ຜູ້ຄັດຄ້ານ ຣັຖບານວຽດນາມ Doan Thi Hong ຖືກປ່ອຍ ພາຍຫຼັງຈໍາຄຸກ ຄົບກໍານົດ

ມະນີຈັນ
2021.03.22
ຜູ້ຄັດຄ້ານ ຣັຖບານວຽດນາມ Doan Thi Hong ຖືກປ່ອຍ ພາຍຫຼັງຈໍາຄຸກ ຄົບກໍານົດ ຍານາງ Doan Thi Hong ຫຼື Xuan Hong ພວມຢູ່ໃນກຸ່ມພວກປະທ້ວງ ທີ່ນະຄອນໂຮ່ຈິມິ່ນ ປະເທດວຽດນາມ ເມື່ອເດືອນມິຖຸນາ ປີ 2018
Facebook / Xuan Hong

ຜູ້ບໍ່ເຫັນພ້ອມນໍາທາງການ ວຽດນາມ Doan Thi Hong ຖືກປ່ອຍຕົວກັບຄືນສູ່ຄອບຄົວ ພາຍຫລັງ ຖືກຈໍາຄຸກ ຄົບກໍານົດ 2 ປີເຄິ່ງ ໃນຂໍ້ຫາອັນທີ່ເອີ້ນວ່າ ລົບກວນຄວາມສງົບ ດ້ວຍການຈັດ ໃຫ້ມວນຊົນປະທ້ວງ, ອີງຕາມຣາຍງານຂ່າວ RFA ຜແນກພາສາວຽດນາມ ໃນມື້ວັນທີ 15 ມີນານີ້.

ນາງ Hong ທີ່ມີສຸຂພາບຊຸດໂຊມ ບໍ່ເຫັນຮຸ່ງດີ ເປັນໂຣກກະເພາະອາຫານແລະມີເນື້ອງອກຢູ່ໜ້າເອິກ ຖືກປ່ອຍຕົວໃນມື້ວັນທີ 9 ມີນານີ້. ນາງເປັນສະມາຊິກຄົນທໍາອິດ ຂອງກຸ່ມນັກເຄື່ອນໃຫວ Hien Phab ທີ່ຖືກປ່ອຍຕົວອອກຈາກຄຸກຄຸມຂັງ. ນາງເວົ້າວ່າ “ຂ້ອຍມີຄວາມສຸກຫລາຍ ທີ່ໄດ້ກັບມາຫາຄອບຄົວຂອງຂ້ອຍ ແລະກໍເຫັນພີ່ນ້ອງ ລູກໆຫລານໆ.” ນາງ Hong ຜູ້ມີລູກສາວຫລ້າອາຍຸ 3 ປີຕອນນາງຖືກຈັບໄປນັ້ນ ເວົ້າຕໍ່ໄປວ່າ “ເຖິງຂ້ອຍມີອິສຣະພາບ ຕອນນີ້ ແຕ່ຂ້ອຍກໍຄິດເຫັນຄົນອື່ນໆ ທີ່ຍັງຢູ່ໃນຄຸກ ແລະຂ້ອຍກໍຮູ້ສຶກ ເສັຽໃຈທີ່ສຸດທຸກຄັ້ງ ເມື່ອຂ້ອຍຄິດເຖິງພວກເຂົາເຈົ້າ”. ນາງ Hong ເວົ້າວ່າ ຫລັງຈາກໄດ້ຮັບການກວດຮ່າງ ກາຍແລ້ວ ນາງກໍຈະພະຍາຍາມຮຽກຮ້ອງ ເອົາຣົດຈັກ ທີ່ຕໍາຣວດຍຶດໄປ ເມື່ອວັນທີ 2 ກັນຍາ 2018 ຕອນທີ່ນາງຖືກຈັບຢູ່ນະຄອນ Ho Chi Minh ເພື່ອວາງແຜນ ຈັດມວນຊົນປະທ້ວງໃນອີກ 2 ມື້ຕໍ່ມານັ້ນຄືນ. ເມື່ອໄດ້ຣົດຄືນແລ້ວ ຂ້ອຍກໍມີພາຫານະໃຊ້ຂີ່ໄປມາ ແລະສາມາດຄິດເຖິງ ເຣື່ອງການຊື້ການຂາຍ ເພື່ອໃຫ້ພໍມີຢູ່ມີກິນ.

