ໄທຟື້ນໂຄງການຣົດໄຟ ຄວາມໄວ ສູງ
ຄນະຮັກສາ ຄວາມສງົບ ແຫ່ງຊາດ ໄທ ໄດ້ ອະນຸມັດ ໂຄງການ ຣົຖໄຟ ຄວາມໄວ ສູງ ທີ່ ຈະເຊື່ອມຕໍ່ ກັບ ຈີນ ແລະ ຜ່ານ ສປປລາວ.
-
ສິດນີ
2014-07-30 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ີີ ຣະດັບສູງ ຂອງໄທ ກ່າວ ໃນມື້ວັນພຸດ ນີ້ວ່າ ຣັຖບານ ທະຫານໄທ ໄດ້ ອະນຸມັດ ງົບປະມານ ອັນ ມະຫາສານ ເພື່ອ ຍົກ ຣະດັບ ໂຄງການ ຣົຖໄຟ ຄວາມໄວສູງ ໃນໄທ ທີ່ ຈະເຊື່ອມຕໍ່ ກັບຈີນ ຜ່ານລາວ ຊື່ງ ເປັນພາກສ່ວນ ຂອງ ການສ້າງ ໂຄງຮ່າງພື້ນ ຖານ ການ ຄົມມະນາຄົມ ໃນໄທ ໃນຣະຍະ 8 ປີ ຂ້າງຫນ້າ.
ທ່ານ ຊອຍທິບ ທີເຣດສຸດ ປລັດ ກະຊວງ ຄົມມະນາຄົມ ຂອງໄທ ກ່າວວ່າ ກຸ່ມຜູ້ນຳ ທະຫານໄທ ໄດ້ ອະນຸມັດ ງົບປະມານ 741 ຕື້ ບາດ ຫລື ປະມານ 23.3 ຕື້ ໂດລາ ສະຫະຣັດ ເພື່ອສ້າງ ເສັ້ນທາງ ຣົຖໄຟ ຄວາມ ໄວສູງ ສອງສາຍ ທີ່ຈະ ເຊື່ອມຕໍ່ເຂດ ອຸດສາຫະກັມ ຈາກ ແຂວງ ຊາຍຝັ່ງທະເລ ພາກ ຕາເວັນອອກ ຂອງໄທ ໄປ ສູ່ພາກເຫນືອ ແລະ ອີກສາຍນຶ່ງ ໄປສູ່ພາກ ຕາເວັນອອກ ສ່ຽງເຫນືອ ຫລື ພາກອິສານ ຂອງ ໄທ.
ໂຄງການ ແບບດຽວກັນນີ້ ທີ່ ຣັຖບານ ຍິງລັກ ສເນີ ແລ້ວຖືກ ລົບລ້າງ ໂດຍສານ ຣັຖທັມມະນູນ ຂອງໄທ ວ່າງເດືອນ ມິນາ ຜ່ານມາ. ສານ ຣັຖທັມມະນູນ ໄດ້ຕັດສິນ ພິພາກສາ ວ່າ ຣັຖບານ ຍິງລັກ ຢືມເງີນ 2 ພັນຕື້ ບາດ ຫລື ປະມານ 63 ຕື້ ໂດລາ ສະຫະຣັດ ໃນການ ຍົກຣະດັບ ໂຄງຮ່າງ ພື້ນຖານ ການ ຄົມມະນາຄົມ ໃນໄທ ນັ້ນ ບໍ່ຖືກຕ້ອງ ຕາມກົດຫມາຍ ຣັຖທັມມະນູນ.
ໂຄງການ ຣົຖໄຟ ຄວາມໄວສູງ ຂອງ ກຸ່ມຜູ້ນຳ ທະຫານໄທ ເທື່ອນີ້ ຈະມີຄວາມໄວ ປະມານ 160 ກິໂລແມັດ ຕໍ່ຊົ່ວໂມງ ຕ່ຳກວ່າ ຂອງ ຣັຖບານ ຍິງລັກ ແລະ ໃນທີ່ສຸດ ກໍຈະເຊື່ອມຕໍ່ ໃສ່ ຈີນ ໂດຍຜ່ານ ລາວ.