ແມ່ຍິງ-ເດັກນ້ອຍ 05/01/17
2017.05.02
ໃນລະຍະລະດູຝົນ ຣະຫວ່າງເດືອນ ສິງຫາຫາເດືອນຕຸລາ ເປັນລະຍະທີ່ເດັກນ້ອຍ ມັກຈະບໍ່ສະບາຍຫຼາຍ ເພາະອາກາດປ່ຽນແປງ ແລະກໍ່ ມັກຈະຕິດເຊື້ອ ພຍາດໄດ້ງ່າຍ ໂດຍສະເພາະ ໄວຣັສ ທີ່ມີຊື່ວ່າ RSV ທີ່ອາການຄ້າຍຄື ກັບໄຂ້ຫວັດ ແຕ່ວ່າສົ່ງຜົນ ຮຸນແຮງເຖິງຂັ້ນ ປອດ ອັກເສບ ຕິດເຊື້ອໄດ້ເລີຍ ພຍາດນີ້ສົ່ງຜົນເປັນພິເສດ ສຳລັບຜູ້ສູງອາຍຸ, ເດັກນ້ອຍເກີດໃໝ່ ແລະເດັກນ້ອຍ ທີ່ມີອາຍຸຣະຫວ່າງ 5ປີ ລົງມາ ອາການໄອ ມີຂີ້ມູກ ຖອກທ້ອງ ຫາຍໃຈເມື່ອຍ ຫາຍໃຈແຮງຜິດ ຈາກປົກກະຕິ ແລະກິນ ອາຫານບໍ່ໄດ້ ແມ່ນເກີດຈາກພຍາດ ຕິດເຊື້ອ ໄວຣັສ RSV ຊຶ່ງເປັນພຍາດ ໃນລະບົບທາງເດີນຫາຍໃຈ ໃນເດັກນ້ອຍ ເຊື້ອໄວຣັສນີ້ສາມາດ ເຮັດໃຫ້ເກີດ ພາວະປອດອັກເສບຮຸນແຮງ ໄດ້. ດັ່ງທ່ານໝໍ ໄດ້ອະທິບາຍໃຫ້ຮູ້ກ່ຽວກັບ ເຊື້ອໄວຣັສ ນີ້ວ່າ:
"ທຳອິດກະຂໍບອກກ່ຽວກັບໄວຣັສ ກ່ອນເນາະວ່າແມ່ນຫຍັງ ໄວຣັສ ແມ່ນຈຸລິນຊີ ໂຕນ້ອຍໆໂຕນື່ງ. ທີ່ເມື່ອເຂົ້າສູ່ຮ່່າງກາຍແລ້ວ ກໍ່ຈະເຮັດ ໃຫ້ເກີດພຍາດ ໃນຄົນເນາະ ຊຶ່ງໄວຣັສ ທີ່ຜູ້້ເປັນພໍ່ເປັນແມ່ ຮູ້ຈັກກັນດີ ໃນລະດູຝົນກະຄື ໄວຣັສ ໄຂ້ຫວັດໃຫຍ່, ໄວຣັສໄຂ້ຫວັດ. ໄວຣັສ RSV ທີ່ມີຊື່ເຕັມວ່າ: Respiratory Syncytial Virus ຊຶ່ງເປັນໄວຣັສ ໂຕນຶ່ງ ທີ່ເຮັດໃຫ້ເກີດ ເປັນພຍາດຕິດເຊື້ອ ໃນລະບົບທາງເດີນ ຫາຍໃຈ ປອດອັກເສບ, ພຍາດຖົງລົມອັກເສບ ຊຶ່ງພົບເຫັນ ຫຼາຍໃນເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 5ປີ ແລະເດັກນ້ອຍ ທີ່ເກີດໃຫ່ມ".
