ຄູບາຫວຽດນາມ Thích Minh Tuệ ຢູ່ເມືອງໂພນທອງ ແຂວງຈໍາປາສັກ
ຄູບາຫວຽດນາມ ໄທ ມິນ ເຖ (Thích Minh Tuệ) ທີ່ນໍາຄະນະພະສົງ ຍ່າງມາລາວ ປັດຈຸບັນ ຢູ່ເມືອງໂພນທອງ ແຂວງຈໍາປາສັກ, ຈະຍ່າງໄປເຖິງຊາຍແດນລາວ-ໄທ 29 ທັນວາ ເພື່ອໄປຕໍ່ອິນເດຍ.
-
ຈຳປາທອງ
2024-12-27 -
-
-
Your browser doesn’t support HTML5 audio
ຄະນະພະສົງຫວຽດນາມ 5 ອົງ ນໍາໂດຍຄູບາ ໄທ ມິນ ເຖ (Thích Minh Tuệ) ທີ່ໄດ້ຍ່າງຈາກປະເທດຫວຽດນາມ ຜ່ານດ່ານສາກົນພູເກືອ ເມືອງພູວົງ ແຂວງອັດຕະປື ໃນມື້ວັນທີ 12 ທັນວາ 2024 ນັ້ນ ຫຼັງຈາກໄດ້ຍ່າງມາເຖິງນະຄອນປາກເຊ ແຂວງຈໍາປາສັກແລ້ວ ກໍໄດ້ຍ່າງຂ້າມຂົວແມ່ນໍ້າຂອງ ໄປເມືອງໂພນທອງ ແຂວງຈໍາປາສັກ ໃນມື້ວັນທີ 26 ທັນວາ ນີ້.
ປັດຈຸບັນ ຄູບາ ໄທ ມິນ ເຖ ແລະ ຄະນະສົງຫວຽດນາມ ພັກຢູ່ຕີນພູສະເຫຼົ້າ ບ່ອນທີ່ຢູ່ເທິງພູ ມີພະໃຫຍ່ ຢູ່ເມືອງໂພນທອງ, ຄະນະເພິ່ນຍ່າງໄປຮອດໃສ ກໍມີຊາວບ້ານ ອອກຕົນຍາດໂຍມ ຕ້ອນຮັບ. ບ່ອນທີ່ຄະນະເພິ່ນ ພັກຢູ່ນັ້ນ ຫ່າງຈາກດ່ານສາກົນລາວ-ໄທ ວັງເຕົ່າ-ຊ່ອງເມັກ ປະມານ 45 ກິໂລແມັດ. ຄະນະເພິ່ນມີແຜນ ທີ່ຈະຍ່າງໄປເຖິງດ່ານສາກົນນັ້ນ ໃນມື້ວັນທີ 29 ທັນວາ ໂດຍຈະໃຊ້ເວລາຍ່າງໄປ ປະມານ 2 – 3 ມື້, ອີງຕາມ ຄໍາເວົ້າຂອງປະຊາຊົນ ຜູ້ທີ່ມີໂອກາດໄດ້້ຕ້ອນຮັບ ຄະນະພະສົງຈາກຫວຽດນາມ ທີ່ນະຄອນປາກເຊ ແຂວງຈໍາປາສັກ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ທັນວາ 2024 ນີ້.
“ຢູ່ລາວນີ້ ແມ່ນຢູ່ເມືອງໂພນທອງ ຫາກໍພັກ ກໍໝ້ອງສົ້ນຂົວ ຂ້າມຂົວນີ້ເດ ຢູ່ຕີນພູສະເຫຼົ້າ ຫັ້ນແຫຼະ ພູທີ່ມີພະສູງໆ ໃຫຍ່ໆ ຢູ່ເທິງພູ ຫັ້ນນະ ແມ້ນ ແລະວັນທິດນໍ ຮອດຊ່ອງເມັກຢູ່ ໄປຮອດໃສ ກໍມີຊາວບ້ານອອກຮອດນັ້ນ ຫັ້ນນະ.”
ແລະປະຊາຊົນຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຜູ້ທີ່ໄດ້ໄປຕ້ອນຮັບຄະນະພະສົງຫວຽດນາມ ທີ່ໄດ້ຍ່າງຜ່ານໄປນັ້ນ ກໍເວົ້າໃນມື້ດຽວກັນນີ້ ວ່າ ເພິ່ນອອກຈາກປາກຊ່ອງໄປ ໄດ້ປະມານ 3 ມື້ແລ້ວ. ຕອນທີ່ຄະນະເພິ່ນຍ່າງມາຜ່ານ ກໍມີຊາວລາວ ແລະຊາວຫວຽດນາມ ທີ່ມີຄວາມເຫຼື້ອມໃສ ໃນພຸດທະສາດສະໜາ ພາກັນປູສາດນັ່ງ ໃຫ້ການຕ້ອນຮັບຄະນະເພິ່ນ ເປັນຢ່າງດີ, ອອກຕົນຍາດໂຍມ ຈະໃຫ້ຫຍັງ ທານຫຍັງ ເພິ່ນກໍບໍ່ຮັບ ຮັບແຕ່ນໍ້າ ແລະອາຫານທີ່ຈໍາເປັນ ແນວອື່ນ ເພິ່ນບໍ່ຮັບ, ດັ່ງທີ່ທ່ານກ່າວວ່າ:
“ອອກຈາກປາກຊ່ອງ ໄປປະມານ 3 ວັນແລ້ວ ເພິ່ນກາຍໄປນີ້ນະ ໂອ ໄດ້ໄປຢູ່ ຫຼາຍໆ ແຕ່ວ່າເພິ່ນບໍ່ໄດ້ຮັບຫຍັງ ມີແຕ່ໝູ່ເຮົາ ພາກັນປູສາດ ນັ່ງນົບກັນທໍາມະດານີ້ແຫຼະ ແຕ່ວ່າເພິ່ນບໍ່ຮັບຫຍັງ ເງິນເພິ່ນກໍບໍ່ຮັບ ຂອງກິນຂອງຫຍໍ້າ ເພິ່ນກໍບໍ່ໄດ້ຮັບ.”
ຊາວບ້ານ ທີ່ເຫັນຄະນະພະສົງຫວຽດນາມ ເພິ່ນຍ່າງຢູ່ແຖວຫຼັກ 10 ປາຍ ທ່ານໜຶ່ງ ກໍເວົ້າໃນມື້ວານນີ້ ວັນທີ 26 ທັນວາ ວ່າ ໄດ້ເຫັນຄະນະເພິ່ນຍ່າງ ມາແຕ່ເມືອງປາກຊ່ອງ ໄປຫານະຄອນປາກເຊ ໂດຍມີຜູ້ຍ່າງຕາມ ຄົນໜຶ່ງ ສອງຄົນ ແລະ ມີມືກ້ອງ 2 ຄົນ ຕິດຕາມນໍາ ເພື່ອເຮັດວີດີໂອ ເຜີຍແຜ່ທາງສື່ສັງຄົມອອນລາຍ ຊຶ່ງຊາວບ້ານ ກໍໃຫ້ຄວາມສົນໃຈ ອອກມາເບິ່ງ ດັ່ງທີ່ທ່ານກ່າວວ່າ:
“ໂອ ມື້ວານ ກໍເຫັນຍ່າງຢູ່ ເຫັນຍ່າງນໍາທາງ ຢູ່ແຖວຫຼັກ 10 ປາຍຫັ້ນນະ ກໍໃນທາງລະຫວ່າງປາກເຊໄປປາກຊ່ອງຫັ້ນແຫຼະ ໃນລະຫວ່າງທາງນັ້ນ ຂີ່ຜ່ານແວັບໜຶ່ງ ບໍ່ເຫັນປະສາດ ເຫັນແຕ່ເພິ່ນຍ່າງຢູ່ ມີຄົນຍ່າງຕາມ ຈັກ 1-2 ຄົນນີ້ແຫຼະ ແລ້ວກໍມີຕາກ້ອງເດີນຕາມ ຈັກ 2 ຄົນນີ້ແຫຼະ ຊາວ ບ້ານກໍມອງ ອອກມາຈາກບ້ານມາດູ.”
