ແມ່ຍິງ-ເດັກນ້ອຍ 07/15/20

ສຸພັດຕາ
2020.07.15
F-Vaccin ໝໍ ອອກໄປປະຕິບັດໜ້າທີ່ສັກຢາ ໃຫ້ເດັກນ້ອຍໃນໂຮງຮຽນ ເຂດຊົນນະບົດ
ນັກຂ່າວພົລເມືອງ

ການສ້າງພູມຄຸ້ມກັນໂຣຄພັຍໄຂ້ເຈັບຕ່າງໆໃຫ້ລູກນ້ອຍ ດ້ວຍການສັກຢາວັກຊິນ ເປັນສິ່ງທີ່ຈໍາເປັນ ເພາະວັກຊິນ ມີໜ້າທີ່ຊ່ອຍກະຕຸ້ນໃຫ້ ເກີດມີພູມຕ້ານທານ ແລະປົກປ້ອງເດັກນ້ອຍ ຈາກການເຈັບປ່ວຍໄດ້ດີ, ເດັກນ້ອຍເກີດໃໝ່ທຸກຄົນ ເກີດມາພ້ອມພູມຕ້ານທານ ຂອງເຊືິ້ອ ພຍາດບາງຊນິດ ທີ່ໄດ້ມາຕັ້ງແຕ່ ຢູ່ໃນທ້ອງແມ່ ນອກຈາກນີ້ ໃນການທີ່ລ້ຽງລູກດ້ວຍນໍ້ານົມແມ່ ຍັງຊ່ອຍເພີ້ມພູມຕ້ານທານ ເຊື້ອພຍາດ ໃຫ້ແກ່ລູກນ້ອຍໄດ້.

ແຕ່ເຖິງຢ່່າງໃດກໍຕາມ ພູມຕ້ານທານຂອງເຊື້ອພຍາດນີ້ ຈະຢູ່ນໍາເດັກນ້ອຍ ພຽງຊົ່ວຄາວເທົ່ານັ້ນ. ສະນັ້ນການສີດຢາວັກຊິນ ຈຶ່ງຊ່ອຍສ້າງພູມ ຕ້ານທານເຊື້ອພຍາດຕ່າງໆ ໃຫ້ເດັກນ້ອຍໃນໄລຍະຍາວໄດ້ໂດຍວັກຊິນ ຈະກະຕຸ້ນພູມຕ້ານທານໃຫ້ພຍາດເກີດປະຕິກິຣິຍາ ຄືກັບຮ່າງກາຍ ຕິດເຊື້ອ ພຍາດແທ້ໆ ແລະ ຈື່ຈໍາເຊື້ອພຍາດນັ້ນໄວ້ ເມື່ອເຊື້ອພຍາດ ດັ່ງກ່າວ ເຂົ້າສູ່ຮ່າງກາຍ ອີກເທື່ອນຶ່ງ ພູມຕ້ານທານ ຈະສາມາດທໍາ ລາຍເຊື້ອພຍາດ ດັ່ງກ່າວນັ້ນໄດ້.

ວັກຊິນທີ່ຈໍາເປັນ ທີ່ເດັກນ້ອຍເກີດໃໝ່ ຈົນຮອດອາຍຸ 5 ປີທຸກຄົນ ຄວນໄດ້ຮັບ ຕາມຄໍາແນະນໍາອົງການອະນາມັຍໂລກ ເພື່ອປ້ອງກັນພຍາດ ຕ່າງໆມີດັ່ງນີ້: ວັກຊິນ ກັນອັກເສບຕັບ B, ວັນນະໂຣຄ, ກັນຄໍຕີບ, ໄອໄກ່, ໝາກແດງ ແລະກັນອັກເສບ ສມອງຍີ່ປຸ່ນນໍາດ້ວຍສໍາລັບຊ່ວງ ອາຍຸ ທີ່ຄວນໄດ້ຮັບການສັກຢາວັກຊິນຕ່າງໆນັ້ນ ຄວນເລີ້ມສັກ ຫຼັງຈາກເດັກນ້ອຍ ເກີດໃໝ່ໄດ້ 24 ໂມງ, ດັ່ງທ່ານໝໍ ປະຈໍາໂຮງໝໍເມືອງ ແຕງ ແຂວງຫຼວງພຣະບາງ ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:

