ສປຊ ຊ່ອຍຕັ້ງສະຖານທີ່ ໃຫ້ຄຳປຶກສາ ແກ່ຜູ້ເຄາະຮ້າຍ ເຂື່ອນແຕກ ສນາມໄຊ
2020.12.31

ກອງທຶນເພື່ອປະຊາກອນ ຂອງສະຫະປະຊາຊາດ ຫລື UNFPA ຊ່ອຍຕັ້ງສະຖານທີ່ 2 ແຫ່ງ ເພື່ອໃຫ້ຄໍາປຶກສາ ແລະຝຶກອົບຮົມແມ່ຍິງ ແລະເດັກນ້ອຍ ທີ່ເຄາະຮ້າຍຍ້ອນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ທີ່ເມືອງສນາມໄຊ ແຂວງອັດຕະປື ເມື່ອເດືອນກໍຣະກະດາ 2018. ສະຖານທີ່ 2 ແຫ່ງ ທີ່ວ່ານີ້ ເອີ້ນວ່າ “ເຮືອນເພື່ອນມິດ” ຫລືທີ່ເອີ້ນເປັນພາສາອັງກິດ ວ່າ Women’s Friendly Spaces ຢູ່ເມືອງສນາມໄຊ ຖືກສ້າງຂຶ້ນມາຕັ້ງແຕ່ປີ 2019.
ໃນໄລຍະ 2 ປີ ທີ່ຜ່ານມາ “ເຮືອນເພື່ອນມິດ” ໄດ້ຊ່ອຍໃຫ້ຄໍາປຶກສາ ເຜີຍແພ່ໂຄສະນາ ແລະຝຶກອົບຮົມແມ່ຍິງ ແລະເດັກນ້ອຍ ຜູ້ລອດຊີວິດ ຈາກຄວາມຮຸນແຮງ ພາຍໃນຄອບຄົວ ແລະຈາກເຂື່ອນແຕກ ນໍ້າຖ້ວມ ໄດ້ 400-500 ຄົນ. ສໍາລັບປີ 2021 ທີ່ຈະມາເຖິງນີ້ ທາງແຂວງອັດຕະປື ຈະບໍ່ມີງົບປະມານ ສືບຕໍ່ວຽກງານດັ່ງກ່າວ ແລະໄດ້ຂຶ້ນແຜນຂໍງົບປະມານ ຈາກກອງທຶນເພື່ອປະຊາກອນ ສະຫະປະຊາຊາດ ຕື່ມແລ້ວ ແຕ່ທາງກອງທຶນນີ້ ຍັງຂໍເວລາປຶກສາກັບພາກສ່ວນ ທີ່ກ່ຽວຂ້ອງຢູ່, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະຫະພັນແມ່ ຍິງແຂວງ ອັດຕະປືໃນມື້ວັນທີ 16 ທັນວາ 2020 ນີ້:
“ປະຊຸມນໍາ UNFPA ນັ້ນແຫລະ ມື້ນີ້ຫັ້ນນ່າ ກໍສເນີແຜນ ບໍ່ຮູ້ວ່າເພິ່ນສິອະນຸມັດໃຫ້ບໍ່. ເພິ່ນກໍເວົ້າເມື່ອກີ້ ຫວ່າງກ່ອນສິເລິກປະຊຸມ ເພິ່ນກໍວ່າ ເພິ່ນສິປຶກສາຫາຣື ແຕ່ບໍ່ຮູ້ວ່າ ເພິ່ນສິອະນຸມັດ ສືບຕໍ່ຫລືບໍ່ຫັ້ນນ່າ.”
