ແມ່ຍິງ-ເດັກນ້ອຍ 06/12/17

ສຸພັດຕາ
2017.06.13
F-baby ໝໍແນະນໍາ ໃຫ້ລ້ຽງລູກດ້ວຍນໍ້ານົມແມ່ ສໍາລັບເດັກນ້ອຍເກີດໃໝ່ ຫາ 6ເດືອນ
Screen captured breastfeeding video

ໂດຍທົ່ວໄປແລ້ວ ເດັກນ້ອຍເກີດໃຫມ່ ຈົນຮອດອາຍຸ ຫົກເດືອນ ກະເພາະອາຫານ ຍັງມີ ຂະໜາດນ້ອຍ ຖ້າສັງເກດ ຈະເຫັນວ່າ ເດັກນ້ອຍ ຈະກິນດຸ ແຕ່ກິນໜ້ອຍ ໂດຍສະເພາະ ຖ້າໃຫ້ລູກ ກິນນົມແມ່ ລູກຈະກິນ ໜ້ອຍ ແຕ່ກິນດຸ ເພາະວ່າ ກະເພາະອາຫານ ຂອງເຂົາ ຍັງມີ ຂະໜາດນ້ອຍ ແລະລະບົບ ການຍ່ອຍອາຫານ, ນໍ້າຍ່ອຍຕ່າງໆ ຍັງເຮັດວຽກໄດ້ ບໍ່ເຕັມທີ່ ທຳມະຊາດ ຈຶ່ງສ້າງໃຫ້ ລູກ ຂອງເຮົາກິນ ແຕ່ນ້ອຍ ແຕ່ກິນຖ່ີ ເພື່ອໃຫ້ກະເພາະ ຂອງເຂົາ ເຮັດວຽກໄດ້ດີ.

ແຕ່ພໍ່ແມ່ຫຼາຍຄົນ ເຂົ້າໃຈເອົາເອງວ່າ ຫຼັງຈາກທີ່ ລູກກິນນົມແລ້ວ ຄວນໃຫ້ລູກໄດ້ ກິນນໍ້າລ້ານຳ ເພາະຢ້ານລູກ ຝືດຄໍ ຈຶ່ງໃຫ້ລູກກິນ ນໍ້າລ້າ ຕໍ່. ຊື່ງເຮັດໃຫ້ ນໍ້າລ້າ ທີ່ລູກກິນ ເຂົ້າໄປນັ້ນ ເຮັດໃຫ້ ກະເພາະ ອາຫານ ຂອງລູກອືດ ແລະຍັງໄປທຳລາຍ ນໍ້າຍ່ອຍ ຂອງເດັກ ເຮັດໃຫ້ ການຍ່ອຍ ນັ້ນ ເຮັດວຽກ ບໍ່ໄດ້ດີ ແລະ ສິ່ງສຳຄັນ ທີ່ພໍ່ແມ່ ຫຼາຍຄົນ ລືມຄິດໄປ ກໍ່ຄື ໃນນໍ້ານົມ ຂອງແມ່ (ຫຼືໃນນົມຜົງ ກໍ່ຕາມ) ມີສ່ວນ ປະສົມ ຂອງ ນໍ້າຢູ່ແລ້ວ ແລະ ໃນລະຍະເກີດໃໝ່ ຮອດ ຫົກເດືອນ ເດັກນ້ອຍ ຈະຕ້ອງການ ສານອາຫານ ດຸກວ່າ ເຮັດໃຫ້ທຸກເທື່ອ ທີ່ລູກ ຕ້ອງການ ສານອາຫານ ຫຼື (ລູກຮູ້ສຶກຢາກ) ລູກກໍ່ຈະຮ້ອງໄຫ້ ແລະ ເມື່ອລູກໄດ້ກິນນົມແມ່ ຫຼືນົມຜົງ ໃນນໍ້ານົມເຫຼົ່ານັ້ນ ກໍ່ຈະມີນໍ້າ ເປັນ ສ່ວນປະສົມ ນໍາ ພາວະຂາດນໍ້າ ໃນເດັກນ້ອຍ ຈຶ່ງເປັນໄປໄດ້ ໜ້ອຍຫຼາຍ.

"ການທີ່ ອົງການອະນາມັຍໂລກ ແນະນຳວ່າ ເດັກນ້ອຍເກີດໃໝ່ ຈົນຮອດ ອາຍຸປະມານ 6 ເດືອນ ທຳອິດ ນັ້ນຄວນໃຫ້ ກິນນົມແມ່ ເປັນອາຫານ ພຽງຢ່າງດຽວ ກໍ່ພຽງພໍແລ້ວ ນໍ້າ ຫຼື ອາຫານເສີມ ຊນິດອື່ນນັ້ນ ບໍ່ຄວນໃຫ້ກິນ ບໍ່ວ່າຈະເປັນ ເຂົ້າບົດ, ນໍ້າໝາກກ້ຽງ ຫຼືວ່າກ້ວຍ ກໍ່ບໍ່ຄວນໃຫ້ ລູກກິນ ອັນນີ້ ກໍ່ເນື່ອງຈາກວ່າ ເພື່ອບໍ່ໃຫ້ ອາຫານໂຕອື່ນ ໄປຢູ່ແທນບ່ອນ ນົມແມ່ ເພື່ອໃຫ້ສານ ອາຫານ ຈາກນົມແມ່ ເຂົ້າໄປໄດ້ ຢ່່າງເຕັມທີ່ ແລະ ເພື່ອປ້ອງກັນ ບໍ່ໃຫ້ມີ ບັນຫາ ເລື່ອງການແພ້ ອາຫານ ໃນອະນາຄົດ. ເພາະໃນນໍ້ານົມແມ່ ມີຄຸນປະໂຫຍດ ແລະມີພູມ ຕ້ານທານ ທີ່ຈະປົກປ້ອງ ລູກນ້ອຍ ຈາກ ພຍາດຮ້າຍໄດ້. ສະນັ້ນຢ່າ ໄປຫຼົງເຊື່ອ ຄຳໂຄສະນາ ທີ່ວ່າ ໃຫ້ລູກກິນ ອາຫານເສີມ ອັນນັ້ນໆນີ້ໆ ແລ້ວ ລູກຈະເປັນ ເດັກນ້ອຍ ທີ່ສະຫຼາດ. ຄວນໃຫ້ ລູກກິນນົມແມ່ ແຕ່ມື້ເກີດ ຈົນຮອດຫົກເດືອນ".

ດັ່ງນັ້ນ ການທີ່ເຮົາໃຫ້ລູກ ໃນລະຍະເກີດໃໝ່ ຫາ ຫົກເດືອນ ກິນນໍ້າລ້າ ຫລັງຈາກ ທີ່ກິນນົມນັ້ນ ຍິ່ງຈະເຮັດໃຫ້ ການດູດຊຶມ ສານອາຫານ ເຮັດວຽກ ບໍ່ໄດ້ດີ ແລະລູກກໍ່ຈະມີ ອາການອືດທ້ອງ ເພາະລະບົບຍ່ອຍ ອາຫານບໍ່ດີ ແລະຖ້າໃຫ້ລູກກິນ ນໍ້າລ້າ ເລື້ອຍໆ ເມື່ອລູກໃຫຍ່ຂຶ້ນ ລູກຈະມີລະບົບ ຍ່ອຍອາຫານ ທີ່ບໍ່ດີມານຳ, ທ່ານໝໍ ບອກວ່າ ການທີ່ເຮົາ ຫຼົງເຊື່ອ ຄຳໂຄສະນາ ເພື່ອທີ່ຈະໃຫ້ລູກ ໄດ້ກິນສິ່ງດີໆ ແລະ ລູກຈະໄດ້ ສະຫຼາດ ຖ້າໃຫ້ລູກກິນ ແຕ່ຍັງນ້ອຍ ຍັງບໍ່ເຖິງ ອາຍຸເກນ ກໍ່ຈະສົ່ງຜົນຮ້າຍ ຕໍ່ລູກ ຂອງທ່ານໄດ້.

