ແມ່ຍິງ-ເດັກນ້ອຍ 03/23/18

ສຸພັດຕາ
2018.03.23
F-teacher ສັມພາດ ຄຣູ ອະນຸບານ ຂອງໂຮງຮຽນເອກຊົນ ເມືອງໄຊຍະ, ແຂວງໄຊຍະບູລີ ສ່ວນການສອນ ນັກຮຽນອະນຸບານ ຂອງເພິ່ນ ມີຄວາມຍາກງ່າຍ ຄືແນວໃດນັ້ນ ເຊີນທ່ານຮັບຟັງຈາກ ຄຣູ ພອນສຸກ ລັດດາໄຊ ໄດ້ເລີຍ.
Phonesouk/RFA

ໂຮງຮຽນອະນຸບານ ຖືວ່າມີຄວາມສຳຄັນຫຼາຍ ສຳລັບເດັກນ້ອຍ ແຕ່ເກີດ ຫາ ອາຍຸ 5 ປີ ທຳອິດ, ເພາະການທີ່ໄດ້ຮຽນຊັ້ນອະນຸບານນັ້ນ ແມ່ນເປັນການກະກຽມພື້ນຖານຄວາມຮູ້ໃຫ້ແກ່ເດັກ ບໍ່ວ່າເປັນ ດ້ານການຮຽນຂັ້ນພື້ນຖານ ຮຽນຂຽນ, ຮຽນອ່ານ, ຮຽນຮູ້ການຢູ່ຮ່ວມກັບໝູ່ຄູ່, ຝຶກພັທນາທາງຮ່າງກາຍ, ທາງຈິດໃຈ ແລະພັທນາທາງສະຕິປັນຍາ ກ້າສະແດງອອກຫຼາຍຂຶ້ນ, ການສຶກສາແມ່ນມີຄວາມສຳຄັນ ບໍ່ວ່າ ຈະເປັນ ພື້ນຖານທາງຄວາມຄິດ, ບຸກຄະລິກກະພາບ, ການພັທນາທາງຮ່າງກາຍ, ທາງສະຕິປັນຍາ.

ການສຶກສາໃນຊັ້ນອະນຸບານນັ້ນ ກໍຈະມີຄວາມແຕກຕ່າງກັນອອກໄປ ຂຶ້ນຢູ່ກັບການຮຽນການສອນ ຂອງແຕ່ລະໂຮງຮຽນ, ແຕ່ມີຈຸດມີປະສົງ ອັນດຽວກັນ ຄື ການສ້າງໃຫ້ເດັກນ້ອຍ ເຕີບໃຫຍ່ ເປັນຜູ້ໃຫຍ່ ທີ່ມີຄວາມຮູ້ຄວາມສາມາດ ເພື່ອສ້າງ ປະໂຫຍດໃຫ້ແກ່ສັງຄົມ ໃນອະນາຄົດ ແລະໃນມື້ນີ້ ຂ້າພະເຈົ້າໄດ້ມີໂອກາດ ສັມພາດ ຄຣູ ອະນຸບານ ຂອງໂຮງຮຽນເອກະຊົນ ເມືອງໄຊຍະ, ແຂວງໄຊຍະບູລີ ສ່ວນການສອນ ນັກຮຽນ ອະນຸບານ ຂອງເພິ່ນ ມີຄວາມຍາກງ່າຍ ຄື ແນວໃດນັ້ນ ເຊີນທ່ານຮັບຟັງ ຈາກ ສາວຄຣູ ພອນສຸກ ລັດດາໄຊ ໄດ້ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.