ການເລືອກຕັ້ງຜູ້ນໍາ ໃຕ້ຫວັນ

ມະນີຈັນ
2020.01.19
F-Tsai ຍານາງ Tsai Ing-Wen (ກາງ) ທີ່ສນັບສນູນ ການແຍກຕົວ ຈາກ ຈີນແຜ່ນດິນໃຫຍ່ ໄດ້ຮັບເລືອກຕັ້ງ ເປັນປະທານາທິບໍດີ ອີກນຶ່ງສມັຍຢູ່ ໃຕ້ຫວັນ ໃນວັນທີ 11 ມົກຣາ 2020.
AFP

ການເລືອກຕັ້ງປະທານາທິບໍດີ ໃຕ້ຫວັນ ທີ່ມີຜູ້ມີສິດເລືອກຕັ້ງທັງໝົດ 19 ລ້ານ ປາຍຄົນ ໃນມື້ວັນເສົາ ທີ 11 ມົກຣາ 2020 ປະທານາ ທິບໍດີ Tsai Ing-wen ຈາກພັກປະຊາທິປະຕັຍ ກ້າວໜ້າ ທີ່ນັບສນູນການແຍກຕົວ ອອກຈາກ ຈີນແຜ່ນດິນໃຫຍ່ ໄດ້ຮັບໄຊຊນະ ຢ່າງ ຖ້ວມທົ້ນ ຄືໄດ້ຮັບຄະແນນສຽງເຖິງ 8 ລ້ານ 2 ແສນ ເທົ່າກັບ 57 ເປີເຊັນປາຍ ໃນຈໍານວນ ທີ່ອອກມາເລືອກຕັ້ງ 75 ເປີເຊັນ ນັ້ນ. ຍານາງ ໄດ້ເປັນປະທານາທິບໍດີ ໃຕ້ຫວັນອີກສມັຍນຶ່ງ.

ທ່ານ Wu Qiang ອາດີດອາຈານສອນ ວິຊາການເມືອງ ຢູ່ມະຫາວິທຍາລັຍ Tsinghua ເວົ້າວ່າ ຄວາມມີໄຊໃນການເລືອກຕັ້ງ ຂອງ ມາດາມ Tsai ສາມາດເປັນພິສູດ ໃຫ້ເຫັນເຖິງ ຈຸດປ່ຽນແປງ ສໍາລັບໃຕ້ຫວັນ. ທ່ານເວົ້າວ່າ ຍານາງ Tsai Ing-wen ບໍ່ຍອມຮັບອິດທິພົນ ຂອງຈີນ, ຍານາງ ປົກປ້ອງປະຊາທິປະຕັຍ ແລະຄັດຄ້ານຫລັກການ 1 ປະເທດ 2 ຣະບົບຂອງຈີນ. ໃນການແຂ່ງຂັນເລືອກຕັ້ງນັ້ນ ຍານາງ ກໍມຸ້ງເປົ້າໝາຍໃສ່ ຜູ້ເລືອກຕັ້ງວັຍ ໜຸ່ມ. ພ້ອມດຽວກັນ ທ່ານກໍເວົ້າວ່າເມື່ອມໍ່ໆນີ້ ທາງຝ່າຍຈີນ ປາກົດວ່າຈະບໍ່ມີທ່າທີ ອ່ອນຂໍ້ ຕໍ່ບັນຫາ ກ່ຽວກັບ ໃຕ້ຫວັນ.