ກຸ່ມ Hien Phap ຊຶ່ງເປັນເຄືອຂ່າຍ ນັກເຂື່ອນໃຫວຕົວຕັ້ງຕົວຕີ ທີ່ຖືກຈັດຕັ້ງຂຶ້ນເມື່ອປີ 2017 ເພື່ອຮຽກຮ້ອງເອົາສິດເສຣີພາບ ໃນການປາກເວົ້າ ແລະໂຮມຊຸມນຸມ ຕາມທີ່ກໍານົດໄວ້ໃນຣັຖທັມນູນວຽດນາມນັ້ນ ມີບົດບາດສໍາຄັນ ໃນການ ຮຽກຮ້ອງໃຫ້ມີການປະທ້ວງ ຊຶ່ງເຮັດໃຫ້ເມືອງຕ່າງໆ ຂອງວຽດນາມ ສັ່ນສະເທືອນ ເມື່ອເດືອນ ມິຖຸນາ 2018 ໂດຍຄັດຄ້ານກົດໝາຍວ່າດ້ວຍຄວາມປອດພັຍທາງອິນເທີແນັດ ແລະກົດໝາຍທີ່ໃຫ້ສິດ ແກ່ນັກລົງທຶນຈີນ ສັມປະທານທີ່ດິນໃນວຽດນາມ.

ສະມາຊິກກຸ່ມ Hien Phap ອີກ 7 ​ຄົນ ຍັງຖືກຄຸມຂັງຢູ່ໃນຄຸກ ຮັບໃຊ້ໂທດແຕ່ 5 ປີເຖິງ 8 ປີໃນຂໍ້ຫາ ລົບກວນຄວາມສງົບ ຕາມກົດໝາຍອາຍາ ມາດ ຕຣາ 118. ນາງ Hong ເວົ້າວ່າ ຫລັງຈາກຖືກຈັບຕົວໄປແລ້ວ ຄະນະສືບ ສວນສອບສວນ ຂໍໃຫ້ນາງບໍ່ຈ້າງທະນາຍຄວາມ ສູ້ຄະດີໃຫ້ໃນສານ ຊຶ່ງຈະເຮັດໃຫ້ນາງ ຖືກຕັດສິນລົງໂທດ ດົນຂຶ້ນອີກ ຂະນະທີ່ ນາງເອງ ກໍບໍ່ຕ້ອງການສ້າງພາຣະ ທາງການເງິນ ໃຫ້ຄອບຄົວຂອງນາງ. “ດັ່ງນັ້ນ ຂ້ອຍຈຶ່ງບໍ່ເອົາທະນາຍຄວາມສູ້ຄະດີ. ແຕ່ຫລັງຈາກໄດ້ເຫັນຄອບຄົວ ແລະໄດ້ໂອ້ລົມກັບເອື້ອຍແລ້ວ ຂ້ອຍກໍຕັດສິນໃຈ ຫາທະນາຍຄວາມ,” ນາງກ່າວ.

ແລະເມື່ອວັນທີ 13 ມີນານີ້ ຂ່າວ RFA ຜແນກພາສາວຽດນາມ ກໍຣາຍງານວ່າ ສານໄດ້ຕັດສິນລົງໂທດຈໍາຄຸກ 4 ຄົນ ໃນຂໍ້ຫາອັນທີ່ເອີ້ນວ່າ ພະຍາຍາມໂຄ່ນລົງຣັຖບານ ຍ້ອນພວກເຂົາກ່ຽວຂ້ອງກັບຣັຖບານ ພັດຖິ່ນວຽດນາມ ຕ້າມ ຄອມມິວນິສ, ຕາມຣາຍງານຂ່າວຂອງທາງການວຽດນາມ.

