາກົນ ທີ່ມີຫລາຍຝ່າຍ ເປັນເຈົ້າຂອງ ປະເທດນັ້ນໆ ກໍຕ້ອງໃຊ້ໜີ້ຄືນ, ແຕ່ປາກົດວ່າ ປະເທດທີ່ ກໍາລັງພັທນາ ຈໍານວນນື່ງ ແລະປະເທດທີ່ ທຸກຍາກທີ່ເປັນ ໜີ້ສີນ ຕ່າງປະເທດ ເຫລືອທົນຈະ ແບກຫາບໄດ້ນັ້ນ ພັດບໍ່ຢາກຈ່າຍ ໜີ້ສີນ ຄືນເນື່ອງຈາກວ່າ ບໍ່ມີເງິນທີ່ ຈະໃຊ້ຄືນໄດ້. ປະເທດຊາດ ແລະປະຊາຊົນ ກໍກໍາລັງ ທຸກຍາກ ຈື່ງຕ້ອງການຢາກ ໃຫ້ອົງການ ສາກົນ ຫລືປະເທດ ເຈົ້າໜີ້ ຜ່ອນໂຍນການໃຊ້ ໜີ້ສີນໃຫ້ແລະ ຍັງອ້າງ ວ່າໜີ້ສີນທີ່ ຕົນໄດ້ຮັບ ສືບທອດມານັ້ນ ເປັນໜີ້ສີນ ຂອງຣັຖບານ ເກົ່າທີ່ບໍ່ຮັບ ໃຊ້ຜົນປະໂຍດ ຂອງປະຊາຊົນ ທັ້ງໆທີ່ ຕົນເອງກໍແບກ ຫາບໜີ້ສີນ ທີ່ຢືມຈາກ ປະເທດ ທີ່ສນັບສນູນ ການຕໍ່ສູ້ທາງ ດ້ານການເມືອງ ຂອງຕົນເຊັ່ນກັນ.
ເປັນຫຍັງປະເທດ ເລົ່ານີ້ຈື່ງມີ ໜີ້ສີນຫລາຍແທ້? ອັນນີ້ກໍມີ ເຫດຜົນຫລາຍຢ່າງ. ໃນຊຸ້ມປີ 1960 ແລະຊຸ້ມປີ 1970 ຫລາຍປະເທດ ທີ່ທຸກຍາກໄດ້ ສະສົມໜີ້ສີນ ຕ່າງປະເທດໄວ້ ເປັນຈໍານວນ ມະຫາສານ ຍ້ອນວ່າ ຣັຖບານຢືມເງິນ ທີ່ມີ ອັຕຣາດອກເບັ້ຽ ລອຍຕົວ. ໃນຊຸ້ມປີ 1970 ແລະ 1980, ຣາຄາ ນໍ້າມັນແພງ, ອັຕຣາ ດອກເບັ້ຽ ກູ້ຢືມສູງ, ຣາຄາສິນຄ້າ ປະເພດວັຖຸດິບ ທີ່ປະເທດ ກໍາລັງພັທນາ ແລະປະເທດ ທຸກຍາກສົ່ງອອກ ຕົກຕໍ່າ, ທັງໝົດນີ້ ໄດ້ເຮັດໃຫ້ ເສຖກີດ ທີ່ອອ່ນແອຢູ່ ແລ້ວຂອງປະເທດ ເລົ່ານີ້ ກໍຍິ່ງ ອອ່ນແອລົງ.
