ແມ່ຍິງ-ເດັກນ້ອຍ 09-09-2014

ມະນີຈັນ
2014.09.09
F-Lowell ທຸງຊາດ ຊ້າງ ສາມຫົວ ທີ່ ປິວສະບັດ ຢູ່ຕໍ່ໜ້າ ຫ້ອງການ ເມືອງ ໂລແວວ ຣັຖ ແມຊຊາຈູແຊັຕ ຈະຄົງຢູ່ ຄຽງຄູ່ ກັບ ຊາວລາວ ອະເມຣິກັນ ຕໍ່ໄປໄດ້ ນັ້ນ ແມ່ນຂຶ້ນ ຢູ່ກັບ ຊາວລາວ ທີ່ ເກີດໃໝ່ ໃຫຽ່ລຸນ ໃນ ຕ່າງແດນ.
RFA

 

ທຸງຊາດ ຊ້າງ ສາມຫົວ ທີ່ ປິວສະບັດ ຢູ່ຕໍ່ໜ້າ ຫ້ອງການ ເມືອງ ໂລແວວ ຣັຖ ແມຊຊາຈູແຊັຕ ຈະຄົງຢູ່ ຄຽງຄູ່ ກັບ ຊາວລາວ ອະເມຣິກັນ ຕໍ່ໄປໄດ້ ນັ້ນ ແມ່ນຂຶ້ນ ຢູ່ກັບ ຊາວລາວ ທີ່ ເກີດໃໝ່ ໃຫຽ່ລຸນ ໃນ ຕ່າງແດນ.

ເປັນທີ່ ຮັບຮູ້ກັນ ໂດຍທົ່ວໄປ ວ່າ ທຸກສິ່ງ ທຸກຢ່າງ ບໍ່ວ່າຈະເປັນ ວັທນະທັມ ພາສາ ປາກເວົ້າ ຂນົບທຳນຽມ ຮີດຄອງ ປະເພນີ ຮວມທັງ ການຢູ່ ການກິນ ແລະ ການນຸ່ງຖື ຂອງ ຊົນຊາດ ຊົນເຜົ່າ ລຸ້ນໜຶ່ງ ໄປສູ່ອີກ ລຸ້ນໜຶ່ງ ແລະ ລຸ້ນ ຕໍ່ໆໄປ ແມ່ນຕ້ອງ ໄດ້ປົກປັກ ຮັກສາ ແລະ ເສີມຂຍາຍ ທັງຄົນ ລຸ້ນ ປັຈຈຸບັນ ແລະ ເປັນຕົ້ນ ກໍແມ່ນຄົນ ໜຸ່ມນ້ອຍ ທີ່ ເກີດໃໝ່ໃຫຽ່ ລຸນ ແລະ ລຸ້ນຕໍ່ໆໄປ ຂອງ ຊົນຊາດ ຊົນເຜົ່າ ນັ້ນໆ ສືບທອດ ກັນ. ຫາກບໍ່ມີ ການສືບທອດ ກັນ ຊົ່ວລູກ ຊົ່ວຫລານ ຕໍ່ໆໄປ ສິ່ງທີ່ວ່າມາ ທັງໝົດນີ້ ກໍຈະຄ່ອຍໆ ສູນຫາຍໄປ ໃນທີ່ສຸດ ຊຶ່ງ ຄົນລຸ້ນ ກ່ອນໆ ບໍ່ມີໃຜ ຢາກຈະໃຫ້ ມັນຫາຍ ສາບສູນ ໄປ.

