ເກົາຫລີໃຕ້ປະນາມ ເກົາຫລີເໜືອ
2013.02.12

ຣັຖບານ ເກົາຫລີໃຕ້ ໄດ້ປະນາມ ການທົດລອງ ອາວຸດ ນິວເຄລັຽ ຂອງ ເກົາຫລີເຫນືອ ຢ່າງແຮງກ້າ ໃນມື້ວັນ ອັງຄານ ແລະວ່າ ເປັນການ ລ່ວງຣະເມີດ ມະຕິ ຂອງອົງການ ສະຫະປະຊາຊາດ ຢ່າງໃຫຍ່ຫລວງ. ທ່ານ ຈຸນຢຸງວູ ທີ່ປຶກສາ ດ້ານຄວາມຫມັ້ນຄົງ ຂອງ ຣັຖບານ ໄດ້ກ່າວ ຕໍ່ກຸ່ມນັກຂ່າວ ຫລັງຈາກ ກອງປະຊຸມ ພາວະສຸກເສີນ ຄວາມປອດພັຍ ແຫ່ງຊາດ ທີ່ເປັນປະທານ ໂດຍ ທ່ານ ລີມັງບັກ ອະດີດ ປະທານາທິບໍດີ ເກົາຫລີໃຕ້ ວ່າ ເກົາຫລີເຫນືອ ຈະບໍ່ ສາມາດ ຫລີກລ່ຽງ ຄວາມຮັບຜິດຊອບ ໃນການທົດລອງ ອາວຸດ ດັ່ງກ່າວໄດ້. ທ່ານວ່າ ເກົາຫລີໃຕ້ ຈະໃຊ້ມາຕການ ທຸກວິທີທາງ ທີ່ຮ່ວມທັງ ຣະດັບ ສະພາ ຄວາມຫມັ້ນຄົງ ອົງການ ສະຫະປະຊາຊາດ ໃນການຕ້ານ ການກະທຳ ຂອງ ເກົາຫລີເຫນືອ.
ໃນຂນະດຽວກັນ ນາຍົກ ຣັຖມົນຕຣີ ຍີ່ປຸ່ນ ທ່ານ ຊີນໂຊ ອາເບ ກໍປະນາມ ການກະທຳ ຂອງ ເກົາຫລີເຫນືອ ຢ່າງແຮງ ເຊັ່ນກັນ ທ່ານວ່າ ການທົດລອງ ອາວຸດນິວເຄລັຽ ຂອງ ເກົາຫລີເຫນືອ ສ້າງຄວາມເສັຽຫາຍ ອັນໃຫຍ່ຫລວງ ຕໍ່ຂົງເຂດ ທາງການ ຍີ່ປຸ່ນ ອາຈເພີ້ມ ການລົງໂທດ ຕໍ່ເກົາຫລີເຫນືອ ໃນການ ກະທຳດັ່ງກ່າວ ແລະວ່າ ການທົດລອງ ເປັນການຝ່າຝືນ ມະຕິອົງການ ສະຫະປະຊາຊາດ.
ປະທານາທິບໍດີ ສະຫະຣັຖ ທ່ານ ບາລັກ ໂອບາມາ ກ່າວວ່າ ການທົດລອງ ອາວຸດ ນິວເຄລັຽ ຂອງ ເກົາຫລີເຫນືອ ເປັນການຍົວະຍົງ ໃຫ້ເກີດສົງຄາມ ທ່ານປະນາມ ການກະທຳ ດັ່ງກ່າວ ແລະ ໄດ້ຮຽກຮ້ອງ ໃຫ້່ນານາຊາດ ຮ່ວກັນຕ້ານ ການກະທຳ ຂອງ ເກົາຫລີເຫນືອ ທ່ານໃຫ້ການ ຢືນຢັນວ່າ ຈະປົກປ້ອງ ກຸ່ມ ພັນທະມິດ ຂອງ ສະຫະຣັຖ ໃນຂົງເຂດ.