ການພັທນາມະນຸດ ຢູ່ລາວ ຫຼ້າຫຼັງໝູ່
2020.12.30

ການພັທນາມະນຸດຫຼື HDI ໃນລາວຍັງຊັກຊ້ານັບຈາກປີ 1990-2019 ເພີ່ມຂື້ນຈາກ 0.405 ມາເປັນ 0.613 ຄິດເປັນ 51,4% . ເຊີ່ງຖືກຈັດອັນດັບຢູ່ທີ່ 137 ຈາກ 189 ປະເທດທົ່ວໂລກ. ດັ່ງເຈົ້າໜ້າທີ່ຂອງອົງການ ສະຫະປະຊາຊາດເພື່ອການພັທນາ ຫຼື UNDP ໄດ້ກ່າວໃຫ້ຄວາມເຫັນຕໍ່ເອເຊັຽເສຣີ ເມື່ອວັນທີ 29 ທັນວາ 20 ວ່າ:
“ກາຖືວ່າຂ້ອນຂ້າງທີ່ຈະທ້າທາຍຢູ່ແຕ່ວ່າມີແນວໂນ້ມກ້າວຂື້ນຈາກປີ ຜ່ານ ໆ ມາ. ຢາກຊ້ານ້ອຍນຶ່ງມັນກໍມີປັຈຈັຍຫຼາຍໆຢ່າງທີ່ທາງເຮົາເກັບບໍ່ທັນໄດ້ເພື່ອຈະ ເຮັດໃຫ້ Report ເຮົາມີໂຕເລກທີ່ດີຂື້ນນ່າຄັນຊິເວົ້າກໍ ສປປ ລາວຈະເກັບກັມຂໍ້ມູນແຕ່ໃນ ບ່ອນເຮົາໄປຮອດກັບບ່ອນທີ່ເຮົາເກັບໄດ້ເຮັດໃຫ້ compilation ບໍ່ຫຼາຍປານໃດ.”
ເຈົ້າໜ້າທີ່ອົງການ UNDP ກ່າວຕື່ມວ່າ ການວັດຄ່າດັດສະນີການພັທນາມະນຸດ HDI ແມ່ນອີງໃສ່ສະເລັ່ຽໃນ 3 ດ້ານພື້ນຖານຂອງການພັທນາມະນຸດຂອງລາວຄື ການສຶກສາ, ອາຍຸຍືນ ແລະ ຣາຍໄດ້ຕໍ່ຫົວຄົນ. ຖ້າວິເຄາະຈາກປັຈຈັຍນີ້ຖືວ່າລາວພັທນາມະນຸດຂ້ອນ ຂ້າງຊ້າແລະຕົກຢູ່ໃນຣະດັບທ້າຍ ໆ ຂອງໂລກ ຍ້ອນຂະບວນເກັບກັມຂໍ້ມູນບໍ່ທົ່ວເຖີງເຮັດ ໃຫ້ບົດຣາຍງານມີໂຕເລຂການພັທນາມະນຸດລາວບໍ່ຈະແຈ້ງປານໃດ.
ຕາມສະຖິຕິຂອງກະຊວງສຶກສາທິການແລະກິລາພົບວ່າປີ 2019-2020ປະເທດລາວມີນັກ ຮຽນສາຍສາມັນສຶກສາ ມ1-ມ7 ຈົບການສຶກສາຕາມຫຼັກສູດ 6 ແສນຄົນສ່ວນສົກສຶກສາ 2018-2019 ຈົບຕາມຫຼັກສູດ 7 ແສນຄົນ ຖ້າເອົາມາທຽບກັນແມ່ນຫຼຸດລົງ 1 ແສນຄົນ. ດັ່ງເຈົ້າໜ້າທີ່ກະຊວງສຶກສາທິການແລະກິລາກ່າວວ່າ:
“ບາງຄົນກໍຈົບແຕ່ມໍຕົ້ນແລ້ວກໍອອກຄົນຊົນນະບົດບາງເທື່ອເຂົາກໍແຕ່ງ ງານກ່ອນວັຍກໍມີມັນກໍມີຫຼາຍປັຈຈັຍການທຸກຍາກແລ້ວອອກໂຮງຮຽນມາທຳມາຫາກິນກໍ ຫຼາຍປັຈຈັຍຢູ່.”
