ແມ່ຍິງ-ເດັກນ້ອຍ 12/16/18
2018.12.17

ວັນສາກົລຕ້ານເອດສ ທີ 1 ທັນວາ ປີທີ 30 ໃນປີ 2018 ນີ້ ດໍາເນີນໄປພາຍໃຕ້ຄໍາຂວັນ “ຈົ່ງຮູ້ສະພາບຂອງຕົນເອງ” ‘Know your status’ ທີ່ເປັນຫົວຂໍ້ສໍາຄັນຫຼາຍ ຍ້ອນວ່າ ໃນປະເທດຕ່າງໆທົ່ວໂລກ ຮວມທັງຢູ່ ສປປລາວ ມີຜູ້ຕິດເຊື້ອ HIV/AIDS ເຖິງ 9 ລ້ານ 4 ແສນປາຍຄົນ ທີ່ຍັງບໍ່ຮູ້ວ່າຕົນ ຕິດເຊື້ອນັ້ນແລ້ວ ຍ້ອນຄວາມອາຍ ບໍ່ກ້າໄປກວດ ເພາະມັກຖືວ່າ ການກວດຫາເຊື້ອ HIV/AIDS ເປັນຈຸດ ດ່າງພອຍຂອງຕົນ. ແລະນັ້ນກໍເປັນສະພາບ ທີ່ອັນຕຣາຍ ເພາະອາດນໍາໄປຕິດໃສ່ຄົນອື່ນໆ ດ້ວຍການ ມີເພດສັມພັນນໍາ ແບບບໍ່ມີ ການປ້ອງກັນ.
ຢ່າງໃດກໍຕາມ ຕາມຣາຍງານຂອງສະຫະປະຊາຊາດດ້ານເອດສ ຫລື UNAIDS ແລ້ວແມ່ນວ່າ ມີຄວາມຄືບໜ້າໃນການໂຕ້ຕອບເອດສ ນັບແຕ່ປີ 1988 ເປັນ ຕົ້ນມາ. ແລະຢູ່ໃນໂລກປັດຈຸບັນ ເຖິງແມ່ນວ່າຄົນທີ່ຕິດເຊື້ອ HIV ໃນແຕ່ລະ 4 ຄົນໃດ ມີ 3 ຄົນ ທີ່ຮູ້ສະພາບ ຂອງຕົນເອງ ແຕ່ກໍຍັງອີກໄກກວ່າຈະບັນລຸເປົ້າ ໝາຍ ຊຶ່ງຮວມທັງເຣື່ອງ ການເຂົ້າເຖິງຜູ້ຕິດເຊື້ອ HIV ທີ່ບໍ່ຮູ້ສະພາບຂອງຕົນເອງ ແລະການຮັບປະກັນ ໃຫ້ພວກເຂົາໄດ້ຮັບການບໍຣິການປິ່ນປົວ ແລະການສະກັດກັ້ນ ທີ່ມີຄຸນນະພາບ. ອົງການສະຫະປະຊາຊາດເວົ້າວ່າ ການກວດເລືອດ ຫາເຊື້ອ HIV ແມ່ນສໍາຄັນ ສໍາລັບຊີວິດ ທີ່ມີສຸຂພາບດີ ແລະມີການຈະເຣີນພັນ. ພ້ອມດຽວກັນ ກໍບັນລຸໄດ້ 90 ສ່ວນຮ້ອຍ ໃນທັງ 3 ເປົ້າໝາຍແລະໃຫ້ຜູ້ຄົນ ມີສິດເລືອກໃນການປ້ອງກັນເຊື້ອ HIV ເພື່ອທີ່ຈະ ສາມາດປ້ອງກັນຕົນເອງ ແລະຄົນຮັກ ຂອງພວກເຂົາ.
