ແມ່ຍິງ-ເດັກນ້ອຍ 10-27-2014
2014.10.28
ການໄປຂາຍ ບໍຣິການ ທາງເພດ ຂອງ ຍິງສາວ ລາວ ໃນ ໄທ ເປັນອີກ ບັນຫາ ນຶ່ງ ຊຶ່ງ ມີສຽງ ຮຽກຮ້ອງ ຈາກ ສັງຄົມ ວ່າ ທາງການ ລາວ ຄວນມີ ມາຕການ ແກ້ໄຂ.
ເປັນທີ່ ເຂົ້າໃຈກັນ ໂດຍ ທົ່ວໄປ ວ່າ ບັນຫາ ທາງ ສັງຄົມ ທີ່ ສປປ ລາວ ກຳລັງ ປະເຊີນ ຢູ່ນີ້ ແມ່ນ ມີຫລາຍ ບັນຫາ ຮວມທັງ ເຣື້ອງ ບໍ່ມີ ວຽກເຮັດ ງານທຳ ບັນຫາ ຄ່າ ແຮງງານ ຕໍ່າ ບັນຫາ ຢາເສບຕິດ ການ ລັກເລັກ ຂໂມຍນ້ອຍ ແລະ ບັນຫາ ຍິງສາວລາວ ຕ້ອງໄປຂາຍ ບໍຣິການ ທາງເພດ ທີ່ ປາບປາມ ບໍ່ໄດ້ ຈັກເທື່ອ ນັ້ນ ຮວມຢູ່ ດ້ວຍ.
ເວົ້າສະເພາະ ການ ບໍຣິການ ທາງເພດ ຫລື ການຄ້າ ປະເວນີ ກໍຍັງເປັນ ບັນຫາ ທີ່ ຜູ້ຄົນ ຖືວ່າເປັນ ພັຍ ສັງຄົມ ແລະ ຂັດຕໍ່ ຮີດຄອງ ປະເພນີ ອັນດີງາມ ຂອງລາວ. ບັນຫາ ທີ່ວ່ານີ້ ມີຂ່າວມາ ໂດຍ ຕລອດ. ຍິງສາວ ລາວ ຂ້າມໄປ ຫາຂາຍ ບໍຣິການ ທາງເພດ ທີ່ ປະເທດໄທ. ຂ່າວນີ້ ອອກມາຢູ່ ເປັນປະຈຳ ແລະ ກໍ ປາກົດວ່າ ມີຢູ່ ເລື້ອຍໆ ໃນໜ້າ ໜັງສືພິມ ໄທ ຂນະທີ່ ສື່ມວນຊົນ ລາວ ພັດ ນ້ອຍໜັກ ນ້ອຍໜາ ທີ່ຈະອອກ ຂ່າວ ແບບນີ້.
ເວົ້າເຖິງ ໜັງສືພິມ ຂອງ ສປປ ລາວ ຫລື ວ່າ ໂທຣະທັດ ວິທຍຸ ກະຈາຍສຽງ ກໍບໍ່ຄ່ອຍ ປາກົດ ອອກຂ່າວ ກ່ຽວກັບ ເຣື່ອງ ທີ່ວ່ານີ້. ສ່ວນວ່າ ຂ່າວອື່ນໆ ໂດຍສະເພາະ ຂ່າວການ ຈະຣາຈອນ ຕິດຂັດ ແມ່ນ ອອກມາ ຢູ່ຕລອດ ເຮັດໃຫ້ ຫຼາຍໆຄົນ ອົດທີ່ຈະ ຕັ້ງ ຄໍາຖາມ ບໍ່ໄດ້ວ່າ ການຂາຍ ບໍຣິການ ທາງເພດ ຂອງ ຍິງສາວລາວ ໃນ ປະເທດໄທ ທີ່ ປາກົດວ່າ ມີ ຫລາຍຂຶ້ນ ນັບມື້ນັ້ນ ເປັນເຣື່ອງ ທີ່ຖືກັນ ເປັນຂອງ ທັມມະດາ ໄປແລ້ວ ຫລື ແນວໃດ. ຄືມີ ແຕ່ຂ່າວໄທ ອອກມາ ໃຫ້ ສັງຄົມ ຢູ່ພາຍໃນ ປະເທດ ລາວ ຮູ້ ຫລື ວ່າທາງ ການລາວ ຖືເບົາ ບໍ່ໃຫ້ ຄວາມ ສໍາຄັນ ໃນ ເຣື່ອງນີ້ ຫລືວ່າ ຈະປ່ອຍປະ ລະເລີຍ ໃຫ້ ບັນຫາ ນີ້ ຂຍາຍ ກວ້າງ ອອກໄປ ຕື່ມອີກ ຫລືວ່າ ຕັ້ງໃຈບໍ່ ອອກຂ່າວ ປ່ອຍໃຫ້ ນັກຂ່າວ ຕ່າງ ປະເທດ ອອກໃຫ້ ກໍພໍ ແລ້ວ.