"ແມ່ນແລ້ວ ອັນເຣື່ອງເດັກນ້ອຍເກີດໃໝ່ນີ້ເນາະ ນັບແຕ່ມື້ເກີດອອກມາ ຈົນຮອດລຸ່ມ 1 ປີເນາະ ພວກເຮົາຈະມີຕາຕະລາງການສັກຢາຄື ຕາຕະລາງ ຂອງອັນອົງການອະນາມັຍໂລກ ເພິ່ນຈັດໃຫ້ເນາະ ອັນນີ້ຈະໄດ້ໄປເປັນ 3 ເດືອນ ໄດ້ລົງໄປເທື່ອນຶ່ງ ຄັນວ່າມີຮອບປົກກະຕິ, ອີງຕາມສະພາບການ ຄັນວ່າມັນບໍ່ມີໄຟຟ້າ  ບໍ່ມີຕູ້ເຢັນແດ່ ຕ້ອງ 3 ເດືອນຕ້ອງໄດ້ໄປຮັບຢາ ວັກແຊ້ງ ຢູ່ເມືອງ ໄປສັກໃຫ້ຂະເຈົ້າ ສໍາລັບ ຕາຕະລາງ ສັກຢາກັນພຍາດ ແຫ່ງຊາດເດ້ເນາະ ສະເພາະເດັກເກີດໃຫມ່ ຖ້າວ່າມີຕູ້ເຢັນເນາະ ມີບ່ອນເກັບວັກຊິນ ເພາະວ່າວັກຊິນ ມັນຈະ ເກັບໄວ້ຢູ່ໃນຄວາມເຢັນຕລອດນະ ຫຼັງຈາກທີ່ວ່າເກີດມາ ພາຍໃນ 24 ຊົ່ວໂມງ ຕ້ອງໄດ້ສັກຢາ ກັນພຍາດ ອັກເສບຕັບ B, ອັນທີ່ສອງ ກະສັກກັນພຍາດ ວັນນະໂຣຄ, ການສັກກັນ ວັນນະໂຣຄ ເຮົາສາມາດສັກໄດ້ ຮອດລຸ່ມນຶ່ງປີ ກະສັກໄດ້ ຖ້າວ່າ ຕອນເກີດມາເຮົາ ບໍ່ມີຢາ ເຮົາສາມາດສືບຕໍ່ສັກໄດ້ ເດືອນນຶ່ງ, ສອງເດືອນ ຫຼື ວ່າຮອດ 11 ເດືອນ ກໍສາມາດສັກໄດ້ ແລ້ວຫຼັງຈາກນັ້ນ ເດັກໄດ້ຮອດ 6 ອາທິດ ເຮົາຈະມີຢອດໂປລີໂອ ລະກະສັກ PCV ເຂັມນຶ່ງ ແລະ PANTA ເຂັມນຶ່ງ ຊຶ່ງວ່າ PCV ຈະແມ່ນກັນອັກເສບປອດ ລະກະ PCV ຫັ່ນມັນຈະມີ ຢາຫຼາຍຊນິດ  ມັນຈະມີກັນຄໍຕີບ, ໄອໄກ່ ລະກະຫຼັງຈາກນັ້ນໄດ້ 10 ອາທິດ ຈະສັກ PCV ລະກະ PANTA ເຂັມສອງ ພ້ອມກັບຢອດໂປລີໂອ ຄັ້ງທີ່ສອງອີກ ແລ້ວຫຼັງຈາກນັ້ນ ໄດ້ເຮົາກໍຈະສັກ PCV ແລະ PANTA ເຂັມທີ່ສາມພ້ອມຢອດໂປລີໂອ ສາມ ແລະກະສັກ IPV ກະແມ່ນ ກັນພຍາດໂປລີໂອຄືກັນເນາະ ແລ້ວຫຼັງຈາກເດັກນ້ອຍ ໄດ້ຮອດ 9 ເດືອນ ເຮົາຈະມີ ເຂັມ ໝາກແດງ, ໝາກແດງນຶ່ງ ແລະ J.E., J.E ຫັ່ນ ແມ່ນສັກກັນອັກເສບ ສມອງຍີ່ປຸ່ນ ແລ້ວຫຼັງຈາກນັ້ນ ຖ້າວ່າເດັກນ້ອຍ ໄດ້ 12 – 18 ເດືອນ ເຮົາສາມາດສັກ ໝາກແດງ ເຂັມສອງໄດ້ ຖືວ່າຄົບ ຕາມຕາຕະລາງ ການສັກຢາ ຂອງເດັກນ້ອຍລຸ່ມນຶ່ງປີ.”