ເວົ້າສະເພາະ ຢູ່ ສປປລາວ ຕາມຄໍາເວົ້າ ຂອງທ່ານ ບຸນກອງ ສີຫາວົງ ຣັຖມົນ ຕຣີກະຊວງສາທາຣະນະສຸຂ ໄດ້ກວດພົບຜູ້ຕິດເຊື້ອ HIV 12 ພັນ 600 ຄົນຈາກການກວດເລືອດ ພົລເມືອງລາວ 128 ພັນປາຍຄົນ ໃນທົ່ວປະເທດ. ໃນນັ້ນ ມີຜູ້ເປັນເອດສ 5 ພັນປາຍຄົນ ແລະ ເສັຽຊີວິດ ຍ້ອນແລ້ວເກືອບ 2 ພັນຄົນ ແຕ່ປີ 1990 ຫາກາງປີ 2017. ແຕ່ກໍເຊື່ອວ່າ ສະພາບຄວາມເປັນຈິງ ຜູ້ຕິດເຊື້ອ HIV/AIDS ໃນລາວ ມີຫຼາຍກວ່ານັ້ນ. ການຕິດເຊື້ອສ່ວນໃຫຍ່ ມາຈາກການມີເພດສັມພັນ.
ກຸ່ມທີ່ມີຄວາມສ່ຽງສູງ ຄືກຸ່ມ ຮັກຮ່ວມເພດ ຊາຍດ້ວຍກັນ, ຮອງລົງມາ ກໍແມ່ນສາວບໍຣິການທາງເພດ ທີ່ມີຈໍານວນເພີ່ມຂຶ້ນຢ່າງໄວວາ ຮວມເຖິງ ກຸ່ມຄົນງານເຂື່ອນຍ້າຍ ແລະການຕິດເຊື້ອ ຈາກແມ່ ທີ່ເປັນເອດສ. ຫາກເວົ້າເຖິງ ແຂວງຈໍາປາສັກ ຊຶ່ງເປັນນຶ່ງໃນ 3 ແຂວງ ທີ່ມີຜູ້ຕິດເຊື້ອຫຼາຍ ຮອງຈາກນະຄອນຫລວງວຽງຈັນ ແລະ ແຂວງສວັນນະເຂດ ແລະກໍເປັນ 3 ແຂວງເປົ້າໝາຍ ທີ່ໄດ້ຮັບການຊ່ອຍເຫລືອ ຈາກມູນນິທິ ປິ່ນປົວສຸຂພາບ ດ້ານເອດສ ຫລື AHF ທີ່ຊ່ອຍເງິນ 1 ລ້ານ ປາຍໂດລາສະຫະຣັຖ ເພື່ອປັບປຸງວຽກງານ ສະກັດກັ້ນ ແລະ ການປິ່ນປົວ ຜູ້ຕິດເຊື້ອ HV/AIDS ແລະ ເຊື້ອໂຣຄຕິດຕໍ່ ທາງເພດສັມພັນ STI ອື່ນໆເມື່ອໄວໆ ມານີ້. ເຈົ້າໜ້າທີ່ ດ້ານເອດສ ແຂວງ ຈໍາປາສັກ ເວົ້າວ່າ ປີນີ້ ມີຜູ້ຕິດເຊື້ອ HV/AIDS ຢູ່ພາຍໃນແຂວງ ຢາກສໍ່າໆກັບປີກາຍ:
"ເທົ່າໆກັບປີ ປີນີ້ກະຮອຍປາຍ ສ່ວນຫລາຍກໍກຸ່ມກັມກອນ ແມ່ບ້ານ ຊາວໄຮ່ນາເຮົານີ້ລະ."
ຜູ້ທີ່ຖືກກວດພົບວ່າຕິດເຊື້ອນີ້ແລ້ວ ສ່ວນໃຫຍ່ ມີປວັດເຄື່ອນຍ້າຍ ໄປເຮັດວຽກຢູ່ບ່ອນນັ້ນບ່ອນນີ້ ໂດຍສະເພາະ ກຸ່ມຊາຍຮັກຊາຍ ທີ່ມີຈໍານວນ ເພີ່ມຂຶ້ນ:
"ມີປວັດເຄື່ອນຍ້າຍແທ້ໆ ຊາຍຮັກຊາຍນີ້ເພີ່ມ ພົບຫລາຍກວ່າເກົ່າປີນີ້ປະ ມານ 10 ກວ່າຄົນອາຍຸ 25 ຫາ 40 ເປັນຊ່ວງໄວກາງແດ່ຈັກໜ່ອຍ ຊ່ວງກໍາລັງໄປມານີ້ລະ."