Vu Thi Kim Phuong ອາຍຸ 51 ປີ, Le Van Lac 55 ປີ, Nguyen Thi Kim Duyen 43 ປີ, ແລະ Le Van Sang ອາຍຸ 49 ປີ ຖືກຕັດສິນໂທດຈໍາຄຸກແຕ່ 5 ປີເຖິງ 13 ປີ ຍ້ອນຖືກກ່າວຫາວ່າ ໄດ້ເຂົ້າຮ່ວມການຄົ້ນ ຄວ້າບັນຫາ ໃຫ້ຣັຖບານຊົ່ວຄາວແຫ່ງຊາດວຽດນາມ ຕ້ານຣັຖບານວຽດນາມ. ຣັຖບານຊົ່ວຄາວທີ່ວ່ານັ້ນ ແມ່ນທະ ຫານ ແລະຊາວອົພຍົບ ທີ່ຈົ່ງຮັກພັກດີຕໍ່ຣັຖບານວຽດນາມໃຕ້ ຈັດຕັ້ງຂຶ້ນເມື່ອປີ 1991, ມີສູນກາງຢູ່ເມືອງ Orange County ຣັຖ California, ສະຫະຣັຖອາເມຣິກາ ແລະຖືກຣັຖບານຄອມມິວນິສວຽດນາມ ຖືວ່າເປັນອົງການກໍ່ການຮ້າຍ ໃນປີ 2018.

ຕາມຄໍາກ່າວຟ້ອງຂອງທາງການວຽດນາມ, ນາງ Phoung ໄດ້ຄົ້ນຄວ້າບັນຫາເພື່ອຣັຖບານຊົ່ວຄາວ ແຕ່ປີ 2015 ຫາປີ 2019. ນາງ ແລະສະມາຊິກອີກ 3 ຄົນ ເຂົ້າຮ່ວມໃນການປ່ອນບັດ ເອົາປະທານ Dao Minh Quan ເປັນຜູ້ນໍາຣັຖບານຊົ່ວຄາວນັ້ນ.

ມາໃນເດືອນກຸມພາ 2020 ນາງ Phoung ຖືກຕັດສິນໂທດຈໍາຄຸກ 13 ປີ ຂະນະທີ່ທ້າວ Lac ຖືກຈໍາຄຸກ 7 ປີ, ທ້າວ Duyen 6 ປີ ແລະທ້າວ Sang 5 ປີ. ພ້ອມດຽວກັນນັ້ນ ຣັຖບານວຽດນາມຍັງໄດ້ຈັບຕື່ມອີກ 2 ຄົນ ໃນຂໍ້ຫາມີສ່ວນກ່ຽວຂ້ອງ ກັບຣັຖບານພັດຖິ່ນ. ຽວກັບເຣື່ອງທີ່ວ່ານີ້ RFA ໄດ້ພະຍາຍາມຕິດຕໍ່ໄປຫາຣັຖບານຊົ່ວຄາວ ເພື່ອຂໍຄໍາເຫັນ ແຕ່ບໍ່ໄດ້ຮັບຄໍາຕອບ.

ກະຊວງການຕ່າງປະເທດ ວຽດນາມ ເວົ້າເມື່ອໄວໆມານີ້ວ່າ ຕົນເປັນຜູ້ປົກປ້ອງແລະຊຸກຍູ້ສິດທິມະນຸດ ແລະໄດ້ປະຕິເສດຣາຍງານ ປີ 2021 ກ່ຽວກັບ ເສຣີພາບໃນປະເທດຕ່າງໆທົ່ວໂລກ ຂອງອົງການ Freedom House ຊຶ່ງມີສູນກາງຢູ່ນະຄອນຫລວງ Washington DC ສະຫະຣັຖອາເມຣິກາ ທີ່ຈັດໃຫ້ວຽດນາມ ຢູ່ໃນກຸ່ມປະເທດບໍ່ມີເສຣີພາບ. ວຽດນາມໄດ້ຄະແນນ 19​ ໃນຈໍານວນທັງໝົດ 100 ຄະແນນ ຄືຫລຸດລົງ 1 ຄະແນນ ຈາກຣາຍງານປີກາຍ.​ ວຽດນາມໄດ້ 3 ຄະແນນຈາກຈໍານວນຄະແນນທັງໝົດ 40 ຄະແນນ ກ່ຽວກັບສິດທິທາງການເມືອງ ແລະໄດ້ 16 ຄະແນນ ຈາກຈໍານວນຄະແນນ ດ້ານເສຣີພາບພົລເຮືອນ ທັງໝົດ 60 ຄະແນນ.