ສ່ວນວ່າເດັກນ້ອຍອາຍຸ 2-6 ປີ ມີການສັກວັກຊິນອື່ນເພີ່ມຕື່ມ ຫຼືບໍ່ນັ້ນ ທ່ານໝໍເວົ້າວ່າ:

"ໂຕນີ້ຈະບໍ່ມີເນາະ ຄັນວ່າມີກໍຈະມີສໍາລັບ ຜູ້ທີ່ພາດໂອກາດ ສົມມຸດວ່າ ຖືກຊ້ວງອາຍຸ ທີ່ວ່່າຖືກສັກ ແຕ່ວ່າບາງທີ ເດັກນ້ອຍຜູ້ນັ້ນລາວ ອາຈເປັນໄຂ້ບໍ່ ຫຼືວ່າລາວອາຈບໍ່ຢູ່ ໄປນອນຢູ່ ສນາມ ຫຼືວ່່າໄປບ່ອນນີ້ ບ່ອນນັ້ນຫັ່ນນາ ຖືວ່າລາວພາດໂອກາດ ລະເຮົາສາມາດ ສືບຕໍ່ ໃຫ້ລາວ ຈົນອາຍຸລາວຮອດ 5 ປີໄດ້ ຖ້າຈະໃຫ້ດີທີ່ສຸດນີ້ ຕ້ອງສັກກ່ອນອາຍຸ 1 ປີເນາະ ສັກໃຫ້ຄົບ ກ່ອນອາຍຸ 1 ປີ ຈະມີພູມຄຸ້ມ ກັນທີ່ດີທີ່ສຸດ.”

ທ່ານວ່າ ເດັກນ້ອຍຕາມເຂດຊົນນະບົດ ສ່ວນຫຼາຍ ແມ່ນຮັບສັກວັກຊິນ ຄົບຕາມກໍານົດຢູ່ ແຕ່ກໍຍັງມີບາງສ່ວນ ທີ່ບໍ່ໄດ້ຮັບສັກວັກຊິນຄົບ ຍ້ອນວ່າ ພໍ່ແມ່ຍັງຖືເບົາ:

"ສ່ວນຫຼາຍກະຈະໄດ້ສັກເນາະ ແຕ່ວ່າ ມີຈໍານວນນຶ່ງເນາະ ສ່ວນໜ້ອຍທີ່ວ່າ ບາງທີກະເປັນນໍາພໍ່ແມ່ ຂະເຈົ້າແດ່ ຂະເຈົ້າບໍ່ຢາກໃຫ້ສັກ ບາງທີອາຈເປັນຍ້ອນ ແບບຂະເຈົ້າບໍ່ມີຄວາມຮູ້ ຄວາມອິຫຍັງຊິນາະ ມັນຈະມີຢາໂຕນຶ່ງເນາະທີ່ວ່າ ສັກລະຈະພາໃຫ້ເດັກນ້ອຍເປັນໄຂ້ ລະຂະເຈົ້າລະຢ້ານໂຕນັ້ນທັ້ງໆທີ່ວ່າ ໃນການລົງໄປສັກຢາ ແຕ່ລະຄັ້ງກະໄດ້ອະທິບາຍລະກະ ໄດ້ເອົາຢາລົດໄຂ້ໃຫ້ພ້ອມ ແຕ່ວ່າຂະເຈົ້າ ກະຍັງຢ້ານ ເພາະວ່າຂະເຈົ້າ ບໍ່ມັກທີ່ວ່າຫຼັງຈາກ ສັກແລ້ວ ເດັກນ້ອຍມັນເປັນໄຂ້ ລະກະໄຫ້ບໍ່ໄດ້ນອນ ແຕ່ອັນນີ້ກະມີສ່ວນໜ້ອຍ.”