ຫາກຖາມວ່າ ຕໍ່ໄປຄົນຕິດເຊື້ອ HIV/AIDS ໃນແຂວງຈໍາປາສັກນີ້ ມີແນວໂນ້ມ ຈະເພີ່ມຂຶ້ນ ຫລືຫຼຸດ ທ່ານບອກວ່າ ພວກທ່ານກໍມີຍຸທສາດ ໂຄສະນາ ໃຫ້ຜູ້ຄົນຮູ້ຈັກປ້ອງກັນຕົນເອງ, ໃຊ້ຖົງຢາງອະນາມັຍ ເມື່ອມີເພດສັມພັນ ໂດຍສະເພາະ ກັບຜູ້ທີ່ບໍ່ເປັນຄູ່ຄອງ. ຜູ້ທີ່ຕິດເຊື້ອແລ້ວ ກໍໃຫ້ເຂົ້າເຖິງ ການບໍຣິການປິ່ນປົວ ຊຶ່ງກໍມີໜ່ວຍງານ ກວດສຸຂພາບເຄື່ອນທີ່ ຊຶ່ງພະຍາຍາມ ກວດຫາເຊື້ອ HIV ນີ້. ແລະກໍມີໂຄງການ ປ້ອງກັນການຕິດ ເຊື້ອຈາກແມ່ສູ່ລູກ ໂດຍພະຍາຍາມ ໃຫ້ແມ່ ໄດ້ກວດເລືອດທຸກຄົນ ຢູ່ສະຖານບໍຣິການ. ຫາກເວົ້າເຣື່ອງການບໍຣິການ ໃຫ້ຢານັ້ນ ທ່ານກໍບອກວ່າ ຢາກນໍາຢາ ໄປໄວ້ຫຼາຍບ່ອນ ຫຼາຍເຂດຫ່າງໄກ ເພາະມີຜູ້ບໍ່ມາຕາມນັດ ຍ້ອນບ້ານຢູ່ໄກ:
"ເວລາພົບແມ່ມານຕິດ ເຊື້ອເກີດລູກ ຕອນເກີດລູກເຮົາກໍຢາກໃຫ້ຢາ ແມ່ມານເກີດບໍ່ໄດ້ຮັບຢາ ລູກຕິດ ເຊື້ອເຮົາບໍ່ຢາກໃຫ້ມີ."
ລູກທີ່ເກີດ ຈາກແມ່ຕິດເຊື້ອ ກໍຢາກໃຫ້ໄດ້ຮັບຢາໃນທັນທີ ບໍ່ຢາກໃຫ້ຊ້າ. ສໍາລັບກຸ່ມຊາຍຮັກຊາຍ ກໍມີໂຄງການປ້ອງກັນ ແລະຊອກຫາ ຜູ້ຕິດເຊື້ອ ຢູ່ໃນກຸ່ມນີ້ ເພື່ອໃຫ້ເຂົາເຈົ້າໄດ້ປິ່ນປົວ -ທ່ານກ່າວ. ອຸປສັກສໍາຄັນອັນນຶ່ງ ທີ່ເຮັດໃຫ້ຄົນທີ່ມີຄວາມສ່ຽງ ບໍ່ໄປກວດ ເພື່ອໃຫ້ແນ່ໃຈ ວ່າຕົນຕິດເຊື້ອ HIV/AIDS ຫລືບໍ່ນັ້ນ ກໍຄືຄວາມບໍ່ກ້າ ເພາະຢ້ານສັງຄົມ ລັງກຽດ ເຖິງແມ່ນວ່າ ຈະໄດ້ມີການ ໂຄສະນາ ໃຫ້ຄວາມຮູ້ວ່າ ຜູ້ຕິດເຊື້ອ ຢູ່ຮ່ວມກັບສັງຄົມໄດ້ ບໍ່ມີການລັງກຽດ ບໍ່ມີການຈໍາແນກ ແຕ່ຜູ້ຕິດເຊື້ອ ກໍຍັງບໍ່ເຊື່ອ ຄືແນວນັ້ນ ດັ່ງເຈົ້າໜ້າທີ່ຂແນງເອດສ ແຂວງຫລວງນໍ້າທາ ທ່ານນຶ່ງກ່າວຕໍ່ RFA ຕອນນຶ່ງວ່າ:
"ຮັບຮູ້ HIV ຢູ່ຮ່ວມ ຄົນລາວມັນລັງກຽດກະຍັງມີຢູ່ຫັ້ນລະ ເຮົາກະເວົ້າຢູ່ລາວ."