ພໍ່ແມ່ທົ່ວໄປ ກໍ່ຍັງມີຄວາມເຂົ້າໃຈຜິດ ແລະລ້ຽງລູກທີ່ເກີດໃຫມ່ ໂດຍເຮົາການໃຊ້ຊີວິດ ຂອງຕົນເອງ ມາເປັນຫຼັກເຊັ່ນວ່າ: ເຮົາເອງຕື່ນນອນ ມາກໍ່ຕ້ອງໄດ້ ກິນນໍ້າ ເພາະນໍ້າ ເປັນສິ່ງທີ່ຈຳເປັນ ແລ້ວເປັນຫຍັງ ເຮົາຈຶ່ງໃຫ້ລູກ ທີ່ເກີດໃຫມ່ ດື່ມນໍ້າບໍ່ໄດ້  ຂໍພຽງແຕ່ ໃຫ້ລູກນ້ອຍ ໄດ້ດື່ມ ທີ່ສະອາດ ກໍ່ເປັນສິິ່ງ ທີ່ດີແລ້ວ. ແຕ່ໃນຄວາມ ເປັນຈິງແລ້ວ ຖືວ່າເປັນຄວາມ ເຂົ້າໃຈຜິດໆ ແຕ່ບໍ່ໄດ້ ສົ່ງຜົນກະທົບ ອັນໃດຮ້າຍແຮງ ພຽງແຕ່ວ່າ ເປັນສິ່ງທີ່ ບໍ່ເໝາະສົມ ຕາມຫຼັກ ວິທຍາສາດ ການແພດ ໃນການທີ່ ໃຫ້ ເດັກນ້ອຍ ເກີດໃໝ່ ດື່ມນໍ້າຫຼາຍໆ ນັ້ນບໍ່ດີ ແນ່ນອນ ເພາະຮ່າງກາຍ ຂອງເດັກນ້ອຍ ເກີດໃຫມ່ ຕ້ອງການ ສານອາຫານ ທີ່ຈະເຂົ້າ ມາຊ່ວຍ ເຮັດໃຫ້ ລະບົບຕ່າງໆ ໃນຮ່າງກາຍ ສົມບູນຂຶ້ນ ຊື່ງສານອາຫານ ໂຕນັ້ນ ກໍ່ແມ່ນມາຈາກ ນົມແມ່ ບໍ່ແມ່ນ ມາຈາກນໍ້າລ້າ ແລະລອງ ພິຈາລະນາ ໃຫ້ດີໆວ່າ ສ່ວນປະກອບ ຂອງນໍ້ານົມແມ່ ກໍ່ຄືນໍ້າ. ດັ່ງນັ້ນບໍ່ຕ້ອງ ຢ້ານວ່າ ລູກດູດນົມແມ່ ຫຼາຍແລ້ວ ຈະບໍ່ດີ ຫຼື ຈະຄໍແຫ້ງ  ນັ້ນບໍ່ຕ້ອງ ກັງວົນ ຍິ່ງເດັກນ້ອຍໆ ໄດ້ກິນນົມແມ່ ຫຼາຍເທົ່າໃດ ຍິ່ງເປັນການດີ ແລະຍິ່ງກິນ ຫຼາຍເທົ່າໃດ ກໍ່ຍິ່ງຂັບຖ່າຍ ເອົາຂອງເສັຍ ທີ່ເປັນອັນສີດຳໆ ອອກມາໄດ້ໄວ ແລະ ຫຼາຍຂຶ້ນ ເທົ່ານັ້ນ ລະບົບ ການເຮັດວຽກຕ່າງໆ ບໍ່ວ່າຈະເປັນ ລະບົບ ການຂັບຖ່າຍ ແລະ ລະບົບ ການຍ່ອຍອາຫານ ກໍ່ຈະເຮັດວຽກໄດ້ ສົມບູນ ໄວຂຶ້ນ ສ່ວນຫຼາຍແລ້ວ ຕາມໂຮງໝໍ ຕ່າງໆ ທ່ານໝໍ ແລະ ພຍາບານ ມັກຈະແນະນຳ ໃຫ້້ເດັກນ້ອຍ ກິນນົມແມ່ ໃຫ້ຫຼາຍທີ່ສຸດ ເພາະ ນໍ້ານົມແມ່ ມັນມີຜົນດີ ຫຼາຍຢ່າງ ທັງຕົວ ຂອງເດັກນ້ອຍເອງ ແລະໂຕຂອງຄົນ ເປັນແມ່ນຳ.

