ວຽດນາມ ປ່ອຍໂຕ ນັກເຄື່ອນໄຫວ ຊາວວຽດນາມ

ຫງຽນ ຫວັນ ໂອຍ ນັກເຄື່ອນໄຫວ ຊາວວຽດນາມ
ຫງຽນ ຫວັນ ໂອຍ ນັກເຄື່ອນໄຫວ ຊາວວຽດນາມ (RFA)

0:00 / 0:00

ນັກ​ເຄື່ອນ​ໄຫວວຽດ​ນາມ ທີ່​ຊື່​ວ່າ ຫງຽນ ຫວັນ ໂອຍ ຖືກ​ປ່ອຍ​ຕົວ ຫຼັງ​ຈາກ ບໍ​ຣິ​ສັດ Formosa ທີ່​ຜະ​ລິດ​ເຫຼັກ​ກ້າ ຢູ່​ປະ​ເທດ​ວຽດ​ນາມ ໄດ້​ຈ່າຍ​ຄ່າ​ຊົດ​ເຊີຍ ຄວາມ​ເສັຽ​ຫາຍ ຈໍ​າ​ນວນ 500 ລ້ານ​ໂດ​ລາຣ໌ ທີ່​ໄດ້​ປ່ອຍ​ນ້ຳ​ເສັຽ​ລົງ​ທະ​ເລ ເຮັດ​ໃຫ້​ປາ​ຕາຍເປັນ​ຈຳ​ນວນ​ຫຼາຍ.

ນັກ​ເຂື່ອນ​ໄຫວ​ຄົນ​ດັ່ງ​ກ່າວ ຖືກ​ປ່ອຍ​ຕົວ ແລະ ໄດ້​ກັບ​ບ້ານ ຫຼັງ​ຈາກທີ່​ຕິດ​ຄຸກ​ເປັນ​ເວ​ລາ 5 ປີ ໃນ​ຂໍ້​ຫາທີ່​ປະ​ທ້ວງ ເຣື່ອງ​ນ້ຳ​ເສັຽໃນ​ປີ 2016 ໃນ​ຂະ​ນະ​ທີ່ ກຳ​ໄດ້​ຮຽກ​ຮ້ອງ ​ໃຫ້​ມີ​ການ​ຊົດ​ເຊີຍ​ຄ່າ​ເສັຽ​ຫາຍ.

ຕຳ​ຣວດ​ວຽດ​ນາມ ໄດ້​ຈັບ​ຕົວ ທ່ານ ຫງຽນ ຫວັນ ໂອຍ ແລະ ນັກ​ເຂື່ອນ​ໄຫວ​ຄົນ​ອື່ນໆ ໃນ​ເດືອນມົກ​ກະ​ຣາ ປີ 2017 ໃນ​ເວ​ລາ​ທີ່​ມີ​ການ​ສະ​ຫຼາຍ ​ການ​ປະ​ທ້ວງຕ້ານ​ໂຮງ​ງານ Formosa ທີ່​ເປັນ​ຂອງ​ນັກ​ທຸ​ຣະ​ກິດ​ໃຕ້​ຫວັນ ຍ້ອນ​ວ່າ ໂຮງ​ງານ​ດັ່ງ​ກ່າວ ໄດ້​ປ່ອຍ​ນ້ຳ​ເສັຽທີ່​ປົນ​ເປື້ອນ​ສານ​ເຄ​ມີ​ ລົງ​ທະ​ເລ ສ້າງ​ຄວາມ​ເສັຽ​ຫາຍ​ຕາມ​ຊາຍ​ຝັ່ງ​ທະ​ເລຫຼາຍ 100 ກິ​ໂລ​ແມັດ ຢູ່ 4 ແຂວງ ​ພາກ​ກາງ​ຂອງວຽດ​ນາມ.