ແລະນັ້ນ ກໍເປັນສາເຫດນຶ່ງທີ່ເຮັດໃຫ້ ຄົນທີ່ສ່ຽງບໍ່ກ້າໄປກວດເລືອດ ແລະແມ່ນແຕ່ໄປຊື້ຖົງຢາງອະນາມັຍ ທີ່ມີຂາຍທົ່ວໄປຢູ່ຕາມຮ້ານຕ່າງໆ ເປັນຕົ້ນຮ້ານຂາຍຢາ ກໍຍັງຮູ້ສຶກໜ້າອາຍ - ຍານາງກ່າວ. ເຊື້ອ HIV ໝາຍເຖິງເຊື້ອໄວຣັຊ ທີ່ເຮັດໃຫ້ຂາດພູມຕ້ານທານ ໃນຮ່າງກາຍ ຂອງຄົນ ທີ່ນໍາໄປສູ່ການເປັນເອດສ. Aids ເປັນການຕິດເຊື້ອ HIV ຂັ້ນທີ 3. ແລະຕາມຄໍາເວົ້າ ຂອງສູນຄວບຄຸມ ແລະການປ້ອງກັນ ເອດສ, ຄົນທີ່ຕິດເຊື້ອ HIV ຂັ້ນທໍາອິດ ຈະຮູ້ສຶກຄືກັບເປັນໄຂ້ພາຍໃນ 2 ຫາ 4 ອາທິດ ຫລັງການຕິດເຊື້ອ ອາການນັ້ນສາມາດແກ່ຍາວໄປ 2-3 ອາທິດ.
ຂັ້ນ 2 ຊຶ່ງເປັນຂັ້ນ ທີ່ເຊື້ອ HIV ເໜັງຕີງ ຫລື active ທີ່ອາດບໍ່ມີອາການຫຍັງ ແຕ່ເຊື້ອນັ້ນ ກໍສາມາດຕິດຕໍ່ໃສ່ຄົນອື່ນໄດ້, ເປັນຂັ້ນທີ່ ອາດເປັນໄປຫຼາຍສິບປີ ຫລືສັ້ນກວ່ານັ້ນ ຂຶ້ນຢູ່ກັບການປິ່ນປົວ. ຂັ້ນທີ 3 ຄືຂັ້ນ ທີ່ເປັນເອດສ ມີອາການ ເຈັບປ່ວຍແຮງທີ່ສຸດ ຍ້ອນເຊື້ອ ໄວຣັສ ໄດ້ທໍາຣາຍຣະບົບ ພູມຕ້ານທານ ໃນຮ່າງກາຍຂອງຄົນ ຊຶ່ງ CDC ເວົ້າວ່າ ສະເລັ່ຽແລ້ວ ຄົນທີ່ເປັນເອດສ ບໍ່ໄດ້ຮັບການປິ່ນປົວ ມີຊີວິດໄດ້ 3 ປີ. ການປິ່ນປົວ ຄົນຕິດເຊື້ອໃນທັງ 3 ຂັ້ນນີ້ ສາມາດສະກັດກັ້ນ ຫລືເຮັດໃຫ້ອາການຕ່າງໆຊ້າລົງ ແລະຫຼຸດຜ່ອນຄວາມສ່ຽງ ທີ່ຈະຕິດໃສ່ຜູ້ອື່ນ.
ເມື່ອຖາມວ່າ ເຈົ້າຮູ້ວ່າເຈົ້າຕິດເຊື້ອ HIV ຫລືເປັນເອດສ ໄດ້ແນວໃດ? ຄໍາຕອບກໍຄືວ່າ ການກວດ ເປັນວິທີທາງ ທີ່ດີທີ່ສຸດ. ແຕ່ອາການ ຕ່າງໆ ສາມາດເກີດຂຶ້ນໄດ້ ກ່ອນໜ້ານັ້ນ. ບາງຄົນ ຮູ້ສຶກຄ້າຍກັບເປັນໄຂ້ ໜາວ ເປັນຕຸ່ມ rash ມີເຫື່ອອກ ຍາມກາງຄືນ ປວດກ້າມເນື້ອ ເຈັບຄໍ ເມື່ອຍ ຕົນໂຕໄຂ່ບວມ ບ່ອນນັ້ນບ່ອນນີ້ ຫລືເຈັບປາກ ພາຍໃນ 2 ອາທິດຂອງການຕິດເຊື້ອ ເນື່ອງຈາກເຊື້ອ HIV ທໍາລາຍຣະບົບ ພູມຕ້ານທານ ເຮັດໃຫ້ຄົນຕິດເຊື້ອພຍາດອື່ນໆໄດ້ງ່າຍ. ເວລາຜ່ານໄປ ຮ່າງກາຍຂອງຄົນ ກໍບໍ່ສາມາດ ຕ້ານການຕິດເຊື້ອ ແລະພຍາດໄດ້ ແລະກໍເປັນເອດສ ໃນທີ່ສຸດ.
