ລ້ຽງລູກ ດ້ວຍນ້ຳນົມແມ່ ຍັງເຂົ້າໃຈ ບໍ່ທົ່ວເຖິງ
2020.08.06
ແມ່ຍິງຊົນເຜົ່າໃນລາວ ສ່ວນຫຼາຍ ຍັງບໍ່ເຂົ້າໃຈເຖິງຄວາມສໍາຄັນ ໃນການລ້ຽງລູກດ້ວຍນໍ້ານົມແມ່ ທີ່ແມ່ຈະຕ້ອງໃຫ້ລູກກິນນົມແມ່ຢ່າງດຽວນັບແຕ່ມື້ເກີດ ຈົນຮອດອາຍຸ 6 ເດືອນ ຫຼັງຈາກ 6 ເດືອນ ຈຶ່ງໃຫ້ກິນເຂົ້າ ຫຼືອາຫານເສີມອື່ນໆໄດ້ ເປັນຕົ້ນ ຢູ່ແຂວງຜົ້ງສາລີ ສ່ວນໃຫຍ່ເປັນຊົນເຜົ່າອາຂ່າ ທີ່ຂາດຄວາມເຂົ້າໃຈໃນການລ້ຽງລູກໃຫ້ຖືກຕ້ອງ ຍ້ອນບໍ່ເຂົ້າໃຈທາງດ້ານພາສາ ແລະຍັງຍືດຖືປະເພນີດັ້ງເດີມຢູ່, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ແມ່ແລະເດັກ ແຂວງຜົ້ງສາລີ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ສິງຫານີ້:
“ສ່ວນໃຫຍ່ກໍມີແຕ່ຊົນເຜົ່ານີ້ ກະຢາກຍາກໜ້ອຍນຶ່ງ ຜົ້ງສາລີນີ້ ກໍຫຼາຍ 15 ຊົນເຜົ່າເດ້ ຫຼາຍກວ່າທົ່ວແຂວງ ຊົນເຜົ່າອາຂ່າ ຫຼາຍ ເວລາເຮົາໄປເວົ້າ ແລ້ວຫຍຸ້ງຍາກເຣື່ອງພາສາ ເຂົາເຈົ້າບໍ່ຮູ້ພາສາລາວ ເຮົາກະບໍ່ຮູ້ພາສາສື່ສານນໍາເຂົາເຈົ້າຫັ່ນນ່າ ເວົ້າຍາກ ເຣື່ອງສັກຢາກັນພຍາດ ການເຂົ້າເຖິງການບໍຣິການ ເຂົ້າບໍ່ມີແນວຕື່ນໂຕຫັ່ນນະ ພໍໄປເຊື່ອມສານ ໄປຮັບບໍຣິການຝາກທ້ອງ ເຂົາເຈົ້າບໍ່ມາ ໃຫ້ເຮົາສ່ວນໜ້ອຍທີ່ສຸດ.”
ທ່ານກ່າວວ່າ ນອກຈາກວ່າ ແມ່ຍິງຊົນເຜົ່າ ຈະບໍ່ຮູ້ເຖິງຄວາມສໍາຄັນ ຂອງການລ້ຽງລູກດ້ວຍນໍ້ານົມແມ່ແຕ່ມື້ເກີດຈົນຮອດອາຍຸ 6 ເດືອນແລ້ວນັ້ນ ແມ່ຍິງຊົນເຜົ່າສ່ວນໃຫຍ່ ກໍບໍ່ມັກມາເກີດລູກຢູ່ໂຮງໝໍ ຈຶ່ງບໍ່ຮູ້ວິທີໃນການລ້ຽງລູກທີ່ຖືກຕ້ອງ:
“ສ່ວນຫຼາຍ ຊົນເຜົ່ານີ້ ບໍ່ມັກມາເກີດລູກຢູ່ໂຮງໝໍ ເຂົາເຈົ້າມັກເກີດລູກຢູ່ບ້ານ ເຮົາກະມີແຕ່ຝາກໃຫ້ສຸຂສາລາຫັ້ນແຫຼະ ວຽກພື້ນຖານມັນຕິດພັນກັບ ສຸຂສາລາເດ້ ເວລາເຂົາເຈົ້າໄປ ກະໃຫ້ເຂົາເຈົ້າໂຄສະນາໃຫ້ແຫຼະ ວ່າໃຫ້ແນະນໍາເຂົາເຈົ້າ ແບບນີ້ ແບບນັ້ນຫັ່ນນາ.”
