ຄໍາລີ້ ພິລາວົງ

ການສັມພາດ ນາງສາວ ຄໍາລີ້ ພິລາວົງ, ນັກສະແດງນໍາ ຝ່າຍຍິງ ພາພຍົນ ເຣື້ອງ “ສະບາຍດີ ຫລວງພຣະບາງ ແລະ ທ່ານ ສັກໄຊ ດີນາ, ຜູ້ກໍາກັບ ເຣື້ອງ “ສະບາຍດີ ຫລວງພຣະບາງ”

0:00 / 0:00
ສັກໄຊ ດີນາ
ທ່ານ ສັກໄຊ, ຜູ້ກໍາກັບ ພາພຍົນ ເຣື້ອງ ສະບາຍດີ ຫລວງພຣະບາງ (Photo by RFA)

ວິທຍຸ ​ເອ​ເຊັຍ​ເສຣີ ​ໄດ້​ສັມພາດ ຄໍາ​ລີ້ ​ໃນ​ຂະນະ​ທີ່ ​ໄປ​​ໂຄສນາ ພາພຍົນ ​ເຣື້ອງ “ສະບາຍດີ ຫລວງ​ພຣະບາງ ທີ່​ປະ​ເທດ​ໄທ ກ່ອນ​ ຄໍາລີ້ ຈະ​ເດີນທາງ​ ​ໄປຮຽນ​ຕໍ່ ທີ່​ປະ​ເທດ​ຈີນ ​ເມື່ອ​ກາງ​ເດື​ອນ ມິຖຸນາ ປີ 2008.

ຄໍາ​ລີ້ ມີ​ຄວາມ​ພູມ​ໃຈ ທີ່​​ໄດ້​ສະ​ແດງ ພາພຍົນ ​ເຣື້ອງດັ່ງກ່າວ ​ແລະ ​ເປັນ​ຜູ້​ທີ່ ມີ​ໂອກາດ ​ເຜີຍ​ແຜ່ ກ່ຽວ​ກັບ ວັທນະ​ທັມ ​ແລະ ​ແຫ​ລ່ງທ່ອງ​ທ່ຽວ ຂອງ​ລາວ. ​ໃນ​ຂະນະ​ທີ່ ທ່ານ ສັກ​ໄຊ ດີ​ນາ, ປະ​ທັບ​ໃຈ ກັບ ພູມີ​ປະ​ເທດ ​ໃນ​​ເມື​ອງລາວ, ຮີດຄອງ​ປະ​ເພນີ ​ແລະ ນິ​ໃສ​ໃຈຄໍ ຂອງ​ຊາວ​ໂດຍ, ​ໂດຍ​ສະ​ເພາະ ສາວ​ລາວ ທີ່ພຽບພ້ອມ​ດ້ວຍ ຮີດຄອງ​ປະ​ເພນີ.

ທ່ານ ສັກ​ໄຊ ຍັງ​ບອກ ອີກ​ວ່າ ການ​ໄປ​ຖ່າຍ​ທໍາ ພາ​ພຍົນ ​ໄດ້​ຮັບ ການ​ຮ່ວມ​ມື ຈາກ​ທາງ​ການ​ລາ​ວ, ບໍຣິສັດ ລາວ ອາຣທ໌ ​ເມ​ເດັຍ ​ແລະ ປະຊາຊົນລາວ ​ເປັນ​ຢ່າງ​ດີ. ທ່ານ ຫວັງ​ວ່າ ຄົງ​ຈະ​​ໄດ້​​ຮ່ວມມື ​ແລະ ສ້າງ​ຜົນງານ ​ໃນ​ປະ​ເທດ​ລາວ ຕື່ມ​ອີກ.

ປວັດ ​ແລະ​ ຜົນງານ ​ຂອງ ຄຳ​ລີ້ ພິລາ​ວົງ :

ຄໍາລີ້ ພິລາວົງ
ຄໍາລີ້ ພິລາວົງ, ນັກສະແດງນໍາຝ່າຍຍິງ ເຣື້ອງ ພາພຍົນ ສະບາຍດີ ຫລວງພຣະບາງ (Photo by FA)

ຄຳ​ ລີ້ ພິລາ​ວົງ ປັດຈຸບັນ ​ອາຍຸ 19 ປີ ກຳລັງ​ຮຽນ​ ຢູ່​ຊັ້ນ​ ປີ​ທີ 1, ທີ່ມະຫາວິທຍາ​ໄລ ​ຫົວ​ສຽວ​, ເມືອງ​ເຊັຍະ​ເໝີ​ນ ປະ​ເທດ​ຈີນ ​ໂດຍ​ທັມມະ​ຊາດ​ແລ້ວ​​ ນາງ ເປັນ​ຄົນ​ສົນ​ໃຈ ​ເຣື້ອງການສະ​ແດງ ​ແລະ​ ມັກ​ສະ​ແດງ​ອອກ ຫາກ​ມີ​ໂອກາດ​ ໄດ້​ເຮັດ ກິຈ​ກັມ ດ້ານ​ນີ້ ​ກໍ​​ຈະ​ເຂົ້າຮ່ວມ ​ຢູ່​ເລື້ອຍໆ.

ຄຳ​ລີ້​ ເຄີຍ​ປະ​ກວດ ​ແລະ ​ຊະນະ​ເລີດ ​ມິສ ລັກສ໌ (Miss Lux) ປັດຈຸ​ບັນ ​ມີ​ວຽກງານ​ ​ເດີນ​ແບບ​ ແລະ​ ຖ່າຍ​ແບບ ​ຢູ່​ຕາມນິຕຍະ​ສານ. "ສະບາຍດີ ຫລວງ​ພະ​ບາງ " ​ເປັນການ​ສະ​ແດງ​ພາພຍົນ​ຄັ້ງ​ທຳ​ອິດ​ຂອງ​ນາງ.