"ກະຄື ແນະນຳເລື້ອຍໆເນາະ ສຳລັບແມ່ ທີ່ໃຫ້ກຳເນີດລູກ ເພາະລູກຍັງນ້ອຍ ແມ່ຕ້ອງໃຫ້ລູກ ໄດ້ກິນນົມແມ່ ໃຫ້ຫຼາຍ ເທົ່າທີ່ຈະ ຫຼາຍໄດ້ ເພາະນົມແມ່ ເປັນອາຫານ ອັນດຽວ ຂອງລູກນ້ອຍ ແຕ່ແລກເກີດ ຈົນຮອດ ຫົກເດືອນ ກະຢືນຢັນ ໄດ້ເລີຍວ່າ ເດັກນ້ອຍ ເກີດໃໝ່ ບໍ່ຈຳເປັນ ຕ້ອງດື່ມນໍ້າຕົ້ມ ສຸກເລີຍ ແມ່ນແຕ່ ໜ້ອຍດຽວ ກໍ່ບໍ່ຄວນ ຍົກເວັ້ນແຕ່ ຜູ້ເປັນແມ່ ຫົວນົມບອດ ຫຼືບໍ່ມີນໍ້ານົມ ໃຫ້ລູກກິນ ອັນນັ້ນ ກໍ່ຕ້ອງໄດ້ໃຊ້ ນໍ້າຕົ້ມສຸກ ເພື່ອປະສົມ ກັບນົມຜົງ ໃຫ້ ລູກກິນແທນ".

ທ່ານໝໍກ່າວຕໍ່ໄປວ່າ ນັ້ນແມ່ນ ກໍຣະນີພິເສດ ເພາະແມ່ ບໍ່ມີນໍ້ານົມ ໃຫ້ລູກກິນ ກໍ່ຕ້ອງໄດ້ ມີການທົດແທນ ດ້ວຍນົມໂຕອື່ນ ແຕ່ຖ້າໃນ ກໍຣະນີ. ທີ່ແມ່ ມີນໍ້ານົມ ແລະ ປ້ອນນົມໄດ້ ກໍ່ໃຫ້ລູກ ໄດ້ກິນນົມແມ່ ພຽງຢ່າງດຽວເລີຍ ຄົນທີ່ຕ້ອງໄດ້ ດື່ມນໍ້າລ້າ ຫຼາຍໆນັ້ນ ຕ້ອງແມ່ນ ຜູ້້ເປັນແມ່ ບໍ່ແມ່ນຜູ້້້ເປັນລູກ. ຍິ່ງລູກນ້ອຍ ດູດນົມແມ່ຫຼາຍ ເທົ່າໃດ ລະບົບ ການສ້າງນໍ້ານົມ ຂອງແມ່ ກໍ່ຍິ່ງຈະ ເຮັດວຽກ ໄດ້ເຕັມທີ່ ແລະ ສົມບູນຫຼາຍຂຶ້ນ ສ່ວນໂຕ ຂອງລູກເອງ ກໍ່ຈະໄດ້ ຂັບສານ ທີ່ເປັນຂອງເສັຍ ທີ່ຕົກຄ້າງ ໃນລຳໃສ້ ອອກມາ ໄດ້ໄວຂຶ້ນ ຂັບສານສີ ເຫຼືອງໆ ທີ່ຢູ່ໃນຮ່າງກາຍ ອອກມາ ໄດ້ໄວເຊັ່ນກັນ ການໃຫ້ເດັກນ້ອຍ ເກີດໃໝ່ ແຕະນໍ້າຕົ້ມສຸກ ແດ່ນັ້ນ ບໍ່ມີຄວາມ ຈຳເປັນເລີຍ ເພາະເດັກນ້ອຍ ເກີດໃໝ່ ຈະກິນນົມ ຕະຫຼອດ ທຸກໆ 1-2 ຊົ່ວໂມງ. ຢູ່ແລ້ວ ບໍ່ມີເວລາ ທີ່ຈະຢາກນໍ້າດອກ ດັ່ງນັ້ນ ຜູ້ເປັນແມ່ ຕ້ອງປ່ຽນ ຄວາມຄິດ ໃນເຣື່ອງນີ້.