ເວົ້າສະເພາະ ທຸງ ມໍຣະດົກ ແລະ ເສຣີພາບ ລາວ ທຸງພື້ນ ສີແດງ ກາຊ້າງ ສາມຫົວ ຊຶ່ງ ເປັນ ທຸງຊາດ ໃນສມັຍ ພຣະຣາຊອານາຈັກ ລາວ ຫລື ສມັຍ ທີ່ມີການ ປົກຄອງ ປະເທດ ດ້ວຍ ຣະບອບ ຣາຊາ ທິປະຕັຍ ພາຍໃຕ້ ຣັຖທັມນູນ ກ່ອນທີ່ ຈະມີການ ປ່ຽນແປງ ເປັນ ສາທາຣະນະຣັດ ແລະ ປ່ຽນ ຣະບອບ ປົກຄອງ ໃນປີ 1975 ນັ້ນ ໄດ້ຖືກ ຊັກຂຶ້ນ ປິວສະບັດ ຢູ່ເທິງເສົາ ຢ່າງ ເປັນທາງການ ຄຽງຄູ່ ກັບ ທຸງຊາດ ອະເມຣິກັນ ຢູ່ຕໍ່ໜ້າ ສຳນັກງານ ປົກຄອງ ເມືອງ ໂລແວວ ຣັຖ ແມຊຊາຈູແຊັຕ ໂດຍ ມີພິທີ ທີ່ຄຶກຄື້ນ ເມື່ອ ວັນເສົາ ທີ 16 ສິງຫາ 2014 ນີ້. ພິທີ ສເລີມ ສລອງວັນ ທີ່ ມີຄວາມໝາຍ ສຳຄັນ ຖືກຈັດຂຶ້ນ ທຸກໆປີ ແຕ່ ອະນາຄົດ ແມ່ນຈະຂຶ້ນ ຢູ່ກັບລູກ ຫລານ ຊາວລາວ ລຸ້ນຕໍ່ໆໄປ ວ່າຈະຮັກສາ ເອົາໄວ້ໄດ້ ຫລືບໍ່. ແລະ ມາໃນປີນີ້ ກໍເປັນປີທີ 10 ທີ່ ໄດ້ມີການ ສລອງກັນ ຢ່າງໃຫຽ່.

ດັ່ງມາດາມ Ritta Mercier ສະມາຊິກ ສະພາ ເມືອງ ໂລແວວ ທີ່ ເຂົ້າຮ່ວມ ພິທີແຫ່ ແລະ ຊັກທຸງຊາດ ກາຊ້າງ ສາມຫົວ ຂຶ້ນເສົາ ບໍ່ໄດ້ຂາດ ຈັກປີ ນັບຕັ້ງແຕ່ ປີ 2004 ເປັນຕົ້ນມາ ໄດ້ກ່າວ ໂດຍ ມີເນື້ອໃນ ໃຈຄວາມ ສຳຄັນ ກ່ຽວກັບ ອະນາຄົດ ຂອງ ທຸງຊາດລາວ ນັ້ນ ຕອນໜຶ່ງ ວ່າ:

"ມາດາມ ກ່າວວ່າ ສິ່ງ ສຳຄັນ ທີ່ສຸດ ຄື ຈຳເປັນຕ້ອງ ໃຫ້ມີຢູ່ ຕໍ່ໄປ ບໍ່ພຽງແຕ່ 10 ປີ ທີ່ຜ່ານມາ ຫາກ ເປັນ 110 ປີຕໍ່ໄປ. ແລະ ພວກເຮົາ ກໍ ບໍ່ສາມາດ ທີ່ຈະເຮັດ ສິ່ງນີ້ໄດ້ ປາສຈາກ ຊົນລຸ້ນຫລັງ ຕໍ່ໆໄປ. ດັ່ງນັ້ນ ພວກເຮົາ ຈຶ່ງຕ້ອງໃຫ້ ພວກລູກໆ ຫລານໆ ທຸກຄົນ ຂອງ ພວກເຮົາ ມີການ ສືບທອດ ຢ່າງ ຍາວນານ ພາຍຫລັງ ທີ່ ພວກເຮົາ ຈາກໄປແລ້ວ. ນີ້ເປັນ ເຣື່ອງ ທີ່ສຳຄັນ ຫລາຍ".

ເປັນທີ່ ສັງເກດໄດ້ ວ່າ ຜູ້ເຂົ້າຮ່ວມ ພິທີສເລີມ ສລອງ ທຸງ ມໍຣະດົກ ແລະ ເສຣີພາບ ລາວ ທຸງ ກາຊ້າງ 3 ຫົວ ທີ່ເມືອງ ໂລແວວ ຫລື ເມືອງໂລ ຄົບຮອບ 10 ປີ ມີທັງຊາຍ ແລະຍິງ ຜູ້ເຖົ້າ ຜູ້ແກ່ ແລະ ເດັກນ້ອຍ ລູກໆຫລານໆ ລາວ ນຳດ້ວຍ.