ໃນການເລືອກຕັ້ງເມື່ອວັນເສົາທີ່ຜ່ານມານີ້ ພັກປະຊາທິປະຕັຍກ້າວໜ້າ ຂອງປະທານາທິບໍດີ Tsai Ing-wen ສາມາດຄວ້າໄດ້ທີ່ນັ່ງໃນ ສະພາ ນິຕິບັນຍັດແຫ່ງຊາດ ຂອງໃຕ້ຫວັນ 61 ທີ່ນັ່ງໃນຈໍານວນ ທັງໝົດ 113 ທີ່ນັ່ງຊຶ່ງກໍຍັງຄອງສຽງ ສ່ວນຫລາຍ ໃນ ສະພານັ້ນຢູ່. ເວົ້າສະເພາະພັກຄູ່ແຂ່ງ ແມ່ນໄດ້ 38 ທີ່ນັ່ງ, ແລະທີ່ເຫລືອອີກ 14 ທີ່ນັ່ງເປັນຂອງພັກອື່ນໆ.

ເປັນທີ່ເຫັນກັນຢ່າງຈະແຈ້ງວ່າ ການເລືອກຕັ້ງຊຶ່ງມີພັກຂອງ ຍານາງ Tsai In-wen ໄດ້ຮັບໄຊຊນະຄູ່ແຂ່ງ ຢ່າງຂາດຂັ້ນ ເທື່ອນີ້ ຂ່າວຣາຍງານເຖິງການ ສະທ້ອນໃຫ້ເຫັນເຖິງຄວາມສໍາຄັນ ຂອງການປົກຄອງແບບປະຊາທິປະຕັຍ ບໍ່ຍອມຮັບການຄວບຄຸມ ຂອງຈີນ ແຜ່ນດິນໃຫຍ່ ທີ່ຍັງຜັກດັນໃຫ້ ໃຕ້ຫວັນມີການປົກຄອງ ແບບນຶ່ງປະເທດ 2 ຣະບົບ ຄືກັນກັບທີ່ໃຊ້ກັບຮົງກົງນັ້ນ.

ພ້ອມດຽວກັນກໍສະທ້ອນເຖິງການສນັບສນູນ ນະໂຍບາຍຫລັກ ຂອງພັກປະຊາທິປະຕັຍກ້າວໜ້າ ທີ່ເຮັດໃຫ້ປະທານາທິບໍດີ Tsai ຊນະ ການເລືອກຕັ້ງຄັ້ງນີ້ ຢ່າງສິ້ນເຊີງ. ນະໂຍບາຍຂອງຍານາງ ຄືພຍາຍາມເຮັດໃຫ້ໃຕ້ຫວັນ ມີອິສຣະພາບ ຈາກ ຈີນ ແຜ່ນດິນໃຫຍ່ ໂດຍ ປະຕິເສດໃນການ ທີ່ຈະເຮັດໃຫ້ຄວາມສັມພັນ ໃກ້ຊິດກັບທາງການຈີນ ຫລາຍຂຶ້ນຕື່ມອີກ.

ໃນຄໍາປາໃສເມື່ອຄືນວັນເສົາ ພາຍຫລັງທີ່ຄູ່ແຂ່ງສໍາຄັນຂອງນາງ ຄື ທ່ານ Han Kuo-yu ຈາກພັກເກົ່າແກ່ ຫົວຊາດນິຍົມ ຄືພັກ ກົກມິງຕັງ ຊຶ່ງມີນັກການ ເມືອງ ຫລາຍໆຄົນ ສນັບສນູນ ທາງການຈີນແຜ່ນດິນໃຫຍ່ ຍອມຮັບຄວາມພ່າຍແພ້ນັ້ນ ຍານາງ Tsai ກໍໄດ້ເຊີນຊວນ ໃຫ້ ທາງການຈີນ ເລີ່ມເຈຣະຈາກັນຄືນອີກກັບ ໃຕ້ຫວັນ ໂດຍບໍ່ມີເງື່ອນໄຂໃດໆ.

