ແມ່ຍິງ-ເດັກນ້ອຍ 10-06-2015

ມະນີຈັນ
2015.10.06
F-teacher ນາຍຄຣູລາວ ໃນເຂດ ຊົນນະບົດ
Wikimedia

ເນື່ອງ ໃນວັນ ຄຣູ ສາກົລ ທີ 5 ຕຸລາ ຊຶ່ງ ປີ 2015 ນີ້ ຫຼາຍປະເທດ ໃນ ທົ່ວໂລກ ຈັດ ກິຈກັມ ຕ່າງໆ ພາຍໃຕ້ ຄໍາຂວັນ ໃຫ້ສິດທິ ແກ່ ນາຍຄຣູ ແລະ ການສ້າງ ສັງຄົມ ຍືນຍົງ ເພື່ອເປັນກຽດ ແດ່ ຄຣູ ຫລື ບຸກຄົນ ທີ່ ໄດ້ ອຸທິດ ຕົນ ເປັນພິເສດ ເພື່ອ ຊຸມຊົນ.

ວັນຄຣູ ສາກົລ ອາຈມີການ ສລອງ ກັນດ້ວຍ ການຈັດ ກອງປະຊຸມ ສັມມະນາ ທີ່ເນັ້ນເຖິງ ຄວາມສໍາຄັນ ຂອງ ຄຣູ ແລະ ການສອນ ການຮຽນ. ສໍາລັບ ຢູ່ລາວ ເວົ້າ ທົ່ວໄປແລ້ວ ມີຂຶ້ນ ຄວບຄູ່ ໄປກັບ ການສລອງ ວັນຄຣູ ແຫ່ງຊາດ ຂອງ ລາວ ທີ 7 ຕຸລາ ໃນແຂວງ ຕ່າງໆ.

ເວົ້າສະເພາະ ຢູ່ ເມືອງ ໄຊສະຖານ ຊຶ່ງ ເປັນເມືອງ ໃໝ່ ໃນແຂວງ ໄຊຍະບູຣີ ກໍ ຈັດ ກິຈກັມ ແຂ່ງຂັນ ກິລາ ເຕະບານ ເນື່ອງໃນ ວັນຄຣູ ແຫ່ງຊາດ ແລະ ວັນຄຣູ ສາກົລ ໄປ ພ້ອມໆກັນ ໃນວັນທີ 5 ທີ 6 ແລະ ທີ 7 ຕຸລາ ນີ້ ເພື່ອສ້າງ ຂະບວນ ຕ້ອນຮັບ ແລະ ຣະນຶກ ເຖິງ ຄຸນງາມ ຄວາມດີ ຂອງຄຣູ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.