ແມ່ຍິງ-ເດັກນ້ອຍ 05/22/17
2017.05.23
ຜູ້ຍິງເຮົາ ເໝີດຈາກລະຍະເປັນສາວວັຍຮຸ້ນມາ ຮ່າງກາຍ ກໍ່ບໍ່ຄ່ອຍພົບພໍ້ ກັບການປ່ຽນແປງ ປານໃດ ແຕ່ເມື່ອມີໃຜ ມາຢູ່ໃນທ້ອງ ຮ່າງກາຍ ກໍ່ຈະບໍ່ຄື ເກົ່າແລ້ວ ຜູ້ຍິງຖືພາ ໃນລະຍະເວລາ 9ເດືອນ ຫຼືປະມານ 40 ອາທິດ ນີ້ ມີຫຍັງປ່ຽນແປງແດ່ ໃນໂຕຜູ້ຍິງເຮົາ.
4 ອາທິດ ນັບຈາກມື້ ປະຕິສົນທິ ຫຼື 6 ອາທິດ ຂອງ ການຖືພາ ລະຍະນີ້ ເຕົ້ານົມ ຈະເຄັ່ງຕຶງ ຄ້າຍຄືກັບ ຕອນໃກ້ຈະ ເປັນປະຈຳເດືອນ ແລະ ຈະສັງເກດເຫັນ ເສັ້ນເລືອດດຳ ເປັນຮອຍສີຂຽວໆ ຢູ່ເທິງເຕົ້ານົມ, ມີອາການ ປວດຖ່າຍເບົາດຸ ເພາະມົດລູກ ຂະຫຍາຍຕົວ ໄປໜີບ ເຕັງພົກຍ່ຽວ ເຮັດໃຫ້ທຽວໄປ ຫ້ອງນໍ້າດຸ ໃນ 3 ເດືອນທຳອິດ ແລະອາການຍ່ຽວ ດຸນີ້ ຈະກັບຄືນມາ ອີກເທື່ອນຶ່ງ ໃນຕອນໃກ້ ຈະເກີດລູກ. ອາທິດທີ່ 8 ຈະມີອາການ ວິນຫົວ ປວດຮາກ ເມື່ອຍ ແລະອ່ອນເພັຍ ບາງເທື່ອ ກໍ່ໜ້າມືດ ຈະເປັນແບບນັ້ນ ຈົນຮອດທ້າຍ ຂອງເດືອນທີ 3 ກໍ່ຈະເຊົາ ໄປເອງ ແຕ່ບາງຄົນ ກໍ່ແພ້ທ້ອງ ຈົນຮອດ ຫ້າ-ຫົກ ເດືອນຈຶ່ງເຊົາ.
ສ່ວນໜ້າເອິກ ແລະເຕົ້ານົມ ກໍ່ຂະຫຍາຍຕົວໃຫຍ່ຂຶ້ນ. ອາທິດທີ 12 ນໍ້າໜັກໂຕ ກໍ່ຈະເພີ່ມຂຶ້ນ, ແຕ່ບາງຄົນ ນໍ້າໜັກໂຕ ຈະຫຼຸດລົງ ເພາະ ອາການ ແພ້ທ້ອງ ເຮັດໃຫ້ ບໍ່ສາມາດ ກິນເຂົ້າ ຫຼື ອາຫານໄດ້ ປາຍແຂນປາຍຂາ ກໍ່ຈະບວມ ແລະຮູ້ສຶກ ອຸ່ນຂຶ້ນ ເລັກໜ້ອຍ ເພາະຫລອດ ເລືອດ ຂະຫຍາຍໂຕ ນໍ້າໜັກ ຍັງເພີ່ມຂຶ້ນ ບໍ່ຫຼາຍ ຫົວນົມເລີ່ມດຳ ແລະ ຮ່າງກາຍ ຈະຮູ້ສຶກ ເຈັບເມື່ອເຮົາ ສຳຜັດ ຮອຍສີຂຽວໆ ຢູ່ເຕົ້ານົມ ຈະເຫັນແຈ້ງຂຶ້ນ ມີເສັ້ນສີດຳ ຈາກສາຍບື ຍາວຜ່ານກາງທ້ອງ ແຕ່ຍ່ານ ກະໂພກ ຫາ ຣະຫວ່າງ ກ້ອງເຕົ້ານົມ ອາທິດ ທີ 20 ຮ່າງກາຍ ກໍ່ຈະຕຸ້ຍຂຶ້ນ ເລັກໜ້ອຍ ແອວເລີ່ມບໍ່ມີ ອາທິດທີ 24 ອາດຈະຮູ້ສຶກ ແສບ ໝາກຫູກ ຫຼືແສບຄໍ ເພາະທ້ອງ ຂະຫຍາຍໂຕ ຂຶ້ນໄປໃກ້ ກັບ ກະເພາະອາຫານ ຍູ້ໃຫ້ນໍ້າຍ່ອຍ ຂຶ້ນໄປດຸ.