ເຈົ້າໜ້າທີ່ແມ່ແລະເດັກ ແຂວງເຊກອງທ່ານນຶ່ງ ກ່າວວ່າ ໃນແຂວງເຊກອງນີ້ ຍັງບໍ່ໄດ້ 100% ເທື່ອ ທີ່ແມ່ຈະລ້ຽງລູກດ້ວຍນົມແມ່ຢ່າງດຽວ ຕັ້ງແຕ່ມື້ເກີດ ຈົນຮອດອາຍຸ 6 ເດືອນ ເພາະແມ່ຍິງຊົນເຜົ່າສ່ວນຫຼາຍ ເຂົາເຈົ້າບໍ່ເຂົ້າໃຈພາສາລາວ ເຮັດໃຫ້ການສື່ສານກັນນັ້ນລໍາບາກ ແລະອີກຢ່າງນຶ່ງ ການລົງໄປເຜີຍແພ່ຂໍ້ມູນຂອງເຈົ້າໜ້າທີ່ກ່ຽວຂ້ອງ ກໍຍັງບໍ່ທົ່ວເຖິງ ຍ້ອນເສັ້ນທາງຫຍຸ້ງລໍາບາກຫຼາຍ ຈຶ່ງເຮັດໃຫ້ແມ່ຍິງຊົນເຜົ່າ ບໍ່ເຂົ້າໃຈແລະບໍ່ຮູ້ເຖິງຄວາມສໍາຄັນ ຂອງການລ້ຽງລູກດ້ວຍນົມແມ່ ນັບແຕ່ມື້ເກີດຈົນຮອດ 6 ເດືອນ, ດັ່ງທ່ານກ່າວວ່າ:
“ໃຫ້ໄດ້ 100% ມັນກະບໍ່ໄດ້ເນາະ ຊົນເຜົ່າກໍຫຍຸ້ງຍາກໃນການສື່ສານກັນ ໃນການໃຫ້ຄວາມຮູ້ ເພາະວ່າ ພະນັກງານເຮົາບາງທ່ານ ກໍເວົ້າພາສາເຜົ່າບໍ່ໄດ້ເດ້ ເວລາໄປເວົ້າກໍບໍ່ເຂົ້າໃຈເນາະ ທາງສາທາຣະນະສຸຂເຮົາ ກໍຍັງບໍ່ທົ່ວເຖິງ ອີງໃສ່ຊົນນະບົດເນາະ ບາງທີຫ່າງໄກສອກຫຼີກ ມັນກະເວົ້າເຣື້ອງ ເສັ້ນທາງຄົມມະນາຄົມກະແມ່ນ .”
ທ່ານກ່າວຕື່ມວ່າ ຜ່ານມາ ກໍມີອົງການ UNICEF ໃຫ້ການສນັບສນູນມາຕລອດ ໂດຍການເຜີຍແພ່ຄວາມຮູ້ ແກ່ເຈົ້າໜ້າທີ່ສາທາຣະນະສຸຂ ແຂວງເຊກອງ ກ່ຽວກັບການສົ່ງເສີມໃຫ້ລູກກິນນົມແມ່ ນັບແຕ່ມື້ເກີດ ຈົນຮອດອາຍຸ 6 ເດືອນ ເພື່ອໃຫ້ເຂົ້າເຈົ້າໄປເຜີຍແຜ່ຕາມໂຮງໝໍ ແລະສາທາຣະນະສຸຂຕ່າງໆພາຍໃນແຂວງ ດຽວນີ້ກໍຖືວ່າ ແມ່ຍິງຊົນເຜົ່າສ່ວນຫຼາຍ ກໍເຂົ້າໃຈດີຂຶ້ນກວ່າເກົ່າ:
“ແຕ່ຜ່ານມາ ເຂົາເຈົ້າກໍລ້ຽງປົນ ໃຫ້ລ້ຽງກິນເຂົ້າໝົກ ເຂົ້າຫຍັງນໍາຫັ່ນນ່າ 3 ມື້ ເຂົາເຈົ້າຈະປ້ອນເຂົ້າໃຫ້ເລີຍ ກັບນົມແມ່ ແຕ່ດຽວນີ້ ເຂົາກໍລ້ຽງລູກມີແຕ່ນົມແມ່ ກະດີຂຶ້ນກວ່າເກົ່າຫຼາຍຫັ້ນແຫຼະ.”