"ຄຳແນະນຳ ຫຼືຄວາມຄິດຂອງເຮົາ ທີ່ວ່າ ໃຫ້ເດັກນ້ອຍ ເກີດໃຫມ່ ໄດ້ຈິບນໍ້າ ຫຼັງຈາກກິນນົມນັ້ນ ອາດຈະເປັນ ຄວາມເຂົ້າໃຈ ໃນ ກໍລະນີ ທີ່ແມ່ ບໍ່ສາມາດ ໃຫ້ລູກກິນ ນົມໄດ້ ກໍ່ເລີຍ ຕ້ອງໃຫ້ລູກ ກິນນົມຜົງ ແທນ ຊື່ງຕ້ອງ ໃຊ້ນໍ້າຕົ້ມສຸກ ເພື່ອລະລາຍ ນົມຜົງ ແລ້ວເອົາໃສ່ ເຕົ້ານົມ ໃຫ້ລູກນ້ອຍ ດູດກິນ ໃນກໍລະນີ ນີ້ ຈຳເປັນຫຼາຍໆ ແລະ ຖືກຕ້ອງແລ້ວ ທີ່ຈະໃຫ້ເດັກນ້ອຍ ໄດ້ຈິບນໍ້າ ຫຼືກິນນໍ້າ ເພີ່ມເຕີມ ເຂົ້າໄປ ຫຼັງຈາກ ກິນນົມຜົງ ທີ່ລະລາຍນໍ້າ ເພາະເວລາ ທີ່ລຳໃສ້ ດູດຊືມ ສານອາຫານ ແລ້ວ ຈະໄລ່ ນໍ້າ ອອກມາຫຼາຍ ຊື່ງຈະເຮັດໃຫ້ ເດັກຄໍແຫ້ງ ແລະຫິວນໍ້າໄດ້ ຈຶ່ງຈຳເປັນຕ້ອງໄດ້ ດື່ມນໍ້າລ້າ ເຂົ້າໄປນຳ ຫຼາຍໆ ຫຼັງຈາກກິນ ນົມຜົງ ແລ້ວນັ້ນ".

ສະຫຼູບກໍ່ຄືວ່າ ເດັກນ້ອຍເກີດໃຫມ່ ອາຍຸຫົກເດືອນ ຖ້າແມ່ລ້ຽງລູກ ດ້ວຍນົມແມ່ ລ້ວນໆ ນັ້ນກໍ່ບໍ່ເປັນຕ້ອງ ໃຫ້ລູກດື່ມ ນໍ້າເລີຍ ໃນລະຍະ 6ເດືອນນີ້ ເພາະໃນນົມແມ່ ມີປະລິມານນໍ້າ ຫຼາຍພຽງພໍ ແລະຄາບນໍ້ານົມ ທີ່ຢູ່ໃນປາກລູກ ນ້ອຍ ຈະຊ່ວຍປ້ອງກັນ ບໍ່ໃຫ້ເຊື້ອຣາ ຂຶ້ນ ໃນປາກໄດ້ ຢູ່ແລ້ວ ແລະ ໃນກໍລະນີ ຖ້າໃຫ້ລູກກິນ ນົມຜົງ ແຕກຕ່າງ ຈາກນົມແມ່ ຜູ້ເປັນແມ່ ຕ້ອງໃຫ້ລູກ ດື່ມນໍ້າ ຫຼັງຈາກ ທີ່ກິນນົມຜົງ ທຸກຄັ້ງ ເພື່ອລ້າງຄາບນໍ້ານົມ ອອກຈາກ ໃນປາກ ຄວນໃຫ້ລູກ ດື່ມນໍ້າ ໃນປະລິມານ ພຽງເລັກໜ້ອຍ ເທົ່ານັ້ນ ເພາະໃນນົມຜົງ ມີສ່ວນ ປະສົມ ຂອງນໍ້າ ເປັນສ່ວນປະສົມ ທີ່ຫຼາຍ ຢູ່ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.