ບັນຫາ ຊາວໜຸ່ມ ຍິງສາວລາວ ຂ້າມໄປ ເຮັດວຽກ ຢູ່ໄທ ນີ້ ຊາວລາວ ໃນ ນະຄອນ ຫລວງວຽງຈັນ ເວົ້າວ່າ ຍັງມີໄປ ຫລາຍຢູ່ ໄປແບບ ຖືກຕ້ອງ ຕາມ ກົດໝາຍ ແລະ ທາງການ ເພິ່ນ ກໍບໍ່ໄດ້ ຫ້າມ. ເມື່ອ ໄປແລ້ວ ເຮັດວຽກ ຫຍັງ ກໍບໍ່ມີ ໃຜຮູ້:
"ເລັກໆ ນ້ອຍໆ ນີ້ກະໄປ 10 ກວ່າປີ 13-14 ປີ ກະໄປ ກໍບໍ່ຫ້າມ ຂອງ ເຂົາເຮັດ ໜັງສືໄປ ເຣື່ອງໄປເຮັດ ທາງ ບໍ່ແມ່ນ ເຮົາກໍບໍ່ຮູ້ ຈັກນໍາ ເຂົາເນາະ. ແລະ ທາງການ ເພິ່ນ ກໍບໍ່ຮູ້".
ເວົ້າເຖິງ ເຣື່ອງ ການໄປ ໄທ ຂອງ ຊາວລາວ ມີທັງຖືກ ກົດໝາຍ ແລະ ຜິດ ກົດໝາຍ ເຂົ້າໄປ ໂດຍອາສັຍ ວີຊາ ນັກ ທ່ອງທ່ຽວ. ເມື່ອໄປຮອດ ແລ້ວ ພັດໄປເຮັດ ເຣື່ອງອື່ນ ກໍມີ ຫຼາຍ. ດັ່ງນັ້ນ ຫລາຍຄົນ ຈຶ່ງມີ ຄວາມ ເຫັນວ່າ ທາງການ ລາວ ຄວນ ເຂັ້ມງວດ ຂຶ້ນ ກວ່າເກົ່າ ໃນການ ອອກວີຊາ ໃຫ້ ເພື່ອວ່າ ບາງທີ ອາຈຊ່ວຍ ຫລຸດຜ່ອນ ການໄປ ບໍຣິການ ທາງເພດ ຂອງ ແມ່ຍິງລາວ ຢູ່ໄທ ລົງໄດ້ ແດ່ ເລັກນ້ອຍ.