ຣາຍໄດ້ປັຈຈຸບັນຂອງປະຊາກອນລາວຢູ່ທີ່ປະມານ 2 ພັນໂດລາສະຫະຣັຖເຊີ່ງຖືວ່າ ນ້ອຍຫຼາຍຍ້ອນວ່າແຮງງານບໍ່ໄດ້ຜລິດ ການລົງທືນຕໍ່າ ການຜລິດສີນຄ້າກໍນ້ອຍເພາະວ່າ ວັດແທກຈາກມູນຄ່າສີນຄ້າແລະບໍຣິການ. ດັ່ງອາຈາມຫາວິທຍາລັຍແຫ່ງຊາດທີ່ເຂົ້າຮ່ວມ ກອງປະຊຸມກັບ UNDP ໄດ້ກ່າວວ່າ:
“ມັນກໍນ້ອຍຫັ້ນແຫຼະເພາະວ່າແຮງງານເຮົາບໍ່ໄດ້ຜລິດເດ. ຄັນຖ້າ ແຮງງານໄປອອກແຮງງານຢູ່ຕ່າງປະເທດເອົາເງິນເຂົ້າມາມັນດີສຳຄັນບ່ອນວ່າການລົງທືນ ຢູ່ບ້ານເຮົາມັນຕໍ່າ, ການຜລິດສີນຄ້າຢູ່ບ້ານເຮົາມັນນ້ອຍເພາະວ່າມັນວັດແທກຈາກມູນຄ່າ ສີນຄ້າແລະບໍຣິການທີ່ຜລິດຂື້ນໃນປະເທດເຮົານະສະເລັ່ຽຕໍ່ຫົວຄົນແລ້ວໄດ້ເທົ່ານັ້ນແຫຼະ.”
ຫຼ້າສຸດໃນປີ 2020 ປະຊາຊົນລາວທົ່ວປະເທດມີອາຍຸຍືນສະເລັ່ຽຢູ່ 60 ປີຖືວ່າເປັນອາຍຸ ສະເລັ່ຽທີ່ຢູ່ໃນຂັ້ນດີຂື້ນກ່ວາເກົ່າທີ່ຄົນລາວເຄີຍມີອາຍຸຍືນສະເລັ່ຽຢູ່ພຽງ 53 ປີ ໃນປີ 1990 ດັ່ງອາຈານມຫາວິທຍາລັຍໄດ້ກ່າວຕື່ມວ່າ:
“ຂ້ອນຂ້າງດີແຫຼະເນາະເພາະວ່າແຕ່ກ່ອນ 53 ປີ ເສັຽແລ້ວເດ້ດຽວນີ້ ກໍຊິປະມານດີຂື້ນມາ 60ກໍດີຂື້ນອາຍຸຍືນສະເລັ່ຽເພາະວ່າຊີວິດການເປັນຢູ່ຂອງປະຊາຊົນດີ ຂື້ນ. ບາດນີ້ໂຄວິດ-19ເຂົ້າມາອີກນີ້ມັນກໍຈະມີຜົລກະທົບຕໍ່ອີກເນາະ.”
ການຈັດອັນດັບການພັທນາມະນຸດແມ່ນອີງໃສ່ບົດຣາຍງານຂອງການພັທນາມະນຸດໃນປີ 2020 ຫຼື HDR ຂອງອົງການສະຫະປະຊາຊາດເພື່ອການພັທນາປະຈຳລາວ ຫຼື UNDP ໄດ້ເປິດເຜີຍໂດຍມີການຈັດສຳມະນາຂອງວິຊາການແລະນັກຮຽນທີ່ມຫາວິທຍາລັຍແຫ່ງ ຊາດເຂົ້າຮ່ວມເມື່ອວັນທີ 23 ທັນວາ 2020.