ເຈົ້າຫນ້າທີ່ ແລະ ນັກ ຊ່ຽວຊານ ຣະດັບ ສຸງ ຂອງຈີນ ເວົ້າວ່າ ໂຄງການ ສ້າງ ເສັ້ນທາງ ຣົຖໄຟ ຜ່ານ ເອເຊັຽ ຊື່ງເປັນ ໂຄງການ ໃຫຍ່ ຂອງຈີນ ຈະເລີ້ມ ລົງມື ໃນ ເດືອນ ຫນ້າ. ທ່ານ ວັງ ເມັງຊູ ນັກ ຊ່ຽວຊານ ດ້ານ ອຸມົງ ແລະ ເສັ້ນທາງ ຣົຖໄຟ ຈາກ ສະຖາບັນ ວິສວະກັມສາດ ຂອງຈີນ ກ່າວວ່າ: ອຸມົງ ເສັ້ນທາງ ຣົຖໄຟ ທີ່ ຈະເຈາະ ຜ່ານ ພູເຂົາ ກາວລີຍອງ ມີຄວາມ ຍາວ ກວ່າ 30 ກິໂລແມັດ ເພື່ອ ເຊື່ອມຕໍ່ ເສັ້ນທາງ ຣົຖໄຟ ຈາກ ແຂວງ ຢູນານ ຂອງຈີນ ໄປຫາ ພະມ້າ.
ຕາມ ແຜນການ ເສັ້ນທາງ ຣົຖໄຟ ເອເຊັຽ ຈະເລີ້ມ ຈາກເມືອງ ຂຸນຫມີງ ແຂວງ ຢູນານ ແລະ ຈະ ເຊື່ອມຕໍ່ ໄປລາວ ວຽດນາມ ກຳພູຊາ ພະມ້າ ໄທ ມາເລເຊັຽ ແລະ ສິງກະໂປ ຊື່ງເປັນ ພາກສ່ວນ ຂອງ ຣະບົບ ໂຄງການ ຣົຖໄຟ ຜ່ານ ເອເຊັຽ ທາງ ພາກໃຕ້ ຂອງຈີນ ທີ່ ເລີ້ມຄິດ ຂື້ນໃນ ຊຸ່ມປີ 1960 ແລະ ໄດ້ກາຍ ເປັນ ຄວາມຈິງ ຫລັງຈາກ 18 ປະເທດ ໄດ້ ລົງນາມ ໃນ ຂໍ້ຕົກລົງ ໃນເດືອນ ພຶສຈິກາ ປີ 2006.
ທ່ານ ເມັງຊູ ເວົ້າ ຕື່ມວ່າ ເສັ້ນທາງ ຣົຖໄຟ ໃນ ບາງແຫ່ງ ສາມາດ ຍົກຣະດັບ ເປັນ ເສັ້ນທາງ ຣົຖໄຟ ຄວາມໄວສູງ ໄດ້ ໂດຍ ສາມາດ ແລ່ນໄດ້ 250 ກິໂລແມັດ ຕໍ່ຊົ່ວໂມງ ແຕ່ ບາງແຫ່ງ ສາມາດ ແລ່ນໄດ້ ສຸງສຸດ ປະມານ 180 ກິໂລແມັດ ຕໍ່ ຊົ່ວໂມງ ໃນ ປັດຈຸບັນ ທະນາຄານ ໄທ ແລະ ສາຖບັນ ການເງິນ ຍີ່ປຸ່ນ ໄດ້ ລົງນາມ ໃນ ບົດ ບັນທຶກ ການ ຮ່ວມມື ແລ້ວ.