ພຍາດຕິດເຊື້ອໃນລະບົບທາງເດີນຫາຍໃຈນີ້ ຈະຕິດຕໍ່ຜ່ານ ການສຳຜັດສິ່ງຂອງ ທີ່ມີເຊື້ອໄວຣັສ ຕັບປົນຢູ່ ແລະພຍາດໄວຣັສ RVS ເປັນ ພຍາດຕິດເຊື້ອ ໃນລະບົບທາງເດີນຫາຍໃຈ ໃນເດັກນ້ອຍ ທີ່ມີອາຍຸ ຕໍ່າກວ່າ 5ປີ ຊຶ່ງພຍາດນີ້ ແມ່ນຕິດຕໍ່ໄດ້ ຜ່ານການສຳຜັດ ສານຄັດລັ່ງ ຫຼື ສິ່ງເສດເຫລືອ ທີ່ໄຫຼອອກມາຈາກ ຮ່າງກາຍຂອງເຈັບ ແລະ ທ່ານໝໍຍັງກ່່າວອີກວ່າ ພຍາດຕິດເຊື້ອ ໄວຣັສ RSV ນີ້ ບໍ່ແມ່ນພຍາດ ທີ່ ເກີດຂຶ້ນໃຫມ່ ແລະ ຈະແຜ່ຂະຫຍາຍຫຼາຍ ໃນລະຍະ ລະດູຝົນ ຄົນເຈັບສ່ວນຫຼາຍ ແມ່ນເດັກນ້ອຍ ຕັ້ງແຕ່ ລະຍະ ເກີດໃໝ່ ຫາສອງປີ ອາການຄ້າຍຄືກັບ ໄຂ້ຫວັດໃຫຍ່ເປັນໄຂ້, ໄອຈາມ ແຕ່ບາງຄົນ ອາດຮຸນແຮງ ເຖິງຂັ້ນ ປອດອັກເສບ ຫຼືປອດບວມ ຮຸນແຮງ ເດັກນ້ອຍ ຈະມີອາການ ຫາຍໃຈຍາກ ຫາຍໃຈ ມີສຽງດັງ ຕ້ອງໃຊ້ແຮງ ໃນການຫາຍໃຈ ບໍ່ສາມາດກິນນົມ ຫຼືອາຫານໄດ້ແລະມີປັນຫາ ໃນການດຳຣົງ ຊີວິດ ປະຈຳວັນ ໂດຍສະເພາະ ເດັກນ້ອຍ ທີ່ເກີດກ່ອນກຳນົດ ມີພຍາດ ປະຈຳຕົວ ຫຼືມີພູມຄຸ້ມກັນອ່ອນແອ ອາການອາດຮຸນແຮງ ແລະສ່ຽງ ຕໍ່ການ ເສັຽຊີວິດ ກ່ອນເດັກທົ່ວໄປ ໄດ້:
"ການຕິດຕໍ່ຂອງພຍາດນີ້ ແມ່ນຈະຕິດຕໍ່ຜ່ານ ການສຳຜັດ ສິ່ງເສດເຫຼືອ ຈາກຮ່າງກາຍ ຂອງຄົນເຈັບຄື: ຂີ້ມູກ ນໍ້າລາຍ ຜ່ານການໄອ ຈາມ ແລະການສຳຜັດ ກັບຄົນເຈັບໂດຍກົງ".