ໃນ​ ເດືອນ​ກັນ​ຍາ ປີ 2017, ທ່ານ ຫງຽນ ຫວັນ ໂອຍ ຖືກ​ສານ​ວຽດ​ນາມ ຕັດ​ສິນ​ຕິດ​ຄຸກ 5 ປີ ໃນ​ຂໍ້​ຫາ​ຂັດ​ຂວາງ​ເຈົ້າ​ໜ້າ​ທີ່​ໃນ​ເວ​ລາ​ປະ​ຕິ​ບັດ​ງານ ແລະ ບໍ່​ເຄົາ​ຣົບ​ຄຳ​ຕັດ​ສິນ​ຂອງ​ສານ. ຫຼັງ​ຈາກ​ອ​ອກ​ຈາກ​ຄຸກ​ແລ້ວ, ທ່ານ ຫງ​ຽນ ຫວັນ ໂອຍ ໄດ້​ກັບ​ມາ​ຢູ່​ບ້ານຂອງ​ຕົນ ຢູ່​ແຂວງ​ Nghe An ພາກ​ກາງ​ຂອງວຽດ​ນາມ.

ລາວ​ໄດ້​ກ່າວ​ຕໍ່​ສຳ​ນັກ​ຂ່າວ ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ວຽດ​ນາມ​ວ່າ:

“ຮູ້​ສຶກ​ທັງ​ດີ​ໃຈ ແລະ ເສັຽ​ໃຈ. ​ດີ​ໃຈທີ່​ຖືກ​ປ່ອຍ​ຕົວຈາກ​ຄຸກ​ແຄບໆ ແຕ່​ວ່າ ກໍ​ຮູ້​ສຶກ​ເສັຽ​ໃຈ ທີ່​ກັບ​ມາ​ຢູ່​ຄຸກ​ທີ່​ກວ້າງໆ ຊຶ່ງ​ຄຸກ​ກວ້າງ​ໝາຍ​ເຖິງ​ເຈົ້າ​ໜ້າ​ທີ່​ວຽດ​ນາມ ຈຳ​ກັດ​ການ​ໃຊ້​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ລາວ. ມາ​ເບິ່ງ 2 ຂໍ້​ຫາ ຄື ຂໍ້​ຫາບໍ່​ເຄົາ​ຣົບ​ຄຳ​ຕັດ​ສິນ​ຂອງ​ສານ ແລະ ຂໍ້​ຫາຂັດ​ຂວາງ​ເຈົ້າ​ໜ້າ​ທີ່​ໃນ​ເວ​ລາ​ປະ​ຕິ​ບັດ​ໜ້າ​ທີ່ ຊຶ່ງ​ເຫັນ​ວ່າ ເຈົ້າ​ໜ້າ​ທີ່​ເຮັດ​ເກີນ​ໄປ ໂດຍ​ສະ​ເພາະ ການ​ສ້າງ​ເອກ​ສານ​ປອມ, ການ​ປອມ​ລາຍ​ເຊັນ ເພື່ອ​ໃຫ້​ພິ​ສູດ​ໄດ້​ວ່າ ຜູ້​ກ່ຽວ​ເອງ ເຮັດ​ຜິດ​ຕາມ​ທີ່​ເຈົ້າ​ໜ້າ​ທີ່​ກ່າວ​ຫາ.”