ການໃຊ້ໜີ້ສີນ ຄືນໄດ້ຮັບຄວາມ ລໍາບາກ ຫລືໃຊ້ຄືນ ບໍ່ໄດ້ເລີຽ. ເມື່ອເປັນດັ່ງນີ້ ຣັຖບານ ຈໍາເປັນຕ້ອງ ຢືມເງິນໃໝ່ອີກ ເພື່ອນໍາມາໃຊ້ ໜີ້ເກົ່າ. ປະຊາຊົນ ຂອງປະເທດ ເລົ່ານີ້ສ່ວນໃຫ່ຽ ບໍ່ຮູ້ຈັກເລີຽ ວ່າຣັຖບານ ຂອງຕົນໄດ້ ເຮັດຫຍັງໄປ. ຄັນປະເທດຊາດ ເປັນໜີ້ສີນ ຫລາຍແລ້ວ ວິກິດການ ພາຍໃນປະເທດ, ສົງຄາມການ ຍາດແຍ່ງ ອໍານາດ ກໍເກີດຂື້ນ. ເມື່ອເກີດ ໄພພິບັດຈາກ ທັມມະຊາດ ກໍຍິ່ງເພີ້ມ ໜີ້ສີນຂື້ນຕື່ມ ນອກນັ້ນ ການຄຸ້ມຄອງເງິນ ທີ່ຢືມມານັ້ນ ບໍ່ຖືກນໍາໄປ ໃຊ້ໃຫ້ເກີດ ດອກອອກຜົນ, ຈໍານວນນື່ງ ຫົ່ວໄຫລໄປເປັນ ຂອງສ່ວນຕົວ ບຸກຄົນ. ປະເທດຊາດ ແລະປະຊາຊົນ ກໍທຸກຍາກລົງ ເລື້ອຍໆ ການກໍານົດຄວາມ ທຸກຍາກ ແລະຄວາມ ຈໍາເປັນຂອງ ປະເທດນື່ງໆ ແຕກຕ່າງກັນ. ອັນນີ້ ຍົກຕົວຢ່າງ ປະເທດ ອູກັງດາ ຈ່າຍຄ່າຮັກສາ ສຸຂພາບ ຂອງປະຊາຊົນ ຄົນນື່ງຕໍ່ 3 usd ໃນຂະນະທີ່ ຈ່າຍຄ່າ ບໍຣິການ ໜີ້ສິນ 15 usd ຕໍ່ຄົນ. ປະເທດ Liberia ຊື່ງເປັນນື່ງ ໃນຈໍານວນ ປະເທດທີ່ ທຸກຍາກທີ່ສຸດ ໃນໂລກ ມີໜີ້ສີນ ຕ່າງປະເທດ 3,700 ລ້ານ usd ແລະສາມາດ ແບ່ງເງິນ 7 ລ້ານໂດລາ usd ເທົ່ານັ້ນ ຈາກງົບປະມານ ຣັຖປະຈໍາປີ 120 ລ້ານ usd ເພື່ອຕໍ່ຕ້ານໂຣກ hiv/aids ຊື່ງ 8% ຂອງພົລເມືອງທັງ ໝົດຕິດໂຣກເອສ. ເຮັດຈັ່ງໃດ ມັນຈື່ງສີ່ພໍໃຊ້. ເມື່ອເບິ່ງຕາມ ຄວາມຈິງນີ້ແລ້ວ ຫລາຍປະເທດ ທີ່ທຸກຍາກ ເຊື່ອວ່າ ສວັດດີການ ແລະຄວາມຢູ່ລອດ ຂອງຕົນແມ່ນຂື້ນ ຢູ່ກັບການໄດ້ ຮັບຜ່ອນຜັນ ໜີ້ສີນ ຈື່ງຢາກຂໍໃຫ້ ປະເທດ ຫລືອົງການ ທີ່ເປັນເຈົ້າໜີ້ ຜ່ອນຜັນ ໜີ້ສີນໃຫ້. ໜີ້ສີນ ຕ່າງປະເທດ ທີ່ປະເທດ ທີ່ທຸກຍາກ ຂໍຜ່ອນໃຊ້ ຫລືຂໍຍົກເລີກ ຫັລກໃຫ່ຽ ກໍມີສອງ ປະເພດ. ໜີ້ສີນຕ່າງ ປະເທດ ປະເພດທີນື່ງ ມາຈາກ ສອງແຫ່ງຄື:
1-ໜີ້ສີນ ລະຫ່ວາງ ປະເທດ ຊື່ງແມ່ນໜີ້ທີ່ ຣັຖບານ ຂອງສອງປະເທດ ຢືມຫລືຕິດກັນ ຖ້າວ່າຣັຖບານ ປະເທດ ທີ່ທຸກຍາກ ຢືມນໍາຣັຖບານ ທີ່ຢູ່ໃນກຸ່ມ 8 ປະເທດທີ່ ຮັ່ງມີ ການຂໍຜອ່ນ ຫລືຍົກເວັ້ນໜີ້ ຕ້ອງຜ່ານ ກຸ່ມປະເທດ ທີ່ເອີ້ນວ່າ Paris Club. 2-ໜີ້ສີນທີ່ຢືມ ຈາກຫລາຍຝ່າຍ, ໝາຍເຖິງໜີ້ສີນ ທີ່ຕ້ອງຈ່າຍຄືນ ໃຫ້ກອງທືນ ສາກົນ IMF ແລະ ທະນາຄານໂລກ.