ແລະອາສາສມັກ ທີ່ຢູ່ “ເຮືອນເພື່ອນມິດ” ເມືອງສນາມໄຊ ຜູ້ຂໍສງວນຊື່ ກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ແມ່ຍິງ ແລະເດັກນ້ອຍແມ່ຍິງ ອາຍຸຣະຫວ່າງ 12 ປີ ຫາ 40 ປີ ທີ່ໄດ້ເຂົ້າຮັບຄໍາປຶກສາ ເພື່ອປົວແປງຈິດໃຈ ພາຍຫລັງທີ່ໄດ້ສູນເສັຽຄົນໃນຄອບຄົວ ຍ້ອນເຂື່ອນແຕກນັ້ນ ຮູ້ສຶກດີໃຈ ທີ່ມີ “ເຮືອນເພື່ອນມິດ” ແລະຢາກສເນີໃຫ້ຝຶກອົບຮົມວິຊາຊີບ ເພື່ອໃຫ້ປະກອບອາຊີບໄດ້ ໃນຂະນະທີ່ພວກເຂົາກ້າປາກກ້າເວົ້າ.
“ເຂົາກໍດີໃຈເດ໋ ເຂົາກໍຫ້າວຫັນ ເຮົາມາທຽບເບິ່ງ 1 ປີກວ່າໆ ມື້ກ່ອນ ພວກເອື້ອຍໄປຕັ້ງເຮັດທໍາອິດ ເຂົາບໍ່ປາກ ເຂົາບໍ່ເວົ້າ ແຕ່ວ່າດຽວນີ້ ເຂົາສາມາດສເນີ ເຂົາສາມາດເວົ້າ ແມ່ກະທັ້ງທີ່ວ່າ ຜົວຕີ-ຜົວຜິດກັນອິຫຍັງ ເຂົາກໍຍັງກ້າມາເວົ້າໃຫ້ເຮົາຟັງ. ແຕ່ກີ້ນີ໋ ຕີກັນເກືອບຕາຍ ເຂົາກໍບໍ່ກ້າເວົ້າ. ເຂົາກໍສເນີຢາກໃຫ້ເຮົາ ຝຶກເປັນວິຊາຊີບ ໃຫ້ສາມາດ ເຂົາປະກອບອາຊີບໄດ້ ແຕ່ວ່າ ພວກເອ້ອຍຫັ້ນ ບໍ່ມີງົບປະມານສິຝຶກ ໄປຮອດຂັ້ນນັ້ນ.”
ທ່ານກ່າວຕື່ມວ່າ ສໍາລັບແມ່ຍິງ ແລະເດັກນ້ອຍ ທີ່ເຂົ້າມາຮັບບໍຣິການ ຢູ່ “ເຮືອນເພື່ອນມິດ” ນີ້ ສ່ວນໃຫບ່ຈະເປັນແມ່ໝ້າຍ ແລະເດັກນ້ອຍກໍ່າພ້າກໍ່າພອຍ ທີ່ພໍ່ແມ່ຕາຍຍ້ອນເຂື່ອນແຕກ.
ທີ່ແຂວງສວັນນະເຂດ ວັນທີ 14 ທັນວາ 2020 ຢູ່ຫ້ອງການສະຫະພັນແມ່ຍິງ ກໍໄດ້ມີການເປີດນໍາໃຊ້ທີ່ພັກຫລົບພັຍໃຫ້ແມ່ຍິງ ແລະເດັກນ້ອຍ ຜູ້ລອດຊີວິດ ຈາກຄວາມຮຸນແຮງ ໂດຍການຊ່ອຍເຫລືອຂອງສະຖານທູດອັງກິດ ປະຈໍາລາວ ແລະກອງທຶນເພື່ອປະຊາກອນ ສະຫະປະຊາຊາດ. ໂຄງການນີ້ ຊ່ອຍເຫລືອແມ່ຍິງໄດ້ 15 ຄົນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະຫະພັນແມ່ຍິງແຂວງ ສວັນນະເຂດຕໍ່ RFA ໃນມື້ວັນທີ 16 ທັນວານີ້.