ໃນ​ເວ​ລາ​ທີ່​ຖືກ​ຈັບ ເຈົ້າ​ໜ້າ​ທີ່​ຕຳ​ຣວດ ຄິດ​ວ່າ ລາວ​ເປັນ​ແກນ​ນຳ​ໃນ​ການ​ຈັດ​ຕັ້ງ​ການ​ປະ​ທ້ວງໃນ​ຕອນ​ນັ້ນ.ນາງ ຕ​ຣັນ​ ທິ ເຫຼືອ ຜູ້​ເປັນ​ແມ່ ໄດ້​ກ່າວ​ວ່າ ລາວ​ດີ​ໃຈ ທີ່​ລູກ​ຖືກ​ປ່ອຍ​ຕົວ​ເກັບ​ມາ​ບ້ານ. ນາງ ຕ​ຣັນ​ ທິ ເຫຼືອ ກ່າວ​ຕື່ມ​ອີກວ່າ ລາວ​ມີ​ຄວາມ​ກັງ​ວົນ​ໃຈ ແລະ ເສົ້າ​ໃຈ ໃນ​ເວ​ລາ​ທີ່​ລູກ​ຢູ່​ໃນ​ຄຸກ ແຕ່​ວ່າ ລາວ​ກໍ​ຮູ້​ດີ​ວ່າ ລູກ​ຂອງ​ລາວ ອຸ​ທິດ​ຕົນໃຫ້​ແກ່​ສ່ວນ​ລວມ.

ຫງຽນ ຫວັນ ໂອຍ ຕິດ​ຄຸກ​ຄັ້ງ​ນີ້ ເປັນ​ຄັ້ງ​ທີ່ 2 ຫຼັງ​ຈາກ ຄັ້ງ​ທີ່ 1 ລາວ​ຕິດ​ຄຸກ​ແຕ່​ປີ 2011-2015 ຍ້ອນ​ວ່າ ລາວ​ເຂົ້າ​ຮ່ວມ​ການ​ປະ​ທ້ວງກໍ​ລະ​ນີ ຈີນ​ເຂົ້າ​ມາ​ມີ​ອິ​ທິ​ພົນ​ຕໍ່​ວຽດ​ນາມ, ຕ້ອງ​ການ​ໃຫ້​ມີ​ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ຢ່າງເຂັ້ມ​ແຂງ, ແລະ ສ​ນັບ​ສ​ນູນ ການ​ມີ​ສື່​ເສ​ຣີ ໃນ​ວຽດ​ນາມ.

ໃນ​ເດືອນ ມິ​ຖຸ​ນາ 2019, ຫຼັງ​ຈາກ ບໍຣິ​ສັດ Formosa ໄດ້​ປ່ອຍ​ສ້ຳ​ເສັຽ​ລົງ​ໃສ່​ທະ​ເລ ມີ​ປະ​ຊາ​ຊົນ​ເກືອບ 8,000 ຄົນ ໄດ້​ຍື່ນ​ຟ້ອງ​ສານ ໃນ​ໃຕ້​ຫວັນ ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ອົງ​ການ​ດ້ານ​ສິ່ງ​ແວດ​ລ້ອມ​ໃນ​ປະ​ເທດ​ວຽດ​ນາມ, ທັງ​ໃນ​ສະ​ຫະ​ຣັຖ​ອາ​ເມ​ຣິ​ກາ, ຝ​ຣັ່ງ ແລະ ຄາ​ນາ​ດາ. ປັດ​ຈຸ​ບັນ ໂຈດ ໄດ້​ຮຽກ​ຮ້ອງ​ໃຫ້​ສານ​ສູງ​ໃຕ້​ຫວັນ ເພື່ອ​ພິ​ຈຳ​ລະ​ນາ​ຄືນ ກ່ຽວ​ກັບ​ຂໍ້​ຮຽກ​ຮ້ອງ ທີ່ໂຈດ​ຕ້ອງ​ການ​ສິດ​ທິ​ໃນ​ການ​ເຂົ້າ​ຮ່ວມ​ຮ້ອງ​ຟ້ອງ​ຄະ​ດີ​ດັ່ງ​ກ່າວ.