ໜີ້ສີນ ຕ່າງປະເທດ ປະເພດທີສອງ ແມ່ນໜີ້ສີນທີ່ ກໍານົດຕາມການ ຢືມເງິນໃສ່ ໂຄງການ ແລະກິຈກັມ ທີ່ຖືກຕ້ອງຕາມ ກົດໝາຍ ຫລືບໍ່ຖືກຕ້ອງ ຕາມກົດໝາຍ ເຊັ່ນ ວ່າໜີ້ສີນຂອງ ຣັຖບານລະບອບ ຜະເດັດການ ແລະໜີ້ສີນຂອງ ໂຄງການ ທີ່ບໍ່ສໍາເຣັດ ຫລືໂຄງການທີ່ ບໍ່ຕອບສນອງ ຜົນປະໂຍດຂອງ ປະຊາຊົນ ໃນປະເທດທີ່ ກໍາລັງ ພັທນາ. ກຸ່ມເຂື່ອນໃຫວ ທີ່ຕໍ່ສູ້ຊ່ວຍ ປະເທດທີ່ຕິດ ໜີ້ຫລາຍ ເຫັນວ່າໜີ້ສີນ ເລົ່ານີ້ຄວນຖືກ ຍົກເລີກ ຄັນບໍ່ເຮັດ ແນວນັ້ນ ປະເທດທີ່ ມີໜີ້ຖົມຄໍ ກໍຈະຫາເງິນ ມາໃຊ້ ແຕ່ໜີ້ຄືນ ໂດຍບໍ່ມີເງິນ ເຫລືອໄວ້ເພື່ອ ພັທນາ ປະເທດຊາດ ແລະປະຊາຊົນ ຂອງປະເທດນັ້ນ ກໍຈະທຸກຍາກ ລົງເລື້ອຍໆ. ແຕ່ວ່າ ປະເທດເຈົ້າໜີ້ ກໍບໍ່ຢາກຍົກ ເລີ້ກໜີ້ໃຫ້ ປະເທດທີ່ ທຸກຍາກ ເພາະເຫັນວ່າການ ຜ່ອນຜັນຫລື ຍົກເລີກໜີ້ ໃຫ້ແກ່ປະເທດ ທີ່ກໍາລັງ ພັທນາ ແລະປະເທດທີ່ ທຸກຍາກເປັນ ວິທີທາງ ທີ່ບໍ່ດີ, ມັນຈະ ເຮັດໃຫ້ຣັຖບານ ຜະເດັດການ ຫລືລະບອບ ທີ່ມີການ ສໍ້ຣາຊບັງຫລວງ ສືບຕໍ່ ມີຊີວິດຢູ່ຕໍ່ໄປ ເນື່ອງຈາກວ່າ ເມື່ອຍົກເລີກ ໜີ້ສີນໃຫ້ ຣັຖບານນັ້ນ ແລ້ວ ໂດຍຣັຖບານ
ນັ້ນບໍ່ຮັບ ປະກັນວ່າເງິນ ທີ່ໃຫ້ຢືມ ໃນຊຸດຕໍ່ໄປ ຈະຖືກໃຊ້ໃນ ທາງທີ່ຖືກຕ້ອງ ເຂົ້າໃນໂຄງການ ພັທນາສັງຄົມ ຂອງປະເທດ ຫລືບໍ່. ຄວາມຢ້ານກົວ ອີກອັນນື່ງ ແມ່ນ ຢ້ານວ່າຣັຖບານ ປະເທດນັ້ນ ຈະເລີ້ມຢືມເງິນ ຫລາຍຂື້ນເລື້ອຍໆ. ເມື່ອຮອດຈຸດທີ່ ປະເທດ ບໍ່ສາມາດ ແບກຫາບ ໜີ້ສີນ ໄດ້ອີກແລ້ວ ປະເທດນັ້ນກໍ ຈະຂໍຜ່ອນຜັນ ຫລືຍົກເລີກ ໜີ້ສີນ ອີກຄັ້ງໃໝ່.
