ແມ່ຍິງ-ເດັກນ້ອຍ 06-23-2014

ຈໍາປາທອງ
2014.06.24
f-lawa ສະມາຄົມ ສະຕຣີ ລາວ ອາເມຣິກັນ ໃນ ຂົງເຂດ ນະຄອນ ຫຼວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ສລອງ ວັນພໍ່.
RFA

 

ສະມາຄົມ ສະຕຣີ ລາວ ອາເມຣິກັນ ຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ ເປັນ ສະມາຄົມ ນຶ່ງ ໃນຫລາຍໆ ສະມາຄົມ ສະຕຣີ ລາວ-ອາເມຣິກັນ ຢູ່ ສະຫະຣັຖ ອະເມຣິກາ ທີ່ ມີບົດບາດ ສໍາຄັນ ໃນການ ເຄື່ອນໄຫວ ວຽກງານ ຂອງຕົນ ຮວມທັງ ການຮັກສາ ແລະ ເສີມຂຍາຍ ວັທນະທັມ, ຮີດຄອງ, ປະເພນີ ອັນດີງາມ ຂອງລາວ, ສົ່ງເສີມ ໃຫ້ລູກ ຫຼານລາວ ມີຄວາມຮູ້ ຄວາມ ສາມາດ, ມີຄວາມ ກ້າວໜ້າ, ຮູ້ ພາສາລາວ, ຮູ້ ສິລປະ ວັນນະຄະດີ ລາວ ຕລອດເຖິງ ຊ່ວຍ ຜູ້ເປັນ ສາມີ ຫຼາຍຢ່າງ ໃນຊີວິດ ຄອບຄົວ ແລະ ໜ້າທີ່ ການງານ ຊຶ່ງ ສ່ວນນຶ່ງ ກໍໄດ້ ສະແດງ ອອກ ໃນຣະຫວ່າງ ການກິນ ເຂົ້າປ່າ ສາມະຄີ ສລອງ ວັນພໍ່ ປີ 2014 ຊຶ່ງໄດ້ ຈັດຂຶ້ນ ຢູ່ສວນ ສາທາຣະນະ ອັນ ງົດງາມ, ອ້ອມຮອບ ໄປດ້ວຍ ຕົ້ນໄມ້ ຮົ່ມເຢັນ ສະບາຍ, ມີ ສະອາບ ນໍ້າ ທີ່ຕັ້ງຢູ່ ແຄມ ແມ່ນໍ້າ ປາໂຕແມັກ ຢູ່ເມືອງ ສະເຕິລິງ ໃນ ມື້ວັນເສົາ ທີ 21 ມິຖຸນາ ນີ້.

ການກິນ ເຂົ້າປ່າ ສາມະຄີ ທີ່ ທາງ ສະມາຄົມ ສະຕຣີ ລາວ ອະເມຣິກັນ ຈັດຂຶ້ນ ຄັ້ງນີ້ ມີຄວາມໝາຍ ສໍາຄັນ ຊຶ່ງ ບໍ່ພຽງ ແຕ່ສໍາລັບ ຜູ້ເປັນພໍ່ ເທົ່ານັ້ນ ແຕ່ ຫາກມີ ຄວາມສໍາຄັນ ສໍາລັບ ຜູ້ເປັນແມ່ ແລະ ພວກ ລູກໆ ຫລານໆ ທີ່ມາຮ່ວມ ນໍາດ້ວຍ. ມັນເປັນງານ ທີ່ ມີຄວາມໝາຍ ເຖິງການ ຮັດ ແໜ້ນ ສາມະຄີ, ປຸ້ມລຸມ ແລະ ຊ່ວຍເຫລືອ ຊຶ່ງກັນ ແລະກັນ ຣະຫວ່າງ ຊຸມຊົນ ຊາວລາວ ໃນ ຂົງເຂດນີ້ ແລະ ກັບຊາວ ຕ່າງປະເທສ ນໍາດ້ວຍ.

ຍານາງ ແກ້ວມະນີວັນ ສີຫາລາດ ປະທານ ສະມາຄົມ ສະຕຣີ ລາວ ອະເມຣິກັນ ຂົງເຂດ ນະຄອນ ຫຼວງ ວໍຊິງຕັນ ດີຊີ ກ່າວເຖິງ ຈຸດປະສົງ ຂອງ ງານ ສລອງ ວັນພໍ່ ແລະ ເຖິງບົດບາດ ຂອງ ຜູ້ເປັນພໍ່ ວ່າ:

"ການສລອງ ວັນພໍ່ ປີນີ້ ເປັນການ ກິນເຂົ້າປ່າ ສາມະຄີ ຊຶ່ງແຕ່ລະ ຄອບຄົວ ແລະ ແຕ່ລະຄົນ ທີ່ ມາຮ່ວມ ຕ່າງກໍນໍາ ອາຫານ ແລະ ນໍ້າດື່ມ, ຂອງຫວານ ຫລາຍຢ່າງ ມາສົມທົບ ກັນ. ເວົ້າເຖິງ ອາຫານ ກໍມີທັງ ອ່ອມຫອຍ, ປີ້ງຊີ້ນ, ປີ້ງໄກ່, ຕໍາ ໝາກຫຸ່ງ, ຍໍາຊີ້ນ ແລະ ອາຫານ ອື່ນໆອີກ ຫລາຍ ຊນິດ. ສໍາລັບ ພວກລູກໆ ຫລານໆ ກໍມີເຄື່ອງ ຫລິ້ນ ຫລາຍຢ່າງ ແຕກຕ່າງກັນ ທີ່ພວກ ເດັກນ້ອຍ ນິຍົມ, ພາກັນ ຫິ້ຼນ ຢ່າງ ເບີກບານ ມ່ວນຊື່ນ ແລະ ມີທັງ ການແຕ້ມ ສືລາຍ ຕາມມື, ຕາມແຂນ ແລະ ໜ້າ ທີ່ງົດງາມ".

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.