ກຸ່ມ​ອົງ​ການ​ທີ່​ຕິດ​ຕາມ​ກໍ​ລະ​ນີ ບໍ​ຣິ​ສັດ Formosa ທີ່​ໄດ້​ໃຫ້​ການ​ການ​ຊ່ວຍ​ເຫຼືອ ປະ​ຊາ​ຊົນ​ວຽດ​ນາມ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ, ໄດ້​ກ່າວ​ວ່າ ໃນ​ເວ​ລາ​ທີ່​ ຖ​ແລງຂ່າວ ຢູ່​ນະ​ຄອນ​ໄທ​ເປຂອງ​ໃຕ້​ຫວັນ ໃນ​ວັນ​ຈັນ ທີ່​ຜ່ານ​ມາ ວ່າ ໂຈດຈະ​ຕ້ອງ​ປະ​ເຊີ​ນ​ກັບ​ການ​ຄຸກ​ຄາມຈາກ​ຣັ​ຖ​ບານ​ພັກ​ດຽວ ກໍ​ຄື ຣັ​ຖ​ບານ​ວຽດ​ນາມ ຖ້າ​ເຂົາ​ເຈົ້າ​ຍື່ນ​ຟ້ອງ​ສານ​ຢູ່​ວຽດ​ນາມ.

ປີ​ເຕີ ຫງ​ຽນ ຜູ້​ອຳ​ນວຍ​ການອົງ​ການ ແຮງ​ງານ​ອົບ​ພ​ຍົບ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່ ນະ​ຄອນ​ໄທ​ເປ ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ວຽດ​ນ​າມ​ວ່າ:

“ພວກ​ເຮົາ​ມີ​ການ​ຮຽກ​ຮ້ອງ​ຍ້ອນ​ວ່າ ຄະ​ດີ​ດັ່ງ​ກ່າວ ມັນ​ເຮັດ​ໃຫ້​ໂຈດ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ. 90-95 ເປີ​ເຊັນ ໂຈດ​ຈະ​ຖືກ​ຄຸກ​ຄາມ ຢູ່​ວຽດ​ນາມ ແລະ ຖືກ​ຈັບ ຫຼື ຖືກ​ສອບ​ສວນ. ໂຈດ​ຈະ​ຖືກ​ກັກຂັງ ແລະ ຈຳ​ຄຸກ ຄື​ກັບ​ກໍ​ລະ​ນີ​ທີ່​ເກີດ​ຂຶ້ນ​ໃນ​ອາ​ດີດ​ທີ່​ຜ່ານ​ມາ. ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້​ສານ​ສູງ​ຂອງ​ໃຕ້​ຫວັນ ໃຫ້​ສິ​ທິ​ແກ່​ໂຈດ ສາ​ມາດ​ຍື່ນ​ຟ້ອງ​ຮ້ອງ​ຄະ​ດີ​ດັ່ງ​ກ່າວ ໃນ​ໃຕ້​ຫວັນ​ໄດ້.”

ສານ​ສູງ​ຂອງ​ໃຕ້​ຫວັນ ບໍ່​ຮັບ​ພິ​ຈາ​ລະ​ນາ ຄຳ​ຮ້ອງ​ດັ່ງ​ກ່າວ ແຕ່​ວ່າ ໃນ​ເດືອນ​ທັນ​ວ່າ 2020 ທີ່​ຜ່ານ​ມາ ສານ​ສູງ​ຂອງ​ໃຕ້​ຫວັນ ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ທົບ​ທວນ​ຄະ​ດີ​ດັ່ງ​ກ່າວ.

ແຕ່​ວ່າ ສານ​ສູງ​ຂອງ​ໃຕ້​ຫວັນ ຕ້ອງ​ການ​ໃຫ້ ຜູ້​ທີ່​ມາ​ຍື່ນ​ຄໍາ​ຮ້ອງ​ນັ້ນ ມອບ​ອຳ​ນາດ​ໃຫ້​ແກ່​ຜູ້​ທີ່​ເປັນ​ຕົວ​ແທນ​ຝ່າຍ​ກົດ​ໝາຍ​ຂອງ​ເຂົາ​ເຈົ້າ ຍ້ອນ​ວ່າ ເຂົາ​ເຈົ້າ​ເປັນ​ຄົນ​ຕ່າງ​ປະ​ເທດ ທີ່​ມາ​ຟ້ອງ​ຮ້ອງ​ຄະ​ດີ​ ຢູ່​ໃຕ້​ຫວັນ.