ອາທິດ 28 ລະຍະສາມເດືອນ ຕໍ່ຈາກນີ້ ນໍ້າໜັກ ຈະຂຶ້ນມາ ອາທິດລະ ປະມານ ກິໂລເຄິ່ງ ແລ້ວກໍ່ມີອາການ ປວດຫຼັງ ຂຶ້ນມາ ອາທິດ ທີ 32 ແມ່ນໃກ້ຮອດ ຍາມຄອງ ແລະມົດລູກ ຈະມີການຝຶກ. ບີບໂຕ ເພື່ອການເກີດ ແລ້ວຈະຮູ້ສຶກ ເຈັບທ້ອງ ເປັນລະຍະ ລະຍະ ຈະສັງເກດ ໄດ້ວ່າ ມົດລູກ ຈະດູນແຂງຂຶ້ນ ເປັນບາງຍາມ ແຕ່ດົນບໍ່ເກີນ 30 ວິນາທີ ຈະຮູ້ສຶກ ເຈັບໜ່ວງໆ ບໍຣິເວນກາງຊ່ອງຄອດ ຢູ່ເລື້ອຍໆ ເວລາ ຍ່າງຈະຮູ້ສຶກ ອຶດອັດ ເພາະມົດລູກ ຂະຫຍາຍໂຕ ໄປຍູ້ ຢູ່ປາຍເອິກ ສາຍບື ຈະຕື້ນຂຶ້ນ ເສັ້ນສີດຳ ກາງທ້ອງ ກໍ່ຈະເຫັນດຳ ຂຶ້ນໄດ້ຢ່າງ ຊັດເຈນ.
ອາທິດ ທີ 38 ເລີ່ມມີອາການ ຫລັງແອນ ເພາະນໍ້າໜັກທ້ອງ ຫຼາຍຂຶ້ນ ອາທິດທີ 40 ຄື ໂຄ້ງສຸດທ້າຍ ຂອງການການຖືພາ. ຫຼາຍອາການ ທີ່ກ່າວມາຂ້າງເທິງນັ້ນ ທ່ານໝໍ ບອກວ່າ ເປັນອາການ ປົກກະຕິ ຂອງຜູ້ຍິງ ທີ່ຖືພາ ເພາະເວລາ ຖືພາ ຮໍໂມນ ໃນຮ່າງກາຍ ຈະມີການ ປ່ຽນແປງ ແລະ ທ່ານໝໍ ຍັງໄດ້ ອະທິບາຍ ໃຫ້ຮູ້ເຖິງ ວິທີຮັບມື ກັບອາການ ຕ່າງໆ ເລົ່ານັ້ນວ່າ:
"ໃນຊ່ວງການຖືພາ ເກົ້າເດືອນ ຫຼື 40 ອາທິດ ຈະມີຫຼາຍ ອາການ ທີ່ປ່ຽນແປງ ກັບຜູ້ຍິງຖືພາ ທັງອາການ ແພ້ທ້ອງ, ອາການເຈັບຫຼັງ ເຈັບແອວ, ແຂ່ງຂາບວມ, ເຕົ້ານົມ ກະຂະຫຍາຍໂຕ ໃຫຍ່ຂຶ້ນ ບາງຄົນ ກະໜ້າຕາ ບໍ່ເສາະ ບໍ່ໃສບໍ ຈຸດດ່າງດຳ ມີຝ້າ ແລ້ວກະຍັງມີ ຫຼາຍໆ ອາການ ທີ່ເກີດຂຶ້ນ ໃນຊ່ວງຖືືພາ ນຳອີກ. ຖ້າຫາກ ມີອາການ ແສບໝາກຫູກ ຫຼືແສບຄໍ ຕ້ອງຫຼີກຫຼ້ຽງ ອາຫານທອດ ມັນໆ, ອາຫານເຜັດ ກະຕ້ອງ ພຍາຍາມ ອົດ ບາມື້ກິນ ບໍ່ຄວນກິນ ລຽນມື້, ຖ້າມີອາການ ປວດຫຼັງ ບໍ່ຄວນ ນອນຕຽງ ທີ່ມີພື້ນນຸ້ມຫຼາຍ ເວລາ ນັ່ງໃຫ້ຫຼັງຊື່ ເລວາຊິລຸກ ຊິນັ່ງ ກໍ່ຕ້ອງໄດ້ ລະວັງ ແລະບໍ່ຢາກໃຫ້ ຍົກຍໍ ຂອງໜັກ, ໃສ່ເກີບ ກໍ່ຕ້ອງແມ່ນ ເກີບພື້ນພຽງ ແລ້ວຖ້າ ຫາກວ່າ ເລີ່ມຮູ້ສຶກ ອຶດອັດ ເວລານອນ ກະລອງນອນ ແຄງເນາະ.
ໃນທິດທີ 38 ກໍ່ຫຼັງແອນເພາະນໍ້າໜັກໂຕ ຫຼາຍຂຶ້ນ ຍ່າງກະຍາກ ໄປໃສມາໃສ ກະຍາກ ເວລານອນ ຍາມກາງຄືນ ກະນອນຫລັບ ຍາກ ສະນັ້ນ ຄວນນອນ ໃຫ້ຕີນ ສູງກວ່າຫົວ ຄືເອົາໝອນ ໝູນຂາຂຶ້ນໃຫ້ສູງ ກວ່າລຳໂຕ ຈະຊ່ວຍໃຫ້ສະບາຍ ໂຕແດ່ ອາທິດທີ 40 ກະເປັນ ໂຄ້ງສຸດທ້າຍ ກ່ອນຈະເກີດ ລູກ ກໍ່ຕ້ອງ ໄດ້ມີກະກຽມ ຫຼາຍອັນ ຫຼາຍແນວ ຮວມທັງ ກຽມຕົວ ກຽມໃຈ ລືມຄວາມ ກົດດັນຕ່າງໆ ປ່ອຍ ຄວາມກັງວົນໄປ ລໍຖ້າຮັບ ຮອຍຍີ້ມ ຂອງລູກນ້ອຍ ທີ່ຈະອອກມາ ເຫັນການ ປ່ຽນແປງ ຂອງໂລກ ພາຍນອກ ດີກ່ອນ".
ນອກຈາກຄວາມປ່ຽນ ທາງຮ່າງກາຍແລ້ວ ອາການຍອດຮິດ ທີ່ແມ່ມານ ຕ້ອງພົບພໍ້ ໃນຣະຫວ່າງ ຖືພາ ກໍ່ແມ່ນ ອາການ ກົດໄຫຼຍ້ອນ ຫຼືອາການ ທີ່ເຮັດໃຫ້ ສົ້ມຫຼືຂົມ ໃນປາກ ເອື້ອມອອກ ມາແລ້ວສົ້ມ, ແໜ້ນທ້ອງ ແລະ ແສບຮ້ອນ ກາງເອິກ ມັກຈະເກີດ ຂຶ້ນ ຫຼັງຈາກ ທີ່ກິນອາຫານ ແລ້ວໃໝ່ໆ ແລະ ອາການນີ້ ສາມາດ ເປັນໄດ້ກັບ ແມ່ມານ ເກືອບທຸກຄົນ, ສາເຫດ ທີ່ເຮັດໃຫ້ ແມ່ມານ ແສບຮ້ອນ ກາງເອິກ ໄດ້ງ່າຍ ເປັນຍ້ອນ ບໍຣິເວນ ທ້ອງໃຫຍ່ຂຶ້ນ ຕາມການຈະເລີນ ເຕີບໂຕ ຂອງເດັກ ໃນທ້ອງ ສົ່ງຜົນໃຫ້ ຄວາມດັນ ໃນບໍຣິເວນ ທ້ອງເພີ່ມຂຶ້ນ ຈົນພາໄປສູ່ ການເກີດກົດ ໄຫຼຍ້ອນ ຂອງກົດ ແລະ ນໍ້າຍ່ອຍ ວິທີປ້ອງກັນ ອາການ ກົດໄຫຼຍ້ອນ ສຳລັບ ແມ່ມານ ກໍຄື: ຫຼີກລ່ຽງ ອາຫານ ທີ່ມາລົດຊາດ ເຜັດຫຼາຍ, ອາຫານເຄັມ, ອາຫານ ປະເພດ ທີ່ມີ ໄຂມັນ ສູງຮວມໄປເຖິງ ອາຫານ ທີ່ມີສ່ວນ ປະສົມຂອງ ກາເຟອິນ, ແປັບເປີ້ມີ້ນ ແລະ ເຄື່ອງດື່ມ ມຶນເມົາ:
"ຖ້າມີອາການ ແສບກາງເອິກ ຫຼືເອື້ອມອອກມາ ແລ້ວສົ້ມ ກໍ່ຕ້ອງຫຼີກລ່ຽງ ອາຫານ ທີ່ມີລົດຈັດ ທຸກຊນິດ ບໍ່ວ່າຈະເປັນ ອາຫານ ເຜັດ, ອາຫານເຄັມ, ອາຫານດອງ ແລະ ກໍເຄື່ອງດື່ມ ມຶນເມົາ ກໍ່ຕ້ອງຫຼີກລ່ຽງຄືກັນ ຄວນເລືອກ ກິນອາຫານອ່ອນໆ ແລະ ຍ່ອຍງ່າຍ ກິນເທື່ອ ລະໜ້ອຍ ກິນຫຼາຍເທື່ອ ຫຍໍ້າໃຫ້ແຫລກ ທຸກຄຳ ບໍ່ນອນທັນທີ ຫຼັງຈາກກິນ ອາຫານ ຄວນເພື່ອເວລາ ໃຫ້ອາຫານ ໄດ້ຍ່ອຍກ່ອນ ຢ່າງຕໍ່າ 4 ຊົ່ວໂມງ ແລະ ສິ່ງສຳຄັນ ບໍ່ຄຽດ ຫຼືເກັບກົດ ເພາະ ຄວາມຄຽດ ຈະກະຕຸ້ນ ໃຫ້ຫຼັ່ງກົດ ນັ້ນ ຫຼາຍຂຶ້ນ".
ນອກຈາກ ອາການ ແສບຮ້ອນ ກາງເອິກແລ້ວ ແມ່ມານຫຼາຍຄົນ ຄົງຈະເຄີຍ ສັງເກດເຫັນ ບໍຣິເວນ ໜ້າທ້ອງ ຂອງຕົນເອງ ວ່າມີຮອຍ ເສັ້ນສີດຳ ຢູ່ກາງໜ້າທ້ອງ ອັນນັ້ນ ແມ່ນເສັ້ນ ທີ່ມີລັກສນະ ສີດຳ ເກີດຂຶ້ນ ຕອນຖືພາ ລັກສນະ ຂອງເສັ້ນສີດຳ ຈະເປັນ ລວງຕັ້ງແຕ່ ກາງທ້ອງ ຜ່ານສາຍບື ຈົນໄປຮອດ ກາງກະໂພກ. ເສັ້ນສີດຳ ເທິງ ໜ້າທ້ອງນີ້ ເກີດຈາກ ການປ່ຽນແປງ ທາງຮໍໂມນ ຂອງຜູ້ຍິງ ໃນລະຍະ ຖືພາ ຊຶ່ງ ລັກສນະຂອງ ເສັ້ນນັ້ນ ຈະມີສີດຳ ຂຶ້ນເລື້ອຍໆ ຕາມລະຍະ ອາຍຸ ຂອງການຖືພາ ຄ້າຍຄືກັນ ກັບຫົວນົມ ກໍ່ຈະມີ ສີດຳຂຶ້ນ ເພື່ອກຽມ ຜະຫຼິດນ້ຳນົມ. ເສັ້ນສີດຳ ເທິງ ໜ້າທ້ອງນີ້ ຈະເກີດຂຶ້ນ ຕອນທີ່ຖືພາ ໄດ້ປະມານ ໄຕຣມາດ ທີສອງ ແລະ ສີຂອງເສັ້ນນັ້ນ ຈະດຳຂຶ້ນ ເມື່ອອາຍຸ ຂອງການຖືພາ ຫຼາຍຂຶ້ນ.
