ແມ່ຍິງ-ເດັກນ້ອຍ 12-30-2014
ແມ່ຍິງ ລາວ ໃນ ເຂດ ຊົນນະບົດ ຍັງມັກ ເປັນ ຜູ້ ເສັຽສຣະ ເພື່ອ ອະນາຄົດ ຂອງ ພວກນ້ອງໆ ທີ່ ເປັນຜູ້ຊາຍ ເທົ່າຮອດ ສູ່ມື້ນີ້.
-
ມະນີຈັນ
2014-12-30 -
-
-
ສະມາຄົມ ຫັຖກັມຕໍ່າຫູກ ແມ່ຍິງລາວ ທີ່ແຂວງຫລວງພຣະບາງ
photo courtesy of sdcmekong.org
Your browser doesn’t support HTML5 audio
ແມ່ຍິງ ລາວ ໃນ ເຂດ ຊົນນະບົດ ຍັງມັກ ເປັນ ຜູ້ ເສັຽສຣະ ເພື່ອ ອະນາຄົດ ຂອງ ພວກນ້ອງໆ ທີ່ ເປັນຜູ້ຊາຍ ເທົ່າຮອດ ສູ່ມື້ນີ້.
ເປັນທີ່ ຮັບຮູ້ກັນ ໂດຍທົ່ວໄປ ວ່າ ແມ່ຍິງລາວ ແຕ່ ໃດໆມາ ເປັນຜູ້ຮັກ ຄອບຄົວ ຮັກ ພໍ່ແມ່ ອ້າຍ ເອື້ຶອຍ ນ້ອງ ແລະ ພ້ອມທີ່ຈະ ເສັຽສຣະ ເພື່ອ ນ້ອງນຸ່ງ ລູກ ຜົວ. ສິ່ງເຫຼົ່ານີ້ ເປັນ ຄວາມ ເຄີຍຊີນ ມາແຕ່ໃດ ຂອງ ແມ່ຍິງລາວ ຈົນເທົ່າຮອດ ທຸກມື້ນີ້ ເຖິງແມ່ນວ່າ ສັງຄົມ ຈະຊຸກຍູ້ ເຣື່ອງ ຄວາມສເມີພາບ ຣະຫວ່າງ ຍິງ-ຊາຍ ໃນເກືອບວ່າ ທຸກດ້ານ ບໍ່ວ່າຈະ ເປັນ ໂອກາດ ດ້ານ ການ ສຶກສາ ຮໍ່າຮຽນ ດ້ານການ ເຮັດວຽກງານ ຕ່າງໆ.