ແມ່ຍິງ-ເດັກນ້ອຍ 12-08-2015
ມະນີຈັນ
2015.12.08
2015.12.08
ປັຈຈຸບັນ ແມ່ຍິງລາວ ຢູ່ພາຍໃນ ປະເທດ ນັບມື້ນັບ ສແວງຫາ ເພີ່ມຄວາມຮູ້ ຄວາມສາມາດ ໃນດ້ານຕ່າງໆ ໂດຍອາສັຍ ສື່ສັງຄົມ ອອນລາຍ ນັບມື້ ນັບຫຼາຍຂຶ້ນ. ການນຸ່ງຖື ແບບ ທັນສມັຍ, ການເຮັດ ວຽກງານ ຫາລ້ຽງ ຕົນເອງ ຫາລ້ຽງ ຄອບຄົວ ຊ່ອຍສາມີ ຕາມແບບ ສະບັບ ຂອງແມ່ຍິງ ຍຸກໃໝ່ ຫລື ຍຸກຮາຍເທັກ ຄືເພິ່ນວ່າ ກໍມີຫຼາຍຂຶ້ນ. ແຕ່ ເຖິງແນວໃດ ຫາກເວົ້າ ທົ່ວໄປແລ້ວ ແມ່ຍິງລາວ ກໍຍັງເປັນ ແມ່ຍິງລາວ ຢູ່ຄືເກົ່າ ທີ່ ຍັງສືບທອດ ຮີດຄອງ ປະເພນີ ອັນດີງາມ ນັ້ນຢູ່ ບໍ່ເຄີຍ ປ່ຽນແປງ. ຕາມຄຳເວົ້າ ຂອງນັກ ທຸຣະກິດ ຍິງໜຸ່ມ ລາວ ທີ່ ຫາກໍ່ຮຽນ ຈົບ ມະຫາວິທຍາລັຍ ແພດສາດ ຢູ່ ນະຄອນຫຼວງ. ເຊີນທ່ານ ຮັບຟັງ ຕໍ່ໄປໄດ້.