ອົງການ Freedom House ໄດ້ອະທິບາຍວ່າ ວຽດນາມ ເປັນ ຣັຖພັກດຽວ ໂດຍມີພັກຄອມມິວນິສ ກໍາອໍານາດມາໄດ້ຫລາຍທົສວັດ. ແລະວ່າ ເສຣີພາບໃນການສະແດງຄວາມຄິດຄວາມເຫັນ, ອິສຣະພາບທາງດ້ານສາສນາ, ແລະການເຄື່ອນໃຫວຂອງພາກປະຊາສັງຄົມ ຖືກຈໍາກັດຢ່າງເຂັ້ງວດ.

ແລະກ່ອນນັ້ນ ຄືເມື່ອວັນທີ 10 ມີນານີ້ ຂ່າວ RFA ຜແນກພາສາວຽດນາມ ໄດ້ຣາຍງານ ໂດຍອີງຕາມຂ່າວຂອງທາງການວຽດນາມວ່າ ຕໍາຣວດ ແຂວງ Nin Binh ທາງພາກເໜືອຂອງວຽດນາມ ໄດ້ຈັບຜູ້ໃຊ້ເຟສບຸກ ຄົນນຶ່ງ ໂດຍຕັ້ງຂໍ້ຫາໃສ່ເຂົາວ່າ ໃສ່ຮ້າຍປ້າຍສີຣັຖບານ ແລະ ບິດເບືອນນະໂຍບາຍ. ການຈັບນັ້ນ ມີເປົ້າໝາຍ ປິດປາກ ພວກວິພາກວິຈານທາງອອນລາຍ ກ່ຽວກັບຣັຖວຽດນາມ ທີ່ມີພັກດຽວ ເຄົ້າດຽວ ຄືພັກຄອມມິວນິສ ປົກຄອງປະເທດ. 

ໜັງສືພິມດ້ານກົດໝາຍ Phuap Luat ຂອງທາງການວຽດນາມ ຣາຍງານວ່າ   Than QuocTran ອາຍຸ 61 ປີ ກໍາລັງຖືກສອບສວນໃນຂໍ້ຫາ ເຮັດ, ເກັບຮວບຮວມ, ເຜີຍແຜ່ຂໍ້ມູລ ເອກສານ ສິ່ງຂອງ ແລະສິ່ງພິມຕ່າງໆ ຕ້ານສາທາ ຣະນະຣັຖ ສັງຄົມນິຍົມວຽດນາມ ແລະຕໍາຣວດແຂວງ Ninh Binh ກໍເວົ້າວ່າ Tran ໄດ້ນໍາວິດິໂອ ທີ່ໃສ່    ຮ້າຍປ້າຍສີ ຣັຖບານ ລົງເຜີຍແຜ່ຣະຫວ່າງປີ 2018 ຫາ 2020 ຂະນະທີ່ເຂົາອາສັຍຢູ່ຊຸມຊົນ Luu Phuong ເມືອງ Kim Son ແຂວງ Ninh Binh. ແລະວ່າ ການໂພສຂອງ Tran ເປັນການຕໍ່ຕ້ານການເປັນຜູ້ນໍາ ຂອງພັກຄອມມິວນິສວຽດນາມ ແລະຣະບອບການປົກຄອງຂອງ ວຽດນາມ.

ທາງການວຽດນາມ ໄດ້ຈັບ ແລະຂັງຄຸກ 5 ຄົນ ຕັ້ງແຕ່ເດືອນມົກຣາມາ ໃນຂໍ້ຫາກະທໍາຜິດທາງການເມືອງ ຊຶ່ງມີຮວມທັງອັນທີ່ເອີ້ນວ່າ ປະຕິບັດງານເພື່ອໂຄ່ນລົ້ມ ພັກ-ຣັຖວຽດນາມ ອັນມີຮວມທັງການຈັດທໍາ, ເກັບຮິບໂຮມ, ເຜີຍແຜ່ຊໍ້ມູລຂ່າວສານ ເອກສານ ສິ່ງຂອງ ແລະສິ່ງພິມຕ່າງໆ ຕໍ່ຕ້ານ ສສ ວຽດນາມ, ແລະໃຊ້ສິດເສຣີພາບ ແລະປະຊາທິປະຕັຍໄປໃນທາງທີ່ບໍ່ຖືກຕ້ອງ.