ນອກຈາກວ່າ ເດັກນ້ອຍອາຍຸຫຼຸດ 5 ປີລົງມາຈະໄດ້ຮັບການສັກຢາ ວັກຊິນໃຫ້ຄົບຕາມກໍານົດແລ້ວນັ້ນ ຍັງຕ້ອງໄດ້ກິນຢາຂ້າແມ່ທ້ອງ ແລະ ກິນຢາວິມິນຕ່າງໆນໍາ:

“ນອກຈາກທີ່ວ່າສັກຢາແລ້ວ ພວກເຮົາກໍຈະມີ ການແຈກຢາຂ້າແມ່ທ້ອງ 5 ປີ ລົງມາ ແຈກຢາຂ້າແມ່ທ້ອງ ໃຫ້ວິຕາມິນ ແລະວິຕາມິນ A ນໍາ ສໍາລັບເດັກນ້ອຍ 5 ລົງມາ, 1ປີ ຫາ 5 ປີ ຈະໄດ້ຮັບວິຕາມິນ A ແລະຂ້າແມ່ທ້ອງ ລະກໍນ້ອງຈາກເດັກນ້ອຍ ກໍຈະມີແມ່ຍິງເນາະ ເກນ ອາຍຸ ທີ່ວ່າຖືກສັກຢານະ ສໍາລັບ 10 ປີ ຫາ 14 ປີ ອັນນີ້ສະເພາະ ແມ່ຍິງເນາະ 10-14 ປີ ຈະໄດ້ຮັບວັກແຊງ ກັນມະເຮັງ ປາກມົດລູກ ຫຼືວ່າ HPV ຜູ່ນຶ່ງຫັ່ນ ຈະໄດ້ສັກ 2 ເຂັມ ຫ່າງກັນປີນຶ່ງ ເຂັມນຶ່ ງແລະເຂັມທີ່ສອງນະ.”

ແລະນອກຈາກການສັກວັກຊີນ ໃຫ້ເດັກນ້ອຍແຕ່ເກີດໃໝ່ ຈົນຮອດອາຍຸ 5 ປີ ຢູ່ເຂດຊົນນະບົດ ທີ່ຍັງບໍ່ທົ່ວເຖິງນັ້ນ ທ່ານໝໍກໍຍັງເປັນຫ່ວງ ເຣື່ອງການເບິ່ງແຍງສຸຂພາບ ແມ່ຍິງຖືພາ ທີ່ບ່ໍໄປຝາກທ້ອງ ຕາມທີ່ໝໍນັດ:

“ສ່ວນຫຼາຍເນາະ ທຸກມື້ນີ້ ສ່ວນຫຼາຍຂະເຈົ້າກະ ໄດ້ໄປຝາກທ້ອງ ໄປຝາກທ້ອງ ໄປເກີດລູກ ກະໄປເກິດຢູ່ຕາມສະຖານທີ່ ຂອງລັດໝົດ ແຕ່ວ່າກະຍັງມີ ສ່ວນໜ້ອຍ ແບບວ່າ ຂະເຈົ້າຍັງ ຖືເບົານະ ເຊັ່ນວ່າ ບາງຄົນກະເອົາລູກຫຼາຍ ຖືເບົາແບບວ່າ ຜ່ານມາເຄີຍເກີດກະບໍ່ມີ ບັນຫາຫຍັງຫັ່ນນາ ການເກີດການຫຍັງ ການຝາກທ້ອງ ອິຫຍັງກະບໍ່ເອົາໃຈໃສ່ອັນນີ້ກະມີ ມີແຕ່ສ່ວນໜ້ອຍບາງຄົນເນາະ ທາງທິມງານເຮົາ ເວລາລົງໄປ ບໍ່ໄປຝາກທ້ອງເນາະ ເພາະວ່າ 3 ເດືອນ ຈັ່ງໄດ້ລົງໄປເທື່ອນຶ່ງ ແຕ່ວ່າ ຕາມຕາຕະລາງຝາກທ້ອງເພິ່ນ ໃຫ້ໄປທຸກໆເດືອນ ແຕ່ວ່າ ບາງຄົນເນາະຂະເຈົ້າ ກະບໍ່ໄປຕາມນັດ ຖ້າວ່າແຕ່ເວລາທີ່ຈຸຂ້ອຍ ລົງໄປສັກຢາເນາະ ແຕ່ວ່າການໄປສັກຢາ ຈັ່ງແມ່ນ 3 ເດືອນ ລົງໄປເທື່ອນຶ່ງຊິນ່າ ແລ້ວເວລາເຈັບທ້ອງເກີດລູກ ອິຫຍັງຕ່າງໆ ບາງທີ ກະຍັງນອນຢູ່ສນາມອິຫຍັງຈັ່ງຊີ້ນາ ກະເລີຍບໍໍ່ຮູ້ວ່າເດືອນໃດ ເດືອນໃດ ເກີດລູກ ເພາະວ່າລາວຫັ້ນ ບໍ່ໄດ້ໄປຝາກທ້ອງທຸກໆ ເດືອນຊີ້ນາ.”