ຜູ້ຄົນສາມາດຕິດເຊື້ອ HIV ໄດ້ພຽງແຕ່ຜ່ານການມີເພດສັມພັນ, ການໃຊ້ເຂັມສັກຢາ ເຂົ້າໃນເສັ້ນເລືອດ ຮ່ວມກັນໂດຍກົງ. ຢູ່ປະເທດລາວ ຜູ້ເປັນແມ່ອາດສົ່ງເຊື້ອນັ້ນ ໃຫ້ລູກ ທີ່ຢູ່ໃນທ້ອງຂອງຕົນໄດ້ ໃນຂນະຖືພາມານ, ໃນຂະນະເກີດ ຫລືລ້ຽງລູກດ້ວຍນົມແມ່. ການແຕະຕ້ອງ ສິ່ງທີ່ຕິດເຊື້ອ HIV ກໍສາມາດຕິດເຊື້ອນັ້ນໄດ້ຄືກັນ.
ຕາມຂໍ້ມູນຂອງສະຫະປະຊາຊາດ ປີ 2017 ໃນທົ່ວໂລກ ມີຜູ້ຕິດເຊື້ອ HIV 36 ລ້ານ 9 ແສນຄົນ. ໃນນັ້ນ ເປັນຜູ້ໃຫຍ່ 35 ລ້ານ 1 ແສນຄົນ ແລະເດັກນ້ອຍ 1 ລ້ານ 8 ແສນຄົນ. ຂໍ້ມູນຂອງສະຫະປະຊາຊາດ ຣະບຸວ່າ ນັກວິທຍາສາດ ອະເມຣິກັນ ພົບຫລັກຖານວ່າ ເອດສ ເປັນທີ່ຮູ້ຈັກກັນໃນປີ 1981. ລີງ chimpanzees ໃນອາຟຣິກກາກາງ ຖືກຣະບຸວ່າ ເປັນແຫລ່ງທີ່ມາຂອງເຊື້ອ HIV ໃນຄົນ. ເຊື້ອນັ້ນເອີ້ນວ່າ SIV ຊຶ່ງປາກົດວ່າຕິດຕໍ່ໃສ່ຄົນ ຫລັງຈາກນັ້ນກໍກາຍພັນ.
ສະຫະປະຊາຊາດ ເຕືອນວ່າ ຄົນທີ່ຕິດເຊື້ອ ອາດບໍ່ໄປຮັບການປິ່ນປົວໃນທັນ ທີທັນໃດ ຍ້ອນຢ້ານວ່າ ຕົນເປັນຄົນດ່າງພອຍ, ບໍ່ກ້າໄປກວດ ຫລືເປີດເຜີຍ ການຕິດເຊື້ອຂອງຕົນ. ການປິ່ນປົວດ້ວຍຢາ ARV antiretroviral ເພື່ອຫຼຸດຜ່ອນ ຫລືກົດດັນເຊື້ອ HIV ໃນເລືອດ ແລະ ຍັບຍັ້ງການຂຍາຍໂຕ ຂອງເຊື້ອ HIV ໄດ້. ແລະຕາມຄໍາເວົ້າຂອງ CDC, ປັດຈຸບັນ ຄົນທີ່ກວດພົບວ່າ ຕິດເຊື້ອ ແລະໄດ້ຮັບການປິ່ນປົວ ກ່ອນເຊື້ອນັ້ນຈະຂຍາຍຕົວ ແມ່ນສາມາດ ມີຊີວິດຍືນຍາວ ຄືກັບຄົນ ທີ່ບໍ່ຕິດເຊື້ອ.