ເຖິງຢ່າງໃດ ກໍດີ ກຸ່ມທີ່ຕໍ່ສູ້ ເພື່ອໃຫ້ມີການ ຜ່ອນຜັນ ຫລືຍົກເລີກ ໜີ້ສີນ ໃຫ້ແກ່ປະເທດ ທີ່ທຸກຍາກໄດ້ ສືບຕໍ່ພາລະ ເປັນປາກເປັນສຽງ ໃຫ້ແກ່ປະເທດ ທີ່ທຸກຍາກ ມາຕຣອດນັບ ຕັ້ງແຕ່ກາງ ຊຸ້ມປີ 1990 ເປັນຕົ້ນມາ. ກຸ່ມເຄື່ອນໃຫວ ສາກົນນີ້ມີ ຊື່ວ່າ Jubilee 2000 ອັນປະກອບດ້ວຍ ອົງການທີ່ບໍ່ ຂື້ນກັບຣັຖບານ ກຸ່ມສາສນາ ຄຣິສຈຽນ ແລະອື່ນໆ ທີ່ມີເຄືອຄ່າຍ ຢູ່ໃນປະມານ 40 ປະເທດ, ໃນປີ 1999 ໄດ້ເຄື່ອນໃຫວ ຢູ່ທີ່ເມືອງ Cologne ປະເທດ ເຢັຽຣະມັນ ໃນເລລາມີ ກອງປະຊຸມ ກຸ່ມ 8 ປະເທດ ທີ່ຮັ່ງມີ ແລະສາມາດ ກົດດັນ ຮັຖມົນຕຣີ ການຄັງຂອງ 7 ປະເທດ ເພື່ອໃຫ້ຍົກເລີກ ໜີ້ສີນ ໃຫ້ປະເທດ ທີ່ທຸກຍາກ ທີ່ມີເງື່ອນໄຂ ໄດ້ຮັບການຍົກເລີກ ໜີ້ສີນ. ໃນປີ 2000 ສະຫະຣັຖ ກອງທືນ IMF ແລະ ທະນາຄານ ໂລກໄດ້ຕົກລົງ ຮັບເອົາພັນທະ ເພື່ອຜ່ອນຜັນ ຫລືຍົກເລີກ ໜີ້ສີນ ໃຫ້ປະເທດທີ່ ທຸກຍາກແລະບໍ່ ສາມາດແບກ ຫາບໜີ້ໄດ້ ໃນຈໍານວນເງິນ 769 ລ້ານ usd. ແຕ່ວ່າ ກ່ອນປະເທດທີ່ ທຸກຍາກຈະໄດ້ ຮັບການຍົກເລີກ ໜີ້ສີນນີ້ ກໍບໍ່ແມ່ນຂອງ ງ່າຍໆເຊັ່ນກັນ. ທະນາຄານໂລກ ແລະກອງທືນ ສາກົນ IMF ກໍານົດວ່າ ປະເທດທີ່ມີ ໜີ້ສີນ ເຫລືອທົນຈະ ແບກຫາບໄດ້ນັ້ນ.
1-ຖ້າຫາກວ່າ ຂະນາດຂອງ ໜີ້ສີນ ຕ່າງປະເທດ ຫລາຍກ່ວາ ມູນຄ່າການ ສົ່ງອອກສິນຄ້າ ໃນອັຕຣາສ່ວນ 150% ຫລືວ່າ ອັຕຣາສ່ວນຂອງ ໜີ້ສີນຣັຖບານ ຕໍ່ລາຍ ຮັບຂອງຣັຖບານ ມີຫລາຍກ່ວາ 250%.
2- ປະເທດນັ້ນຕ້ອງ ເປັນປະເທດ ທຸກຍາກເພື່ອຈະ ມີສິດທິ ໃນການຢືມເງິນ ຈາກທະນາຄານ ໂລກ ຫລືຢືມຈາກ ໂຄງການຫລຸດຜ່ອນ ຄວາມທຸກຍາກ ແລະການ ເຕີບໃຫ່ຽ ທີ່ສັງກັດຢູ່ ໃນກອງທືນສາກົນ IMF ມີຊື່ຍໍ່ວ່າ PRGF. ກອງທືນນີ້ ເອົາເງິນໃຫ້ ປະເທດ ທີ່ທຸກຍາກຢືມ ໃນລະຍະຍາວ ໂດຍບໍ່ມີ ດອກເບັ້ຽ.