ປົກກະຕິແລ້ວ ເສັ້ນນີ້ ຈະເກີດກັບ ຜູ້ຍິງທີ່ຖືພາ ເກືອບໝົດທຸກຄົນ ບາງຄົນ ລັກສນະ ເສັ້ນຊື່ຍາວ ລົງມາ ບາງຄົນເສັ້ນ ຈະມີລັກສນະ ໂຄ້ງ ບໍ່ຄືກັນ ທຸກຄົນ ເສັ້ນສີດຳ ທີ່ເກີດຂຶ້ນນີ້ ແມ່ນເກີດຂຶ້ນ ກັບຜູ້ຍິງ ທີ່ຖືພາ ເປັນເລື່ອງ ທຳມະຊາດ ແລະ ບໍ່ໄດ້ສົ່ງຜົນ ອັນຕະລາຍ ຫຍັງຕໍ່ແມ່ ແລະລູກ ໃນທ້ອງເລີຍ:
"ເສັ້ນສີດຳຕອນຖືພາ ເອີ້ນວ່າ: Linea nigra ແລະ ເສັ້ນສີດຳນີ້ ພົບເຫັນໄດ້ ຫຼາຍຮອດ 90 ເປີເຊັນ ຂອງຜູ້ຍິງ ຖືພາ ເສັ້ນສີດຳນີ້ ຈະເປັນເສັ້ນ ລວງຕັ້ງ ພາດຜ່ານ ສາຍບື ຈົນໄປເຖິງ ຊ່ວງກະໂພກ ເສັ້ນນີ້ ເປັນພາວະ ສີຜິວ ເຂັ້ມຂຶ້ນ ຊຶ່ງເປັນເລື່ອງ ທຳມະຊາດ ຂອງຜູ້ຍິງ ທີ່ຖືພາ ທີ່ມີຮໍໂມນ ເອັດໂຕຮເຈັນ ແລະ ໂພເຕັຣດສະໂລນ ເປັນໂຕການ ສຳຄັນ ທີ່ກະຕຸ້ນ ໃຫ້ສີຜິວ ເຂັ້ມຂຶ້ນ ແລະເສັ້ນ ສີດຳນີ້ ມັກເກີດຂຶ້ນ ຊ່ວງໄຕຣມາດ ທີ 2 ແລະ ຈະດຳຂຶ້ນ ເລືຶ້ອຍໆ ຈົນເກີດລູກ ເສັ້ນດຳເທິງ ໜ້າທ້ອງ ປະກົດ ຂຶ້ນມາແລ້ວ ຮໍໂມນ ເຫຼົ່ານີ້ ກໍ່ຍັງສົ່ງ ຜົນກະທົບ ໃຫ້ ບໍຣິເວນ ຫົວນົມ ນັ້ນມີສີດຳ ອີກ".
ເມື່ອຜູ້ຍິງຖືພາເຫັນເສັ້ນສີດຳ ເທິງໜ້າທ້ອງ ກໍ່ບໍ່ຕ້ອງ ກັງວົນ ເພາະນັ້ນແມ່ນ ເກີດຈາກ ການປ່ຽນແປງ ທາງຮໍໂມນ ທີ່ຊື່ວ່າ ເອັດໂຕຣເຈັນ ແລະ ໂປຣເຕັດສໂລນ ແລະ ເມື່ອເກີດລູກ ແລ້ວ ລະດັບ ຮໍໂມນ ຈະຫຼຸດລົງ ຈະສົ່ງຜົນ ໃຫ້ເສັ້ນສີດຳ ນີ້ຄ່ອຍໆຈາງ ລົງ ແລະເຊົາເອງ ຕາມ ທຳມະຊາດ.