ກ່ຽວກັບເລື່ອງທີ່ວ່ານີ້ ພະອາຈານ ຈາກອົງການພຸດທະສາດສະໜາສໍາພັນລາວ ຢູ່ແຂວງຈໍາປາສັກ ອົງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນຂະນະທີ່ພະສົງຫວຽດນາມ ໄປເຖິງນະຄອນປາກເຊ ວ່າ ໄດ້ຕິດຕາມຂ່າວ ການຍ່າງມາ ຂອງພະສົງ ຈາກປະເທດຫວຽດນາມຢູ່ ແຕ່ບໍ່ໄດ້ມີການພົວພັນນໍາກັນ ຍ້ອນຕ່າງນິກາຍກັນ ແລະ ຄາດວ່າ ຄະນະເພິ່ນ ຈະຍ່າງຕໍ່ໄປປະເທດໄທ.
ການຍ່າງເຂົ້າມາລາວ ຂອງຄະນະພະສົງຫວຽດນາມນີ້ ບໍ່ໄດ້ເຮັດໜັງສືຂໍອະນຸຍາດ ຜ່ານອົງການພຸດທະສາດສະໜາສໍາພັນລາວ ທັງຂັ້ນສູນກາງ ແລະ ຂັ້ນແຂວງ ດັ່ງນັ້ນ ຈຶ່ງເຮັດໃຫ້ ປັດຈຸບັນ ມີແຕ່ເຈົ້າໜ້າທີ່ຕໍາຫຼວດ ຕິດຕາມຮັກສາຄວາມປອດໄພ ໃຫ້ຄະນະເພິ່ນ ຊຶ່ງຂະນະນີ້ ເພິ່ນຢູ່ນະຄອນປາກເຊ ດັ່ງທີ່ພະອາຈານກ່າວວ່າ:
“ແມ່ນ ເຫັນຢູ່ ເຫັນຂ່າວຢູ່ ເພິ່ນກໍມາຮອດ ປັດຈຸບັນນີ້ ຢູ່ນະຄອນປາກເຊ ເພິ່ນກໍາລັງຊິເດີນທາງໄປ...ໜ້າຈະເປັນມື້ອື່ນບໍ ເພິ່ນຊິເດີນທາງເຂົ້າສູ່ປະເທດໄທ ຫັ້ນນ່າ ປກສ ເພິ່ນຕິດຕາມ ປ້ອງກັນຫຍັງຕ່າງໆ ຫັ້ນແຫຼະ ເພາະວ່າເພິ່ນ ບໍ່ໄດ້ຜ່ານທາງເຮົາ ບໍ່ໄດ້ຜ່ານອົງການ ອສພ.”
ເມື່ອກ່ອນໜ້ານີ້ ແຕ່ ປີ 2017 ມາ, ຄູບາ ໄທ ມິນ ເຖ ກໍໄດ້ຍ່າງທົ່ວປະເທດຫວຽດນາມ 2 ຄັ້ງ ແລະ ໃນຄັ້ງທີ 3 ໄດ້ຮັບຄວາມສົນໃຈ ຈາກປະຊາຊົນຫວຽດນາມຫຼາຍ ຍ້ອນໄດ້ມີການເຜີຍແຜ່ຂ່າວ ກ່ຽວກັບການຍ່າງຂອງເພິ່ນ ຜ່ານສື່ສັງຄົມອອນລາຍ ໃນຫວຽດນາມ ເຮັດໃຫ້ລັດຖະບານຫວຽດນາມ ສັ່ງໃຫ້ເພິ່ນເຊົາຍ່າງ ຢູ່ປະເທດຫວຽດນາມ ໃນເດືອນມິຖຸນາທີ່ຜ່ານມາ ແລະ ຫຼັງຈາກນັ້ນ ເພິ່ນກໍຍ່າງຈາກຫວຽດນາມ ມາປະເທດລາວ ແລະ ຈະຍ່າງຕໍ່ໄປປະເທດໄທ ແລະ ປະເທດອື່ນອີກ.
ການຍ່າງຂອງຄູບາ ໄທ ມິນ ເຖ ແລະຄະນະພະສົງ ຂອງເພິ່ນໃນຄັ້ງນີ້ ແມ່ນມີຈຸດໝາຍປາຍທາງ ຢູ່ທີ່ປະເທດອິນເດຍ ແຕ່ຍັງບໍ່ແນ່ນອນວ່າ ຈະຍ່າງຜ່ານປະເທດໃດ ກ່ອນຈະໄປເຖິງປະເທດອິນເດຍ ຍ້ອນປະເທດພະມ້າ ຫຼືມຽນມາ ທີ່ຢູ່ຕິດກັບໄທນັ້ນ ຢູ່ໃນສະພາບພາວະ ສົງຄາມກາງເມືອງ.