3- ປະເທດນັ້ນ ຕ້ອງຜ່ານໂຄງການ ປະຕິຮູບຂອງ ທະນາຄານໂລກ ແລະກອງທືນ IMF. ໃນປີ 1996 ກອງທືນ IMF ແລະທະນາຄານ ໂລກຈື່ງໄດ້ອອກ ໂຄງການ ທີ່ມີຊື່ຍໍ່ວ່າ HIPC ແປວ່າປະເທດ ທີ່ທຸກຍາກ ທີ່ມີໜີ້ສີນ ສູງສຸດ ໂດຍວາງກະຕິກາ ຫລາຍຂໍ້ຂື້ນທີ່ ມີຈຸດປະສົງ ເພື່ອສົ່ງເສີມ ສະເຖັຽຣະພາບ ໃນລະຍະຍາວ. ໂຄງການນີ້ໄດ້ ແບ່ງອອກເປັນສອງ ລະຍະໆລະ 3 ປີ ເພື່ອຕິດຕາມ ການປະຕິບັດ ແຜນການ ງົບປະມານແລະ ການພັທນາ ເສຖກິດ ຂອງປະເທດນັ້ນໆ ເພື່ອຫລຸດ ຜ່ອນລະດັບ ໜີ້ສີນ ໃຫ້ຢູ່ໃນ ລະດັບ ທີ່ແບກຫາບໄດ້.
ລະຍະໂຄງການ ທໍາອິດ ປະເທດນັ້ນຕ້ອງ ເຮັດວຽກຮ່ວມ ກັບກອງທືນ IMF ເພື່ອຈັດຕັ້ງ ປະຕິບັດເງື່ອນ ໄຂປະຕິຮູບ ຕ່າງໆ4ຂໍ້ ທີ່ວາງອອກ, ເຊັ່ນວ່າ ການປະຕິຮູບ ອຸດສະຫະກັມ ຣັຖວິສາຫະກິດ ໃຫ້ເປັນ ເອກກະຊົນ ຫລືຄວບຄຸມ ງົບປະມານ ລາຍຈ່າຍ ຂອງຣັຖບານ. ເມື່ອຈົບກໍານົດ 3 ປີແລ້ວ ທະນາຄານໂລກ ແລະກອງທືນ IMF ຈະຕີຣາຄາ ໃໝ່ວ່າຈະຍົກ ເລີກໜີ້ ໃຫ້ຫລາຍປານໃດ ເພື່ອໃຫ້ໜີ້ສີນ ຂອງປະເທດນັ້ນ ຢູ່ໃນລະດັບ ທີ່ແບກຫາບ ໄດ້ຕໍ່ໄປ. ໂຄງການໃນ ລະຍະ 3 ປີ ສຸດທ້າຍ ແມ່ນສືບຕໍ່ ການຈັດຕັ້ງ ປະຕິບັດ ເງື່ອນໄຂ ໃຫ້ແລ້ວຢ່າງ ສົມບູນ. ເມື່ອຄົບກໍານົດ 3 ປີ ສຸດທ້າຍແລ້ວ ທະນາຄານໂລກ ແລະກອງທືນ IMF ກໍພິຈາຣະນາ ຍົກເລີກ ໜີ້ສີນ ໃຫ້ຕາມຈໍານວນ ທີ່ໄດ້ ສັນຍາກັນ ໃນຂັ້ນສໍາເຣັດ ລະຍະທໍາອິດ.
ມາຮອດ ປັດຈຸບັນນີ້ ມີ 24 ປະເທດທີ່ ຈົບການ ປະຕິບັດ ເງື່ອນໄຂຂອງ ທະນາຄານໂລກ ແລະອົງການ IMF ຂັ້ນທີ່ນື່ງ, ແລະ 10 ປະເທດທີ່ ສໍາເຣັດການ ປະຕິບັດ ເງື່ອນໄຂຂັ້ນ ສຸດທ້າຍ ຊື່ງຈະຖືກ ພິຈາຣະນາ ຍົກເລີກໜີ້ສີນ ຫລັງຈາກຍົກເລີກ ຫລືຜ່ອນຜັນ ໜີ້ສີນໃຫ້ແລ້ວ ກຸ່ມປະເທດ ເຈົ້າໜີ້ ກໍຍັງບໍ່ໝັ້ນ ໃຈວ່າເງິນຄໍາທີ່ ປະເທດ ທີ່ທຸກຍາກ ຈະຢືມໄປໃຊ້ ໃນລະຍະຕໍ່ໄປ ຈະຖືກໃຊ້ໃນ ທາງທີ່ຖືກ ຕ້ອງຫລືບໍ່, ຖ້າບໍ່ດັ່ງນັ້ນ ປະເທດ ທີ່ທຸກຍາກ ກໍຈະເລີ້ມມີ ໜີ້ສີນ ຄັ້ງໃໝ່ອີກແລະ ປະຊາຊົນ ກໍຈະບໍ່ຖືກ ປົດປ່ອຍອອກຈາກ ຄວາມທຸກຍາກໄດ້... ສະບາຍດີ