ຜູ້ຖືກຈັບ 2 ຄົນ ຊຶ່ງເປັນນັກຂ່າວ Phan Bui Bao Thy ອາຍຸ 56 ປີ ແລະ Le An Dung ອາຍຸ 50​ ປີ ໄດ້ຖືກນໍາຕົວໄປຄວບຄຸມຢູ່ແຂວງ Quang Tri ພາກກາງວຽດນາມ ຫລັງຈາກ ໄດ້ໂພສໃນເຟສບຸກ ກ່າວຫາເຈົ້າໜ້າທີ່ແຂວງນີ້ວ່າ ສໍ້ຣາສບັງຫລວງ ອີງຕາມຣາຍງານຂ່າວຂອງທາງການ ວຽດນາມ. Nguyen Tuong Thuy ຜູ້ລົງຂ່າວ ຜ່ານເຟສບຸຄກ່ຽວກັບບັນຫາ ສິດທິພົລເຮືອນ ແລະເສຣີພາບໃນການປາກເວົ້າ ສໍາລັບ RFA ຜແນກພາສາວຽດນາມ ເປັນເວລາ 6 ປີນັ້ນ ຖືກຕັດສິນໂທດຈໍາຄຸກ 11 ປີ ເມື່ອວັນທີ 5 ມົກຣາ 2021 ພ້ອມກັບນັກຂ່າວ ອິສຣະອີກ 2 ຄົນ ທີ່ເປັນສະມາຊິກສະມາຄົມ ນິຕິຍະສານອິສຣະວຽດນາມ.

ປີ 2020 ຜ່ານມານີ້ ອົງການນັກຂ່າວບໍ່ມີພົມແດນ ຫລື RSF ທີ່ມີສູນກາງຢູ່ກຸງ Paris ປະເທດຝຣັ່ງເສດ ໄດ້ຈັດໃຫ້ວຽດນາມຢູ່ໃນອັນດັບທີ 175 ຄືໃນອັນດັບຂີ້ຮ້າຍ ໃນຈໍານວນທັງໝົດ 180 ປະເທດ ໃນທົ່ວໂລກ ແລະປັດຈຸບັນ ກໍມີນັກຂ່າວ ແລະນັກຂ່າວອິນເທີແນັຕ ຫລື bloggers ປະມານ 25 ຄົນ ຖືກກັກຂັງຢູ່ໃນຄຸກຕ່າງໆ ຂອງວຽດນາມ ຊຶ່ງເປັນບ່ອນ ທີ່ມີການປະຕິບັດຕໍ່ນັກໂທດ ແບບບໍ່ດີ ແລະຖືເປັນເຣື່ອງປົກກະຕິນັ້ນ. 

ຄວາມອົດທົນທີ່ມີໜ້ອຍຢູ່ແລ້ວ ຂອງທາງການວຽດນາມຕໍ່ພວກຄົນ ທີ່ຄັດຄ້ານຫລືບໍ່ເຫັນພ້ອມນໍາຕົນນັ້ນ ຍິ່ງໜ້ອຍລົງຕື່ມອີກເມື່ອປີກາຍ ໂດຍໄດ້ຈັບນັກຂ່າວ ອິສຣະ, ຜູ້ພິມເຜີຍແຜ່ ແລະຜູ້ໃຊ້ເຟສບຸຄຫລາຍຄົນ ຍ້ອນທາງການ ສືບຕໍ່ພະ ຍາຍາມຍັບຍັ້ງ ປາບປາມບຸກຄົນ ທີ່ຕໍານິວິພາກວິຈານພັກ-ຣັຖວຽດນາມ ກ່ອນໜ້າການເປີດກອງປະຊຸມໃຫຍ່ຂອງພັກຄອມມິວນິສ ວຽດນາມ ທີ່ໄດ້ມີຂຶ້ນເມື່ອເດືອນມົກຣາ ທີ່ຜ່ານມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.