ທ່ານ ປີ​ເຕີ ຫງຽນ ກ່າວ​ວ່າ ຂໍ້​ຮຽກ​ຮ້ອງ​ຂອງ​ສານ ບໍ່​ສົມ​ເຫດ​ສົມ​ຜົລ, ແລະ ລາວ​ຄິດ​ວ່າ ການ​ເມືອງ​ເຂົ້າ​ມາ​ກ່ຽວ​ຂ້ອງ ໃນ​ການ​ຮ​ຽກ​ຮ້ອງ​ສານ​ສູງ​ຢູ່​ໃຕ້​ຫວັນ.

ໃນ​ປີ 2016, ບໍ​ຣິ​ສັດ Formosa ໄດ້​ຍ້ອມ​ຮັບ​ວ່າ ໄດ້​ປ່ອຍ​ນ້ຳ​ເສັຽ​ທີ່​ປົນ​ເປື້ອນ​ສານ​ເຄ​ມີ ກໍ່​ໃຫ້​ເກີດ​ບັນ​ຫາ​ສິ່ງ​ແວ​ດ​ລ້ອມ ໃນ​ວຽດ​ນາມ ແລະ ບໍ​ຣິ​ສັດ ດັ່ງ​ກ່າວ ໄດ້​ສ​ເນີ​ເງິນຊົດ​ເຊີຍ 500 ລ້ານ ໂດ​ລາ ຫຼັງ​ຈາກຣັ​ຖ​ບານ​ວຽດ​ນາມໄດ້​ກວດ​ພົບ​ວ່າ ບໍ​ຣິ​ສັດ ໄດ້​ປ່ອຍ​ນຳ​ເສັຽ​ປົນ​ເປື້ອນ​ສານ​ເຄ​ມີ ລວມ​ທັງ​ສານ ໄຊ​ຍາ​ນາຍ ທີ່​ເປັນ​ສານ​ເຄ​ມີ​ອັນ​ຕະ​ລາຍ ຊຶ່ງ​ກໍ່​ໃຫ້​ເກີດ​ຄວາມ​ເສັຽ​ຫາຍ​ຕໍ່​ສິ່ງ​ແວດ​ລ້ອມ.

ເຖິງວ່າ ບໍ​ຣິ​ສັດ Formosa ຈະ​ຊົດ​ເຊີຍ​ເງິນ 500 ລ້ານ ໂດ​ລາ ເພື່ອ​ທຳ​ຄວາມ​ສະ​ອາດ ແລະ ສ​ນັບ​ສ​ນູນ ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ ແຕ່ ນັກ​ວິ​ຈານ ກ່າວ​ວ່າ ຈຳ​ນວນ​ເງິນ​ດັ່ງ​ກ່າວບໍ່​ພຽງ​ພໍ ສຳ​ລັບຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ແລະ ຮຽກ​ຮ້ອງ​ຄ່າ​ຊົດ​ເຊີຍ​ເພີ່ມ​ເ​ຕີມ ໂດຍ​ຜ່ານ​ສານ​ໃຕ້​ຫວັນ.

ນອກ​ຈາກນີ້ ຍັງ​ມີ​ນັກ​ຂ່າວ​ວຽດ​ນາມ ຖືກ​ຈັບ ຫລັງ​ຈາກ​ທີ່​ນຳ​ສ​ເນີ​ຕົວ​ເອງ ເປັນ​ຜູ້​ສ​ມັກ​ອິ​​ສຣະ ໃນ​ການເລືອກ​ຕັ້ງ​ສ​ມາ​ຊິກສ​ພາ​ແຫ່ງ​ຊາດ ແລະ ຕໍ່​ມາ ລາວຖືກ​ສານ​​ນະ​ຄອນ​ຮ່າ​ໂນ້ຍ ຕັດ​ສິນຕິດ​ຄຸກເປັນ​ເວ​ລາ 5 ປີ ອີ​ງ​ຕາມ ຂໍ້​ມູນ​ຈາກ​ຜູ້​ເປັນ​ເມັຽ ແລະ ທະ​ນາຍ​ຄວາມ​ຂອງ​ລາວ.

