ສຳພາດ ສິລປິນ ນັກຟ້ອນນາງແກ້ວ
2009.02.10
ນັບວ່າເປັນໜ້າພູມໃຈ ທີ່ຄົນລາວທີ່ອົພຍົບ ໄປຢູ່ປະເທດທີ່ສາມ ໄດ້ພາກັນດິ້ນຮົນ ຈົນໃນທີ່ສຸດ ສາມາດກໍ່ລ້າງສ້າງຕົວ ຂຶ້ນມາໃໝ່ໄດ້ ໂດຍຍຶດອາຊີບທີ່ເຄີຍ ປະກອບມາກ່ອນ ໃນປະເທດລາວ ຫລືວ່າໄດ້ເລີ້ມຕົ້ນໃໝ່ ຈົນສາມາດລ້ຽງຕົວເອງ ແລະຄອບຄົວໄດ້ ເປັນຢ່າງດີ.
ນອກຈາກນີ້ ກໍ່ຍັງມີຄົນລາວ ອີກຈຳນວນນຶ໋ງ ທີ່ນອກຈາກຈະ ປະກອບອາຊີບ ທີ່ພວກຕົນໄດ້ ເລືອກແລ້ວນັ້ນ ຍັງມີມໍຣະດົກ ຕິດຕົວມາ ຊຶ່ງເຖິງວ່າຈະບໍ່ມີ ຣາຄາຄ່າງວດ ເປັນເງິນຕຣາ ແຕ່ກໍ່ນັບວ່າ ມີຣາຄາທາງຈິຕໃຈ ຄວາມສຳນຶກຊາຕ ທີ່ເປັນມໍຣະດົກ ລ້ຳຄ່າຕິດຕົວມາດ້ວຍ. ນຶ່ງໃນຈຳນວນ ຄົນກຸ່ມຫລັງນີ້ ຄືສິລປິນນັກຟ້ອນ ຈາກພາກເໜືອຂອງລາວ ທີ່ພຍາຍາມຮັກສາ ໄວ້ຊຶ່ງມໍຣະດົກຕົກ ທອດທີ່ນາງໄດ້ຮັບວ່າ ແຕ່ເວລາຍັງຮຽນ ໜັງສືຢູ່ເມືອງ ຫລວງພຣະບາງ.
ນາງບຸນຫລົງເປັນ ໄທບ້ານວຽງໄຊ ເມືອງແລະແຂວງ ຫລວງພຣະບາງ. ນາງໄດ້ອອກຈາກ ປະເທດລາວມາ ໃນຊຸມປີ 1970 ແລະໄປຕົກປະເທດ Spain ບ່ອນຊຶ່ງບໍ່ຄອ່ຍ ມີຄົນລາວຢູ່ ຫລາຍປານໃດ. ນາງຂົນຂວາຍ ຊອກຫາພີ່ນ້ອງ ຄົນລາວໃນປະເທດ ຝຣັ່ງເສສ ແລະໄດ້ຂໍໃຫ້ພີ່ນ້ອງ ຮັບຮອງເອົາມາ ຢູ່ປະເທດຝຣັ່ງເສສ ໃນປີ 1982 ແລະນາງກໍ່ໄດ້ ອາໃສຢູ່ປະເທດ ດັ່ງກ່າວຕັ້ງແຕ່ ນັ້ນເປັນຕົ້ນມາ. ປັດຈຸບັນນາງ ບຸນຫລົງພຳນັກ ຢູ່ເມືອງ Nimes ໃນພາກໃຕ້ຂອງປະເທດ ຝຣັ່ງເສສກັບຄອບຄົວ.
ເມື່ອບໍ່ນານມານີ້ ຂ້າພະເຈົ້າໄດ້ມີ ໂອກາດຮູ້ຈັກ ແລະສຳພາດ ສິລປິນຜູ້ນີ້ ກ່ຽວກັບຄວາມ ສາມາດພິເສດຂອງ ນາງ
(ສຽງສຳພາດ)
“ຍາເອື້ອຍບຸນຊູ” ທີ່ນາງບຸນຫລົງ ກ່າວເຖິງຫລາຍເທື່ອນັ້ນ ຄືຍານາງບຸນຊູ ຫລວງວິຊາ ຫລື “ນາງເຕົ່າ” ຫລື “ເອື້ອຍເຕົ່າ” ສຳຫລັບພີ່ນ້ອງ ເພື່ອນສນິດມິຕສຫາຍ ຜູ້ຊຶ່ງເປັນຮອງປະທານ ຂອງສມາຄົມ “Languedoc-Roussillon” ທາງພາກໃຕ້ຂອງ ປະເທດຝຣັ່ງເສສ. ຜົນງານດີເດັ່ນ ຢ່າງນຶ່ງຂອງສມາຄົມນີ້ ຄືວັດຊຽງທອງແຫ່ງເມືອງ Montpellier ຊຶ່ງແມ່ນສຖາປານິກ ຊາວຝຣັ່ງເສສ ເປັນຜູ້ອອກແບບ ແລະຄວບຄຸມການກໍ່ສ້າງ ຫລັງຈາກທີ່ໄດ້ ໄປເຫັນວັດຊຽງທອງ ຢູ່ຫລວງພຣະບາງ ແລະໄດ້ບູຣນະ ວັດເທບນີມິດທາດຝຸ່ນ ໃນນະຄອນຫລວງ ວຽງຈັນມາແລ້ວ. ນັບວ່າວັດຊຽງທອງ ແຫ່ງເມືອງ Montpellier ເປັນສຖາປັດຕາຍະກຳແບບລາວ ທີ່ສວຍງາມແລະ ຫາເບິ່ງໄດ້ຍາກ ໃນນອກປະເທດ.