ນອກຈາກເຣື່ອງແມ່ຍິງ ຖືພາໃນເຂດຊົນນະບົດບາງສ່ວນ ພາກັນຖືເບົາເຣື່ອງການຝາກທ້ອງ ຕາມທີ່ແພດແລະໝໍນັດ ແລ້ວນັ້ນກໍຍັງມີເຣື່ອງ ເດັກນ້ອຍແຕ່ງງານ ກ່ອນວັຍອັນຄວນ ບັນຫານີ້ ກໍຍັງມີຫຼາຍຢູ່:

"ໂຕນີ້ ສະເພາະຢູ່ເຂດຊົນນະບົດນິ້ ກະຖືວ່າຍັງມີຫຼາຍຢູ່ ບັນຫາໂຕນີ້ນະ ຫຼັາສຸດກະຂ້າພະເຈົ້າ ເຈິວ່າງ ສາມ ສີ່ມື້ຫຼັງນີ້ເນາະແມ່ຫັ້ນ ອາຍຸ 13 ປີເນາະ ຫັ້ນອາຍຸ 20 ປີ ເມັຍຫັ້ນ ພໍດີຈົບປະຖົມ ພໍດີຈົບຫ້ອງ ປໍ5 ອອກມາລະກະ ເອົາຜົວເລີຍ.”

ເຖິງຢ່າງໃດກໍຕາມ ທ່ານໝໍ ຍັງສະແດງຄວາມເປັນຫ່ວງເປັນໃຍ ມາເຖິງພໍ່ແມ່ຜູ້ປົກຂອງເດັກນ້ອຍ ຢູ່ເຂດຊົນນະບົດ ນັ້ນວ່າ:

“ເອີ່..ຢາກຝາກຝັງ ເຖິງພໍ່ແມ່ປະຊາຊົນ ລະກະໂດຍສະເພາະ ລະກະຜູ້ທີ່ມີລູກ ທີ່ວ່າຢູ່ໃນເກນອາຍຸສັກຢາ ຫັ່ນແຫຼະເນາະ ກະຖືວ່າຢາກ ໃຫ້ມາຮັບການສັກຢາວັກຊິນ ໃຫ້ມັນຄົບ ກ່ອນ ອາຍຸ 1 ປີເນາະ ເພາະວ່າກະເປັນຫ່ວງເພາະວ່າ ຖ້າວ່າພຍາດມັນເກີດຣະບາດແລ້ວ ມັນຈະຕິດແປດກັນ ຖ້າວ່າມັນເກີດແລ້ວ ເຮົາຈະບໍ່ສາມາດ ປິ່ນປົວໄດ້ ຖ້າວ່າມັນເກີດແລ້ວ ບາງຄັ້ງ ມັນຮ້າຍແຮງອາຈເສັຍຊີວິດໄດ້, ລະກະຢາກໃຫ້  ພໍ່ແມ່ຂອງແມ່ຍິງ ທີ່ວ່າມີລູກ ທີ່ວ່າອາຍຸ ຍັງບ່ທັນຮອດ ເກນແຕ່ງງານເນາະ ກະຢາກໃຫ້ເອົາໃຈໃສ່ເບິ່ງຄືນ ເພາະວ່າ ສ່ວນຫຼາຍແລ້ວ ຖ້າວ່າອາຍຸ ບໍ່ທັນຮອດ ລະມັກຈະມີບັນຫາເນາະ.