ນັກ​ຂ່າວ​ຄົນ​ດັ່ງ​ກ່າວ ຊື່​ວ່າ ລີ ທ​ຣຸງ ຫວງ ຖືກ​ຈັບ​ໃນ​ວັນ​ທີ 27 ມີ​ນາ 2021 ຫຼັງ​ຈາກປະ​ກາດ​ລົງ​ເລືອກ​ຕັ້ງໃນ​ນາມ​ຜູ້​ສ​ມັກ​ອິສ​ຣະ ຊຶ່ງ​ຖື​ວ່າ ເປັນ​ການ​ທ້າ​ທາຍ​ຕໍ່​ພັກ​ຄອມ​ມູນ​ນີ​ສ ວຽດ​ນາມ ແລະ ຖືກ​ດຳ​ເນີນ​ຄະ​ດີ ໃນ​ຂໍ້​ຫາ ສ້າງ ເຜີຍ​ແຜ່​ຂໍ້​ມູນ​, ເອກ​ສານ, ແລະ ສື່​ສິ່ງ​ພິມ ທີ່​ຂັດ​ຕໍ່​ສາ​ທາ​ລະ​ນະ​ຣັ​ຖສັງ​ຄົມ​ນິ​ຍົມ​ວຽດ​ນາມ.

ທ່ານ ລີ ທ​ຣຸງ ຫວງ ອາ​ຍຸ 79 ປີ ແລະ ເປັນອາ​ດີດ​ຜູ້ກໍ່​ຕັ້ງ​ສ​ຖານ​ນີ​ໂທ​ລະ​ທັດ CHTV ໄດ້​ເຜີຍ​ແຜ່​ວີ​ດີ​ໂອ ກ່ຽວ​ກັບ​ປະ​ເດັນ​ຮ້ອນ​ຢູ່​ທາງ​ສື່​ສັງ​ຄົມ​ອອນ​ລາຍ. ຜູ້​ກ່ຽວ​ຖືກ​ກ່າວ​ຫາ​ວ່າ ລະ​ເມີດ​ມາ​ຕ​ຣາ 117 ຂອງ​ກົດ​ໝາຍ​ອາ​ຍາ ອີ​ງ​ຕາມ​ການ​ຢືນ​ຂອງ​ທະ​ນາຍ​ຄວາມ​ຂອງ​ລາວ.

ລູກ​ຊາຍຂອງ​ລາວ ກ່າວ​ວ່າ ສານ​ໄດ້​ຕັດ​ສິນ​ຈຳ​ຄຸກ ທ່ານ ລີ ທ​ຣຸງ ຫວງ ຜູ້​ເປັນ​ພໍ່ ເປັນ​ເວ​ລາ 5 ປີ ແລະ ການ​ດຳ​ເນີນ​ຄະ​ດີ ບໍ່​ເປັນ​ທີ່​ກະ​ຈ່າງ​ແຈ້ງ ຍ້ອນ​ວ່າ ພໍ່​ຂອງ​ລາວ ບໍ່​ໄດ້​ໄປ​ປະ​ກົດ​ຕົວ​ຕໍ່​ສານ ແລະ ບໍ່​ໄດ້​ມີ​ໂອ​ກາດໄປ​ຊີ້​ແຈ້ງ​ຕໍ່​ຂໍ້​ກ່າວ​ຫາ.

