ແມ່ຍິງ-ເດັກນ້ອຍ 12-29-2015

ເດັກນ້ອຍ ແມ່ຍິງລາວ ອາຍຸ ບໍ່ຮອດ 18 ປີ ໄປເຮັດວຽກ ຢູ່ໄທ ຈໍານວນ ບໍ່ໜ້ອຍ ທີ່ ຂາຍ ບໍຣິການ ທາງເພດ ໄປພ້ອມກັບ ເຮັດວຽກ ຕາມ ຮ້ານອາຫານ ຮ້ານ ຄາຣາໂອເກະ.

ແຜນທີ່ຂອງແຂວງອຸບົນ ທີ່ ແມ່ຍິງລາວ 43 ຄົນຖືກຈັບ ແລະ ສ່ວນໃຫຍ່ກໍໄປຈາກ ຂແວງ ຈໍາປາສັກ RFA

ມາເຖິງ ປັຈຈຸບັນ ແມ່ຍິງລາວ ທີ່ ໄປເຮັດວຽກ ຢູ່ໄທ ມີຈໍານວນ ບໍ່ໜ້ອຍ ທີ່ເຮັດວຽກ ຕາມ ຮ້ານອາຫານ ຫລືວ່າ ຮ້ານຄາຣາໂອເກະ ໃນ ເຂດ ແຂວງຕ່າງໆ ຂອງໄທ ທັງຢູ່ ແຂວງ ຊາຍແດນ ຕິດກັບ ລາວ ແລະ ແຂວງ ທີ່ຢູ່ ຫ່າງໄກ. ແລະ ເມື່ອໄວໆ ມານີ້ ກໍມີຂ່າວວ່າ ທາງການ ໄທ ຈັບ ແມ່ຍິງລາວ ໄດ້ 43 ຄົນ ທີ່ ຂາຍ ບໍຣິການ ທາງເພດ ຢູ່ ຮ້ານ ຄາຣາໂອເກະ ເມືອງ ໂຂງຈຽມ ແຂວງ ອຸບົນ ຊຶ່ງຕັ້ງຢູ່ ກົງກັນຂ້າມ ກັບເມືອງ ໂພນທອງ ແຂວງ ຈໍາປາສັກ ພາກໃຕ້ ຂອງລາວ ໃນວັນທີ 16 ທັນວາ 2015.

ໃນຈໍານວນ ຜູ້ຖືກຈັບ ນັ້ນ ເຫັນວ່າມີ 14 ຄົນ ອາຍຸ ບໍ່ເຖິງ 18 ປີ ແຕ່ຫາກ ຕົວະ ອາຍຸ ເອົາ ເພື່ອ ຂ້າມຊາຍແດນ ເຂົ້າໄປ ເຮັດວຽກ ຢູ່ໄທ. ພາຍຫລັງ ພວກ ເຂົາເຈົ້າ ຖືກຈັບ ແລ້ວ ຍານາງ ສີນະພາ ສະວັດດີກູນ ເຈົ້າໜ້າທີ່ ອາວຸໂສ ຂອງ ສໍານັກງານ ພັທນາ ສັງຄົມ ແລະ ຄວາມໝັ້ນຄົງ ຂອງ ມະນຸດ ແຂວງ ອຸບົນ ເປີດເຜີຍ ຕໍ່ RFA ເມື່ອ ວັນທີ 18 ທັນວາ ວ່າ ແມ່ຍິງລາວ ທັງ 43 ຄົນ ນັ້ນ ສມັກໃຈ ມາເຮັດວຽກ ຢູ່ໄທ ແລະ ເຕັມໃຈ ຂາຍ ບໍຣິການ ທາງເພດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org