ພຍາດຕິດເຊື້ອ ໃນລະບົບທາງເດີນຫາຍໃຈນີ້ ນອກຈາກການຕິດຕໍ່ ຜ່ານການໃກ້ຊິດ ຄົນເຈັບໂດຍກົງແລ້ວ ຍັງມີການສຳຜັດ ສິ່ງເສດເຫຼືອ ຕ່າງໆຂອງຄົນເຈັບນໍາເຊັ່ນ: ຂີ້ມູກ. ນໍ້າລາຍ ໄອ,ຈາມ ອາການຂອງພຍາດ ຕິດເຊື້ອໄວຣັສ RSV ອາດຄ້າຍຄື ກັບອາການເປັນ ໄຂ້ຫວັດ ທຳມະດາ ເຊັ່ນ: ອາການໄຂ້ (ຖ້າຜູ້ໃຫ່ຍເປັນໄຂ້ ແມ່ນຈະເປັນໄຂ້ ບໍ່ສູງ) ມີການໄອ ແລະຈາມ ແຕ່ກໍ່ມີອາການ ທີ່ຜູ້້ເປັນພໍ່ແມ່ ຄວນສັງເກດ ແລະສົງໃສວ່າ ລູກຂອງທ່ານ ອາດຈະໄດ້ຮັບເຊື້ອ ໄວຣັສ RSV ຈະມີອາການ ດັ່ງນີ້: ເມື່ອຍຫອບ, ຫາຍໃຈໄວ ຫາຍໃຈແຮງ, ໄອຫຼາຍ ແລະມີຂີ້ເທີຫຼາຍ ແລະກິນອາຫານ ກໍ່ບໍ່ຄ່ອຍໄດ້:
"ອາການທີ່ສະແດງໃຫ້ຮູ້ ກ່ຽວກັບພຍາດນີ້ ກະມີອາການ ໄຂ້ ເມື່ອຍງ່າຍ ຫາຍໃຈໄວ ແລະຫາຍໃຈແຮງ, ຫາຍໃຈກືດກັດ,ໂຕຊໍ້າ,ເມື່ອພໍ່ແມ່ ລອງງ່ຽງຫູຟັງ ຢູ່ໜ້າເອິກຂອງລູກ ກໍ່ຈະຍິນສຽງຫວີດ ໃນປອດ ຈາກການທີ່ເຫຍື່ອບຸ ທາງເດີນຫາຍໃຈ ບວມ ຫລອດລົມອັກເສບ ແລະ ຫລອດລົມຫົດໂຕ, ໄອມີຂີ້ເທີ ແລະນອກຈາກອາການ ເລົ່ານີ້ ຍັງມີອາການ ທີ່ເຮັດໃຫ້ເດັກນ້ອຍ ກິນເຂົ້າບໍ່ໄດ້ ນຳອີກ".
ປັດຈຸບັນພຍາດນີ້ ຍັງບໍ່ມີຢາປິ່ນປົວສະເພາະ ແຕ່ການປິີ່ນປົວໂດຍທົ່ວໄປ ແມ່ນການປິ່ນປົວ ຕາມອາການ ທີ່ເປັນເຊັ່ນ: ຖ້າເປັນໄຂ້ ກໍ່ໃຫ້ ຢາແກ້ໄຂ້ ເພືີ່ອໃຫ້ໄຂ້ຫຼຸດ ແລະໄອ ມີຂີ້ກະເທິ ຫຼາຍກໍ່ໃຫ້ຢາ ລະລາຍຂີ້ເທີ ກະຄືຮູ້ກັນດີວ່າ ພຍາດຕິດເຊື້ອ RSV ນີ້ແມ່ນສາມາດເຮັດໃຫ້ ປອດອັກເສບໄດ້ ແລະເດັກນ້ອຍບາງຄົນອາດມີ ອາການຮຸນແຮງ ເຖິງຂັ້ນຕ້ອງໄດ້ໃສ່ ເຄື່ອງຊ່ວຍຫາຍໃຈ ແລະທ່ານໝໍຍັງໄດ້ ອະທິບາຍ ຢ່າງລະອຽດ ໃນຕອນວ່າ:
"ການຮັກສາປິ່ນປົວ ແມ່ນການປິ່ນປົວ ຕາມອາການເນາະ ຖ້າເປັນໄຂ້ ກໍ່ເອົາຢາແກ້ໄຂ້ ໃຫ້ກິນ ເພື່ອໃຫ້ໄຂ້ຫຼຸດ ເນື່ອງຈາກພຍາດ RSVນີ້ ຍັງບໍ່ມີວັກຊີນ ປ້ອງກັນ, ຖ້າເດັກນ້ອຍ ມີອາການຫອບ ເມື່ອຍ ກໍ່ຕ້ອງໃສ່ ອ໊ອກຊີເຈັ້ນ, ຖ້າເດັກນ້ອຍມາດ້ວຍ ອາການ ມີຂີ້ເທີຕິດຄໍ ຫຼືວ່າ ໄອຫຼາຍ ຈົນເມື່ອຍຫອບ ກໍ່ຈະມີການ ໃຫ້ສານນໍ້າ ທາງເສັ້ນເລືອດ ແລະ ໃນບາງກໍຣະນີ ຖ້າເປັນໜັກແທ້ໆ ກໍ່ອາດຈະຕ້ອງ ມີການດູູດຂີ້ເທີ ແລະຖ້າໃຫ້ ອ໊ອກຊີເຈັ້ນ ທຳມະດາ ບໍພໍກໍ່ຕ້ອງ ໃສ່ອ໊ອກຊີເຈັນ ທີ່ເປັນແຮງດັນບວກ ດັນໃຫ້ລົມ ເຂົ້າໄປໃນປອດ ຫຼື ຖ້າໜັກກວ່ານັ້ນແທ້ໆ ກໍ່ຕ້ອງເຂົ້າຫ້ອງ ຫ້ອງສຸກເສີນ ຕ້ອງໃສ່ທໍ່ ຊ່ວຍຫາຍໃຈ ແລະ ເຄື່ອງຊ່ວຍຫາຍໃຈ ການເປັນພຍາດນີ້ ເທື່ອທຳຂອງຊີວິດ ຈະເປັນໜັກແດ່ ແຕ່ຖ້າເຄີຍ ຕິດເຊື້ອດຸ ກໍຈະມີ ພູມຕ້ານທານ ໃນລະດັບໜື່ງ ຊຶ່ງຈະເຮັດໃຫ້ ອາການຮຸນແຮງນັ້ນ ຫລຸດລົງ. ການປ້ອງກັນພຍາດນີ້. ວິທີ ປ້ອງກັນທີ່ດີທີ່ສຸດ ກໍ່ຄື ຮັກສາສຸຂພາບຮ່າງກາຍ ໃຫ້ແຂງແຮງ ຮັກສາ ສຸຂອະນາມັຍ ໂດຍສະເພາະ ຕ້ອງໝັ່ນລ້າງມື ໃຫ້ສະອາດ ກ່ອນທີ່ ຈະສຳຜັດ ລູກນ້ອຍ ແລະຢ່າຢູ່ໃກ້ ຄົນເຈັບ ທີ່ມີອາການ ເລົ່ານີ້ ພ້ອມທັງ ຫຼີກຫຼ້ຽງ ຢູ່ໃນບ່ອນທີ່ມີຄົນ ແອອັດຫຼາຍ".
ການຕິດເຊື້ອໄວຣັສ RSV ອາດເກີດໄດ້ຈາກ ຜູ້ທີ່ເບິ່ງແຍງເດັກນ້ອຍ ໄປສຳຜັດກັບພຍາດ ແລ້ວບໍ່ລ້າງມື ແລະໄປສຳຜັດ ເດັກນ້ອຍເລີຍ ຖ້າຫາກເຊື້ອພຍາດ ຖືກປາກ ຖືກດັງ ກໍ່ສາມາດ ເຮັດໃຫ້ຕິດໄດ້ ແລະເຊື້ອໄວຣັສ ນີ້ຍັງມາຈາກ ຄົນແປກໜ້າ ທີ່ອູ້ມ ຫຼືຫອມແກ້ມ ລູກນ້ອຍ ຂອງທ່ານ ເພາະອາດເຮັດໃຫ້ເດັກ ບໍ່ສະບາຍໄດ້ ໂດຍສະເພາະພຍາດ RSV ທີ່ຕ້ອງໄດ້ລະວັງແລະປ້ອງກັນ. ການປ້ອງກັນທີ່ດີທີ່ສຸດ ກໍ່ຄື ຜູ້ເປັນພໍ່ແມ່ ຄວນໃຫ້ ຄວາມສຳຄັນ ກັບການຮັກສາ ສຸຂອະນາມັຍ ໂດຍການລ້າງມື ໃຫ້ສະອາດ ກ່ອນທີ່ຈະສຳຜັດລູກນ້ອຍ ເພາະບໍ່ແມ່ນ ພຽງແຕ່ ການຫອມແກ້ມ ແຕ່ຢ່າງດຽວ ທີ່ຈະເຮັດໃຫ້ ຕິດພຍາດນີ້ໄດ້ ແລະຕ້ອງຫຼີກຫຼ້ຽງ ການສຳຜັດ ຫາກມີອາການໄຂ້ ເພື່ອບໍ່ໃຫ້ເກີດ ການ ແຜ່ກະຈາຍ ຂອງເຊື້ອພຍາດນີ້.