ທ່ານ Rotten Elliot ເຈົ້າເມືອງ ເມືອງ ໂລແວວ ກ່າວ ທົບທວນ ເຖິງປີ 2004 ເມື່ອ ສະພາ ເມືອງ ໄດ້ຮັບຜ່ານ ມະຕິ ຮັບຮູ້ ທຸງ ທີ່ສວຍງາມ ຜືນນີ້ ເພື່ອ ໃຫ້ຊຸມຊົນ ລາວ ມີສິດ ສະແດງ ທຸງ ມໍຣະດົກ ແລະ ເສຣີພາບ ລາວ ຂອງ ພວກຕົນ ໄດ້ຢ່າງ ເປັນ ທາງການ ຊຶ່ງ ພວກທ່ານ ໄດ້ຊັກຂຶ້ນເສົາ ໃນ ມື້ນີ້ ແລະ ຈະຊັກຂຶ້ນ ຕໍ່ໄປ ທຸກໆປີ. ທັງນີ້ ກໍເພາະ ເປັນ ສັນຍາລັກ ເສຣີພາບ ແລະ ນີ້ຄື ຄວາມໝາຍ ຂອງ ປະເທດນີ້:

"ທ່ານວ່າ ນີ້ເປັນພຽງ ທຸງໜຶ່ງດຽວ ທີ່ ພວກທ່ານ ຮັບເປັນ ທຸງ ຂອງ ພວກທ່ານ ທີ່ ເປັນສັນຍາລັກ ເສຣີພາບ. ເປັນຄ່າ ນິຍົມ ແລະ ເປັນ ວັທນະທັມ ຂອງ ພວກທ່ານ. ມັນເປັນ ພັນທະ ຂອງພວກທ່ານ ຕໍ່ ຄອບຄົວ ແລະ ຕໍ່ຊຸມຊົນ ກ່ຽວກັບ ການຂໍໃຫ້ ທາງການ ຮັບຮູ້ ທຸງນີ້. ພວກທ່ານ ໄດ້ນຳເຣື່ອງ ນີ້ສເນີ ຕໍ່ເມືອງ ໂລແວວ ແລະ ພວກເຮົາ ກໍ ສນັບ ສນູນ ຢ່າງເປັນ ເອກສັນກັນ ແລະ ທາງ ສະພາ ເມືອງ ກໍສນັບສນູນ ມະຕິ ນີ້ ເພື່ອ ອະນຸຍາດ ໃຫ້ ຊາວລາວ ໄດ້ ສະແດງ ທຸງດັ່ງກ່າວ ຢ່າງຜ່າເຜີຍ. ພວກເຮົາ ສນັບສນູນ ພວກທ່ານ ພວກເຮົາ ຮູ້ດີວ່າ ເປັນ ເຣື່ອງ ສຳຄັນ ສຳລັບ ພວກທ່ານ ທີ່ ຈະສະແດງ ໃຫ້ໂລກ ຮູ້ເຖິງທຸງ ມໍຣະດົກ ແລະ ເສຣີພາບ ລາວ ແລະ ແລກປ່ຽນ ວັທນະທັມ ກັບ ເພື່ອນບ້ານ ຂອງ ພວກທ່ານ ຢູ່ ເມືອງ ໂລແວວ. ມັນເປັນ ຄວາມມ່ວນຊື່ນ ຢ່າງ ໃຫຍ່ຫລວງ ທີ່ ພວກທ່ານ ພ້ອມພາກັນ ມາຊັກທຸງ ພື້ນສີແດງ ຊຶ່ງ ເປັນ ສັນຍາລັກ ຂອງ ຄວາມສູ້ ບໍ່ຖອຍ ສັນຍາລັກ ຄວາມຍິ່ງໃຫຍ່ ໃນ ອຸດົມການ ທີ່ໜ້າ ປະທັບໃຈ ແລະ ກໍເປັນສິ່ງ ສະແດງເຖິງ ມໍຣະດົກ ຂອງ ພວກທ່ານ".

ພ້ອມດຽວ ກັນ ທ່ານ Elliot ກໍໄດ້ມອບ ໃບ ປະກາດ ເພື່ອໃຫ້ ກຽດທຸງ ມໍຣະດົກ ແລະ ເສຣີພາບ ລາວ ໃນເມືອງ ໂລແວວ ນັ້ນ ໃຫ້ນາງ ນ້ອຍ ຈັນທະວີສຸກ ຕາງໜ້າ ໃຫ້ທ່ານ ທີ່ເປັນ ເຈົ້າເມືອງ ເມືອງ ໂລແວວ ແລະ ເພື່ອນ ຮ່ວມງານ ຂອງທ່ານ ປະກາດ ໃຫ້ຊັກທຸງ ຂຶ້ນ ຍອດເສົາ.