ແລະ ເມື່ອ ບໍ່ດົນມານີ້ ຂ່າວທ້ອງຖີ່ນ ຂອງໄທ ກໍ ຣາຍງານ ວ່າ ເຈົ້າໜ້າທີ່ ຕໍາຣວດ ແຂວງເລີຍ ກົງກັນຂ້າມ ກັບ ແຂວງ ໄຊຍະບູຣີ ຂອງລາວ ກໍໄດ້ ເຂົ້າກວດຄົ້ນ ຮ້ານ ຄາຣາໂອເກ໋ 2 ແຫ່ງ ທີ່ ເມືອງເລີຍ ແລະ ໄດ້ຈັບ ຍິງສາວລາວ 17 ຄົນ ທີ່ ໄປໃຫ້ ບໍຣິການ ທາງເພດ ແລະ ຈັບ ເຈົ້າຂອງ ຮ້ານ ທີ່ ເປັນ ຄົນໄທ ອີກ 2 ຄົນ ໃນວັນທີ 20 ຕຸລາ 2014 ພາຍຫລັງ ໄດ້ຮັບ ແຈ້ງຄວາມ ຈາກ ຊາວບ້ານ ວ່າ ມີການຄ້າ ປະເວນີ ໃນ ສະຖານທີ່ ນັ້ນ. ຍິງສາວລາວ ທີ່ ເຮັດວຽກ ໃນ ຮ້ານ ຄາຣາໂອເກ໋ ນັ້ນ ບໍ່ໄດ້ຂຶ້ນ ທະບຽນ ຂໍ ອະນຸຍາດ ເຮັດວຽກ ແຕ່ ເຂົ້າໄປ ໄທ ໃນນາມ ນັກ ທ່ອງທ່ຽວ. ຮ້ານ ກິນດື່ມ ທີ່ວ່ານີ້ ດ້ານໜ້າ ຕົບແຕ່ງ ເປັນຮ້ານ ຄາຣາໂອເກ໋ ດ້ານຫລັງ ເຮັດເປັນ ຫ້ອງນ້ອຍໆ10 ກວ່າ ຫ້ອງ ມີຖົງ ອະນາມັຍ ໄວ້ ທຸກຫ້ອງ.
ເຈົ້າໜ້າທີ່ ຕໍາຣວດ ໄດ້ ຄວບຄຸມ ຕົວ ສາວລາວ ທັງໝົດ ແລະ ເຈົ້າຂອງ ຮ້ານ ຄາຣາໂອເກ໋ 2 ແຫ່ງ ນັ້ນ ສົ່ງໃຫ້ ພະນັກງານ ສອບສວນ ເມືອງເລີຍ ດໍາເນີນ ຄະດີ ຕໍ່ໄປ. ພົລ ຕໍາຣວດ ເອກ ອະດຸນ ແສງສິງແກ້ວ ຣັຖມົນຕຣີ ກະຊວງ ພັທນາ ສັງຄົມ ແລະ ຄວາມ ໝັ້ນຄົງ ຂອງ ມະນຸດ ຂອງໄທ ກ່າວວ່າ ຈາກ ກໍຣະນີ ຮ້ານ ຄາຣາໂອເກ໋ ຄ້າ ປະເວນີ ຂ້າມຊາດ ພົບ ຍິງ ສາວລາວ ເກືອບ 20 ຄົນ ທີ່ ເຂົ້າມາ ເຮັດວຽກ ໃນຄາບ ຂອງນັກ ທ່ອງທ່ຽວ ທີ່ ແຂວງເລີຍ ນີ້ ໄດ້ສັ່ງໃຫ້ ເຈົ້າໜ້າທີ່ ກ່ຽວຂ້ອງ ລົງພື້ນທີ່ ກວດກາ ຄວາມ ເປັນຈິງ ພ້ອມທັງຫາ ແນວທາງ ປ້ອງກັນ ແລະ ແກ້ໄຂ ບັນຫາ ຕໍ່ໄປ.