ອັນ​ນັ້ນ​ເປັນ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ປະ​ເທດ​ວຽດ​ນາມ, ແຕ່ ວ່າ ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ປະ​ເທດ​ລາວ ກໍ​ຄື ມີ​ຊາວ​ບ້ານຖືກ​ຈັບ​ຍ້ອນ​ຂໍ​ຂັດ​ແຍ່ງ​ທີ່​ດິນ.

ຊາວບ້ານຢຶບ ເມືອງທ່າແຕງ ແຂວງ ເຊກອງ 15 ຄົນ ຖືກຈັບ ໃນປີ 2017, ຍ້ອນວ່າເຂົາເຈົ້າມີຂໍ້ຂັດແຍ່ງທີ່ດິນ ໂດຍທີ່ທາງແຂວງ ເອົາທີ່ດິນເຂົາເຈົ້າໄປໃຫ້ບໍຣິສັດຢາງພາຣາ ວຽດນາມສຳປະທານ.

ກ່ຽວກັບເລື່ອງນີ້, ອົງການສິດທິມະນຸດ ເວົ້າວ່າ ການຈັບຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ບໍ່ເປັນໄປຕາມກົດໝາຍ ແລະ ເປັນການລະເມີດສິດທິມະນຸດຢ່າງຈະແຈ້ງ ພ້ອມກັບຮຽກຮ້ອງໃຫ້ທາງການລາວປ່ອຍຕົວຊາວບ້ານໃຫ້ເປັນອິສຣະ.

ຄວາມເປັນມາ ຂອງຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ອີງຕາມຂໍ້ມູນຈາກຊາວບ້ານ.

ໃນເດືອນ ກໍຣະກະດາ 2017, ຊາວບ້ານ 15 ຄົນ ຖືກຈັບຍ້ອນວ່າເຂົາເຈົ້າພາກັນ ໄປຢຶດທີ່ດິນຂອງ​ເຂົາ​ເຈົ້າຄືນ ຈາກບໍຣິສັດຢາງພາຣາ ວຽດນາມ ຍ້ອນວ່າ ເຈົ້າໜ້າທີ່ຂັ້ນແຂວງ ແລະ ຂັ້ນສູນກາງ ບໍ່ສາມາດແກ້ໄຂໃຫ້ເຂົາເຈົ້າໄດ້. ໃນເວລາຕໍ່ມາຊາວບ້ານ 1 ຄົນ​ເສັຽ​ຊີ​ວິດ ຢູ່ໃນຄຸກ, ​ແລະ ເຈົ້າໜ້າທີ່ໄດ້ປ່ອຍຕົວ ຊາວບ້ານ 5 ຄົນ.

ໃນເດືອນ ກໍຣະກະດາ 2019, ຊາວບ້ານ ທີ່ເຫຼືອອີກ 9 ຄົນ ຖືກນຳຂຶ້ນຕັດສິນໃນ 6 ຂໍ້ຫາ.

  1. ການແບ່ງແຍກຄວາມສາມັກຄີ.
  2. ການເຕົ້າໂຮມກຸ່ມຄົນສ້າງຄວາມປັ່ນປ່ວນ.
  3. ການທຳລາຍຊັບສິນພົລເມືອງ.
  4. ການທຳລາຍເຄື່ອງປູກຂອງຝັງ.
  5. ການຂັດຂວາງການປະຕິບັດງານ ຂອງເຈົ້າໜ້າທີ່.
  6. ການຫມິ່ນປມາດເຈົ້າໜ້າທີ່.

ຊາວບ້ານ 9 ຄົນ ຖືກຕັດສີນຈຳຄຸກແຕ່ 2-6 ປີ ຫຼັງຈາກນັ້ນຊາວບ້ານ 4 ຄົນ ໄດ້ພົ້ນໂທດ ແລະ ຖືກປ່ອຍຕົວ. ປັດຈຸບັນ ເຫຼືອ ຊາວບ້ານ 5 ຄົນ ຍັງຕິດຄຸກຢູ່.