“ສ່ວນຫລາຍມາແຕ່ ຖືກເຄາະຮ້າຍ ຖືກການຄ້າມະນຸດ ອິຫຍັງຫັ້ນແຫລະ ກັບຜູ້ທຸກຍາກ ຜູ້ທີ່ດ້ອຍໂອກາດແຫລະ ທີ່ວ່າຢູ່ຫ່າງໄກ ສອກຫລີກຫັ້ນນະ ບໍ່ມີອາຊີບຫັ້ນນະ ບໍ່ມີໂອກາດເຂົ້າເຖິງ ກ່ຽວກັບເຮັດວິຊາຊີບຫັ້ນນະ ສີມືແຮງງານ ບໍ່ມີທຶນ ທຶນໄດ້ສໍ່ານັ້ນ ກໍເລີຍໄດ້ແຕ່ 15 ຄົນນັ້ນ.”
ທ່ານກ່າວຕື່ມວ່າ ທີ່ພັກຫລົບພັຍແຫ່ງໃໝ່ ຢູ່ແຂວງສວັນນະເຂດນີ້ ເປັນໂຄງການຊ່ອຍເຫລືອ ຂັ້ນພື້ນຖານເທົ່ານັ້ນ ເປັນໂຄງການຝຶກອົບຮົມ ວິຊາຊີບເບື້ອງຕົ້ນ ຄື ເສີມສວຍ, ຕັດຫຍິບ ແລະອື່ນໆ ເພື່ອຊ່ອຍຜູ້ເຄາະຮ້າຍ ແລະຜູ້ດ້ອຍໂອກາດ.
ປັດຈຸບັນ ແມ່ຍິງ ທີ່ຖືກເຄາະຮ້າຍ ຈາກການຄ້າມະນຸດ ແລະຜູ້ດ້ອຍໂອກາດ ຢູ່ແຂວງ ສວັນນະເຂດ ມີບໍ່ຫລາຍ ແລະງົບປະມານຊ່ອຍເຫລືອນັ້ນ ແມ່ນສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ ແລະເດັກນ້ອຍ ເປັນຜູ້ດໍາເນີນການ.
ເຈົ້າໜ້າທີ່ສະຫະພັນແມ່ຍິງ ແຂວງສວັນນະເຂດ ອີກຜູ້ນຶ່ງ ຊຶ່ງເປັນຄຣູຝຶກອົບຮົມ ໃຫ້ແມ່ ຍິງ ທີ່ເຂົ້າຮ່ວມໂຄງການ ຝຶກອົບຮົມວິຊາຊົບເບື້ອງຕົ້ນ ກໍກ່າວວ່າ ແມ່ຍິງທີ່ເຂົ້າຮ່ວມໂຄງ ການຕັດຫຍິບ ແລະເສີມສວຍ ກັບຫ້ອງແມ່ຍິງແຂວງ ພາກັນເບີກບານມ່ວນຊື່ນ ເນື່ອງຈາກໄດ້ຄວາມຮູ້ ເພື່ອເອົາໄປປະກອບອາຊີບ ຕາມເງື່ອນໄຂຂອງໃຜຂອງລາວ.
“ມີຄວາມເບີກບານ ມ່ວນຊື່ນເຂົາກໍເຊື່ອໝັ້ນ ຕໍ່ແນວທາງນະໂຍບາຍ ຂອງພັກຂັ້ນພື້ນຖານ ຂັ້ນຫຍິບແຊ່ວກໍໄດ້ ຄັນວ່າເສີມສວຍ ເຮົາກໍຖືວ່າ ຝຶກອົບຮົມຂັ້ນຕົ້ນ ກໍຖືວ່າ ມັນກໍໄດ້ກ່ຽວກັບ ສະຫົສອິຫຍັງອື່ນໆ.”
ນອກຈາກນັ້ນ ຢູ່ນະຄອນຫລວງວຽງຈັນ ກໍມີທີ່ພັກຫລົບພັຍ ໃຫ້ແມ່ຍິງ ແລະເດັກນ້ອຍແມ່ຍິງ ຜູ້ລອດຊີວິດ ຈາກຄວາມຮຸນແຮງ ນຶ່ງແຫ່ງ.