ແມ່ຍິງ-ເດັກນ້ອຍ 11-16-2015

ອົງການ ຈັດຕັ້ງ ເພື່ອ ປະຊາທິປະໄຕ ໃນລາວ ທີ່ ມີສູນກາງ ຢູ່ ເຢັຽຣະມັນ ຊຶ່ງ ມີ ແມ່ຍິງ ລາວ ເປັນຜູ້ ນໍາພາ ນັ້ນ ເປັນ ອົງການ ຈັດຕັ້ງ ແລະ ມີການ ເຄື່ອນໄຫວ ແນວໃດ.

ຍານາງ ບຸນທອນ ຈັນທະລາວົງ ວີເຊີ ປະທານ ອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ກໍາລັງກ່າວຕໍ່ ສະມາຊິກ ທີ່ໄປ ທ້ອນໂຮມກັນຢູ່ ທີ່ ນະຄອນ ເຈນີວາ RFA

​ອົງ​ການ​ ຈັດ​ຕັ້ງ ເພື່ອ ​ປະ​ຊາ​ທິ​ປະ​ຕັຍ ​ໃນ​ລາວ​ ທີ່ ມີສູນກາງ ຢູ່ ເຢັຽຣະມັນ ຊຶ່ງ ມີແມ່ຍິງ ລາວ ເປັນຜູ້ ນໍາພາ ນັ້ນ ເປັນອົງການ ຈັດຕັ້ງ ແລະ ມີການ ເຄື່ອນໄຫວ ແນວໃດ ແລະ ແມ່ຍິງ ທີ່ ເປັນ ຜູ້ນໍາພາ ເປັນໃຜ ມາຈາກ ໃສ ມີຄວາມ ຮູ້ສຶກ ແນວໃດ ທີ່ໄດ້ຮັບ ຄວາມ ໄວ້ວາງໃຈ ສູງ ຄືແນວນັ້ນ? ມະນີຈັນ ມີ ບົດ ສັມ​ພາດ​ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ແມ່ຍິງລາວ ທີ່ ມີບົດບາດ ນໍາໜ້າ ຄື ທີ່ວ່ານັ້ນ ມາສເນີ ທ່ານ.

ນຶ່ງ ໃນຈໍານວນ ແມ່ຍິງ ລາວ ຢູ່ ປະເທດ ຕ່າງໆ ໃນໂລກ ທີ່ ຢູ່ແຖວໜ້າ ຂອງ ການເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ໃນລາວ ຊຶ່ງເປັນ ທີ່ຮູ້ຈັກ ກັນດີ ໃນ ສັງຄົມລາວ ແລະ ຢູ່ເວທີ ສາກົລ ນັ້ນ ກໍຄື ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ.

ໃນການ ໃຫ້ ສັມພາດ ຕໍ່ RFA ຜ່ານທາງ ໂທຣະສັບ ເມື່ອໄວໆ ມານີ້ ດຣ. ບຸນທອນ ກ່າວວ່າ ມີຄວາມ ພາກພູມໃຈ ທີ່ ໄດ້ຮັບຄວາມ ໄວ້ວາງໃຈ ຈາກ ພີ່ນ້ອງ ຊາວລາວ ທີ່ ມອບໝາຍ ພາຣະກິດ ສໍາຄັນ ໃຫ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org