ຂນະທີ່ ເຈົ້າໜ້າທີ່ ແມ່ແລະເດັກ ຢູ່ແຂວງອຸດົມໄຊ ທ່ານນຶ່ງ ກ່າວວ່າ ແຂວງອຸດົມໄຊ ກໍດີຂຶ້ນຈາກແຕ່ກ່ອນຫຼາຍ ແຕ່ບໍ່ສາມາດເປີດເຜີຍໂຕເລຂໄດ້ ເຊິ່ງກໍຍັງມີສ່ວນນຶ່ງ ຢູ່ຕາມເຂດຊົນນະບົດ ຍັງລ້ຽງລູກດ້ວຍນົມແມ່ແຕ່ເກີດໃໝ່ ຫາ 6 ເດືອນ ແລະກໍໃຫ້ກິນເຂົ້າປົນໄປນໍາ ຍ້ອນວ່າຜູ້ເປັນແມ່ ຕ້ອງອອກໄປເຮັດໄຮ່ ເຮັດນາ ຕ້ອງປະລູກໄວ້ນໍາຜົວ ຫຼືຍາດພີ່ນ້ອງ ຈະໃຫ້ລູກກິນນົມແຕ່ຢ່າງດຽວ ກໍຄົງເປັນໄປບໍ່ໄດ້, ດັ່ງທ່ານກ່າວວ່າ:
“ມັນກໍມີຈໍານວນນຶ່ງເຂົ້າໃຈ ເທສບານໂຕເມືອງຫັ້ນແຫຼະ ຫ່າງໄກສອກຫຼີກ ມັນກະບໍ່ເຂົ້າໃຈຫັ້ນແຫຼະເນາະ ເວົ້າເຣື່ອງກະມີເຫດຜົລ ຂອງເຂົາຫັ່ນນາ ໄປວຽກໄປງານເດ້ ໃຫ້ລູກກິນແຕ່ນົມແມ່ຢ່າງດຽວກະບໍ່ໄດ້ ຕ້ອງໄດ້ໄປ ແລ້ວກະເອົາໄວ້ນໍາຜົວ, ນໍາປູ່, ນໍາຍ່າ, ນໍາປ້າ ມັນກໍຕ້ອງໄດ້ໃຊ້ເຂົ້າປ້ອນ.”
ຊາວບ້ານຜູ້ນຶ່ງ ເວົ້າວ່າ ຕັ້ງແຕ່ສມັຍຕອນທີ່ຕົນເອງເກີດລູກ ກໍຕ້ອງໄດ້ເກີດລູກຢູ່ເຮືອນ ເພາະຢູ່ບ້ານນອກ ຣົດໂດຍສານກໍມີ ຕ້ອງໄດ້ເບິ່ງແຍງຕົນເອງ ແລະລ້ຽງລູກຕາມຮີດຄອງປະເພນີ ທີ່ພໍ່ແມ່ພາປະຕິບັດມາ
“ຕອນນັ້ນຣົດໂດຍສານກະບໍ່ມີ ບ້ານນອກເນາະ ທາງຣົດກະບໍ່ສະດວກ ແລ້ວກະເກີດລູກຜູ້ດຽວຢູ່ເຮືອນ ຕອນນັ້ນຍັງບໍ່ມີແພດ ເຂົາເຈົ້າມາເຜີຍແພ່ວິທີ ປັດຈຸບັນ ພາກສ່ວນທີ່ໜ້ອຍແຫຼະ ບໍ່ເຂົ້າໃຈ ເກີດມາແລ້ວ ກໍຍໍ້າເຂົ້າໃຫ້ແລ້ວກໍໝົກໃຫ້ກິນ ແຕ່ບາງຄອບຄົວ ກະບໍ່ໃຫ້ກິນ 6, 7 ເດືອນ ແລ້ວກໍກິນເຂົ້າ.”