ກ່ອນໜ້ານັ້ນ ໃນ ວັນທີ 14 ຕຸລາ ກໍມີ ຣາຍງານວ່າ ເຈົ້າໜ້າທີ່ ຕໍາຣວດ ໄທ ໄດ້ຊ່ວຍ ແມ່ຍິງລາວ 8 ຄົນ ຈາກ ສະພາບ ເປັນ ໂສເພນີ ໃນ ຣະຫວ່າງ ເຂົ້າ ປາບປາມ ການຄ້າ ທາງເພດ ຢູ່ ບາ ຄາຣາໂອເກ໋ ຮ້ານ ອົບນວດ ໃນແຂວງ ໜອງຄາຍ. ແມ່ຍິງລາວ ທັງ 8 ຄົນນັ້ນ 2 ຄົນອາຍຸ 15 ປີ, 16 ປີ 2 ຄົນ ແລະ ອີກ 2 ຄົນ ອາຍຸ 18 ປີ ແລະ 19 ປີ. ໃນຂນະ ດຽວກັນ ເຈົ້າໜ້າທີ່ ກໍໄດ້ຊ່ວຍ ເດັກນ້ອຍ ແມ່ຍິງລາວ ອີກ 2 ຄົນ ອາຍຸ 15 ແລະ 16 ປີ ໃນເວລາ ທີ່ເຂົ້າ ກວດຄົ້ນ ເຮືອນ ໃນເຂດດຽວ ກັນນັ້ນ. ແມ່ຍິງລາວ ກຸ່ມນີ້ ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຕໍາຣວດ ໄທ ວ່າ ຖືກ ຈັດຫາມາ ຄ້າ ປະເວນີ ຈົນ ເປັນທີ່ຮູ້ຈັກ ກັນດີ ຂອງ ນັກທ່ອງທ່ຽວ. ຫລັງຈາກ ເລີກງານ ກໍມີການ ກັກຂັງໄວ້ ໃນຫ້ອງ ເຊົ່າ ແລະ ຖືກ ຂົ່ມຂູ່ ທໍາຮ້າຍ ຮ່າງກາຍ. ເດັກນ້ອຍ ລາວ ຊຶ່ງ ມີອາຍຸ ຣະຫວ່າງ 15 ຫາ 18 ປີ ທຸກຄົນ ຢູ່ໃນ ສະພາບ ຕົກໃຈ ຢ້ານກົວ ຮ້ອງໃຫ້ ຢູ່ຕລອດ ເວລາ. ນັ້ນກໍເປັນ ພຽງສ່ວນ ຂອງ ຣາຍງານ ຂ່າວ ທ້ອງຖີ່ນ ຂອງ ໄທ ເມື່ອ ໄວໆມານີ້ ທີ່ ເກີດຂຶ້ນຢູ່ ເຂດແຂວງ ຊາຍແດນ ລາວ-ໄທ ເທົ່ານັ້ນ.
ເຣື່ອງ ຍິງສາວລາວ ຂາຍ ບໍຣິການ ທາງເພດ ຢູ່ ຕ່າງປະເທດ ໂດຍສະເພາະ ຢູ່ ປະເທດໄທ ຈະວ່າ ໄປແລ້ວ ແມ່ນມີ 2 ພາກສ່ວນ. ສ່ວນໜຶ່ງ ແມ່ນ ດ້ວຍຄວາມ ສມັກໃຈ ແລະ ອີກ ສ່ວນໜຶ່ງ ແມ່ນຖືກ ຕົວະຍົວະ ຫລອກລວງ ຖືກ ບັງຄັບ ຫລື ດ້ວຍຄວາມ ຈໍາເປັນ ທາງ ການເງິນ. ແຕ່ ເຖິງຢ່າງໃດ ກໍດີ ບໍ່ວ່າຈະມາ ດ້ວຍຄວາມ ສມັກໃຈ ຫລື ດ້ວຍ ຄວາມ ຈໍາເປັນ ອັນສໍາຄັນ ກໍລ້ວນແຕ່ ເກີດຈາກ ຄວາມ ທຸກຍາກ ຂາດເຂີນ ຢູ່ ປະເທດ ຂອງ ຕົນເອງ. ດັ່ງເຈົ້າໜ້າທີ່ ລາວ ທ່ານໜຶ່ງ ໄດ້ກ່າວ:
"ຈຸດຫລັກ ກໍແມ່ນ ບັນຫາ ຄອບຄົວ ຂາດເຂີນ ກໍ ເປັນຕົ້ນເຫດ ໃຫ້ຄົນ ບໍ່ຫວັງດີ ໄປຕົວະ ດ້ວຍຫລາຍ ຮູບການ ເຮັດໃຫ້ ເຂົາເຈົ້າ ອອກ ຈາກບ້ານ ແລ້ວ ໄປບ່ອນອື່ນ ຈັ່ງຊີ້ນະ".