ໃນການໃຫ້ສັມພາດພິເສດ ຕໍ່ອົງການຂ່າວ BBC ທີ່ກຸງ Taipei ເປັນເທື່ອທໍາອິດ ປະທານາທິບໍດີ Tsai In-wen ວັຍ 63 ປີ ຜູ້ໄດ້ຮັບ ໄຊຊນະ ຢ່າງຖ້ວມທົ້ນ ໄດ້ເນັ້ນເຖິງພັຍຄຸກຄາມ ທີ່ເພີ່ມຂຶ້ນ ຈາກທາງການຈີນ ແຜ່ນດິນໃຫຍ່ ໃນການໂຄສະນາຫາສຽງ ເລືອກຕັ້ງນັ້ນ ກໍຢືນຢັນວ່າອະທິປະຕັຍຂອງເກາະ Taiwan ທີ່ປົກຄອງຕົນເອງ ແມ່ນເປັນສິ່ງທີ່ບໍ່ມີການສົງໃສ ກັນແລ້ວ ດັ່ງຍານາງກ່າວວ່າ:

“ພວກເຮົາ ບໍ່ຈໍາເປັນຕ້ອງປະກາດຕົນເອງວ່າເປັນຣັຖ ເອກຣາດຢູ່ແລ້ວ ແລະພວກເຮົາກໍເອີ້ນຕົນເອງວ່າ ສາທາຣະນະຣັດຈີນ ຫລື ໃຕ້ຫວັນ. ພວກເຮົາເປັນປະເທດເອກຣາດ."

ໄຊຊນະຂອງ ຍານາງ Tsai Ing-wen ຊຶ່ງເຮັດໃຫ້ຍານາງ ໄດ້ເປັນປະທາ ນາທິບໍດີ ໃຕ້ຫວັນອີກສມັຍນຶ່ງນັ້ນ ຂ່າວ RFA ຜແນກ ພາສາຈີນ Mandarin ຣາຍງານ ໃນມື້ວັນທີ 13 ມົກຣາ ນີ້ວ່າ ເປັນສັນຍານ ບົ່ງບອກເຖິງທ່າທີ ຂອງໃຕ້ຫວັນ ທີ່ບໍ່ອ່ອນຂໍ້ໃຫ້ ທາງການຈີນ ຢ່າງຈະແຈ້ງ ຊຶ່ງແນ່ນອນມັນເຮັດໃຫ້ ທາງການຈີນ ບໍ່ມີຄວາມພໍໃຈ ທີ່ຖືຕລອດມາວ່າ ໃຕ້ຫວັນ ເປັນສ່ວນນຶ່ງຂອງເຂດນໍ້າດິນແດນ ຂອງຈີນ ແລະກໍຄັດຄ້ານຄວາມພຍາຍາມ ຂອງໃຕ້ຫວັນ ທີ່ຈະແຍກຕົວອອກເປັນປະເທດ ມີອິສຣະມາໂດຍ ຕລອດນັ້ນ.

ແລະພາຍຫລັງປະກາດຜົນການເລືອກຕັ້ງ ເມື່ອຕອນແລງຂອງວັນເສົາ ທ່ານ Ma Xiaoguang ໂຄສົກປະຈໍາຫ້ອງການ ກິຈກັມ ໃຕ້ຫວັນ ຂອງຈີນ ກໍກ່າວວ່າ ຈີນ ພ້ອມທີ່ຈະເຮັດວຽກ ກັບປະຊາຊົນໃຕ້ຫວັນ ເພື່ອກ້າວໄປສູ່ “ການເຕົ້າໂຮມປະເທດຄືນ ຢ່າງສັນຕິ”.

ຣັຖມົນຕຣີກະຊວງການຕ່າງປະເທດ ຈີນ Wang Kuo-yu ເວົ້າວ່າຈີນ ຈະບໍ່ປ່ຽນແປງທັສນະ ທ່າທີຂອງຕົນ ກ່ຽວກັບໃຕ້ຫວັນ ແລະຖືວ່າ ໃຕ້ຫວັນ ເປັນສ່ວນນຶ່ງຂອງຈີນ.