ທ່ານ ກ່າວວ່າ ທຸງ ມໍຣະດົກ ແລະ ເສຣີພາບ ລາວ ເປັນທຸງດຽວ ທີ່ຮູ້ຈັກ ເຂົ້າໃຈ ແລະ ຮັບຮູ້ ໂດຍ ຊາວລາວ ອະເມຣິກັນ ທີ່ ໄດ້ເອົາຕົວ ຫລົບໜີ ມາ ສະຫະຣັຖ ອະເມຣິກາ ເມື່ອຖີ່ນ ກຳເນີດ ຂອງຕົນ ຖືກຕົກ ຢູ່ ໃຕ້ການ ປົກຄອງ ຂອງ ພວກ ຄອມມິວນິສ ໃນປີ 1975.

"ແລະ ນາງນ້ອຍ ຈັນທະວີສຸກ ກໍໄດ້ຂຶ້ນ ນ້ອມຮັບ ປະກາດ ຖແລງການ ດັ່ງກ່າວ. ນາງກ່າວ ສັ້ນໆແບບ ຖ່ອມຕົນ ວ່າ ບໍ່ຮູ້ຈະເວົ້າ ແນວໃດດີ ເພາະ ບໍ່ເຄີຍໄດ້ ຮັບ ອີ່ຫຍັງ ທີ່ ມີຄຸນຄ່າ ສູງ ແບບນີ້ ມາກ່ອນ. ນາງ ຂໍຂອບໃຈ ທ່ານ ເຈົ້າເມືອງ ຫລາຍໆ ສຳລັບ ທຸກສິ່ງ ທຸກຢ່າງ ທີ່ ທາງ ເມືອງໂລແວວ ໄດ້ເຮັດ ສຳລັບ ຊຸມຊົນ ລາວ".

ພິທີສເລີມ ສລອງ ທຸງ ມໍຣະດົກ ແລະ ເສຣີພາບ ລາວ ຄົບຮອບ 10 ປີ ຄັ້ງນີ້ ທຸກຄົນ ທີ່ ມາຮ່ວມ ຕ່າງກໍ ພາກພູມໃຈ ໜ້າຕາ ຍິ້ມແຍ້ມ ແຈ່ມໃສ ເພາະ ຖືເປັນມື້ ພິເສດ ສຳລັບ ພວກເຂົາເຈົ້າ ຊາວລາວ ໃນຣັດ Massachusetts, ຈາກ ຣັດ ຕ່າງໆ ທົ່ວ ສະຫະຣັດ ເຊັ່ນ: New Hampshireມ Rhode Island, Connecticut ຮວມເຖິງ ຣັດ ທີ່ ຢູ່ຫ່າງໄກ ເຊັ່ນ Oregon, Washington, Florida, Virginia ແລະ ມາຈາກ ຕ່າງປະເທດ ຄື ເຢັຽຣະມັນ ນຳດ້ວຍ.

ແລະ ອີກສິ່ງໜຶ່ງ ທີ່ເບິ່ງຂ້າມ ບໍ່ໄດ້ ແລະ ຫລົງລືມ ໄປບໍ່ໄດ້ ກໍຄື ການຮ່ວມ ສະແດງ ສິລປະ ຟ້ອນລາວ ທີ່ ສວຍງາມ ຂອງ ຄນະນາຕສິລ ຫລານນ້ອຍ ຈາກຣັດ Connecticut:

ເປັນອັນວ່າ ອະນາຄົດ ຂອງ ທຸງ ມໍຣະດົກ ແລະ ເສຣີພາບ ລາວ ທຸງຊາດ ກາຊ້າງ 3 ຫົວ ຄົງຈະຝາກ ຝັງ ຢູ່ກັບ ຊົນລູກ ຫລານລາວ ລຸ້ນຕໍ່ໆ ໄປໄດ້ ໂດຍບໍ່ຕ້ອງ ກັງວົນ ນຳ ຫລາຍ ເມື່ອເບິ່ງ ເຖິງການ ເຂົ້າຮ່ວມ ແລະ ການ ສະແດງ ອອກ ເຖິງຄວາມຮັກ ຄວາມຜູກພັນ ຂອງ ພວກເຂົາເຈົ້າ ທີ່ມີຕໍ່ ທຸງ ດັ່ງກ່າວ ໃນວັນ ສເລີມ ສລອງ ທຸງ ມໍຣະດົກ ແລະ ເສຣີພາບ ລາວ ຄົບຮອບ 10 ປີ ຢູ່ ຕໍ່ໜ້າ ສຳນັກງານ ປົກຄອງ ເມືອງ ໂລແວວ ຣັດ ແມຊຊາຈູແຊັຕ ເມື່ອ ວັນທີ 16 ສິງຫາ 2014 ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.