ຊາວບ້ານອີກຜູ້ນຶ່ງ ກໍເວົ້າວ່າ ປັດຈຸບັນນີ້ ບັນດາຜູ້ເປັນແມ່ທັງຫຼາຍ ກໍເຂົາເຈົ້າເຂົ້າໃຈຫຼາຍແລ້ວ ກ່ຽວກັບຄວາມສໍາຄັນ ຂອງການລ້ຽງລູກດ້ວຍນົມແມ່ແຕ່ຢ່າງດຽວ ນັບແຕ່ມື້ເກີດຈົນຮອດ 6 ເດືອນ. ຫຼັງຈາກ 6 ເດືອນໄປແລ້ວ ຈຶ່ງສາມາດປ້ອນເຂົ້າແລະອາຫານອື່ນໄດ້, ດັ່ງທ່ານກ່າວວ່າ:
“10 ປີຫຼັງຫັ່ນນາ ບໍ່ມີບ່ອນແນະນໍາ ກໍເກີດອັນນາ ໃນໂຮງໝໍທັມມະດານີ້ແຫຼະ ກະຢູ່ບ້ານທັມມະດາ ກະສຶກສາເອງ ກະເບິ່ງຕາມຂຽນໃສ່ກ່ອງເຂົ້າຊິລິແລັກ 3 ເດືອນ 6 ເດືອນ.”
ໃນວັນທີ 1-7 ສິງຫາ ຂອງທຸກໆປີ ເປັນວັນສລອງສັປດາສາກົລ ໃນການລ້ຽງລູກດ້ວຍນົມແມ່ ແລະມີການຈັດງານແລະສ້າງຂບວນການຕ່າງໆຫຼາຍຮູບແບບ ໃນທົ່ວໂລກ ເຊິ່ງຫຼາຍແຂວງຢູ່ລາວ ກໍໄດ້ສລອງວັນດັ່ງກ່າວ ຊຶ່ງໃນປີ 2020 ນີ້ ອົງການສາກົລ ທີ່ກ່ຽວຂ້ອງກັບການລ້ຽງລູກດ້ວຍນົມແມ່ ກໍເນັ້ນໃສ່ຫົວຂໍ້ ສົ່ງເສີມການລ້ຽງລູກດ້ວຍນົມແມ່ ເພື່ອສຸຂພາບທີ່ດີໃນໂລກ. ເພາະນໍ້ານົມແມ່ ເປັນອາຫານທີ່ດີທີ່ສຸດສໍາລັບເດັກນ້ອຍເກີດໃໝ່ ຈົນຮອດອາຍຸ 6 ເດືອນ ເປັນອາຫານທີ່ສະອາດແລະປອດພັຍ ເຕັມໄປດ້ວຍພູມຕ້ານທານຫຼາຍຢ່າງ ແລະຊ່ອຍປ້ອງກັນພຍາດໃຫ້ລູກນ້ອຍໄດ້.
ອີງຕາມການຣາຍງານຂ່າວ ຂອງໜັງສືພິມ ວຽງຈັນທາມສ ໃນວັນທີ່ 6 ສິງຫານີ້ ຍາງນາງ Pia Rebello Britto ຜູ້ຕາງໜ້າອົງການ UNICEF ປະຈຳລາວ ກ່າວໃນໂອກາດ ສັປດາສົ່ງເສີມໃຫ້ລູກນ້ອຍກິນນົມແມ່ ວ່າ ຢູ່ປະເທດລາວ ເດັກນ້ອຍອາຍຸແຕ່ເກີດ ເຖິງ 6 ເດືອນ ພຽງແຕ່ 44.9 ສ່ວນຮ້ອຍເທົ່ານັ້ນ ທີ່ກິນແຕ່ນົມແມ່ຢ່າງດຽວເປັນອາຫານ ເດັກນ້ອຍຫຼາຍກວ່າເຄິ່ງ ກິນອາຫານຢ່າງອື່ນປົນນຳ.