ເປັນທີ່ຮູ້ ກັນ ໂດຍທົ່ວໄປ ວ່າ ແມ່ຍິງລາວ ທີ່ ຄ້າ ປະເວນີ ຢູ່ໄທ ຊຶ່ງ ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຂອງໄທ ຫລາຍຄົນ ແລ້ວ ແມ່ນວ່າ ແມ່ຍິງລາວ ທີ່ເຂົ້າມາ ເຮັດວຽກ ໃນໄທ ເບື້ອງຕົ້ນ ບໍ່ໄດ້ມາ ສແວງຫາ ວຽກງານເຮັດ ໃນ ລັກສນະ ນີ້. ແຕ່ ເຖິງຢ່າງໃດ ກໍຕາມ ເມື່ອຖືກຈັບ ກໍຈະຖືກ ແຍກເປັນ 2 ກຸ່ມ 2 ກໍຣະນີ ຄື ອາຍຸ ຫລຸດ 18 ປີ ຈະຖື ເປັນ ກໍຣະນີ ຄ້າມະນຸດ ຈະຖືກ ນໍາສົ່ງ ສູນ ຄຸ້ມຄອງ ຂອງໄທ ທີ່ ມີປະຈໍາຢູ່ ແຕ່ລະເຂດ ເພື່ອ ບໍາບັດ ຈິດໃຈ ແລະ ຮ່າງກາຍ ຊຶ່ງ ປົກຕິ ແລ້ວ ຈະມີການ ຟ້ອງຮ້ອງ ເອົາເຣື່ອງ ກັບຜູ້ ກໍ່ເຫດ ຮຽກຮ້ອງ ຄ່າເສັຽຫາຍ ກ່ອນຈະສົ່ງ ກັບຄືນ ປະເທດ. ສໍາລັບ ຜູ້ອາຍຸ ເກີນ 18 ປີ ຈະຖືກ ສອບ ປາກຄໍາ ບັນທຶກ ປະຫວັດ ແລ້ວ ສົ່ງກັບຄືນ ລາວ.
ໃນສັງຄົມ ລາວ ເຫັນວ່າ ການຂາຍ ບໍຣິການ ທາງເພດ ເປັນເຣື່ອງທີ່ ບໍ່ມີຜູ້ໃດ ຢາກ ເປີດເຜີຍ ໃຫ້ ສັງຄົມ ຮູ້ ແລະ ບໍ່ຢາກ ຍອມຮັບ ເພາະຖືເປັນ ເຣື້ອງ ອັບອາຍ ຂາຍໜ້າ ແກ່ ຕົນເອງ ແລະ ຄອບຄົວ. ສໍາລັບ ໃນ ທາງການ ກໍເປັນຄວາມ ເຊື່ອມເສັຽ ກຽດສັກສີ ຂອງຊາດ ຂອງ ປະຊາຊົນ. ແຕ່ຖ້າບໍ່ ເປີດເຜີຍ ບໍ່ຍອມຮັບ ສິ່ງ ດັ່ງກ່າວ ບັນຫາ ນັ້ນ ກໍຈະບໍ່ມີ ທາງ ແກ້ໄຂ ໃຫ້ເບົາບາງ ລົງໄດ້.