ຫຼັງຈາກທີ່ວ່າສ້າງຄອບຄົວ ມີລູກມີຫຍັງລະມັນ ມັກຈະມີບັນຫາ ພາຍຫຼັງເນາະ ບາງທີເນາະ ເກີດມາອາຈມີບັນຫາ ເດັກບໍ່ສົມບູນ ບໍ່ແຂງ ແຮງເນາະ ລະກະບາງທີຫັ້ນ ພໍ່ແມ່ຫັ່ນຍັງບໍ່ພ້ອມ ການລ້ຽງດູກະ ບໍ່ທັນເປັນຜູ້ໃຫຍ່ພໍຫັ່ນນາ ການລ້ຽງດູ ການອິຫຍັງກະ ຍັງຖືວ່າບໍ່ທັນ ເອົາໃຈໃສ່ ເຮັດໃຫ້ເດັກຫັ່ນ ບາງທີກະເກີດ ມີບັນຫາເນາະ ຈະພາໃຫ້ເປັນເດັກທີ່ວ່າ ຈະເຣີນເຕີບໂຕຫັ່ນ ບໍ່ໄດ້ດີເທົ່າທີ່ຄວນ ນໍາໄປສູ່ການ ຂາດສານອາຫານເນາະ ການຂາດສານອາຫານ ການຈະເຣີນເຕີບໂຕ.

ເຣື່ອງການຕິດແປດພຍາດອິຫຍັງ ກໍຈະໄດ້ໄວທີ່ສຸດ ຖ້າວ່າແມ່ນຂາດສານອາຫານ ບາງຄົນເນາະ ຂະເຈົ້າສ້າງຄອບຄົວ ກ່ອນເກນອາຍຸເນາະ ບາງທີ ຂະເຈົ້າຍັງໜ້າອາຍ ເວລາຖືພາ ຖືຫຍັງນິ່ນາ ໜ້າອາຍ ລະບໍ່ຢາກາມາຝາກທ້ອງ ບໍ່ມາຮັບຢາບໍາລຸງ ຢາຫຍັງຊິນາ ມັນຈະພາໃຫ້ ເດັກມີບັນຫາ ເຊິ່ງວ່າ ຖ້າວ່າມັນຂາດສານອາຫານ ມັນຈະເລີ່ມຕັ້ງແຕ່ ຢູ່ໃນທ້ອງແມ່ ພຸ້ນອອກມາເນາະ ເພາະວ່າ ຫຼັງຈາກຂະເຈົ້າຖືພາ ທາງໂຮງໝໍມີຢາບໍາລຸງ ໃຫ້ກິນທຸກໆເດືອນ ສ່ວນຫຼາຍລະ ຂະເຈົ້າໜ້າອາຍ ລະຂະເຈົ້າບໍ່ມາຝາກທ້ອງ ບໍ່ໄດ້ມາຮັບຢາເນາະ ມັນຈະມີ ບັນຫາ ຕັ້ງແຕ່ຢູ່ໃນທ້ອງອອກມາ ຈົນອາຍຸຮອດ 5 ປີ ລະກະຫຼັງຈາກນັ້ນ  ເປັນເດັກນ້ອຍຂາດສານອາຫານ ໄປເລື້ອຍໆເລີຍ.”

ທ່ານກ່າວມ້ວນທ້າຍວ່າ ຖ້າຫາກຜູ້ປົກຄອງບໍ່ພາລູກທີ່ມີເກນອາຍຸຫຼຸດ 5 ປີລົງມາ ໄປສີດຢາວັກຊິນໃຫ້ຄົບຕາມນໍານົດເວລາເນື່ອງຈາກເຫດ ຈໍາເປັນທາງຄອບຄົວ ເຊັ່ນວ່າ: ພໍ່ແມ່ໄປ ເຮັດໄຮ່ເຮັດນາແລ້ວເອົາລູກໄປນໍາ ຫຼືວ່າເດັກນ້ອຍເປັນໄຂ້ ຫຼັງຈາກທີ່ເຊົາແລ້ວ ກໍໃຫ້ຟ້າວພາໄປ ສັກຢາວັກຊິນ ຫາກປ່ອຍປະລະເລີຍ ຫຼືຖືເບົາ ກໍຈະເຮັດໃຫ້ເດັກນ້ອຍ ໄດ້ຮັບວັກຊິນ ບໍ່ຄົບ ຊຶ່ງອາຈເຮັດໃຫ້ ເກີດພຍາດຮ້າຍແຮງ ທີ່ເປັນ ອັນຕລາຍເຖິງຂັ້ນເສັຽຊີວິດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.