ໄຊຊນະໃນການເລືອກຕັ້ງ ຂອງ ຍານາງ Tsai Ing-wen ມີຂຶ້ນພາຍຫລັງທີ່ຍານາງ ກ້າຕໍ່ປາກຕໍ່ຄໍາ ກັບປະທານປະເທດຈີນ ສີຈິນຜິງ ທີ່ ເມື່ອປີກາຍ ຮຽກຮ້ອງໃຫ້ເຕົ້າໂຮມກັນ ແລະທັງບໍ່ລົດລະນໍາເຣື່ອງທີ່ຈະໃຊ້ກໍາລັງ ເພື່ອຄວບຄຸມໃຕ້ຫວັນນັ້ນຢູ່. ແລະ ຕໍ່ກອງປະຊຸມຂ່າວ ພາຍຫລັງການເລືອກຕັ້ງ ທີ່ ຍານາງ ໄດ້ໄຊຊນະນັ້ນ ຍານາງຄາດວ່າ ການກົດດັນຈາກຈີນ ຍັງຈະມີຢູ່ຕໍ່ໄປ ແລະອາດຈະ ໜັກຂຶ້ນ. ຍານາງ Tsai ຍໍ້າຕື່ມອີກວ່າ ພົລເມືອງໃຕ້ຫວັນ 23 ລ້ານຄົນ ທີ່ເຄີຍ ຢູ່ໃຕ້ການປົກຄອງຂອງພັກ ກົກມິງຕັງ ຊຶ່ງເປັນພັກຫົວຊາດນິຍົມ ທີ່ໄດ້ຫລົບໜີຈາກແຜ່ນດິນໃຫຍ່ ມາຢູ່ເກາະໃຕ້ ຫວັນໃນປີ 1949 ພາຍຫລັງເສັຽໄຊ ສົງຄາມກາງເມືອງ ແລະ ມາສະຖາປະນາໃຕ້ຫວັນ ເປັນສາທາຣະນະຣັດນັ້ນ ບໍ່ປະສົງທີ່ຈະຍອມສູນເສັຽອະທິປະຕັຍ ຂອງພວກຕົນ.

ໃຕ້ຫວັນ ເຄີຍເປັນສ່ວນນຶ່ງຂອງຍີ່ປຸ່ນ ເປັນເວລາ 50 ປີ ແລະກໍບໍ່ເຄີຍຖືກ ພັັກຄອມມຸຍນິສຈີນ ປົກຄອງ ແລະກໍບໍ່ໄດ້ເປັນສ່ວນນຶ່ງ ຂອງ ສາທາຣະນະຣັດປະຊາຊົນຈີນ. ແລະຕໍ່ຂ່າວ BBC ຍານາງ ມາດາມ Tsai ກ່າວເນັ້ນຕື່ມຕອນນຶ່ງວ່າ ສະພາບການໄດ້ປ່ຽນໄປ:

“ເປັນຍ້ອນພວກເຮົາເຫັນຈີນ ເພີ່ມທະວີຄວາມທ້າທາຍຂອງຕົນຫລາຍຂຶ້ນ ເປັນເວລາ ກວ່າ 3 ປີແລ້ວ ຈີນ ມີທັງການຊ້ອມຣົບ ທັງເຮືອຣົບ ແລະ ເຮືອບິນ ເວີ່ນຢູ່ອ້ອມແອ້ມ ເກາະໃຕ້ຫວັນ. ແລະ ກໍຍັງມີສິ່ງທີ່ເກີດຂຶ້ນ ຢູ່ທາງຮົງກົງ ອັນເຮັດໃຫ້ປະຊາຊົນ ຮູ້ສຶກໄດ້ຢ່າງແທ້ຈິງເຖິງ ພັຍຂົ່ມຂູ່ທີ່ມີຢູ່ແທ້ ແລະກໍນັບມື້ນັບຮ້າຍແຮງຂຶ້ນ.”

ຍານາງ Tsai ກ່າວຕື່ມຕອນນຶ່ງວ່າ ພວກເຮົາມີເອກລັກແນວນຶ່ງອີກ ແລະພວກ ເຮົາກໍເປັນປະເທດ ຂອງພວກເຮົາເອງ, ຫາກມີອິຫຍັງ ທີ່ຄັດຄ້ານ ແນວຄິດນີ້ ພວກເຮົາກໍຈະລຸກຂຶ້ນ ແລະ ເວົ້າໂລດວ່າ ນັ້ນເປັນສິ່ງທີ່ຮັບບໍ່ໄດ້ ສໍາລັບພວກເຮົາ. ແລະວ່າ ພວກເຮົາ ມີ ປະຊາທິປະຕັຍທີ່ປະສົບຄວາມສໍາເຣັດ, ພວກເຮົາມີເສຖກິດທີ່ໄດ້ມາຕຖານ, ພວກເຮົາສົມຄວນຕ້ອງໄດ້ຮັບ ຄວາມນັບຖືຈາກຈີນ.

ເປັນອັນວ່າ ຍານາງ Tsai ອິງ-ເຫວິນ ເລີ່ມປະຕິບັດໜ້າທີ່ ປະທານາທິບໍດີ ຕໍ່ໄປໃນທັນທີພາຍຫລັງ ປະກາດຜົນການເລືອກຕັ້ງ ແລະ ກໍໄດ້ພົບພໍ້ກັບຜູ້ອໍານວຍການ ສະຖາບັນອາເມຣິກັນ ໃນໃຕ້ຫວັນ ທີ່ປະຕິບັດພາຣະກິດ ນັກການທູດ ສະຫະຣັດ ອາເມຣິກາ ປະຈໍາໃຕ້ຫວັນ William Brent Christensen ໃນມື້ຕໍ່ມາຫລັງການ ເລືອກຕັ້ງ ເພື່ອກ່າວຂອບໃຈ ທີ່ໃຫ້ການສນັບສນູນ ຍານາງ ຕລອດມາ. ສະຫະຣັດ ອາເມຣິກາ ບໍ່ມີຄວາມສັມພັນ ທາງການທູດ ກັບໃຕ້ຫວັນຢ່າງເປັນທາງການ ແຕ່ກໍປະຕິບັດ ຂໍ້ຜູກພັນທາງກົດໝາຍ ເພື່ອຮັບປະກັນໃຫ້ເກາະ ໃຕ້ຫວັນ ປ້ອງກັນຕົນເອງໄດ້ຈາກພັຍຂົ່ມຂູ່ຕ່າງໆ.

ແລະທ່າທີແຍກຕົນເອງຂອງໃຕ້ຫວັນ ຈາກຈີນ ທີ່ຈະແຈ້ງຂຶ້ນຕື່ມອີກນັ້ນ ທາງຝ່າຍຜູ້ບໍ່ເຫັນພ້ອມນໍາ ປະທານາທິບໍ ດີ Tsai ເຫັນວ່າເປັນ ການທ້າທາຍ ທີ່ມີແຕ່ຈະສ່ຽງຕໍ່ພັຍອັນຕຣາຍ ຫລາຍຂຶ້ນ ຄືເປັນປໍຣະປັກກັນ ຢ່າງເປີດແປນ ທີ່ບໍ່ຈໍາເປັນນັ້ນ ໃຕ້ຫວັນ ໄດ້ເລີ່ມກ້າວສູ່ ປະຊາທິປະຕັຍ ພາຍຫລັງທີ່ຜູ້ນໍາພັກ ກົກມິງຕັງ Chiang Ching-kuo ເສັຽຊີວິດໄປເມື່ອເດືອນມົກຣາ 1988 ແລະເລີ່ມມີການເລືອກຕັ້ງ ໂດຍກົງ ເຂົ້າສູ່ສະພານິຕິບັນຍັດ ໃນຊຸມປີ 1990 ແລະຕໍ່ມາກໍຈັດ ການ ເລືອກຕັ້ງ ໂດຍກົງ ເອົາປະທານາທິບໍດີ Lee Teng-hui ເປັນຄັ້ງທໍາອິດໃນປີ 1996.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.